ຫວຽດ​ນາມ - ແຫ່ງຫຼໍ່​ລ້ຽງ​ຄວາມ​ຝັນ​ໄປ​ຮຽນ​ຕ່າງ​ປ​ະ​ເທດ

(VOVWORLD) -ດ້ວຍພື້ນຖານການສຶກສາທີ່ນັບມື້ນັບພັດທະນາ ນັບທັງທາງດ້ານຄຸນນະພາບ ແລະ ປະລິມານ, ພິເສດແມ່ນການສຶກສາຂັ້ນມະຫາວິທະຍາໄລ, ຫວຽດນາມ ພວມແມ່ນຈຸດນັດພົບທີ່ດູດດື່ມຂອງນັກສຶກສາຕ່າງປະເທດ, ໃນນັ້ນ ມີນັກສຶກສາ ກຳປູເຈຍ. ສະນັ້ນ, ການພົບເຫັນນັກສຶກສາຕ່າງປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ ຫວຽດນາມ ພ້ອມກັບໝູ່ເພື່ອນຄົນ ຫວຽດ ໃນປັດຈຸບັນ ກໍແມ່ນເລື່ອງທຳມະດາ. ເຂົາເຈົ້າກໍເປັນຂົວຕໍ່ຜູກພັນນ້ຳໃຈມິດສະຫາຍອ້າຍນ້ອງລະຫວ່າງ ຫວຽດນາມ - ກຳປູເຈຍ. ໃນລາຍການຊາຍຄາອາຊຽນມື້ນີ້, ເຊີນທ່ານທຳຄວາມລື້ງເຄີຍກັບບັນດາເພື່ອນນັກສຶກສາ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ ຜ່ານບົດຂຽນຂອງນັກຂ່າວ VOV.
ຫວຽດ​ນາມ - ແຫ່ງຫຼໍ່​ລ້ຽງ​ຄວາມ​ຝັນ​ໄປ​ຮຽນ​ຕ່າງ​ປ​ະ​ເທດ - ảnh 1ເພື່ອນ Kruy Sovannara ແມ່ນນັກສຶກສາປີທີ  4 ຂອງສະຖາບັນການບິນ ຫວຽດນາມ

ເພື່ອນ Kruy Sovannara ແມ່ນນັກສຶກສາປີທີ  4 ຂອງສະຖາບັນການບິນ ຫວຽດນາມ. ໂດຍແຕກຕ່າງກັບໝູ່ຄົນອື່ນໆໃນລຸ້້ນດຽວກັນ, Sovannara ຕັດສິນໃຈເລືອກສືບຕໍ່ເດີນຕາມເສັ້ນທາງຮ່ຳຮຽນ ແລະ ປະຕິບັດຄວາມຝັນຂອງຕົນຢູ່ ຫວຽດນາມ. ຜ່ານການເສັງຄັດເລືອກມາຫຼາຍຄັ້ງ, Sovannara ໄດ້ກາຍເປັນໜຶ່ງໃນຈຳນວນນັກສຶກສາ 100 ຄົນ ທີ່ໄດ້ຮັບທຶນການສຶກສາໄປຮຽນຕໍ່ຢູ່ ຫວຽດນາມ ແຕ່ປີ 2016. ເຖິງວ່າມີວັດທະນະທໍາ, ພາສາແຕກຕ່າງກັນກໍຕາມ ແຕ່ສິ່ງດັ່ງກ່າວກໍບໍ່ເຮັດໃຫ້ອ້າຍບ່າວທີ່ໝັ່ນຮຽນນີີ້ ມີແນວຄິດທໍ້ຖອຍໃຈ. ເບິ່ງຄືວ່າ ຄວາມຫຍຸ້ງຍາກເຫຼົ່ານັ້ນໄດ້ເປັນແຮງບັນດານໃຈ ແລະ ເປັນແປ້ນຢັນນຳ Sovannara ໄປເຖິງເສັ້ນໄຊແຫ່ງຄວາມຝັນທີ່ຕົນໄດ້ຄາດໄວ້ມາແຕ່ດົນນານ.  Sovannara ແບ່ງປັນວ່າ:

“ສິ່ງທີ່ຫຍຸ້ງຍາກທີ່ສຸດສຳລັບຂ້າພະເຈົ້າແມ່ນຕອນທຳອິດທີ່ມາ ຫວຽດນາມ, ຂ້າພະເຈົ້າຍັງບໍ່ທັນຮູ້ພາສາ ຫວຽດ, ເຂົາເວົ້າຫຍັງຂ້າພະເຈົ້າກໍບໍ່ເຂົ້າໃຈ. ເມື່ອເຂົ້າຮຽນວິຊາສະເພາະກໍຍິ່ງຍາກກວ່າ ເພາະວ່າມີຄຳສັບຂະແໜງການຫຼາຍ. ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນກໍຕາມ ແຕ່ຂ້າພະເຈົ້າພັດໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກຄູອາຈານ ແລະ ໝູ່ເພື່ອນຄົນ ຫວຽດ”.

ດ້ວຍຄວາມມານະພະຍາຍາມ, ຕັ້ງໜ້າເຂົ້າຮ່ວມກິດຈະກຳຕ່າງໆ ແລະ ບັນລຸໄດ້ຜົນງານດີເດັ່ນໃນການຮ່ຳຮຽນ, Sovannara ໄດ້ຮັບໃບຢັ້ງຢືນ “ນັກສຶກສາ ກຳປູເຈຍ ດີເດັ່ນ” ນັບແຕ່ປີ 2017 ຫາປີ 2020 ຈາກຄະນະບໍລິຫານງານສະມາຄົມນັກສຶກສານະຄອນ ໂຮ່ຈີມິນ. ປັດຈຸບັນ, ໃນຖານະເປັນຮອງຫົວໜ້າຄະນະບໍລິຫານງານສະມາຄົມນັກສຶກສາ ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ, Sovannara ໄດ້ ແລະ ກຳລັງສົ່ງແຫຼ່ງກຳລັງໃຈ ແລະ ແບ່ງປັນປະສົບການໃຫ້ແກ່ນັກສຶກສາລຸ້ນຫຼັງ. ເມື່ອເວົ້າກ່ຽວກັບແຜນການໃນອະນາຄົດຂອງຕົນ, Sovannara ໃຫ້ຮູ້ວ່າ:

“ຂ້າພະເຈົ້າປາດຖະໜາວ່າ ຫຼັງຈາກທີ່ຮຽນຈົບແລ້ວ ຈະນຳເອົາຄວາມຮູ້ອັນລ້ຳຄ່າທີ່ຕົນໄດ້ປະກອບມາໃນໄລຍະຮ່ຳຮຽນຢູ່ ຫວຽດນາມ ກັບມາຮັບໃຊ້ປະເທດຊາດໃຫ້ພັດທະນາກວ່າອີກ. ເງື່ອນໄຂຢູ່ພາຍໃນປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນ, ຂ້າພະເຈົ້າຍາມໃດກໍພະຍາຍາມ ແລະ ຍາດແຍ່ງທຸກໂອກາດເມື່ອໄດ້ຮ່ຳຮຽນຢູ່ ຫວຽດນາມ. ເພາະວ່າຄວາມຮູ້ແມ່ນບໍ່ມີວັນສິ້ນສຸດ ແລະ ສິ່ງທີ່ເຮົາຮູ້ມານັ້ນ ແມ່ນຍັງຈຳກັດຢູ່. ຂ້າພະເຈົ້າມີຄວາມໂຊກດີຫຼາຍເມື່ອໄດ້ຮັບຄວາມເປັນກຽດຫຼາຍຢ່າງຄືແນວນັ້ນ, ສະນັ້ນ, ຂ້າພະເຈົ້າຄິດວ່າຕົນເອງຕ້ອງມີຄວາມຮັບຜິດຊອບຕໍ່ຄວາມເຊື່ອໝັ້ນ, ຄວາມຮັກແພງຂອງປະເທດຊາດ ແລະ ການສິດສອນຂອງຄູອາຈານ”.

ຫວຽດ​ນາມ - ແຫ່ງຫຼໍ່​ລ້ຽງ​ຄວາມ​ຝັນ​ໄປ​ຮຽນ​ຕ່າງ​ປ​ະ​ເທດ - ảnh 2Kim Monysophea ກໍແມ່ນໜຶ່ງໃນບັນດານັກສຶກສາດີເດັ່ນທີ່ໄດ້ຮັບທຶນສຶກສາຢູ່ ຫວຽດນາມ

ກໍຄືກັນກັບ Sovannara, Kim Monysophea ກໍແມ່ນໜຶ່ງໃນບັນດານັກສຶກສາດີເດັ່ນທີ່ໄດ້ຮັບທຶນສຶກສາຢູ່ ຫວຽດນາມ. ປັດຈຸບັນ, Kim Monysophea ແມ່ນນັກສຶກສາດີເດັ່ນຂອງ ມະຫາວິທະຍາໄລ ຫງວຽນເຕິດແທັ່ງ. ນາງສາວທີ່ມີຄີງບາງຮ່າງນ້ອຍຜູ້ນີ້ ມີຄວາມມານະອົດທົນ ແລະ ຄວາມໄຝ່ຝັນຢ່າງໃຫຍ່ຫຼວງເພື່ອຊ່ວຍເຫຼືອຄອບຄົວ ແລະ ປະເທດຊາດ.  Kim Monysophea ໄດ້ຮັບການຮັບຮອງຈາກຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ວ່າ ເປັນນັກສຶກສາ ກຳປູເຈຍ ດີເດັ່ນປີ 2017, 2018, 2020 ຍ້ອນມີຜົນງານທີ່ດີໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມກິດຈະກຳຕ່າງໆຂອງໂຮງຮຽນ ແລະ ສັງຄົມ. ນອກຈາກຊົ່ວໂມງຮຽນແລ້ວ, Kim Monysophea ຍັງໄປເຮັດວຽກເສີມຢູ່ຮ້ານຂາຍຢາ ເພື່ອຫາເງິນໃຊ້ຈ່າຍ ແລະ ມີຄວາມຮູ້ເພີ່ມເຕີມເພື່ອເຮັດໃຫ້ຄວາມຝັນຂອງຕົນປະກົດຜົນເປັນຈິງ, Monysophea ແບ່ງປັນວ່າ:

“ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຮູ້ທີ່ໄດ້ຮຽນຢູ່ ຫວຽດນາມ ມານັ້ນ ຈະນຳມາເຊິ່ງຜົນປະໂຫຍດຢ່າງຫຼວງຫຼາຍແກ່ພໍ່ແມ່ປະຊາຊົນ ກຳປູເຈຍ. ໂດຍສະເພາະແມ່ນໃນໄລຍະໂລກລະບາດໂຄວິດ - 19 ພວມຖືກຄຸກຄາມປາບປາມ, ບັນດາປະສົບການຕົວຈິງທີ່ຂ້າພະເຈົ້າໄດ້ຮຽນມາຢູ່ທີ່ນີ້ຍິ່ງລ້ຳຄ່າກວ່າເວລາໃດໝົດ. ຂ້າພະເຈົ້າຮູ້ບຸນຄຸນປະເທດຂອງຕົນ ແລະ ປະເທດ ຫວຽດນາມ ທີ່ສຸດ. ຂ້າພະເຈົ້າກໍມີຄວາມປາດຖະໜາວ່າ ໃນອະນາຄົດ ກໍຈະມີໂອກາດໄດ້ມາຝຶກອົບຮົມວິຊາສະເພາະຢູ່ ຫວຽດນາມ ຕື່ມອີກ ແລະ ພ້ອມກັບຄົນລຸ້ນໜຸ່ມສ້າງຂົວຕໍ່ໄມຕີຈິດມິດຕະພາບລະຫວ່າງສອງປະເທດ”.

ເຖິງວ່າຕ່າງຄົນຕ່າງຄວາມຝັນແຕ່ Kruy Sovannara  ແລະ Kim Monysophea ກໍຄືນັກສຶກສາຕ່າງປະເທດຄົນອື່ນໆ ລ້ວນແຕ່ມີເປົ້າໝາຍອັນດຽວກັນ ນັ້ນແມ່ນ ຮ່ຳຮຽນເພື່ອສ້າງອະນາຄົດທີ່ສວຍງາມກວ່າໃຫ້ແກ່ຕົນເອງ ແລະ ປະເທດຊາດ. ດ້ວຍກຳລັງແຮງໜຸ່ມ, ນັກສຶກສາຕ່າງປະເທດເວົ້າລວມ ແລະ ນັກສຶກສາ ກຳປູເຈຍ ເວົ້າສະເພາະ ພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສະສົມຄວາມຮູ້ ແລະ ປະສົບການ ເພື່ອເຮັດໃຫ້ຄວາມຝັນຂອງຕົນປະກົດຜົນເປັນຈິງໃນໄວໆນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ