ຫໍ​ໂມງ ແຫ່ງ​ອະ​ນຸ​ສອນ​ຂອງຊ​າວ ຫວຽດ​ນາມ ອາ​ໄສ ຢູ່​ແຂວງ ນະ​ຄອນ​ພະ​ນົມ - ສັນ​ຍາ​ລັກ​ແຫ່ງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ

(VOVWORLD) - ໂດຍພົ້ນເດັ່ນຂຶ້ນໃນເສັ້ນທາງລຽບຕາມຝັ່ງແມ່ນ້ຳຂອງຢູ່ໃຈກາງແຂວງຊາຍແດນນະຄອນພະນົມຢູ່ທາງທິດຕາເວັນອອກສ່ຽງເໜືອປະເທດໄທຫໍໂມງດ້ວຍແຖໜັງສື “ອະນຸສອນຂອງຊາວ ຫວຽດນາມກ່ອນຍ້າຍກັບຫວຽດນາມປີ ພສ.2503” ແມ່ນໜຶ່ງໃນບັນດາສະຖານທີ່ຢ້ຽມຢາມທີ່ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມແຂວງນະຄອນພະນົມເມື່ອມາທີ່ນີ້ແຂກທ່ອງທ່ຽວມີໂອກາດໄດ້ຮັບຊົມທັດສະນີຍະພາບແມ່ນ້ຳຂອງທັງສາຍທີ່ຍາວຢຽດໄດ້ຮັບຟັງເລື່ອງລາວຄວາມໝາຍຂອງຫໍໂມງ  ເຊິ່ງເປັນໜຶ່ງໃນບັນດາສັນລັກຂອງໄມຕີຈິດມິດຕະພາບລະຫວ່າງຫວຽດນາມ - ໄທເນື່ອງໃນໂອກາສະເຫຼີມສະຫຼອງວັນກໍ່ສ້າງຫໍໂມງອະນຸສອນຂອງຊາວຫວຽດນາມອາໄສຢູ່ແຂວງນະຄອນພະນົມຄົບຮອບ 60 ປີນີ້ຕໍ່ໄປຂໍເຊີນທ່ານ

ຫໍ​ໂມງ ແຫ່ງ​ອະ​ນຸ​ສອນ​ຂອງຊ​າວ ຫວຽດ​ນາມ ອາ​ໄສ ຢູ່​ແຂວງ ນະ​ຄອນ​ພະ​ນົມ - ສັນ​ຍາ​ລັກ​ແຫ່ງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ - ảnh 1ຫໍໂມງ ອະນຸສອນຂອງຊາວ ຫວຽດນາມ ອາໄສຢູ່ແຂວງ ນະຄອນພະນົມ 

ຫໍໂມງ ອະນຸສອນຂອງຊາວ ຫວຽດນາມ ອາໄສຢູ່ແຂວງ ນະຄອນພະນົມ ມີຄວາມສູງປະມານ 50 ແມັດ, ການທາສີເຫຼືອງ ແລະ ມີໂມງໜ່ວຍໜຶ່ງຕິດຕັ້ງຢູ່ເທິງຫໍ ໄດ້ເຮັດໃຫ້ຫໍໂມງ ພົ້ນເດັ່ນຂຶ້ນ ໃນເສັ້ນທາງໜຶ່ງທີ່ມີຄວາມຄຶກຄັກໜາແໜ້ນທີ່ສຸດໃນໃຈກາງແຂວງນະຄອນພະນົມ ທີ່ຕັ້ງຢູ່ໃກ້ແຄມຝັ່ງແມ່ນ້ຳຂອງ. ຫຼັງຄາຫໍໂມງ ໄດ້ອອກແບບຕາມສະຖາປັດຕະຍາກຳເກົ່າແກ່ຂອງຫວຽດນາມ. ຢູ່ທາງກາງຫໍໂມງມີແຖວໜັງສື “ຊາວ ຫວຽດນາມ ອະນຸສອນກ່ອນຍ້າຍກັບຫວຽດນາມ ປີ ພສ.2503”. ຫໍໂມງ ຍິ່ງສວຍງາມ ແລະ ເປັນໜ້າຈັບໃຈກັບແຂກທ່ອງທ່ຽວ ເມື່ອມີນ້ຳພຸຢູ່ທາງດ້ານໜ້າ, ຮອດຕອນຄ່ຳ, ແສງໄຟຈາກຫໍໂມງນີ້ ແຈ້ງສະຫວ່າງໄປທົ່ວບໍລິເວນ. ໃນວັນທ້າຍອາທິດ, ສະຖານທີ່ແຫ່ງນີ້ ໄດ້ກາຍເປັນບ່ອນຈັດຕະຫຼາດມືດ ໂດຍມີຄົນມາຊື້-ຂາຍຢ່າງຄັບຄາໜາແໜ້ນ. ຫໍໂມງ ອະນຸສອນຂອງຊາວຫວຽດນາມ ອາໄສ ຢູ່ ແຂວງ ນະຄອນພະນົມ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 1 ທັນວາ ປີ 1960 ແລະ ກໍ່ສ້າງສຳເລັດພາຍໃນ 3 ເດືອນ ດ້ວຍການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງ ນະຄອນພະນົມ ໃນຄາວນັ້ນ. ແບ່ງປັນກ່ຽວກັບຄວາມໝາຍຂອງການກໍ່ສ້າງຫໍໂມງແຫ່ງນີ້, ທ່ານ ເຈິ່ນວັນເຊົ໊າ, ປະທານສະມາຄົມ  ໄທ - ຫວຽດ ຢູ່ແຂວງ ນະຄອນພະນົມ ໃຫ້ຮູ້ວ່າ: ວັນທີ 21 ມີນາ 1946, ຝລັ່ງກັບມາຢຶດຄອງພາກພື້ນ ອິນດູຈີນ ຄັ້ງທີ 2. ກອງທັບ ຝລັ່ງ ໄດ້ລະດົມທຸກແຫຼ່ງກຳລັງເພື່ອແນໃສ່ຢືດເອົາເມືອງ ທ່າແຂກ, ແຂວງ ຄຳມ່ວນ ຂອງ ລາວ - ເຊິ່ງເປັນເມືອງທີ່ຊາວຫວຽດນາມ ດຳລົງຊີວິດເປັນຈຳນວນຫຼາຍ. ປະຊາຊົນຢູ່ທີ່ນີ້ ຕ້ອງປະລະເຮືອນຊານ, ຂ້າມແມ່ນ້ຳຂອງໄປຍັງປະເທດ ໄທ ເພື່ອຫຼົບລີ້ສົງຄາມ. ໃນເດືອນສິງຫາ ປີ 1959, ສະພາກາແດງ ໄທ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບນຳກັນກ່ຽວກັບການອະນຸຍາດໃຫ້ຊາວລີ້ໄພ, ຜູ້ທີ່ມີຄວາມປາດຖະໜາ ແລະ ສະໝັກໃຈ ໄດ້ຈົດທະບຽນກັບຄືນເມືອປະເທດ ຫວຽດນາມ. ທ່ານກ່າວວ່າ:

ກ່ອນກັບຄືນເມືອປະເທດ, ຊາວຫວຽດນາມ ອາໄສ ຢູ່ແຂວງ ນະຄອນພະນົມ ແລະ ຊາວຫວຽດນາມ ອາໄສ ຢູ່ ໄທ ໄດ້ຕັດສິນໃຈກໍ່ສ້າງຫໍໂມງແຫ່ງນີ້ຂຶ້ນ ດ້ວຍຄວາມປາດຖະໜາຢາກສະແດງຄວາມຮູ້ບຸນຄຸນຕໍ່ບຸນຄຸນອັນມະຫາສານຂອງພະມະຫາກະສັດ ໄທ, ການຊ່ວຍເຫຼືອຢ່າງສຸດໃຈຂອງລັດຖະບານ, ປະຊາຊົນ ໄທ ທີ່ໄດ້ກູ້ເອົາຊີວິດພວກເຮົາໄວ້ ແລະ ໄດ້ຊ່ວຍພວກເຮົາໃນຂະນະຫຼົບລີ້ສົງຄາມ. ນອກຈາກນັ້ນ, ປູ່ຍ່າກໍໄດ້ເລົ່າສູ່ຂ້າພະເຈົ້າວ່າ ມີຫຼາຍຄົນໄດ້ເສຍສະຫຼະຊີວິດໃນບັ້ນບຸກໂຈມຕີຂອງ ລັ່ງ, ນ້ຳແມ່ນ້ຳຂອງຄາວນັ້ນກໍປ່ຽນເປັນສີແດງ. ການກໍ່ສ້າງຫໍໂມງນີ້ ກໍເປັນການຈາລຶກວັນທີ່ ຊາວຫວຽດນາມ ຍ້າຍໄປຫຼົບລີ້ສົງຄາມ”.

ຫໍ​ໂມງ ແຫ່ງ​ອະ​ນຸ​ສອນ​ຂອງຊ​າວ ຫວຽດ​ນາມ ອາ​ໄສ ຢູ່​ແຂວງ ນະ​ຄອນ​ພະ​ນົມ - ສັນ​ຍາ​ລັກ​ແຫ່ງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ - ảnh 2ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຖ່າຍຮູບ ກັບການນຳແຂວງນະຄອນພະນົມ

ປີນີ້, ຫໍໂມງ ອະນຸສອນຊາວຫວຽດນາມ ອາໄສ ຢູ່ແຂວງນະຄອນພະນົມ ໄດ້ຄົບຮອບ 60 ປີ. ຫວ່າງມໍ່ໆມານີ້, ອຳນາດການປົກຄອງແຂວງ ນະຄອນພະນົມ ໄດ້ດຳເນີນການບູລະນະປະຕິສັງຂອນຫໍໂມງແຫ່ງນີ້ . ຢູ່ສະຖານທີ່ແຫ່ງນີ້ ໄດ້ດຳເນີນຫຼາຍເຫດການສຳຄັນຂອງແຂວງ ນະຄອນພະນົມ ກໍຄືຂອງປະຊາຄົມ ຊາວຫວຽດນາມ ອາໄສຢູ່ແຂວງ ນະຄອນພະນົມ ຄື ພິທີສະເຫຼີມສະຫຼອງຫໍໂມງ ຄົບຮອບ 60 ປີທີ່ຖືກຈັດຂຶ້ນໃນວັນທີ 22 ທັນວາ ຜ່ານມາ ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ ໄທກວ່າ 1.200 ຄົນ. ທ່ານ ໄກສອນ ກົງຈະລາດ, ເຈົ້າແຂວງນະຄອນພະນົມ ແບ່ງປັນວ່າ:

   ອາດເວົ້າໄດ້ວ່າ ຫໍໂມງແຫ່ງນີ້ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງ ຊາວຫວຽດນາມ ອາໄສ ຢູ່ ໄທ ເວົ້າລວມ ແລະ ຂອງແຂວງ ນະຄອນພະນົມ ເວົ້າສະເພາະ ຫາກຍັງເປັນສະຖານທີ່ໃກ້ຊິດກັບປະຊາຊົນຢູ່ທີ່ນີ້ອີກດ້ວຍ. ທ່ານ ນິວັດ ເຈຍວິຣິຍະບຸນຊາ, ປະທານສະພາປະຊາຊົນເມືອງ ນະຄອນພະນົມ ໃຫ້ຮູ້ວ່າ:
  ປັດຈຸບັນນີ້, ຢູ່ແຂວງ ນະຄອນພະນົມ ມີເຂດປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ເປັນຕົ້ນແມ່ນ ເຮືອນຢູ່ຂອງ ລຸງໂຮ່ ຢູ່ ບ້ານໄມ້, ໝູ່ບ້ານມິດຕະພາບ ຫວຽດ - ໄທ ແຂວງ ນະຄອນພະນົມ,… ແຕ່ ເມື່ອມີໂອກາດໄປຢ້ຽມຢາມແຂວງ ນະຄອນພະນົມ ທີ່ສວຍງາມ, ແຂກທ່ອງທ່ຽວສ່ວນຫຼາຍ ກໍບໍ່ພາດທີ່ຈະໄປຢ້ຽມຢາມຫໍໂມງ ເທື່ອໜຶ່ງ. ໄລຍະຜ່ານມາ, ຫໍໂມງ ຍັງຄົງຕັ້ງສະຫງ່າ ແລະ ຂະໜານຢູ່ແຄມຝັ່ງແມ່ນ້ຳຂອງທີ່ຄົດລ້ຽວ ແລະ ກາຍເປັນໜຶ່ງໃນບັນດາສັນອາລັກທີ່ດີງາມກ່ຽວກັບການພົວພັນແລກປ່ຽນວັດທະນະທຳ ລະຫວ່າງ ໄທ ແລະ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ