ຫວຽດນາມປະກອບສ່ວນສ້າງປະຊາຄົມວັດທະນະທຳສັງຄົມອາຊຽນ



(vovworld)- ວັນ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ໃກ້​ຈະ​ມາຮອດ​ແລ້ວ. ໃນ​ນັ້ນ ເສົາ​ຄ້ຳ​ວັດ​ທະ​ນະ​ທຳ​ສັງ​ຄົມ ອາ​ຊຽນ ດ້ວຍ​ຈຸດ​ໝາຍ​ສ້າງ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊຽນ ​ໃຫ້​ມີ​ຄວາມກົມ​ກຽວ, ສາ​ມັກ​ຄີ ແລະ ສ້າງ​​ເປັນສີ​ສັນ​ລວມ​ຂອງ​ພາກ​ພື້ນ ມາ​ຮອດປະ​ຈຸ​ບັນວິ​ວັດ​ການດັ່ງກ່າວ​ໄດ້​ສ້າງ​ສຳ​ເລັດ​ແລ້ວກວ່າ 90%. ດ້ວຍ​ພື້ນ​ຖານ​ການ​ພົວ​ພັນ​ສອງ​ຝ່າຍ​ແບບ​ຍື​ນ​ຍົງ ​ຊື່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ພາຍ​ຫລັງ 20 ປີ​ແຫ່ງ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ.ຫວຽດ​ນາມ​ຢືນ​ຢັນ​​ໄດ້ທີ່​ຕັ້ງ ແລະ ບົດ​ບາດ​ຂອງ​ຕົນ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ຊຸກ​ຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ​ກັນ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ.

        ​ງານ​ລາ​ຕີ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ລະ​ຫວ່າງ ມະ​ຫາ​ວິ​ທະ​ຍາ​ໄລ Tadulako ເຂດ Sulawesi ປະ​ເທດ ອິນ​ໂດ​ເນ​ເຊຍ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ຟ້ອນ ຫວຽດ​ນາມ ຊື່ງ​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 11/6 ຜ່ານ​ມາ. ຄວາ​ມ​ຈິງ​ແລ້ວ ເພື່ອ​ສ້າງ​ພາບ​ພົດ​ປະ​ຊາ​ຄົມ​ອາ​ຊຽນ​ ທີ່​ສະ​ຫນິດ​ຕິດ​ພັນ ແລະ ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ນັ້ນ​ກໍ​ແມ່ນ​ຄວາມ​ຮູ້​ສຶກ​ຂອງ​ນາງ Magdalena Pebriani Simatupang, ນັກ​ສິ​ລະ​ປິນ​ມາ​ຈາກ ອິນ​ໂດ​ເນ​ເຊຍ ໃນ​ງານ​ລາ​ຕີ​ພົວ​ພັນ​ແລ​ກ​ປ່ຽນ​ດັ່ງ​ກ່າວ. ນາງ Magdalena Pebriani Simatupang ເວົ້າ​ວ່າ:

ຫວຽດນາມປະກອບສ່ວນສ້າງປະຊາຄົມວັດທະນະທຳສັງຄົມອາຊຽນ - ảnh 1
ພິ​ທີ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ​ເຫ້ວ​ກັບ ອາ​ຊຽນ
ໃນ​ໂອ​ກາດ​ນະ​ຄອນ​ເຫ້ວ​ໄດ້​ຮັບ​ນາ​ມ​ມະ​ຍົດ​ນະ​ຄອນ​ວັດ​ທະ​ນະ​ທຳ ອາ​ຊຽນ
ພາບ:internet

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ຂ້າ​ພະ​ເຈົ້າ​ມ​າ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ພົບ​ປະ​ກັບ​ບັນ​ດາ​ນັກ​ສິ​ລະ​ປິນ​ຟ້ອນ​ຂອງ​ຫວຽດ​ນາມ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ງານ​ພ​ົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ອິນ​ໂດ​ເນ​ເຊຍ - ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຮັດ​ແຫນ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ.”

         ນີ້​ພຽງ​ແຕ່​ແມ່ນ​ຫນຶ່ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລ​ກ​ປ່ຽນ ລະ​ຫວ່າງ​ຫວຽດ​ນາມ ກັບ​ອິນ​ໂດ​ເນ​ເຊຍ ເວົ້າ​ສະ​ເພາະ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເວົ້າ​ລວມ​ຊື່ງ​ດຳ​ເນີນ​ໄປ​ໃນ​ຕະ​ຫລອດ​ໄລ​ຍະ​ຜ່ານ​ມາ​ເທ​ົ່ານັ້ນ. ໃນ​ນັ້ນ ມີ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ ດ້ວຍ​ຫົວ​ຂໍ້ “        ຮ່າ​ໂນ້ຍ-ວຽງ​ຈັນ ໄມ​ຕິ​ຈິດ​ມິດ​ຕະ​ພາບ” ຊື່ງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 12/4/2015 ຢູ່ ຮ່າ​ໂນ້ຍ ຫລ​ື ລາຍ​ການ “ພົບ​ປະ​ແລກ​ປ່ຽນ ຊາວ​ຫນຸ່ມ ຫວຽດ​ນາມ -ໄທ” ຄັ້ງ​ທີ 6 ຊື່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 18-27/8/2014 ຢູ່ ຮ່າ​ໂນ້ຍ. ບັນ​ດາ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ຄວາມ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊຽນ.

        ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​​ພົ້ນ​ເດັ່ນ​ທີ່ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ໄລ​ຍະ​ຜ່ານ​ມາ ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ນັ້ນແມ່ນ​ຂົງ​ເຂດ​ການ​ສຶກ​ສາ​ບຳ​ລຸງ​ສ້າງ. ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ ອາ​ຊຽນ​ໃນ​ທ້າຍ​ປີນີ້ ແລະ ດ້ວຍ​ວິ​ໄສ​ທັດ 2020, ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ຈະ​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ ເພື່ອ​ໃຫ້​ບັນ​ດາ​ເພື່ອນ​ຫນຸ່ມ, ບັນ​ດາ​ພົນ​ລະ​ເມືອງ ອາ​ຊຽນ ໃນ​ອະ​ນາ​ຄົດ, ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ​ໃນປະ​ຊາ​ຄົມ​ອາ​ຊຽນ. ແລະ​ກໍ​ໃນ​ລາຍ​ການ​ສິ​ລະ​ປະ​​ເມື່ອ​ຕອນ​ຄ່ຳ​ວັນ​ທີ 11/6, ທ່ານ Sadikin, ອັກ​ຄະ​ລັດ​ຖະ​ທູ​ດ​ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມືນີ້, ໃນ​ໄລ​ຍະ​ຜ່ານ​ມາ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ເພື່ອ​ໃຫ້​ຊາວ​ຫນຸ່ມ​ສອງ​ປະ​ເທດ​ຫຍັບ​ເຂົ້າ​ໃກ້​ກັນ​ກວ່າ. ​​ສິ່ງ​ດັ່ງ​ກ່າວໄດ້ຮັບການພິ​ສູດໃຫ້ເຫັນຜ່ານ​​ບັນ​ດ​າ​ສັນ​ຍາ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ ບຳ​ລຸງ​ສ້າງ​ຫລາຍ​ສະ​ບັບ​ທີ່ໄດ້​ຮັບ​ການ​ລົງ​ນາມ​ໃນ​ມື້​ດຽວ​ກັນ. ທ່ານ Sadikin ໃຫ້​ຮູ້​ວ່າ:

        “ມື້ນີ້ ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​​ໃນຂໍ້​ຕົກ​ລົງ​ຮ່ວມ​ມື 3 ສະ​ບັບ, ໃນ​ນັ້ນ ມີ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ Mayerfar ກັບ ອ​ະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄ້​ວາ ອິນ​ໂດ​ເນ​ເຊຍ ​ຢູ່ ຮ່າ​ໂນ້ຍ. ນອກນັ້ນ ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ Tadulako ແລະ ອະ​ທິ​ການ​ບໍ​ດີ ມ​ະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ກໍ​ໄດ້​ລົງ​ນາ​ມ​ໃນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ສ້າງ​ຫລັກ​ສູດ ພາ​ສາ ອິນ​ໂດ​ເນ​ເຊຍ ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ແລະ ສຸດ​ທ້າຍ​ແມ່ນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ ສະ​ຖານ​ທູດ ອິນ​ໂດ​ເນ​ເຊຍ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ຟ້ອນ ຫວຽດ​ນາມ​ ໃນ​ການ​ສິດ​ສອນ​ບັນ​ດາ​ວາດ​ຟ້ອນຂອງ​ອິນ​ໂດ​ເນ​ເຊຍ.”

        ບໍ່​ພຽງ​ແຕ່ຮ່ວມ​ມື​ກັບ ອິນ​ໂດ​ເນ​ເຊຍ​ເທົ່າ​ນັ້ນ, ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ສົ່ງ​ເສີມ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ສຶກ​ສາ​ບຳ​ລຸງ​ສ້າງ​ກັບ​ຫລາຍ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ​ຄື: ໄທ, ລາວ, ມາ​ເລ​ເຊຍ. ນອກນັ້ນ ຫວຽດ​ນາມ ຍັງ​ສ້າງ​ເງື່ອນ​ໄຂ ແລະ ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ດ້ານ​ພູມ​ປັນ​ຍາ, ​ເຮັດ​ໃຫ້​ປະ​ຊາ​ຄົມ ອາ​ຊຽນ ມີ​ລະ​ດັບ​ຄວາມ​ຮູ້​ເທົ່າທຽບກັນ​. Im Sethy, ອະ​ດີດ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ, ຊາວ​ຫນຸ່ມ ແລະ ກິ​ລາ ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ: ແຕ່​ລະ​ປີ ຫວຽດ​ນາມ ລ້ວນ​ແຕ່​ສະ​ຫນອງ​ທຶນ​ສຶກ​ສາ​ໃຫ້​ນັກ​ຮຽນ, ນັກ​ສຶກ​ສາ​ກຳ​ປູ​ເຈຍ ​ມາ​ຮ່ຳ​ຮຽນ ແລະ ຄົ້ນ​ຄ້​ວາ​ຢູ່​ຫວຽດ​ນາມ. ສິ່ງ​ດັ່ງ​ກ່າວ​ຊ່ວຍ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ​​ໃຫ້ນັບ​ມື້​ນັບ​ສ​ະ​ຫນິດ​ຕິດ​ພັນ​ກວ່າ.   

        “ການ​ພ​ົວ​ພັນ​ແບ​ບ​ພິ​ເສດ​ລະ​ຫວ່າງ​ສອງ​ກະ​ຊວງ​ສຶກ​ສາ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ມີ​ມາ​ແຕ່​ດົນ​ນານ ແລະ ນັບ​ມື້​ນັບ​ພັດ​ທະ​ນາ. ພວກ​ຂ້າ​ພະ​ເຈົ້າ​ຍາ​ມ​ໃດ​ກໍ​ຈົດ​ຈ່ຳການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ​ຂອງ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ, ນັບ​ແຕ່​ເມື່ອ​ ກຳ​ປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກ​ໄພ​ດັບ​ສູນເຊື້ອ​ຊາດ Ponpot ໃນ​ວັນ​ທີ 7/1/1979 ມ​າ​ຮອດ​ປະ​ຈຸ​ບັນ, ພິ​ເສດ​ໃນ​ຂົງ​ເຂດ​ສຶກ​ສາ​ຊັ້ນ​ມັດ​ທະ​ຍົມ, ມະ​ຫາ​ວິ​ທະ​ຍາ​ໄລ ແລະ ປະ​ລິ​ຍາ​ໂທ, ປະ​ລິ​ຍາ​ເອກ.”

        ຄຽງ​ຄູ່​ກັບ​ການ​ສຶກ​ສາ, ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສ​ຸມ​ຂອງ ອາ​ຊຽນ ໃນ​ໄລ​ຍະ​ຜ່ານ​ມາ ກໍ​ມຸ​່ງ​ໄປ​ເຖິງ​ຈຸດ​ໝາຍ​ເພີ່ມ​ທະ​ວີ​ຄວາມ​ຄືບ​ຫນ້າ ແລະ ບຸ​ລິ​ມະ​ສິດ​ບັນ​ດາ​ຂົງ​ເຂດ​ຄື: ລົງ​ທຶນ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຊຸກ​ຍູ້​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ ເພື່ອ​ເພີ່ມ​ທະ​ວີ​ທັກ​ສະ​ໃຫ້​ຄົນ​ງານ. ຈຸດ​ເດັ່ນ​ຂອງ​ການ​ເຄື່ອນ​ໄຫວນີ້ ແມ່ນ​ງານ​ແຂ່ງ​ຂັນສີ​ມື​ແຮງ​ງານ ອາ​ຊຽນ ຊື່ງ​ດຳ​ເນີນ​ໄປ​ເມື່ອ​ວັນ​ທີ 19-29/10/2014 ຢູ່ ຮ່າ​ໂນ້ຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄົນ​ງານ 300 ຄົນ​ທີ່​ມາ​ຈາກ 10 ປະ​ເທດ ອາ​ຊຽນ. ທ່ານ​ນາງ ຫງວຽນ​ທິ​ຫາຍ​ຈ່​ວຽນ ໃຫ້​ຮູ້​ວ່າ:       ງານ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ ອາ​ຊຽນ ເພື່ອ​ຊ່ວຍ​ໃຫ້​ພົນ​ລະ​ເມືອງບັນ​ດາ​ປະ​ເທດ ອາ​ຊຽນ ເຂົ້າ​ໃຈ​ກ່ຽວ​ກັ​ບ​ລະ​ດັບ​ຄວາມ​ຮູ້, ທັກ​ສະ​ຂອງ​ກັນ ພ້ອມ​ທັງ​ຊ່ວຍ​ບັນ​ດາ​ຄົນ​ງານ​ໃນ​ພາກ​ພື້ນ​ເປັນ​ເຈົ້າ​ການ​ໃນ​ວິ​ຊາ​ສະ​ເພາະ ແລະ ກຽມ​ພ້ອມ​ໃຫ້​ການ​ເຊື່ອມ​ໂຍງ​ຂອງພາກ​ພື້ນໃນ​ທ້າຍ​ປີນີ້.

        “ຕະ​ຫລາດ ອາ​ຊຽນ ເປີດກວ້າງ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ກະ​ກຽມ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເພື່ອ​ເຊື່ອມ​ໂຍງ. ສະ​ນັ້ນ  ຫວຽດ​ນາມ ​ພວມ​ມາ​ນະ​ພ​ະ​ຍາ​ຍາມ​ກະ​ກຽມ​ຖັນ​ແຖວ​ຄົນ​ງານ​ຫນຸ່ມ​ທີ່ມີ​ຄວາມ​ຊຳນານ​ງານເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ຊາ​ຄົມ​ອາ​ຊຽນ, ໃນ​ນັ້ນ ມີວຽກ​ງານ​ແນະ​ນຳ​ອາ​ຊີບ, ​ສອນ​ວິ​ຊາ​ຊີບ, ສຳ​ພັດ​ກັບຕະ​ຫລາດ​ແຮງ​ງານ ເພື່ອ​ສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ບັນ​ດາ​ຄົນ​ງານ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ.”

        ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງ​ຈາກ​ຝ່າຍ​ຫວຽດ​ນາມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ ອາ​ຊຽນ. ຫວຽດ​ນາມ ຢືນ​ຢັນ ຄວາມ​ຕັດ​ສິນ​ໃຈ​ສືບ​ຕໍ່​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​​ເພື່ອ​ປະຕິບັດ​ຄາດ​ໝາຍ​ສ້າງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ ສັງ​ຄົມ ອາ​ຊຽນ ​ໃຫ້​ສຳ​ເລັດໃນ​ທ້າຍ​ປີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ