ຫວຽດນາມ-ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບບັນດາບໍລິສັດຂາຍຍ່ອຍຊັ້ນນຳຂອງໄທ


(vovworld)- ສູນ​ການ​ຄ້າ Robins ມີ​ເນື້ອ​ທີ່​ກວ່າ 10.000 ​ຕາລາງ​ແມັດ ຫາ​ກໍ​ເປີດ​ສະຫລອງ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ 4/2014 ຢູ່ Vincom Royal City  ຮ່າ​ໂນ້ຍ- ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເຂດ​ປະສົມ​ໃຫຍ່​ສຸດ​ຢູ່​ຫວຽດນາມ. ການ​ປະກົດ​ອອກຂອງ Robins Department Store Public Company ຂຶ້ນ​ກັບ​ບໍລິສັດ​ລູກ​ຂອງ​ກຸ່ມ​ບໍລິສັດ Central Group ຂອງ​ໄທ ຢູ່ ຫວຽດນາມ ​ໃນ​ຈຸດ​ເວລາ​ນີ້ ​ໄດ້​ຮັບ​ຖື​ວ່າ: ​ແມ່ນ​ການ​ກະຕຸກ​ຊຸກຍູ້​ສຳຄັນ​ໃຫ້​ແກ່​ຂະ​ແຫນງ​ຂາຍ​ຍ່ອຍ​ຢູ່​ຫວຽດນາມ.

ຫວຽດນາມ-ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບບັນດາບໍລິສັດຂາຍຍ່ອຍຊັ້ນນຳຂອງໄທ - ảnh 1
Vincom Royal City  ຮ່າ​ໂນ້ຍ

        ​ເຖິງ​ວ່າ ພື້ນຖານ​ເສດຖະກິດ​ຫວຽດນາມ ຍັງ​ຖືກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ​ກໍ​ຕາມ ​ແຕ່​ກຸ່ມ​ບໍລິສັດ Central Group ຊື່​ງ​ແມ່ນ​ບໍລິສັດ​ຂາຍ​ຍ່ອຍ​ຊັ້ນ​ນຳ​ຂອງ​ໄທ ​​ໄດ້ຕັດສິນ​ໃຈ​ເລືອກ​ເຟັ້ນ ຫວຽດນາມ ​​ເປັນ​ແຫ່ງເປີດ​ສູນ​ການ​ຄ້າ Robins ​ແຫ່ງ​ທຳ​ອີດ​ຢູ່​ຕ່າງປະ​ເທດ. ຕາມ​ທ່ານ ​ໂທ​ຈີ​ຣະທິວັດ, ປະທານ​ສະພາ​ບໍລິຫານ ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່ Central Group ​ແລ້ວ, ກ່ອນ​ທີ່​ເປີດ​ສູນ Robins ຢູ່ ຫວຽດນາມ, Central ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ເປີດ​ບັນດາ​ຮ້ານ​ຄ້າ​ທີ່ມີ​ເຄື່ອງໝາຍ Super Sports, Crocs ​ແລະ New Balance ຜ່ານ​ລະບົບ​ຈຳ​ຫນ່າຍສິນຄ້າຂອງ​ບັນດາ​ບໍລິສັດ​ລູກ ຂຶ້ນ​ກັບ Central Group ​ແລະ ມອດ​ສິດ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຢູ່​ຫວຽດນາມ. ຫວຽດນາມ ​ໄດ້ ​ແລະ ພວມ​ກາຍ​ເປັນ​ຕະຫລາດທີ່​ມີ​ຄວາມ​ສາມາດບົ່ມ​ຊ້ອນ​ສຳລັບ​ບັນດາ​ນັກ​ລົງທຶນ​ໃນ​ຂົງ​ເຂດ​ຂາຍຍ່ອຍ. ພິ​ເສດ​ແມ່ນ​ ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ. ຄຽງ​ຄູ່​ກັນ​ນັ້ນ, ກະ​ແສ​ເງິນ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ກໍ່ນັບ​ມື້​ນັບ​​ເພີ່ມ​ຂຶ້ນ ​ໃນ​ຄວາມ​ມານະ​ພະຍາຍາມ​ເປີດ​ກວ້າງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຫວຽດນາມ-ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບບັນດາບໍລິສັດຂາຍຍ່ອຍຊັ້ນນຳຂອງໄທ - ảnh 2
photo:internet

ຍ້ອນ​ກຳ​ໄດ້​ຕະຫລາດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຫວຽດນາມ ສະ​ນັ້ນ Central Group ​ໄດ້​ລົງທຶນ​ຫຼາຍ​ພໍ​ສົມຄວນ​ເຂົ້າ​ສູນ​ການ​ຄ້າ Robins. ທ່ານ Alan Thomson, ປະທານ Robinson Departmen Store Public Company, ​​ໃຫ້​ຮູ້​ວ່າ:

        “ລະດັບ​ເງິນ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ Central ​​ໃຫ້​ແກ່ Robins ​ແມ່ນ 6 ລ​​້ານ USD, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ກວ່າ 150 ຄົນ. ຄະນະ​ການ​ນຳ ປາດ​ຖະຫນາ​ຢາກ​ພັດທະນາ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫລາດ​ຫວຽດນາມ​​ໃນ​ໄລຍະ​ຍາວ​ກວ່າ​, ຖ່າຍ​ທອດ​ບັນດາ​ບົດຮຽນທີ່ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຄົນ​ງານ​ທ້ອງ​ຖິ່ນ ​ແລະ ປະກອບສ່ວນ​ສ້າງ​ມາດຖານ​​​ກ່ຽວ​ກັບ​ການຊື້​ເຄື່ອງ​ຂອງ​ໃນ​ຂົງ​ເຂດ​ຂາຍຍ່ອຍ​ໃຫ້​ແກ່​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ. ດ້ວຍ​ພື້ນຖານ​​ໂຄງ​ລ່າງ​ດຳ​ເນີນ​ທຸລະ​ກິດ​ທີ່ທັນ​ສະ​ໄຫມຄື​ດັ່ງກ່າວ, ຂ້າພະ​ເຈົ້າ​ຄິດ​ວ່າ ​ຈະ​ສ້າງ ​ແລະ ປັບປຸງ​ລະບົບ​ຈຳຫນ່າຍ​ບັນດາ​ຜະລິດ​ຕະພັນຕາ​ມທິດ​ໝັ້ນຄົງ, ທັນ​ສະ​ໄຫມ ​ແລະ ສີວິ​ໄລ​ໄດ້ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​​ ນັບ​ມື້​ນັບ​ສູງ​ຂອງ​ຕະຫຼາດ​ສິນຄ້າ​ໃຊ້​ສອຍຢູ່​ຫວຽດນາມ.”

ຫວຽດນາມ-ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບບັນດາບໍລິສັດຂາຍຍ່ອຍຊັ້ນນຳຂອງໄທ - ảnh 3
​ເຂດ​ຮ້ານ​ຄ້າ​ຂອງ Robins ຖື​ກແບ່ງ​ເປ​ັນ 9 ໝວດ

        ​ເຂດ​ຮ້ານ​ຄ້າ​ຂອງ Robins ຖື​ກແບ່ງ​ເປ​ັນ 9 ໝວດສິນຄ້າ​​ຕົ້ນຕໍ ຄື​​ແຟຊັ່ນສຳລັບເດັກ, ​​ແຟຊັ່ນສຳລັບ​ຜູ້​ຊາຍ, ຜູ້​ຍິງ, ​ໂສ້ງ​ເສື້ອ​ຊ້ອນ, ເຄື່ອງກິລາ, ເຄື່ອງສຳອາງ, ເກີບ, ກະເປົາ ແລະ ເຄື່ອງໃຊ້ໃນຄອບຄົວ. ຈຸດ​ພົ້ນ​ເດັ່ນ​ຂອງ​ສູນ​ການ​ຄ້າ Robins  ​ແມ່ນຮ້ານ​ແຟຊັ່ນດ້ວຍກວ່າ 100 ​ເຄື່ອງໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ​ຄື: Levis, F&F, Pacific Union, Aerosoft, Cool Metropolis, Emilio Valentino… ເຖິງວ່າ ກຳມະສິດຮ້ານຄ້າຫລາຍແຫ່ງພ້ອມດ້ວຍຜະລິດຕະພັນເປັນ ຫລາຍ​ຮູບ​ຫລາຍ​ແບບ ​ແຕ່​ບັນດາ​ເຂດ​ຂາຍ​ສິນຄ້າ​ຂອງ Robins  ລ້ວນ​ແຕ່​ຖືກ​ສັບ​ຊ້ອນ​ແຕກ​ຕ່າງ​ກັບ​​ເຂດ​ຂາຍ​ສິນຄ້າ​ອື່ນ. ບໍລິສັດ ອອກ​ແບບ Zebra Group ມາ​ຈາກ Dubai ​ໄດ້​ຈັດ​ວາງ ​ແລະ ປະດັບ​ປະ​ດາ​ເຂດ​ຂາຍ​ສິນຄ້າຂອງ​ຕົນດ້ວຍ​ສີ​​ສົດ​ໄສ​ໃກ້ຊິດກັບ​ທຳ​ມະ​ຊາດຄື​ສີຂຽວ, ສີສົ້ມ, ສີ​ບົວ​ອ່ອນ ​ໃຫ້​ໂປ່​ງ​ໃສ, ກວ້າງຂວາງ ​ແລະ ງາມ​ຕາ. ນອກ​ນັ້ນ, Robins ຖືກ​ຕັ້ງ​ໃນ​ເຂດການ​ຄ້າ​ທີ່​ລື​ຊື່​ຢູ່​ນະຄອນຫລວງ ຮ່າ​​ໂນ້ຍ  ​ແລະ ຊາວ​ຫວຽດນາມ ນັບ​ມື້​ນັບ​ນິຍົມ​ບັນດາ​ຜະລິດ​ຕະພັນຂອງ​ໄທ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ລາຄາ​ແກ້ງ​ແຍ້​ງກວ່າ. ຈາກບັນດາ​ເງື່ອນ​ໄຂ​ສະດວກ​ດັ່ງກ່າວ ທ່ານ Alan Thomson ມີຄວາມ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ ການ​ດຳ​ເນີນ​ທຸລະ​ກິດ​ຂອງ Robins ຢູ່​ຫວຽດນາມ ຈະ​ປະສົບ​ຜົນສຳ​ເລັດ ​ແລະ Robins ຈະ​ເປີດ​ກວ້າງ​ຕະຫລາດ​ຢູ່​ຫວຽດນາມ​ຕື່ມອີກ.

        “ຈຸດ​ໝາຍ​ຂອງພວກ​ຂ້າພະ​ເຈົ້າ​ໃນ​ຊຸມ​ປີ​ຕໍ່​ໄປ ​ແມ່ນຈະ​ລົງທຶນ​ເຂົ້າ​ສູນ​ການ​ຄ້າ​ແຫ່ງ​ທີ 2 ຢູ່ ນະຄອນ ​ໂຮ່ຈິ​ມີນ ​ແລະ ລົງທຶນ​ເຂົ້າ​ບັນດາ​ຮ້ານ​ຂາຍ​ເຄື່ອງ​ກິລາ, ​​ ​ແຟຊັ່ນ​ໄປ​ການ. ນັບ​ແຕ່​ນີ້​ຮອດ​ທ້າຍປີ 2014, Robins ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານຕື່ມ​ອີກ 1000 ຄົນ.”

         ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ແລ້ວ, ປະຈຸ​ບັນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ໄທ ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 9 ຂອງ​ໄທ​ໃນ​ໂລກ. ​ເລື່ອງ​ກຸ່ມ​ບໍລິສັດ Central Group ​ແຊກ​ຊຶມ​ເຂົ້າ​ຕະຫລາດ​ຫວຽດນາມ, ​ເປີດ​ສູນ​ການ​ຄ້າທີ່​ທັນ​ສະ​ໄຫມ ດ້ວຍ​ຈຳນວນ​ເງິນ​ລົງທຶນຫຼາຍ​ພໍ​ສົມຄວນ​ນັ້ນ ​ເປັນ​ການ​ພິສູດ​ໃຫ້​ເຫັນ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ