ຫວຽດນາມ ແລະ ອິນໂດເນເຊຍ: ຮ່ວມມືເພື່ອຄວາມວັດທະນາຖາວອນ

(vovworld) -  “ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​​ຖາວອນ” ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ, ທ່ອງທ່ຽວ ​ແລະ ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຊຶ່ງ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ​ແຕ່​ວັນ​ທີ 11 - 12/6. ນີ້​​ເປັນ​ຄັ້ງ​ທຳ​ອິດ​ເວທີ​ປາ​ໄສດັ່ງກ່າວຖືກ​ຈັດ​ຂຶ້ນ​ຢູ່ ຫວຽດນາມ ດ້ວຍ​ຈຸດໝາຍ​ແນະນຳ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດຢູ່ ອິນ​​ໂດ​ເນ​ເຊຍ ​ໃຫ້​ແກ່​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ພ້ອມ​ທັງ​ຊ່ວຍນັກທຸລະກິດ​ສອງ​ປະ​ເທດ​ເຂົ້າ​ໃຈ​ກ່ຽວ​ກັບຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ​ຂອງ​ສອງ​ປະ​ເທດຢ່າງ​ຈະ​ແຈ້ງ​ກວ່າ. ​ເວທີ​ປາ​ໄສ​ນີ້​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າ​ງສອງ​ປະ​ເທດ.

 ຫວຽດນາມ ແລະ ອິນໂດເນເຊຍ: ຮ່ວມມືເພື່ອຄວາມວັດທະນາຖາວອນ - ảnh 1
ເວທີ​ປາ​ໄສ“​ ສົ່ງ​ເສີມ​ການ​ຄ້າ, ທ່ອງທ່ຽວ ​ແລະ ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ”
ພາບ:congan.com.vn

        ທ່ານ Mayerfas ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ​ ຫວຽດນາມ ​ເປັນ​ປະທານ​ເວທີ​ປາ​ໄສ“​ ສົ່ງ​ເສີມ​ການ​ຄ້າ, ທ່ອງທ່ຽວ ​ແລະ ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ” ​ ​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​​ເຊຍ ​ແລະ ຫວຽດນາມ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ​ແລະ ສອງ​ປະ​ເທດ​ພວມ​ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ຕາມ​ທິດ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ພິ​ເສດ ​ໃນ​ຂົ​ງ​ເຂດ​ເສດຖະກິດ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ. ຫວຽດນາມ ມີ​ແຫລ່ງວັດຖຸ​ດິບ​ອຸດົມສົມບູນ​ໃຫ້​ແກ່​ຫລາຍ​ຂະ​ແຫນງ​ອຸດສາຫະກຳ​ຜະລິດ​ຢູ່ ອິນ​ໂດ​ເນ​​ເຊຍ. ກົງກັນຂ້າມ ອິນ​ໂດ​ເນ​ເຊຍ ກໍ​ແມ່ນ​ຕະຫລາດ​ກວ້າງ​ໃຫຍ່ດ​້ວຍຄວາມ​ສາມາດ​ບ່ົມ​ຊ້ອນ​ຫລາຍ​ຢ່າງ ຊຶ່ງ ຫວຽດນາມ​ສາມາດ​ຂຸດ​ຄົ້ນ​ເພີ່ມ​ເຕີມ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ຕົນ. ​ທ່ານ Mayerfas ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​​ເນ​ເຊຍ ​ເວົ້າ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ສຳຄັນ​ສຳລັບ​ອິນ​ໂດ​ເນ​ເຊຍ ​ແລະ ພາກ​ພື້ນ​ອາ​ຊຽນ ​ໃນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື: ການ​ຄ້າ, ການລົງທຶນ, ກາ​ນທ່ອງ​ທ່ຽວ,​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ມີ​ຫລາຍຈຸດ​ທີ່ຄ້າຍຄື​ກັນ​ ​ເພື່ອ​ສາມາດ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະກິດ​ການ​ຄ້າ ​ແລະ ຫລາຍ​ຂົງ​ເຂດ​ອື່ນ.​ ເລ່ືອງ​ຈັດ​ຕັ້ງ​ເຫດການ​ນີ້ ຈະ​ປະກອບສ່ວນ​ເປີດ​ປະຕູ​ໃຫ້​ແກ່​ວິ​ສາ​ຫະກິດ​ອິນ​ໂດ​ເນ​ເຊຍ​ສຳ​ພັດ​ກັບ​ຕະຫລາດ ຫວຽດນາມ ​ແລະ ກົງກັນຂ້າມ.”

        ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ຄັ້ງນີ້, ທ່ານ Nguyen Thanh Bien ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ: ວົງ​ເງິນ​ຄ້າຂາຍ​ສອງ​ສົ້ນ​ໃນ​ແຕ່ລະ​ໄລຍະ​ລ້ວນ​ແຕ່​ບັນລຸ​ລະດັບ​ການ​ເຕີບ​ໂຕ​ດີ​ພໍ​ສົມຄວນ. ​ໄລ່​ສະ​ເພາະ​ໃນ​ປີ 2011, ຍອດ​ວົງ​ເງິນ​ການ​ຄ້າ ລະຫວ່າງ ຫວຽດນາມ - ອິນ​ໂດ​ເນ​ເຊຍ ບັນລຸ 4,6 ຕື້ USD. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕົວ​ເລກ​ດັ່ງກ່າວ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ການ​ຄ້າ ລະຫວ່າງ​ສອງ​ປະ​ເທດ​ເທື່ອ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນຳ​ວົງ​ເງິນການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເຖິງ 5 ຕື້ USD ​ໃນ​ປີ 2015, ສອງ​ປະ​ເທດ ຄວນ​ມານະ​ພະຍາຍາມ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ກວ່າ​ອີກ ​ເພື່ອ​ໃຫ້​ເຂົາ​​ເຈົ້າ​ສາມາດ​ຫຍັບ​ມໍ່​​ເຂົ້າໃກ້​ກັນ​ກວ່າ. ທີ່​ເວທີ​ປາ​​ໄສ ສົ່ງ​ເສີມ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ, ທ່ານ Nguyen Thanh Bien ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊສງອຸດສາຫະກຳ ການ​ຄ້າ ຫວຽດນາມ ຢືນຢັນ​ວ່າ:

        “​ໃນ​ຊຸມ​ປີຜ່ານມາ, ກະຊວງ​ອຸດສາຫະກຳ ​ການ​ຄ້າ ຫວຽດນາມ ​ໄດ້​ຊີ້​ນຳ, ບໍລິຫານ​ພື້ນຖານ​ການ​ຄ້າ​ຕ່າງປະ​ເທດ​ ຫວຽດນາມ ​ເອົາ​ໃຈ​ໃສ່ ​ແລະ ຖື​ ຕະຫລາດ ອິນ​ໂດ​ເນ​ເຊຍ ​ເປັນ​ສຳຄັນ ດ້ວຍ​ບັນດາ​ກ​ົນ​ໄກ​ນະ​ໂຍບາຍ, ຜ່ານແຜນ​ນະ​ໂຍບາຍ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ​ເພື່ອ​ເຊື່ອມ​ຕໍ່​ການ​ພົວພັນ​​ແລກປ່ຽນ​ການ​ຄ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື ອິນ​ໂດ​ເນ​ເຊຍ. ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ເລື່ອງ​ຈັດ​ຕັ້ງ​ເວທີ​ປາ​​ໄສ​ຄັ້ງ​ນີ້ ຈະ​ປະກອບສ່ວນ​​ເຮັດ​ໃຫ້​ກາລະ​ໂອກາດ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດປະກົດ​ຜົນ​ເປັນ​ຈິງ.”

        ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ສົ່ງ​ເສີມ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ​​ໄດ້​ຊີ້​ໃຫ້​ເຫັນ​ບາງ​ຂົງ​ເຂດ​ຮ່ວມ​ມື​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ. ທ່ານ Nguyen Anh Dung ຜູ້ອຳນວຍການ​ບໍລິສັດ​ການ​ຄ້າ ບໍລິການ ​ແລະ ທ່ອງ​ທ່ຽວ ຮູ່ງ​ເວື​ອງ ຈຳກັດ ​ໄດ້​ຕີ​ລາຄາ​ວ່າ: ປະຈຸ​ບັນ ອິນ​ໂດ​ເນ​ເຊຍ ແມ່ນ​ປະ​ເທດ​ມີ​ພົນລະ​ເມືອງ​ຫລາຍ​ກວ່າ​ໝູ່​ຢູ່ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ຈຳນວນ​​ແຂກຄົນ​ມີ​ຄວາມ​ຕ້ອງການ​ໄປ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ສະ​ນັ້ນ ​ການ​ຮ່ວມ​ມື​ກັບ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ ມາ​ຢ້ຽມຢາມ ຫວຽດນາມ ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ. ນອກນັ້ນ ອິນ​ໂດ​ເນ​ເຊຍ ກໍ​ແມ່ນ​ຕະຫລາດ​ທ່ອງ​ທ່ຽວ​ທີ່​ໃຫມ່​ອ່ຽມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ສຳລັບ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ຫວຽດນາມ ​ເພາະວ່າ ອິນ​ໂດ​ເນ​ເຊຍ ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຫລາຍ​ແຫ່ງ ດ້ວຍ​ພື້ນ​ຖານ​ທາງ​ດ້ານ​ວັດທະນະທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ຫລາຍ​ສີສັນ​ຊາດ. ທ່ານ Nguyen Anh Dung  ​ເວົ້າ​ວ່າ:

        “​ໄລຍະ​ກ່ອນ​ນີ້ 10 ປີ, ບັນດາ​ລາຍ​ການ​ທ່ອງ​ທ່ຽວ ​ໄປ​​​ອິນ​ໂດ​ເນ​ເຊຍ ຫລາຍ​ພໍ​ສົມຄວນ ​ແຕ່​ຫລັງຈາກ​ນັ້ນ ຍ້ອນ​ເກີດ​ວິ​ກິດ​ການ​ການ​ເມືອງ​ຢູ່ ອິນ​ໂດ​ເນ​ເຊຍ ສະ​ນັ້ນ ບໍລິສັດ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ໄດ້​ຍົກ​ເລີກລາ​ຍການທ່ອງທ່ຽວ​ເຖິງປະ​ເທດ​ນີ້. ຄວາມ​ຈິງ​ແລ້ວ, ບັນດາ​ລາຍການ​ທ່ອງ​ທ່ຽວ​​​ໄປ​ອິນ​ໂດ​ເນ​ເຊຍ ​ແມ່ນ​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ. ສະ​ນັ້ນ ການຈັດ​ຕັ້ງ​ບັນດາ​ເຫດການ​ຄື​ເວທີ​ປາ​ໄສ ສົ່ງ​ເສີມ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ​ແມ່ນ​ຈຳ​ເປັນທີ່​ສຸດ ​ເພື່ອ​ໃຫ້​ອິນ​ໂດ​ເນ​ເຊຍ ​ໂຄສະ​ນາ​ພາບ​ພົດ​ທ່ອງ​ທ່ຽວ​ຢູ່ ຫວຽດນາມ ​ແລະ ກົງກັນຂ້າມ.”

 ຫວຽດນາມ ແລະ ອິນໂດເນເຊຍ: ຮ່ວມມືເພື່ອຄວາມວັດທະນາຖາວອນ - ảnh 2
ທ່ານ Ông H.E. Mayerfas ເອກອັກຄະລັດຖະທູດ
ໂດເນເຊຍ ປະຈຳ ຫວຽດນາມ
ພາບ:diendandautu.com.vn

        ພ້ອມ​ກັບ​ຄະນະ​ນັກທຸລະກິດ ກວ່າ 40 ຄົນມາ ຫວຽດນາມ ​ເຂົ້າ​ຮ່ວມ​​ເວທີ​ປາ​ໄສ ສົ່ງ​ເສີມ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ, ທ່ານ​ນາງ Dwi Agustin ຜູ້ອຳນວຍການ Maketing ​ແລະ ດຳ​ເນີນ​ທຸລະ​ກິດ ສັງກັດ​ບໍລິສັດ​ທ່ອງ​ທ່ຽວ Taruna Wisata Tour& Travel ​ໃຫ້​ຮູ້​ວ່າ: ​​​​ໃນເວທີ​ປາ​ໄສ ສົ່ງ​ເສີມ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຄັ້ງ​ນີ້ ທ່ານ​ນາງ​ໄດ້​ມີ​ກາລະ​ໂອກາດ​ພົບ​ປະ ​ແລະ ພົວພັນ​ແລກປ່ຽນ​ກັບ​ບໍລິສັດ​ທ່ອງ​ທ່ຽວ ຫວຽດນາມ ຫລາຍ​ແຫ່ງ ​ແລະ ນີ້​ຈະ​ກາຍ​ເປັນ​ກາລະ​ໂອກາດ​ໃຫຍ່​ເພື່ອ​​ເປີດ​ປະຕູ​ຕະຫລາດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບໍລິສັດ​ຕົນ. ທ່ານ​ນາງ Dwi Agustin ກ່າວ​ວ່າ:

        “ກ່ອນ​ນີ້ ກໍ​ມີ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຢາກ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ ມາ​ຢ້ຽມຢາມ ນະຄອນ ຮ່າ​ໂນ້ຍ ​ແລະ ຫວຽດນາມ ​ໃນ​ຂະນະ​ທີ່​ພວກ​ຂ້າພະ​ເຈົ້າ​ບໍ່​ທັນ​ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ. ສະ​ນັ້ນ ຂ້າພະ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ກາລະ​ໂອກາດ​​ໃຫຍ່ ​ເພື່ອ​ຄວາມລຶ້ງ​ເຄີຍ ​ແລະ ຊອກ​ຫາ​ຄູ່​ຮ່ວມ​ມື ຢູ່ ຮ່າ​ໂນ້ຍ. ຫລັງ​ຈາກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ແນະນຳ​​ໂດຍ​ກົງ​ກ່ຽວ​ກັບ ນະຄອນຫລວງ ຮ່າ​ໂນ້ຍ​ໃຫ້​ແກ່​ປະຊາຊົນ​ອິນ​ໂດ​ເນ​ເຊຍ. ​”

ທີ່​​ເວທີ​ປາ​ໄສ​ຄັ້ງ​ນີ້, ບັນດາ​ວິ​ສາ​ຫະກິດ ລ້ວນ​ແຕ່​ປາດ​ຖະຫນາ​ວ່າ ກາ​ນນຳ​ສອງ​ປະ​ເທດ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຈະ​ສືບ​ຕໍ່​ຈັດ​ຕັ້ງ​ກອງ​ປະຊຸມ, ​ເວທີ​ປາ​ໄສ, ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງສ​ະ​ເພາະ ​ເພື່ອ​ໃຫ້​ນັກທຸລະກິດ​ສອງ​ປະ​ເທດ​ສາມາດ​ພົບ​ປະ ​ແລະ ​ເພີ່ມ​ທະວີ​ການຮ່ວມ​ມື​ຫລາຍ​ກວ່າ. ຈາກ​ບັນດາ​ການ​ເຄື່ອນ​ໄຫວ​ນັ້ນ, ວິ​ສາ​ຫະກິດ​ສອງ​ປະ​ເທດ​ສາມາດ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ, ປະກອບສ່ວນ​ຊຸກຍູ້​ມູນຄ່າ​ດ້ານ​ການ​ຄ້າ​ສອງ​ຝ່າຍ​​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ