ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ

(VOVWORLD)-ຫວຽດນາມ ແລະ ກຳປູເຈຍ ມີເສັ້ນຊາຍແດນຮ່ວມດ້ວຍລວງຍາວ 1137 ກິໂລແມັດ, ຜ່ານ 9 ແຂວງ ຂອງກຳປູເຈຍ ແລະ 10 ແຂວງ ຂອງຫວຽດນາມ. ສະນັ້ນ ວຽກງານຊາຍແດນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດ ສອງປະເທດ. ໃນຊຸມປີມໍ່ໆມານີ້, ຫວຽດນາມ ແລະ ກຳປູເຈຍ ໄດ້ມີການເຄື່ອນໄຫວແທດຈິງຫລາຍຢ່າງ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມືໃນການກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. 
ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ           ກຳປູເຈຍ Samdech Hunsen

ພາຍຫລັງຍາດເອົາເອກະລາດ, ຫວຽດນາມ ແລະ ກຳປູເຈຍ ໄດ້ປະຕິບັດການແກ້ໄຂບັນຫາຊາຍແດນໂດຍໄວ. ປີ 1983, ສອງຝ່າຍ ໄດ້ລົງນາມໃນສົນທິສັນຍາກ່ຽວກັບຊາຍແດນ, ໃນນັ້ນ ເປັນເອກະພາບນຳໃຊ້ເສັ້ນຊາຍແດນ ຊື່ງສະແດງ ໃນແຜນທີ່ Bonne ໂດຍ ພະແນກພູມສາດ ອິນດູຈີນ ຂອງຝລັ່ງ ພິມຈຳຫນ່າຍໄລຍະປີ 1954-1955 ເປັນຫລັກຖານດ້ານນິຕິທຳເພື່ອດຳເນີນການເຈລະຈາການຂີດເສັ້ນຊາຍແດນ. ນັບແຕ່ນັ້ນມາຮອດປະຈຸບັນ, ດ້ວຍຄວາມມານະພະຍາຍາມ, ຈິດໃຈພາວະວິໄສ, ການຮ່ວມມືລະຫວ່າງ ລັດຖະບານ, ບັນດາທ້ອງຖິ່ນ ແລະ ປະຊາຊົນສອງປະເທດ, ເລື່ອງຂີດເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ໄດ້ຮັບການປະຕິບັດສຳເລັດໂດຍພື້ນຖານ. ປະລິຍາເອກ ຫງວຽນແທ່ງວັນ, ບັນນາທິການໃຫຍ່ ວາລະສານຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບສະພາມະຫາບັນດີດວິທະຍາສາດ ສັງຄົມຫວຽດນາມ ໃຫ້ຮູ້ວ່າ:

        “ສອງປະເທດໄດ້ສຳເລັດ 84% ປະລິມານວຽກງານ, ລວມມີ ເລື່ອງກຳນົດ 312/371 ຫລັກໝາຍ. ສິ່ງສຳຄັນ ນັ້ນແມ່ນສອງຝ່າຍໄດ້ສຳເລັດການກຳນົດ ແລະ ກໍ່ສ້າງ 10 ເສົາຫລັກໝາຍໃຫຍ່ ຢູ່ 10 ຄູ່ດ່ານຊາຍແດນລະຫວ່າງສອງປະເທດ. ກ່ຽວກັບວຽກງານຂີດເສັ້ນຊາຍແດນ, ສອງຝ່າຍກໍ່ໄດ້ສຳເລັດການຂີດເສັ້ນຊາຍແດນ ດ້ວຍລວງຍາວກວ່າ 930 ກິໂລແມັດ ໃນຍອດຈຳນວນເສັ້ນຊາຍແດນຍາວ 1137 ກິໂລແມັດ.”

        ສຳລັບບັນດາບັນຫາຍັງຄົງຄ້າງ, ໃນໄລຍະຜ່ານມາ, ການນຳຂັ້ນສູງ ຫວຽດນາມ - ກຳປູເຈຍ ກໍ່ໄດ້ວາງຍຸດທະສາດລະອຽດ ເພື່ອສາມາດແກ້ໄຂຢ່າງວ່ອງໄວ. ປະລິຍາເອກ ຫງວຽນແທງວັນ ໃຫ້ຮູ້ວ່າ:

        “ ໃນເດືອນ ພະຈິກ ປີ 2016, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງເຂດສາມຫລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຢູ່ ຊຽມຣຽບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ໄດ້ລົງນາມໃນຈົດໝາຍຮ່ວມເພື່ອສົ່ງເຖິງປະທານາທິບໍດີ ຝລັ່ງ, ສະເຫນີໃຫ້ ຝ່າຍຝລັ່ງ ສົ່ງຜູ້ຊ່ຽວຊານດ້ານເຕັກນິກໃນການແຕ້ມແຜນທີ່ ມາຫນູນຊ່ວຍໃຫ້ຄະນະກຳມະການປະສົມກ່ຽວກັບການຂີດເສັ້ນຊາຍແດນລະຫວ່າງ ສອງປະເທດ. ຂ້າພະເຈົ້າຖືວ່າ ນີ້ແມ່ນຂໍ້ລິເລີ່ມຂອງສອງປະເທດ, ເພາະ ຝລັ່ງໄດ້ແຕ້ມແຜນທີ່ Bonne, ປະຈຸບັນ ສອງປະເທດເຊື້ອເຊີນ ຄົນຝລັ່ງມາ, ບົນຈິດໃຈພາວະວິໄສ ເພື່ອໃຫ້ຄຳທີ່ປຶກສາຊ່ວຍໃຫ້ສອງປະເທດປະຕິບັດສຳເລັດເສັ້ນຊາຍແດນຕອນທີ່ຍັງເຫລືອທີ່ຍັງບໍ່ທັນເປັນເອກະພາບໄດ້ເທື່ອ.”

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ - ảnh 2 ທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ກຳປູເຈຍ ພ້ອມກັນກວດກາເສົາຫລັກໝາຍ

ພາບ: ອິນເຕີແນັດ

        ໄປຄຽງຄູ່ກັບເລື່ອງຍູ້ແຮງວຽກງານຂີດເສັ້ນຊາຍແດນ, ປັກຫລັກໝາຍຊາຍແດນ, ບັນດາການເຄື່ອນໄຫວເພື່ອແນໃສ່ສ້າງເງື່ອນໄຂພົວພັນແລກປ່ຽນການຄ້າໃຫ້ແກ່ເຂດດ່ານຊາຍແດນ ລະຫວ່າງບັນດາທ້ອງຖິ່ນຢູ່ຊາຍແດນກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກສອງປະເທດ. ຫວ່າງແລ້ວນີ້, ເດືອນ ເມສາ ປີ 2017 ຂົວລອງບີງ -  Chrey Thom ເຊື່ອມຕໍ່ແຂວງ ອານຢາງ ຂອງຫວຽດນາມ ແລະ ແຂວງ Kandal ຂອງກຳປູເຈຍ ໄດ້ຮັບການກໍ່ສ້າງສຳເລັດ ດ້ວຍເງິນລົງທຶນເກືອບ 800 ຕື້ດົງ(38 ລ້ານ USD) ໂດຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen. ສິ່ງດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທຳ ສັງຄົມ ໃຫ້ແກ່ປະຊາຊົນສອງແຂວງ ຊາຍແດນ. ອ້າຍ  Ly Sokpe, ພໍ່ຄ້າຢູ່ ແຂວງ Kandal ກຳປູເຈຍ ໃຫ້ຮູ້ວ່າ:

        “ມື້ໃດຂ້າພະເຈົ້າກໍ່ໄປໆມາໆຜ່ານຊາຍແດນ ຫວຽດນາມ ແລະ ກຳປູເຈຍ ນັບສີບໆຄັ້ງ ເພື່ອຄ້າຂາຍຜະລິດຕະພັນກະເສດ. ກ່ອນນີ້ ໄປດ້ວຍ… ຕ້ອງເສຍເວລາ, ລາຍຈ່າຍຫລາຍ ແລະ ຍັງອີງໃສ່ອາກາດສະດວກຫລືບໍ່. ປະຈຸບັນ ມີຂົວແຫ່ງນີ້ ເລື່ອງໄປມາຄ້າຂາຍແມ່ນສະດວກທີ່ສຸດ.”

        ພ້ອມກັບການຫລຸດຜ່ອນໄລຍະທາງ, ປະຊາຊົນສອງປະເທດກໍ່ໄດ້ຫຍັບມໍ່ໃກ້ກັນກວ່າ ເມື່ອຮູບແບບແຮກສ່ຽວຢູ່ ບໍລິເວນເຂດຊາຍແດນໄດ້ຮັບການສ້າງຂຶ້ນເທື່ອລະກ້າວ. ມາຮອດປະຈຸບັນ, ທົ່ວເສັ້ນຊາຍແດນ ຫວຽດນາມ ກຳປູເຈຍ ມີ ຕື່ມອີກ 14 ປ້ອມກວດກາ, 36 ເຂດຊຸມຊົນໄດ້ແຮກສ່ຽວນຳກັນ, ກາຍເປັນອ້າຍນ້ອງ. ເມື່ອຕີລາຄາກ່ຽວກັບຮູບແບບນີ້, ພົນຈັດຕະວາ ເລທາຍງອກ, ຮອງເສນາທິການໃຫຍ່ທະຫານປ້ອງກັນຊາຍແດນໃຫ້ຮູ້ວ່າ:

        “ເລື່ອງແຮກສ່ຽວລະຫວ່າງເຂດຊຸມຊົນ, ໝູ່ບ້ານສອງປະເທດຢູ່ເຂດຊາຍແດນ, ການປະສານສົມທົບຈັດຕັ້ງຫລາຍລາຍການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ ແມ່ນຂໍ້ລິເລີ່ມມີຄຸນຄ່າເພື່ອໃຫ້ປະຊາຊົນສອງຝ່າຍພ້ອມກັນຮັກສາເສັ້ນຊາຍແດນ, ຫລັກໝາຍ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.”

        ເລື່ອງກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ ແມ່ນເງື່ອນໄຂທຳອິດເພື່ອໃຫ້ການພົວພັນ ຫວຽດນາມ ກຳປູເຈຍ ສືບຕໍ່ພັດທະນາໃນອະນາຄົດ. ຍິ່ງກວ່ານັ້ນ ສິ່ງດັ່ງກ່າວຍັງປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ, ພິເສດແມ່ນສຳລັບ ພາກພື້ນ ອາຊຽນ, ໃນສະພາບສາກົນ ຍັງມີການຜັນແປ ແລະ ສິ່ງທ້າທາຍຫລາຍຢ່າງຄືປະຈຸບັນ. 

ຕອບກັບ

ຂ່າວ/ບົດ​ອື່ນ