ຫວຽດນາມ-ໄທ: ຄູ່ຮ່ວມມືຍຸດທະສາດພ້ອມກັນມຸ່ງໄປສູ່ປະຊາຄົມອາຊຽນ


(vovworld)- ປີ​ໃໝ່ 2015​ໄດ້​ວຽງນມາ, ນີ້​ແມ່ນ​ປີ​ເຊິ່ງບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ພວມ​ຮີບ​ເຮັ່ງ​ສຳ​ເລັດ​ບັນດາ​ຈຸດໝາຍ​ໄດ້​ວາງ​ອອກ ​ເພື່ອ​ມຸ່ງ​ໄປ​ສູ່​ປະຊາ​ຄົມ ອາ​ຊຽນ, ​ໃນ​ນັ້ນ​ມີ ຫວຽດນາມ ​ແລະ ​ໄທ. ​ເຖິງ​ວ່າ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ ອາ​ຊຽນ ​ໃນ​ຈຸດ​ເວລາ​ທີ່​ຕ່າງ​ກັນ: ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ ປີ 1995, ສ່ວນ​ໄທ​ແມ່ນ​ໜຶ່ງ​ໃນ 5 ປະ​ເທດຮ່ວມ​ສ້າງ​ຕັ້ງ ອາ​ຊຽນ ​ເມື່ອ​ປີ 1967, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງບໍ່​ຢຸດ​ຢັ້ງ ​ແລະ ມີ​ການ​ປະກອບສ່ວນ​ສຳຄັນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ປະຊາ​ຄົມ ອາ​ຊຽນ.

ຫວຽດນາມ-ໄທ: ຄູ່ຮ່ວມມືຍຸດທະສາດພ້ອມກັນມຸ່ງໄປສູ່ປະຊາຄົມອາຊຽນ - ảnh 1
ທ່ານ ພັນ​ຍາ​ລັກ ພູນ​ທັບ, ​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ລາຊະ​ອານາ​ຈັກ​ໄທ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ
ພາບ:internet

        ພ້ອມ​ກັນ​ມຸ່ງ​ໄປ​ສູ່​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ-​ໄທ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກ້ວາງ. ຈາກ​ການ​ພົວພັນ​ຄູ່​ຮ່ວມ​ມື, 2 ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຍົກ​​ການ​ພົວພັນ 2 ຝ່າຍ​ຂຶ້ນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການ​ຢ້ຽມຢາມ ​ໄທ ​ເມື່ອ​ເດືອນ 6/2013 ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ. ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ປະຫວັດສາດ, ສ້າງ​ທ່ວງທ່າ​ທີ່​ແຂງ​ແຮງ​ນຳ​ການ​ພົວພັນ ​ຫວຽດນາມ-​ໄທ ຂຶ້ນ​ລະດັບ​ສູງ​ໃໝ່. ​ເດືອນ 11/2014, ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອ​ຈາ ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໂຄງການ​ດຳ​ເນີນ​ງານ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ໄທ ​ໄລຍະ​ປີ 2014-2018. ນີ້​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອຜັນ​ຂະຫຍາຍ​ການ​ຮ່ວມ​ມື 2 ຝ່າຍ​ຢ່າງ​ແຮງ ລະຫວ່າງ ຫວຽດນາມ-​ໄທ ​ໃນ​ທຸກ​ຂົງ​ເຂດ. ​ໃນ​ປີຜ່ານມາ, ​ເຖິງ​ວ່າ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ​ກໍ່ຕາມ ​ແຕ່​ການ​ພົວພັນ​ດ້ານ​ການ​ຄ້າ​ ລະຫວ່າງ 2 ປະ​ເທດ​ຍັງ​ຄົງ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ຍອດ​ວົງ​ເງິນ​ສົ່ງ​ອອກ-​ນຳ​ເຂົ້າ ລະຫວ່າງ​ ຫວຽດນາມ ​ແລະ ​ໄທ ບັນລຸ 9,4 ຕື້ USD ​ໃນ​ປີ 2013, ​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​ໃສ່​ປີ 2012. ປະຈຸ​ບັນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ໄທ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 9 ຂອງ​ ໄທ ​ໃນ​ໂລກ. 2 ຝ່າຍ​ວາງ​ຄາດໝາຍ​ຮອດ​ປີ 2020 ວົງ​ເງິນ​ການ​ຄ້າ​ຈະ​ເພີ່ມ​ຂຶ້ນ​ແມ່ນ 15 ຕື້ USD. ທ່ານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ລາດຊະ​ອານາ​ຈັກ​ໄທ ປະຈຳ​ຮ່າ​ໂນ້ຍ ພັນ​ຍາ​ລັກ ພູນ​ທັບ ​       ໃຫ້​ຮູ້​ວ່າ:

        ສຽງ​ທ່ານ ພັນ​ຍາ​ລັກ ພູນ​ທັບ

        ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສກ​ຖະກິດ, ທ່ອງ​ທ່ຽວ​ເທົ່ານັ້ນ, ໄທ​ ຍັງຖື​ເປັນ​ສຳຄັນ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​, ສອງ​ປະ​ເທດ​ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ຂົງ​ເຂດ​ນີ້​ໄດ້​ໝົດ​ເທ່ືອ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ສອງ​ປະ​ເທດ​ຕ້ອງ​ສົມທົບ​ກັນ​ຢ່າງ​ແຂງ​ແຮງ, ມີ​ປະສິດທິ​ຜົນ​ກ່ວາ​ອີກ ​ເພື່ອ​ໃຫ້ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແມ່ນ​ຂົງ​ເຂດ​ປາຍ​ແຫຼມ​ໃນ​ການ​ພົວພັນ​ລະຫວ່າງ ສອງ ປະ​ເທດ.
ສຽງ​ທ່ານ ພັນ​ຍາ​ລັກ ພູນ​ທັບ

        ​ເພື່ອ​ມຸ່ງ​ໄປ​ເຖິງ​ເລື່ອງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ຫວຽດນາມ -​ໄທ ມີ​ຫຼາຍ​ເລື່ອງ​ຕ້ອງ​ໄດ້​ປະຕິບັດ. ສິ່ງ​ນີ້​ຮຽກຮ້ອງ​​ໃຫ້ຕ້ອງມານະພະ​ຍາ​ຍາມ​ບໍ່​ພຽງ​ແຕ່​ແມ່ນຂອງ 2 ລັດຖະບານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ປະກອບສ່ວນ​ຂອງ​ປະຊາ​ຊົນ​ໝົດ​ທຸກ​ຄົນ​ຂອງ 2 ປະ​ເທດ​ອີກ​ດ້ວຍ. ​ໃນ​ນັ້ນ, ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ການ​ພົບ​ປະ​ແລກປ່ຽນປະຊາ​ຊົນ ລະຫວ່າງ ຫວຽດນາມ ​ແລະ ​ໄທ ​ແມ່ນ​ປັດ​ໃຈ​ສຳຄັນ​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ ​ລະຫວ່າງ 2 ປະ​ເທດ ​ແລະ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ຮັດ​ແໜ້ນ​ນ້ຳ​ໃຈ​ມິດຕະພາບ​ໃນ​ກຸ່ມ​ອາ​ຊຽນ. ​ໄທ ​ແລະ ຫວຽດນາມ ມີ​ລາຍການ​ຮ່ວມ​ມື​ນຳ​ກັນ​ຫຼາຍ​​ໂຄງ​ການຄື: ລາຍການ​ພົບ​ປະ​ແລກປ່ຽນຊາວ​ໜຸ່ມ 2 ປະ​ເທດ. ​ໃນ​ນັ້ນ, ​ແຕ່ງ​ຕັ້ງ​ການ​ຄະນະ​ຊາວ​ໜຸ່ມ​ໄປ​ຊອກ​ຮູ້, ຮຳ່ຮຽນ ກ່ຽວ​ກັບ​ວັດທະນະທຳ​ຂອງ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ພັນ​ຍາ​ລັກ ພູນ​ທັບ ​ໃຫ້​ຮູ້​ວ່າ:

        ສຽງ​ທ່ານ ພັນ​ຍາ​ລັກ ພູນ​ທັບ

        ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ລວມຂອງ​ການ​ນຳ ​ແລະ ປະຊາ​ຊົນ 2 ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ ພັນ​ຍາ​ລັກ ພູນ​ທັບ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ ຫວຽດນາມ-​ໄທ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງຈະ​ສືບ​ຕໍ່​ພັດທະນາ​ແຂງ​ແຮງ​ກ່ວາ​ອີກ ຖື​ກກັບ​ລັກສະນະ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ຮ່ວມ​ມື ​ແລະ ວັດທະນາ​ຖາວອນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ໂລກ ກໍ່​ຄື​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໃນ​ທ້າຍ​ປີ 2015ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ