ຫວຽດນາມ ເຂົ້າຮ່ວມ ງານຕະຫລາດນັດການຄ້າ ອາຊຽນ- ຈີນ ຢ່າງຕັ້ງຫນ້າ


(vovworld)- ງານ​ຕະຫລາດນັດ​ການ​ຄ້າ ອາ​ຊຽນ - ຈີນ (CAEXPO) ​ແມ່ນ​ຫນຶ່ງ​ໃນ​ຈຳນວນ10 ງານ​ຕະຫລາດນັດ​ວາງສະ​ແດງ​ຕົ້ນຕໍຂອງ​ຈີນ ​ແລະ ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງວິ​ສາ​ຫະກິດ ຈີນ ກໍ​ຄື​ບັນດາ​ວິ​ສາ​ຫະກິດ ອາ​ຊຽນ ​ເທົ່າ​ນັ້ນ ຫາກ​ຍັງ​ຂອງວິ​ສາ​ຫະກິດ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ນອກ​ພາກ​ພື້ນ ອີກ​ດ້ວຍ. ​ຜ່ານງານ​ຕະຫລາດນັດ​ CAEXPO ຄັ້ງ​ຕ່າງໆ, ຍາມ​ໃດ ຫວຽດນາມ  ກໍ​ນຳ​ຫນ້າ​ບັນດາ​ປະ​ເທດ​ ອາ​ຊຽນ ກ່ຽວກັບ​ຈຳນວນ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ກໍ​ຄື​ປະລິມານ​ຜະລິດ​ຕະພັນ​ນຳ​ມາ​ວາງສະ​ແດງ. ຢູ່ງານ​ຕະຫລາດນັດ ບັນດາ​ຜະລິດ​ຕະພັນ​ຂອງ ຫວຽດນາມ ​ໄດ້​ດຶງ​ດູດ​ລູກ​ຄ້າ​ຈີນ ຫລາຍ​ພໍ​ສົມຄວນ. ​

ຫວຽດນາມ ເຂົ້າຮ່ວມ ງານຕະຫລາດນັດການຄ້າ ອາຊຽນ- ຈີນ ຢ່າງຕັ້ງຫນ້າ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ທີ່ງານຕະຫລາດນັດ

        ງານ​ຕະຫລາດນັດ​ການ​ຄ້າ ອາ​ຊຽນ - ຈີນ CAEXPO ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ປີ 2004. ຜ່ານ​ງານ​ຕະຫລາດນັດ CAEXPO 9 ຄັ້ງ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ອາ​ຊຽນ - ຈີນ ​ໄດ້​ເພີ່ມ​ ຈາກ​ລະດັບ 54,76 ຕື້ USD ​​ໃນ​ປີ 2002 ຂຶ້ນ​ເຖິງ 401 ຕື້ USD ​ໃນ​ປີ 2012, ດ້ວຍ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເພີ່ມ​ຂຶ້ນສະ​ເລ່ຍ​ແຕ່ລະ​ປີ​ບັນລຸ​ 22%. ສຳລັບງານ​ຕະຫລາດນັດ CAEXPO ຄັ້ງ​ທີ 10- 2013, ທ່ານ ໝາ​ຈີ​ຊຽນ ຮອງ​ຫົວຫນ້າ​ພະ​ແນ​ກການ​ຄ້າ ກວາງ​ຊີ ​ໃຫ້​ຮູ້ວ່າ: ຈີນ ​ໄດ້​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ຂອງ 10 ປະ​ເທດ ອາ​ຊຽນ ​ເຂົ້າ​ຮ່ວມ​ເພື່ອ​ແນ​ໃສ່​​ແນະນຳຄວາມ​ສາມາດ​ບົ່ມ​ຊ້ອນຂອງ​ບັນດາ​ປະ​ເທດ ອາ​ຊຽນ​ໃຫ້​ແກ່​ຈີ​ນ ​ແລະ ກົງ​ກັນ​ຂ້າມ ຈີນ ​ແນະນຳ​ຄວາມ​ສາມ​າດບົ່ມ​ຊ້ອນ​ໃຫ້​ແກ່​ບັນດາ​ປະ​ເທດ ອາ​ຊຽນ. ​ເພື່ອ​ຈັດ​ຕັ້ງ​ງານ​ຕະຫລາດນັດ CAEXPO 10 ສຳ​ເລັດ​ຜົນ, ອຳນາດ​ການ​ປົກຄອງ​ບັນດາ​ແຂວງ ກວາງ​ຊີ ຊື່​ງ​ແມ່ນ​ແຫ່ງ​​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເຫດການ​ໄດ້​ມີ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ດ້ວຍ​ຫລາຍ​ໂຄງການ.

        “ນອກຈາກ ງານ​ຕະຫລາດນັດ CAEXPO 10 ຍັງ​ຈັດ​ຕັ້ງ​ກອງ​ປະຊຸມ, ການ​ສຳ​ມະ​ນາ​ຄັ້ງ​ຕ່າງໆ​ກ່ຽວ​ກັບ​ຄົມມະນາຄົມ ​ແລະ ການ​ລົງທຶນ ​ແລະ​ອື່ນໆ ດ້ວຍ​ທິດ​ນຳ​ແມ່ນ​ພ້ອມ​ກັນ​ເຊື່ອມ​ຈອດ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງ​ການ​ຄັດ​ເລືອກ​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ, ຍົກ​ສູງ​ຄຸນ​ນະພາ​ບວິ​ສາ​ຫະກິດ​ເພື່ອ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຫລາຍ​ຢ່າ​ງກວ່າ.”

        ຕາມ​ທ່ານ ສູຍ​ຂາຍ​ຊາງ, ທູດ​ເສດຖະກິດ​ການ​ຄ້າ, ສັງກັດ​ສະຖານທູດ​ຈີນ ປະຈຳ​ຫວຽດນາມ​ແລ້ວ,​ ນັບ​ແຕ່​ປີ 2004, ​ເມື່ອ​ຈີນ ຈັດ​ຕັ້ງ​ງານ​ຕະຫລາດ CAEXPO ຄັ້ງ​ທຳ​ອິດ ​ແລະ ​ເວທີ​ປາ​ໄສ​ເສດຖະກິດ ອາ​ຊຽນ - ຈີນ. ມາ​ຮອດ​ປະຈຸ​ບັນ, ລັດຖະບານ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຈັດ​ໃຫ້ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ເຂົ້າ​ຮ່ວມ. ການ​ນຳ​ຫວຽດນາມ ຫລາຍ​ທ່ານ ​ໄດ້​ໄປ​ຢ້ຽມ​ຢາມງານ​ຕະຫລາດນັດ. ນັບ​ແຕ່​ງານ​ຕະຫລາດນັດ​ CAEXPO ຄັ້ງ​ທີ 3 ມາ​ຮອດ​ປະຈຸ​ບັນ, ຄະນະ​ຜູ້​ແທນ​ຫວຽດນາມ ລ້ວນ​ແຕ່​ນຳ​ຫນ້າ​ກ່ຽວ​ກັບ​ຈຳນວນ​ວິ​ສາ​ຫະກິດ ​ແລະ ຜະລິດ​ຕະພັນ​​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ. CAEXPO ​ໄດ້​ສ້າງ​ກາລະ​ໂອກາດ​​ໃຫ້​ບັນດາ​ວິສາ​ຫະກິດ​​ແນະນຳ​ຜະລິດ​ຕະພັນ​ຂອງ​ຕົນ. ພິ​ເສດ ປະຊາຊົນ​ຈີນ ສາມາດ​ຊື້​ສິນຄ້າ​ຂອງ​ຫວຽດນາມ ດ້ວຍ​ລາຄາ​ເໝາະສົມ. ທ່ານ ສູຍ​ຂາຍ​ຊຸາງ ​ເວົ້າ​ວ່າ:

        “ການ​ພົວພັນ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ​ກັບ ຫວຽດນາມ ມີ​ຄວາມສຳຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດລະຫວ່າງ ຈີນ ​ແລະ ອາ​ຊຽນ. ຫວຽດນາມ ​ແມ່ນ​ສະມາຊິກສຳຄັນ​ຂອງ ອາ​ຊຽນ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ຢາກຮ່ວມ​ມື​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ.”

        ທີ່​ງານ​ຕະຫລາດນັດ CAEXPO ຄັ້ງ​ຕ່າງໆ, ວິ​ສາ​ຫະກິດ​ຫວຽດນາມ ລ້ວນ​ແຕ່​ນຳ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ​ມາ​ວາງສະ​ແດງຄື: ​ເຄື່ອງ​ເຟີ​ນີ​ເຈີ, ຢາງພາລາ, ​ເຄື່ອງ​ສິລະ​ປະ​ຫັດຖະກຳ, ອາຫານ, ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ໃຊ້​ໃນ​ຄອບຄົວ. ທ່ານ​ນາງ ດາວ​ຫວຽດຮວາ, ຮອງ​ຫົວຫນ້າ​ກົງ​ສູນ ຮັບຜິດ​ຊອບ​ດ້ານ​ການ​ຄ້າ, ສັງກັດ​ສະຖານກົງສູນ​ໃຫຍ່​ຫວຽດນາມ ປະຈຳ ຫນາ​ນຫນີງ ​ໃຫ້​ຮູ້​ວ່າ: ກ່ອນ​ນີ້ ສິນຄ້າ​ຫວຽດນາມ ​ໄດ້​ນຳ​ໄປ​ຂາຍ​ຢູ່​​ບາງແຂວງ​ຊາຍ​ແດນ ຈີນ - ຫວຽດນາມ ​ແລະ ບາງ​ແຂວງ​ພາກ​ໃຕ້​ຂອງ​ຈີນ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ສິນຄ້າ​ຂອງ​ຫວຽດນາມ ​​ໄດ້​ນຳ​ໄປ​ຂາຍ​ຢູ່​ຫລາຍ​ແຂວງ,​ ທ້ອງ​ຖິ່ນ​ຂອງ​ຈີນ​ແລ້ວ. ສິ່ງ​ສຳຄັນ​ແມ່ນສິນຄ້າ​ຂອງ​ຫວຽດນາມ ​ເລີ່​ມສ້າງ​ອິດ​ທິພົນ​ຊື່​ສຽງ​ຢູ່​ຕະຫລາດ​ຈີນ​. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເອກອ້າງ​ທະ​ນົງ​​ໃຈ, ພາຍຫລັງ​ໄລຍະ​ຫນຶ່ງ​ທີ່​ໂຄສະນາ​ສິນຄ້າ​ຫວຽດນາມ​ ຢູ່ງານ​ຕະຫລາດນັດ, ມີ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກຈີນ​ຫລາຍ​ຄົນ​ກໍ​ນິຍົມ​ສິນຄ້າ​ຂອງ​ຫວຽດນາມ.

“ ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ຫວຽດນາມ​ ໄປ​ຍັງ ຈີນ ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ, ​ເຂົ້າໜົມຖືກ​ປຸງ​ແຕ່ງ​ຈາກ​ໝາກ​ໄມ້​ເຂດ​ຮ້ອນ. ນອກ​ນັ້ນ ມີ​ຜະລິດ​ຕະພັນ​ຫລາຍ​ປະ​ເພດ​ຂອງ​ຫວຽດນາມ ຄື ກາ​ເຟ, ​ເກີບ … ​ກໍ່ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ປະ​ຊາ​ຊົນ​ຈີນອີກ.”

        ປີ 2012, ຕາມ​ບົດ​ລາຍ​ງານ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ, ຄຸນ​ນະພາ​ບ ​ແລະ ຈຳນວນ​ການ​ພົວພັນ​ທຸລະ​ກຳ​ລ້ວນ​ແຕ່​ເພີ່ມ​ຂຶ້ນ, ຍອດ​ມູນ​ຄ້າ​ພົວພັນ​ທຸລະ​ກຳ ​ແລະ ​ເຊັນ​ສັນຍາ​ການ​ຄ້າ​ຮ່ວມ​ມື​ລົງທຶນ​ຢູ່​ງານ​ຕະຫລາດນັດ​ບັນລຸ​ກວ່າ 90 ລ້ານ USD.

        ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ຂອງ​ຫວຽດນາມ ທີ່​ງານ​ຕະຫລາດນັດ CAEXPO ບໍ່​ພຽງ​ແຕ່​ຊຸກຍູ້​ປະສິດທິ​ຜົນ​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ຫວຽດນາມ ຈີນ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມື​ເສດຖະກິດ​ລະຫວ່າງ ອາ​ຊຽນ -ຈີນ ໃຫ້ນັບ​ມື້​ນັບ​ພັດທະນາ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ