ຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດຫນຶ່ງດຽວຂອງ ອິນໂດເນເຊຍ ໃນພາກພື້ນ

(vovworld)- ພາຍຫລັງ 1 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ຝ່າຍ ຫວຽດນາມ - ອິນ​ໂດ​ເນ​ເຊຍ (28/6/2013), ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຢູ່​ທຸກ​ຂັ້ນ ນັບ​ມື້​ນັບ​ໄດ້ຮັບ​ການ​ຍູ້​ແຮງ ​ແລະ ​ຫັນບັນດາ​ຂົງ​ເຂດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 69 ປີ ​ແຫ່ງ​ວັນຊາດ ອິນ​ໂດ​ເນ​ເຊຍ (17/8) ​ໂດຍ​ສະຖານທູດ ອິນ​ໂດ​ເນ​ເຊຍ ປະຈຳ​ຮ່າ​ໂນ້ຍ ​ຈັດ​ຕັ້ງຂຶ້ນ​, ນັກ​ຂ່າວ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ພ້ອມ​ກັບ​ທ່ານ Mayerfas, ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ຫວນ​ຄືນການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ.

ຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດຫນຶ່ງດຽວຂອງ ອິນໂດເນເຊຍ ໃນພາກພື້ນ - ảnh 1
ທ່ານ Mayerfas, ​ເອກ​ອັກຄະ​ລັດຖະທູດ​ ອິນ​ໂດ​ເນ​ເຊຍ ປະຈຳ​ຫວຽດນາມ

   ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ແມ່ນ​ສອງ​ປະ​ເທດ​ ມີ​ສາຍ​ພົວພັນ​ມາ​ແຕ່​ດົນ​ນານ ​ແລະ ໝັ້ນຄົງ, ​ໂດຍ​ທ່ານ​ອະ​ດີດ​ປະທານາທິບໍດີ ອິນ​ໂດ​ເນ​ເຊ​ຍ Sukarno ​ແລະ ປະທານ ​ໂຮ່ຈິ​ມີນ ກໍ່​ຕັ້ງ ​ເມື່ອ​ປີ 1954. ​ໃນ 60 ປີຜ່ານມາ, ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ນັ້ນ ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ​ ​ແລະ ຊຸກຍູ້​ໃນ​ທຸກ​ຂົງ​ເຂດຈາກການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ສອງ​ປະ​ເທດ​ມີ​ປະຫວັດສາດ​ຄ້າຍຄື​ກັນ, ຍາມ​​ໃດ​ກໍ​ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ​ໃນ​ການຕໍ່ຕ້ານ​ຍາດ​ເອົາ​ເອກະລາດ.

  ວັນ​ທີ 28/6/2013, ​ເປັນ​ຂີດ​ໝາຍ​​ແຫ່ງບາດ​ລ້ຽວປະຫວັດສາດ​ໃນ​ການ​ພົວພັນ​ສອງ​ຝ່າຍ ລະຫວ່າງ​ສອງ​ປະ​ເທດ ​ເມື່ອ​ການ​ນຳ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໄດ້​ເປັນ​ເອກ​ະພາບ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ຝ່າຍ, ນຳ​ການ​ພົວພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​​ໃຫມ່. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ ອິນ​ໂດ​ເນ​ເຊຍ, ຊື່​ງ​ແມ່ນ​ປະ​ເທດ​ໃຫຍ່​ກວ່າ​ໝູ່​​ທາງ​ທິດ​ໃຕ້​ຂອງ​ພາກ​ພື້ນ ​ແລະ ​ຫວຽດນາມ ​ ​ປະ​ເທດ ພວມ​​ພັດທະນາຢູ່​ທາງ​ທິດ​ເຫນືອ​ຂອງ​ພາກ​ພື້ນ. ສິ່ງ​ດັ່ງກ່າວ​ກໍ​ພິສູດ​ໃຫ້​ເຫັນ​ ນ້ຳ​ໃຈ​ມິດຕະພາບ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ຍາ​ມ​ໃດ​ກໍ​ແບ່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ. ທ່ານ Mayerfas, ​ເອກ​ອັກຄະ​ລັດຖະທູດ​ ອິນ​ໂດ​ເນ​ເຊຍ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ບໍ່​ແມ່ນ​ປະ​ເທດ​ໃດ ພວກ​ຂ້າພ​ະ​ເຈົ້າ​ກໍ​​ເຊັນ​ສັນຍາ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ ​ເພາະວ່າ ກ່ອນ​ທີ່​ບັນລຸ​ໄດ້​ສິ່ງ​ດັ່ງກ່າວ ​ແຕ່​ລະ​ສາຍ​ພົວພັນ​ສອງ​ຝ່າຍ ຕ້ອງ​ບັນລຸ​ມາດຖານແນ່ນອນ. ປະຈຸ​ບັນ ອິນ​ໂດ​ເນ​ເຊຍ ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 14 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ ຢູ່ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພຽງ​ແຕ່​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ອິນ​ໂດ​ເນ​ເຊຍ. ຂ້າພະ​ເຈົ້າ​ຄິດ​ວ່າ ນັ້ນ​ແມ່ນ​ໝາກຜົນ​ເປັນ​ຫນ້າ​ຊ່ືນ​ຊົມ.”

      ທ່ານ​ເອກ​ອັກຄະ​ລັດຖະທູດ Mayerfas ​ເນັ້ນ​ຫນັກ​ວ່າ: ສັນຍາ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ນີ້ ​ແມ່ນ​ພື້ນຖານ​ໃຫ້​ແກ່​ບັນດາ​ຂໍ້​ຕົກລົງ​ອື່ນ​ໃນ​ອະນາຄົດ, ປະກອບສ່ວນ​ປັບປຸງ ​ແລະ ຊຸກຍູ້​ນຳ້​ໃຈ​ມິ​ດຕະພາບ​ລະຫວ່າງ ສອງ​ຊາດ​ໃນ​ທຸກ​ຂົງ​ເຂດ:

    “ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນີ້ ​ແມ່ນ​ປະ​ຖົມ​ປັ​ດ​ໄຈ ​ແລະ ​ແມ່ນ​ເສັ້ນທາງ​ໃຫ້​ແກ່​ການ​ຮ່ວມ​ມື, ​​ໂດຍ​ສືບ​ຕໍ່​ຈາກ​ເລື່ອງ​ລົງ​ນາມ​​ໃນໂຄງການ​ດຳ​ເນີນ​ງານ​ຮ່ວມ. ສິ່ງ​ດັ່ງກ່າວ​ແມ່ນ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ​ໃນ​ນັ້ນ ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ທຸກ​ຂັ້ນ, ລະຫວ່າງ​ສະພາ​ແຫ່ງ​ຊາດ, ລັດຖະບານ​ສອງ​ປະ​ເທດ ຫລື ຢູ່​ຂັ້ນ​ວິ​ສາ​ຫະກິດ ກໍ​ຄື​ລະຫວ່າງ ປະຊາຊົນ​ສອງ​ປະ​ເທດ. ດ້ວຍ​ການ​ພົວພັນ​ນັ້ນ, ຄຽງ​ຄູ່​ກັບ​ຄວາມ​ມານະ​ພະຍາຍາມ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດລວມ, ພວກ​ເຮົາ​ສາມາດ​ເພີ່ມ​ເຕີມ​​ໃຫ້​ກັນ.”

   ອາດ​ຈະ​ເວົ້າ​ໄດ້​ວ່າ, ສັນຍາ​ນີ້ ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ການ​ນຳ​ສອງ​ປະ​ເທດ, ຊ່ວຍ​ໃຫ້ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ, ພ້ອມ​ກັນ​ແກ້​ໄຂ​ບັນຫາ​ສອງ​ຝ່າຍ. ສິ່ງ​ດັ່ງກ່າວ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ສັນຍາ​ອື່ນ​​ໄດ້​ຮັບ​ການ​ລົງ​ນາມຢ່າງ​ວ່ອງ​ໄວຄື: ສັນຍາ​ກ່ຽວ​ກັບ​ການ​ສົ່ງ​ອາດຊະຍາ​ກອນ ​ແລະ ສັນຍາ​ຫນູນ​ຊ່ວຍ​ຕຸລາການ​ສອງ​ຝ່າຍ(MLA). ສຳລັບ​ສັນຍາ​ນີ້, ລັດຖະບານ​ສອງ​ປະ​ເທດ ຈະ​ມີ​ກອບ​ກົດໝາຍ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຄວາ​ມສະຫງົບ​ປອດ​ໄພ​ຢູ່​ປະ​ເທດ​ເພື່ອນ​ມິດ. ນອກ​ນັ້ນ, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ພວມ​ຕັ້ງຫນ້າ​ປຶກສາ​ຫາລື ​ແລະ ມຸ່ງ​ໄປ​ເຖິງ​ຂໍ້​ຕົກລົງ​ຮ່ວມ​ມື​ອື່ນ​ຫລາຍ​ສະບັບ, ​ໃນ​ນັ້ນ ມີ​ຂໍ້​ຕົກລົງ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ນ່ານນຳ້ລະຫວ່າ​ງສອງ​ປະ​ເທດ.

  “ມີ​ສັນຍາ​ສະບັບ​ຫນຶ່ງ​ອີກ ຊື່​ງພວກ​ຂ້າພະ​ເຈົ້າ​ພວມ​ພະຍາຍາມ​ບັນລຸ​ໄດ້​ນັ້ນ​ແມ່ນ ສັນຍາ​ກ່ຽວ​ກັບ​ເຂດ​ເສດຖະກິດ​ຈຳ​ເພາະ, ​ເພາະວ່າ ປະຈຸ​ບັນ ຍັງ​ມີ​ບາງ​ບັນຫາ​ກ່ຽວ​ກັບດ້ານ​ເຕັກນິກຄວນ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ລະອຽດ​ກວ່າ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ທ້າຍ​ປີ​ນີ້ ຫລື ຕົ້ນ​ປີຫນ້າ ຂໍ້​ຕົກລົງ​ນີ້ຈະ​ໄດ້​ຮັບ​ການ​ລົງ​ນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ແມ່ນ​ຂໍ້​ຕົກລົງ​ກັບ​ຫວຽດນາມ ສະ​ນັ້ນ ຫລັກການ​ຂອງ​ພວກ​ຂ້າພະ​ເຈົ້າ ​ເວລາ​ໃດ​ຫວຽດນາມ ​ເຫັນ​ດີ ພວກ​ເຮົາ​ພ້ອມ​ແລ້ວ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ນີ້.”

    ກ່ຽວ​ກັບ​ການ​ພົວພັນ​ຫລາຍ​ຝ່າຍ, ຍາມ​ໃດ​ສອງ​ປະ​ເທດ ກໍ​ສົມທົບ, ຮ່ວມ​ມື​ນຳ​ກັນ​​ໃນ​ທຸກ​​ເວ​ທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນເປັນ​ຢ່າງດີ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນການ​ສະຫນັບສະຫນູນ​ຂອງ ອິນ​ໂດ​ເນ​ເຊຍ ດ​້ວຍບັນດາ​ຖະ​ແຫລ​ງການ, ຂໍ້ສະ​ເຫ​ນີຂອງ​ຫວຽດນາມ ​ແລະ ກົງກັນຂ້າມ. ທ່ານ​ເອກ​ອັກຄະ​ລັດຖະທູດ Mayerfas ​ເນັ້ນ​ຫນັກ​ວ່າ: ການ​ສະຫນັບສະຫນູນ​ຮອບດ້ານ​ນີ້ ​ແມ່ນ​ອີງ​ໃສ່​ພື້ນຖານ​ຂອງ​ການ​ພົວພັນ​ອັນ​ຍາວ​ນານ ​ແລະ ໝັ້ນຄົງ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ເພາະວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫນຶ່ງ​ດຽວ​ຂອງ ອິນ​ໂດ​ເນ​ເຊຍ ຢູ່ ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ