ຫວຽດນາມກະກຽມໃຫ້ແກ່ກອງປະຊຸມ“ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລາວ”

ຫວຽດນາມກະກຽມໃຫ້ແກ່ກອງປະຊຸມ“ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລາວ” - ảnh 1
ທ່ານນາງຕ່ອງທິຟອງຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານນາງປານີຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ
ພາບປະກອບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ກັບ​ຜູ້ຕາງຫນ້າ​ບັນດາ​ອົງການ, ຄະນະ, ຂະ​ແຫນງ​ການ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ“ການ​ພົວພັນ​ຮ່ວມ​ມື​ລະຫວ່າ​ງສະພາ​ແຫ່ງ​ຊາດຫວຽດນາມ ​ແລະ​ລາວ, ຄວາມ​ສາມັກຄີ​ມິດ​ຕະພາບ” ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ ​ເຊີນ​ລາ​ໃນ​ທ້າຍ​ເດືອນ 4 ຈະ​ມາ​ເຖິງ. ທີ່​ວາລະ​ປະຊຸມ, ຜູ້ຕາງຫນ້າ​ບັນດາ​ອົງການ, ຄະນະ, ຂະ​ແຫນງ​ການ​ໄດ້​ລາຍ​ງານ​ກ່ຽວ​ກັບ​ຄວາມ​ຄືບ​ຫນ້າ​ຂອງ​ວຽກ​ງານ​ກະກຽມ​ດ້ານ​ພະລາທິການ, ພິທີການ​ຕ້ອນຮັບ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ໂຄສະນາ​ໃຫ້​ແກ່​ກອງ​ປະຊຸມ. ບັນດາ​ອົງການ​ສື່​ມວນ​ຊົນ​ໄດ້ ​ແລະ ພວມ​ໂຄສະນາ, ກະກຽມ​ຂ່າວ, ບົດ​ສາລະ​ຄະດີ, ບົດ​ຂຽນຕ່າງໆ​ ​ແລະ ວາງສະ​ແດງ​ຮູບ​ພາບ​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ,​ ຊາວ​ຫວຽດນາມ, ຜົນງານ​ໃນ​ການ​ພົວພັນ​ການ​ຕ່າງປະ​ເທດ, ການ​ຮ່ວມມື ​ແລະ ພັດທະນາ​ຫວຽດນາມ - ລາວ. ຕາມ​ທ່ານ​ເຈີ​ນວັນ​ຮັ່ງ, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​, ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ແລ້ວ, ​ເລື່ອງ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ແມ່ນ​ເຫດການ​ພົ້ນ​ເດັ່ນ​ໃນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ ລາວ 2012.

ກອງ​ປະຊຸມ ​ໄດ້​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ, ​ເພີ່ມ​ທະວີ​ການ​ພົບປະ​ແລກປ່ຽນ​ລະຫວ່າງບັນດາ​ທ້ອງ​ຖິ່ນ​ທີ່​ມີ​​ຊາຍ​ແດນ​ຮ່ວມ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ປຶກສາ​ຫາລືກ່ຽວ​ກັບ​ການ​ປະຕິບັດ​ສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ ຈະ​ດຳ​ເນີນ​ງານ​ລາຕີ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ດ້ວຍ​ຫົວ​ເລື່ອງ “ມູ່ງ​ໄປ​ສູ່​ຄວາມ​ສາມັກຄີ​​ແບບ​ພິ​ເສດ​ຫວຽດນາມ ລາວ” ​ແລະ ພິທີ​ວາງ​ສີ​ລາ​ລືກ​ເຂດ​ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ ຫວຽດນາມ ລາວ ຢູ່ ບ້ານ​ ລາວ​ໂຄ ​ແຂວງ ​ເຊີນ​ລາ.

 

ຕອບກັບ

ຂ່າວ/ບົດ​ອື່ນ