ອັງກໍວັດ
ພາບປະກອບ: internet
|
(vovworld)- ອັງກໍວັດບູຮານແມ່ນການເລືອກເຟັ້ນຕົ້ນຕໍຂອງນັກທ່ອງທ່ຽວເມື່ອມາຢ້ຽມຢາມກຳປູເຈຍໃນແຕ່ລະເທື່ອ. ແຂກຄົນມາແຫ່ງນີ້ເພື່ອຢ້ຽມຊົມກຸ່ມບູຮານສະຖານ ພະລາດຊະວັງເກົ່າ ແລະ ວິຫານທີ່ໃຫຍ່ໂຕ ຊຶ່ງແມ່ນແຫ່ງທີ່ໄດ້ຮັບຖືວ່າເປັນສິ່ງຍອດຢ້ຽມຂອງສິລະປະ ແລະ ສະຖາປັດຕະຍະກຳຂອງ ຂະແມ
ໂດຍຫ່າງຈາກນະຄອນຫລວງ ພະນົມເປັນໄປທາງທິດເຫນືອປະມານ 240 ກິໂລແມດ, ອັງກໍວັດ ໄດ້ຮັບການກໍ່ສ້າງໃນສະໄຫມເຈົ້າຊີວິດ Surja warman II(1113 - 1150) ຊຶ່ງແມ່ນໄລຍະທີ່ວັດທະນະທຳຂອງຂະແມພັດທະນາຈະເລີນຮູ່ງເຮືອງທີ່ສຸດ. ໃນເບື້ອງຕົ້ນ ອັງກໍວັດໄດ້ຮັບການກໍ່ສ້າງເພື່ອຈຸດປະສົງໃຊ້ເປັນສະຖານທີ່ແລະຫໍບູຊາເທວະດາ VisNu ຂອງສາສະຫນາຮີນດູ. ຫລັງຈາກນັ້ນ ເມື່ອລາຊະວົງຂະແມເຊື່ອຖືສາສະຫນາພຸດ, ອັງກໍວັດຈຶ່ງກາຍເປັນວັດວາເພື່ອເຄື່ອນໄຫວພິທີການ ແລະ ເປັນບ່ອນໄຫ້ວບູຊາຂອງ ສາສະຫນາພຸດ. ໂດຍຕັ້ງຢູ່ໃນບໍລິເວນເນື້ອທີ່ດິນກວ້າງປະມານ 200 ເຮັກຕາ, ອັງກໍວັດ ມີທາດ 5 ແຫ່ງ: ທາດຕົ້ນຕໍຢູ່ໃຈກາງມີລວງສູງ 65 ແມດ, 4 ທາດສຳຮອງມີລວງສູງ 40 ແມດ. ອັງກໍວັດລວມມີ 3 ຊັ້ນ, ຍິ່ງຂຶ້ນສູງເທົ່າໃດຍິ່ງນ້ອຍລົງເທົ່ານັ້ນ ແລະ ປຽບເໝືອນຮູບຈຳລອງຂອງ“ພູຈັກກະວານMeru ຂອງຊາວອິນເດຍ. ວັດສະດຸກໍ່ສ້າງວັດທັງໝົດລ້ວນແຕ່ກໍ່ສ້າງດ້ວຍໂງ່ນຫີນໃຫຍ່ທີ່ສັບຊ້ອນກ່າຍກອງກັນຂື້ນ ໂດຍບໍ່ນຳໃຊ້ປູນຊາຍ ຫລືຊີມັງຈັກໜ້ອຍເພື່ອ ເປັນທາດຕິດເຊື່ອມຫີນແຕ່ລະກອ້ນເຂົ້າກັນ. ເອື້ອຍເໝີຍຫວູ ນັກທ່ອງທ່ຽວມາຈາກຈີນມີຄວາມແປກປະຫລາດ ແລະ ເຄົາລົບນັບຖືຕໍ່ ພະລັງແຮງອັນລ້ຳເລີດ ແລະ ສີມືຄ່ອງແຄ້ວຂອງຊາວຂະແມບູຮານ.
“ອັງກໍວັດ ແມ່ນຜົນງານຂອງສະຖາປັດຕະຍະກຳຍິ່ງສະຫງ່າລາສີຂອງລະບອບ ຂະແມ, ອັນໄດ້ສະແດງໃຫ້ເຫັນລະດັບການພັດທະນາຢ່າງກະໂດດຂັ້ນກ່ຽວກັບດ້ານສະຖາປັດຕະຍະກຳ. ໃນສະໄໝນັ້ນ, ດ້ານເຕັກນິກ, ຮູບແບບສະຖາປັດຕະຍະກຳຢູ່ໃນໂລກຍັງຈຳກັດຢູ່, ເລື່ອງນຳໃຊ້ຫີນມີລັກສະນະຄ້າຍຄືກັບການນຳໃຊ້ໄມ້, ບັນດາສະຖາປັດຕະຍະກຳທີ່ເປັນຮູບເຄິ່ງວົງມົນ ແລະຈອມທາດຮູບໂກ່ງຂອງຊາວຂະແມ ແມ່ນບັນດາເຕັກນິກທີ່ພວກເຮົາຍັງບໍ່ທັນເຫັນຈັກເທື່ອ ຊຶ່ງເຮັດໃຫ້ທຸກຄົນຕ້ອງແປກປະຫລາດໃຈແລະ ຕົກສະເງີ້.”
ໃນວັດໃຫຍ່ປະກອບມີ 398 ຫ້ອງ ດ້ວຍສິລະປະແກະ, ຄວັດສະລັກຫີນຢູ່ເທິງເພດານ, ລະບຽງ ແລະ ເຊຍ. . . ເມື່ອເຂົ້າໃນຫ້ອງໃຫຍ່ນັ້ນ, ນັກທ່ອງທ່ຽວຈະຮູ້ສຶກຕົກສະເງີ້ຕໍ່ຄວາມສະຫງ່າລາສີ ແລະ ຄວາມລະອຽດອ່ອນຍອດຢ້ຽມຂອງອັງກໍວັດ. ບັນດາລວດລາຍທີ່ປະດັບປະດາຢູ່ເທິງຫີນຄື: ຮູບປັ້ນພະເຈົ້າ, ນາງທໍລະນີ, ໄຜ່ຫລວງ ແລະ ຮູບດອກບົວແມ່ນສອ່ງແສງເຖິງເລື່ອງ Ramayyana ແລະ Mahabharata ທີ່ມີຊີວິດຊີວາ. ນັ້ນແມ່ນຄວາມຮູ້ສຶກຂອງທ່ານນາງ ທູຍລານ ຊຶ່ງແມ່ນນັກທ່ອງມາຈາກ ຫວຽດນາມ ເມື່ອມາຢ້ຽມຊົມ ອັງກໍວັດໃຫ້ຮູ່ວ່າ.
“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບັນດາລວດລາຍຢູ່ເທິງແຜ່ນພາບ, ຮູບປັ້ນດ້ວຍຫີນ ຢູ່ ອັງກໍວັດ. ພິເສດ ແມ່ນ ນາງ Apsara. ໃນພາບນາງ Apsara ນັບຮ້ອຍຮູບທີ່ຖືກຄວັດຢູ່ເທິງຝາພະໜັງນັ້ນ ແຕ່ລະຮູບລ້ວນແຕ່ມີສີຫນ້າ ແລະ ວາດຊົງແຕກຕ່າງກັນ ແລະ ມີຊີວິດຊີວາທີ່ສຸດ.”
ອັງກໍວັດໃນຍາມສາຍັນ
ພາບ:intrnet
|
ຢູ່ອ້ອມແອ້ມອັງກໍວັດ, ມີຂຸມຄອງອ້ອມຮອບ, ຢູ່ດ້ານນອກແມ່ນກຳແພງທີ່ມີຫນອງຫລາຍແຫ່ງ. ດ້ວຍການອອກແບບຢ່າງກົມກຽວ ແລະ ມີຂອບຂະຫນາດໃຫຍ່, ຢູ່ພາຍໃນກຳແພງມີລວງກວ້າງເກືອບ 84.000 ຕາລາງແມດ. ຢູ່ທີ່ນີ້ ແມ່ນເມືອງຫລວງເກົ່າຂອງຈັກກະພັດຂະແມ, ແຕ່ໃນສັດຕະວັດທີ 15 ຍ້ອນເກີດສົງຄາມ ແລະ ໂລກລະບາດເກີດຂຶ້ນຢ່າງຮ້າຍແຮງ ໄດ້ເຮັດໃຫ້ບັນດາເຈົ້າຊີວິດ, ຂຸນນາງຂະແມຕ້ອງຍ້າຍນະຄອນຫຼວງໄປພະນົມເປັນ, ເຂດນີ້ຈຶ່ງຄ່ອຍໆຖືກປ່າດົງດີບປົກຄຸມໄປທ່ົວ ແລະ ຖືກມະນຸດຫລົງລືມໄປໃນຫລາຍສັດຕະວັດ. ແລະ ຮອດປີ 1860 ທ່ານ Henri Mouhot ຊຶ່ງແມ່ນນັກບູຮານຄະດີ ຊາວຝລັ່ງ ໄດ້ຊອກເຫັນອັງກໍວັດ. ດ້ວຍບັນດາຄຸນຄ່າດ້ານສິລະປະສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະນັ້ນ, ອັງກໍວັດ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກເມື່ອປີ 1993. ແລະດ້ວຍການຊ່ວຍເຫລືອຈາກປະຊາຄົມໂລກ, ລັດຖະບານ ກຳປູເຈຍໄດ້ອະນຸຍາດໃຫ້ດຳເນີນການບູລະນະປະຕິສັງຂອນເຂດປູຊະນີຍະສະຖານ ແລະ ແຕ່ລະປີ ອັງກໍວັດດຶງດູດນັກທ່ອງທ່ຽວນັບລ້ານຄົນທີ່ມາຈາກທຸກສາລະທິດໃນໂລກມາຢ້ຽມຢາມ.
ອັງກໍວັດ ແມ່ນວັດພູ ຫນຶ່ງດຽວຢູ່ ກຳປູເຈຍ ມີທາງເຂົ້າຢູ່ທິດຕາເວັນຕົກ. ສະນັ້ນ ອ້າຍ ຈັນດາ ຜູ້ນຳທ່ຽວຊາວກຳປູເຈຍ ໃຫ້ຮູ້ວ່າ: ຈຳນວນນັກທ່ອງທ່ຽວມາຢ້ຽມຊົມອັງກໍວັດຫລາຍສຸດແມ່ນໃນຍາມອາລຸນ ເມື່ອແສງແດດອ່ອນສາດສ່ອງລົງທົ່ວບໍລິເວນອັງກໍວັດ.
“ມາກຳປູເຈຍ, ໄປຍັງຊຽມຮຽບ ແລະ ຢ້ຽມຢາມອັງກໍວັດ ໃຜກໍ່ຢາກຊົມດວງຕາເວັນຢູ່ເທິງຈອມທາດອັງກໍວັດ. ສະນັ້ນ ນັບແຕ່ຮຸ່ງເຊົ້າ ນັກທ່ອງທ່ຽວທີ່ມາຈາກສາລະທິດພາກັນມາເຕົ້າໂຮມຢູ່ຕໍ່ຫນ້າຫນອງດອກບົວເພື່ອຮັບຊົມ ແສງສະຫວ່າງທຳອິດຈາກເງົາມືດ. ຄວາມຮູ້ສຶກນັ້ນຍາກທີ່ພັນລະນາໄດ້.”
ພາຍຫລັງມື້ຫນຶ່ງໄປຢ້ຽມຊົມອັງກໍວັດ, ນັກທ່ອງທ່ຽວສາມາດພັກຜ່ອນຢ່ອນອາລົມ ແລະ ພັກຜ່ອນຢູ່ຕາມລະບຽງຂອງອັງກໍວັດ ເພື່ອເຈືອຈານເຂົ້າກັບບັນຍາກາດທີ່ເລິກລັບ ແລະ ປ່ອຍອາລົມຕາມທຳນອງເພງ Apsara ຫລືໂອ້ລົມສົນທະນາກັບນັກບວດຢູ່ທີ່ນີ້. ນອກນັ້ນ ນັກທ່ອງທ່ຽວກໍສາມາດຂີ່ຊ້າງໄປເລາະທ່ຽວອ້ອມແອ້ມກຳແພງເກົ່າ, ຮັບປະທານບັນດາເຍື່ອງອາຫານທີ່ລືຊື່ຂອງຊາວ ກຳປູເຈຍ.
ວັນໂດ໋