ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີກົນໄກການຮ່ວມມື

(vovworld) - ໃນໄລຍະ 45 ປີ ຜ່ານ​ມາ, ນັບ​ແຕ່​ເມື່ອ ຫວຽດນາມ ​ແລະ ກຳປູ​ເຈຍ​ສ້າງສາ​ຍ​ພົວພັນ​ທາງ​ການທູດ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ສອງ​ປະ​ເທດ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ​ແລ​ະ ພັດທະນາ​ຢ່າງຮອບດ້ານ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ, ​ເພາະວ່າ ຄຽງ​ຄູ່​ກັບຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ຝ່າຍ, ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້ຮັບ​ການສ້າງ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ​​ສວມ​ບົດ​ບາດ​ສຳຄັນ​ທີ່​ມີ​ຕໍ່​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີກົນໄກການຮ່ວມມື - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ແລະ ນາຍົກລັດຖະມົນຕີ ກຳປູເຈຍ ສຳເດັດ ຮຸນແຊນ
ພາບ: internet

        ຄະນະ​ກຳ​ມະ​ການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​, ວັດທະນະທຳ, ວິທະຍາສາດ​ເຕັກນິກ ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ແມ່ນ​ກົນ​ໄກ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ. ກົນ​ໄກ​ນີ້​ໄດ້​ຮັບການສ້າງ​ຂຶ້ນ​ເມື່ອ​ປີ 1994, ​ໂດຍ​​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ທ່ານນາຍົກລັດຖະມົນຕີສອງປະ​ເທດ​,​ ລັດຖະມົນຕີ ​ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດ ​ເປັນ​ປະທານ​ອະນຸ​ກຳມະການ​ຮ່ວມ​ມື ແລະ ບັນດາ​ສະ​ໄຫມ​ປະຊຸມ​ຂອງ​ຄະນະ​ກຳມະການ​ປະສົມ​​ເຊິ່ງຖືກຜັດປ່ຽນກັນ ຈັດຂຶ້ນ

ປະຈຳ​ປີ. ​ເພື່ອ​ແນ​ໃສ່​ປະຕິບັດ​ກົນ​ໄກ​ຮ່ວມ​ມືລະຫວ່າງ​ລັດຖະບານ​ສອງ​ປະ​ເທດໃຫ້ປະກົດຜົນເປັນຈິງ, ສອງ​ຝ່າຍ​ໄດ້​​ແລກປ່ຽນ​ບັນດາ​ຄະນະ​ການ​ນຳ​ຂັ້ນ​ສູງ​, ບັນດາ​ຄະນະ​ກຳມະການ​ສະ​ເພາະ​ກິດ​ເປັນ​ປະຈຳ ເພື່ອ​ແບ່ງປັນ​ບົດຮຽນ​​ໃນວຽກ​ງານ​ນິຕິບັນຍັດ, ຕິດຕາມ​ກວດກາ, ຫນູນ​ຊ່ວຍ​ບຳລຸງ​ສ້າງ​ພະນັກງານ.

        ພ້ອມ​ກັບ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ສູນ​ກາງ, ບັນດາ​ກະຊວງ, ຄະນະ, ຂະ​ແຫນງ​ການຂອງ​ສອງ​ປະ​ເທດ ລ້ວນ​ແຕ່​ມີ​ການ​ພົວພັນ​ຮ່ວມ​ມື​ລະອຽດ, ປະຕິບັດ​ຕາມ​ຂໍ້​ຕົກລົງ​ຮ່ວມ​ມື​ປະຈຳ​ປີ. ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ແລະ ກະຊວງ​ສຶກສາ, ຊາວ​ຫນຸ່ມ ​ແລະ ກິລາ ກຳປູ​ເຈຍ ​ກໍໄດ້​ສ້າງ​ກົນ​ໄກ​ແລກປ່ຽນ​ບົດຮຽນ ​ແລະ ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ. ກ່າວ​ຄຳ​ເຫັນ​ຕໍ່ກັບ​ວົງ​ການ​ນັກ​ຂ່າວ, ທ່ານ Hun Phany  ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູ​ເຈຍ ປະຈຳ ຫວຽດນາມ ​ເວົ້າ​ວ່າ:

        “ພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ຊ່ວຍ​ເຫລືອ, ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່ ກຳປູ​ເຈຍ ດ້ວຍ​ການ​ສະຫນອງ​ທຶນ​ສຶກສາ​ປະຈຳ​ປີ​ໃຫ້​ແກ່​ນັກ​ສຶກສາ ​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ​ພາຍຫລັງຮຽນຈົບ​ກັບຄືນ​ເມືອ​ປະ​ເທດ​ປະກອບສ່ວນສ້າງສາ​ ​ແລະ ພັດທະນາ​ປະ​ເທດ​ຊາດ, ນຳ​ປະ​ເທດ​ກຳປູ​ເຈຍ ກາຍ​ເປັນ​ປະ​ເທດຮັ່ງມີ​ເຂັ້ມ​ແຂງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.”

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີກົນໄກການຮ່ວມມື - ảnh 2
ງານມິດຕິງລະນຶກ 45 ປີ ແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ
ຫວຽດນາມ ແລະ ກຳປູເຈຍ
ພາບ: internet

ການ​ທູດ​ປະຊາຊົນ​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ໄດ້​ຮັບຄວາມເອົາໃຈໃສ່​ຊຸກຍູ້, ​ໃນ​ນັ້ນ ການ​ຮ່ວມ​ມື​ລະຫວ່າງ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ ກັບ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ ກຳປູ​ເຈຍ, ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມີນ ກັບ​ສະມາຄົມ​ຊາວ​ຫນຸ່ມ​ກຳປູ​ເຈຍ, ສະຫະພັນ​ແມ່ຍິງ ຫວຽດນາມ ກັບ​ສະມາຄົມ​ແມ່ຍິງ ກຳ​ປຸ​ເຈຍ ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ, ສະມາຄົມ​ມິດຕະພາບ ຫວຽດນາມ ກຳປູ​ເຈຍກັບ​ສະມາຄົມ​ມິດຕະພາບ ກຳປູ​ເຈຍ ຫວຽດນາມ. ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ອົງການ​ນີ້​ໄດ້​ມີ​ການ​ເຄື່ອນ​ໄຫວ​ອຸດົມສົມບູນ​ຫລາຍ​ຢ່າງ ​ແລະ ​ແທດ​ຈິງ. ທ່ານ ຫວູຫມາ​ວ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ ກຳ​ປູ​ເຈຍ ​ໃຫ້​ຮູ້​ວ່າ:

        “ຍາມ​ໃດ ພວກ​ຂ້າພະ​ເຈົ້າ ​ກໍຄິດວ່າ: ຄົນ​ລຸ້ນຫນຸ່ມ ຈະ​ແມ່ນກຳລັງຮັກສາ​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ກຳປູ​ເຈຍ. ຍາມ​ໃດ ພວກ​ຂ້າພະ​ເຈົ້າ​ ກໍ​​ເອົາ​ໃຈ​ໃສ່​ພວກ​ນ້ອງ​ນັກ​ສຶກສາກຳປູ​ເຈຍ ທີ່ຮຳ່ຮຽນ​ຢູ່ ຫວຽດນາມ​ຢ່າງສຸດ​ຈິດ​ສຸດ​ໃຈ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ໃຫ້​ບັນດາ​ຄອບຄົວ ຫວຽດນາມຊ່ວຍ​ເຫລືອ ບັນດາ​ນັກ​ສຶກສາ​ ກຳ​ປູ​ເຈຍ​ ທີ່​ພວມ​ຮຳ່ຮຽນ​ຢູ່ ຫວຽດນາມ, ​ແຜ່ບໍລິຈາກ​ເພື່ອຊ່ວຍ​ເຫລືອ​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່ ກຳປູ​ເຈຍ.”

        ຫວຽດນາມ ​ແລະ ກຳປູ​ເຈຍ ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ທາງບົກ​ຍາວ​ກວ່າ 1.100 ກິ​ໂລ​ແມດ, ຜ່ານ 10 ​ແຂວງ​ຂອງຫວຽດນາມ ​ແລະ 9 ​ແຂວງ​ຂອງ ກຳ​ປູ​ເຈຍ. ນັ້ນ​ແມ່ນ​ທ່າ​ໄດ້​ປຽບ​ອັນ​ໃຫຍ່​ຫລວງ​ສຳລັບ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ສ້າງ​ຄວາມສະດວກ​ສຳລັບ​ການ​ແລກປ່ຽນ​​ຄ້າຂາຍ. ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ແລະ ກຳ​ປູ​ເຈຍ ​ໄດ້​ກຳນົດ​ວ່າ: ວຽກ​ງານ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ​ຍາມ​ໃດ​​ກໍ​​ໄດ້​ຮັບຖື​ເປັນ​ສຳຄັນຈາກສອງ​ປະ​ເທດ. ຕາມ​ຂໍ້​ຕົກລົງ ລະຫວ່າງ​ສອງ​ຝ່າ​ຍ​ເມື່ອ​ປີ 2004, ກົນ​ໄກ​ກອງ​ປະຊຸມ​ຮ່ວມ​ມື ​ແລະ ພັດທະນາ​ບັນດາ​ແຂວງ ຢູ່ ​ເຂດ​ຊາຍ​ແດນ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ ຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ໂດຍ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ກຳ​ປູ​ເຈຍ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ເປັນ​ເຈົ້າພາບ​ຮ່ວມ. ມາ​ຮອດ​ປະຈຸ​ບັນ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ກອງປະຊຸມ​​ເປັນ 7 ຄັ້ງ​ແລ້ວ ​ແລະ ກອງ​ປະຊຸມ​ຫວ່າງ​ມໍ່ໆ​ມາ​ນີ້ ​ຖືກ​ຈັດ​ຂຶ້ນ​ຢູ່ ນະຄອນ ​ໂຮ່ຈິ​ມີນ (3/2012). ຕາມ​ພົນ​ຈັດຕະວາ ຮ່ວາງ​ກຽ່ນ, ຮອງ​ຫົວຫນ້າ​ຄະນະ​ຊີ້​ນຳ​ໂຄງການ​ສ້າງ​ເສັ້ນທາງ​ລາດ​ຕາ​ເວັນ​ເຂດຊາຍ​ແດນ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ແລ້ວ, ຜ່ານ​ກອງ​ປະຊຸມຄັ້ງ​ຕ່າງໆ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຢູ່ເຂດ​ຊາຍ​ແດນ​ສອງ​ປະ​ເທດ ລ້ວນ​ແຕ່​ຢືນຢັນ​ວ່າ: ນີ້​ແມ່ນ​ກົນ​ໄກ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ ​ຊ່ວຍ​​ເຫລືອໂດຍ​ກົງໃຫ້​​ແກ່ບັນດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​​ເພື່ອເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ສອດ​ຄອ່ງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ພິ​ເສດ​ກົນ​ໄກ​ນີ້ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ຮັບປະກັນ​ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ.

          “ສະພາບ​ຄວາມ​ໝັ້ນຄົງ​ຢູ​່​ເຂດ​ຊາຍ​ແດນ ຈະ​ນຳ​ມາ​ຊຶ່ງຄວາມ​ສັນຕິພາບ​ມິດຕະພາບ​ໃຫ້​ແກ່​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນສອງ​ປະ​ເທດໄປມາ​ຢື້​ຢາມ​ຖາມ​ຂ່າວ​ ​ແລະ ​ແລກປ່ຽນ​ເຊິ່ງກັນ ​ແລະ ກັນ. ຖ້າ​ມີ​ບັນຫາ​ຕິດ​ຂັດ, ພວກ​ຂ້າພະ​ເຈົ້າ​ພ້ອມ​ກັນ​ເຈລະຈາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ​ສອງ​ຝ່າຍ​ເພື່ອ​ສ້າງ​ການ​ພົວພັນ​ທີ່​ດີ​​ໃຫ​້​ແກ່​ສອງ​ປະ​ເທດ.”

        ບັນດາ​ກົນ​ໄກ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ ​ໄດ້​ສວມ​ບົດບາດ​ສຳຄັນ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນດີງາມ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ. ສາຍ​ພົວພັນ ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້​ກາຍ​ເປັນ​ແບບຢ່າງ​​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ, ການ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມືຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ