ອິນໂດເນເຊຍ ຊຸກຍູ້ວິສາຫະກິດເຊື່ອມໂຍງເຂົ້າກັບພາກພື້ນ


(vovworld)- ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2015. ວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດ ອາ​ຊຽນ ພວມ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ ແຕ່ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ ໃນ​ວິ​ວັດ​ແຫ່ງການ​ເຊື່ອມ​ໂຍງ. ໃນ​ຊຸມ​ປີ​ຜ່ານ​ມາ, ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ເພີ່ມ​ທະ​ວີ​ກຳ​ລັງ​ແກ້​ງ​ແຍ້ງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ, ລັດ​ຖະ​ບານ ບັນ​ດາ​ປະ​ເທດ ອາ​ຊຽນ ໄດ້​ຜັນ​ຂະ​ຫຍາຍ​ຫລາຍ​ໂຄງ​ການ, ນະ​ໂຍ​ບາຍ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຫນູນ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຂອງ​ຕົນ, ໃນ​ນັ້ນ ມ​ີ​ອິນ​ໂດ​ເນ​ເຊຍ.

        ໃນ​ພາກ​ພື້ນ ອາ​ຊຽນ, ອິນ​ໂດ​ເນເຊຍ ແມ່ນ​ປະ​ເທດ​ໃຫຍ່. ນອກ​ຈາກ ແມ່ນ​ປະ​ເທດມ​ີ​ພົນ​ລະ​ເມືອງ​ ຫລາຍກວ່າ​ໝູ່​ໃນ​ກຸ່ມ​ອາ​ຊຽນ(ກວ່າ 250 ລ້ານ​ຄົນ) ເທົ່າ​ນັ້ນ, ອິນ​ໂດ​ເນ​ເຊຍ ຍັງ​ແມ່ນ​ປະ​ເທດ​ມີ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຫລາຍກວ່າໝູ່ 400.000 ແຫ່ງ ດ້ວຍ​ຜະ​ລິດ​ຕະ​ພັນ​ທີ່​ມີ​ທ່າ​ແຮງ​ຫລາຍ​ຢ່າງ​ຄື: ສິນ​ທະ​ເລ, ໄມ້, ວັດ​ຖຸ​ດິບເກ​ີ​ບ​ຫນັງ, ນ້ຳມັນ​ພືດ, ເຄ​ມີ, ການ​ຢາ… ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ທ້າຍ​ປີ 2015 ແມ່ນ​ພື້ນ​ຖານ ແລະ ແມ່ນ​ປະ​ຖົມ​ປັດ​ໄຈ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ ແນະ​ນຳ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ຂອງ​ຕົນ​ອອກ​ສູ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ນາງ Santi, ຜູ້​ຕ​າງ​ຫນ້າ​ບໍ​ລິ​ສັດ Lugas Farmaceutical ບໍ​ລິ​ສັດ​ຜະ​ລິ​ດ ແລະ ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ຢາ ອິນ​ໂດ​ເນ​ເຊຍ ໃຫ້​ຂໍ້​ສັງ​ເກດ​ວ່າ:

ອິນໂດເນເຊຍ ຊຸກຍູ້ວິສາຫະກິດເຊື່ອມໂຍງເຂົ້າກັບພາກພື້ນ - ảnh 1
100ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຢູ່​ຮ່າ​ໂນ້ຍ
ພາບ:thanglong.vn

        “ການ​ພົວ​ພັນ​ແລກ​ປ່ຽນບັນ​ດາ​ປະ​ເພດ​ສິນ​ຄ້າ​ຈະ​ສະ​ດວກ ແລະ ວ່ອງ​ໄວ​ກວ່າ. ນອກນັ້ນ ຄວາມ​ຕ້ອງ​ການ​ສິນ​ຄ້າ​ຂອງ​ບັນ​ດາ​ພົນ​ລະ​ເມືອງ​ໃນ​ປະ​ຊາ​ຄົມ ອາ​ຊຽນ ຈະ ຫລາຍ​ຮູບ​ຫລາຍ​ແບບກວ່າ ແລະ ແຮງກວ່າ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາຍ​ຫລັງ ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ, ກຸ່ມ​ວິ​ສາ​ຫະ​ກິດ ຈະ​ມີ​ເງື່ອນ​ໄຂ​ສະ​ດວກກວ່າ​ໃນ​ການ​ແກ​້​ໄຂ​ລະ​ບຽບ​ການ​ບໍ​ລິ​ຫານ. ໃນ​ນັ້ນ ແຕ່​ລະ​ປະ​ເທດ ຈະ​ຍົກ​ອອກ​ບັນ​ດາ​ຂໍ້​ກຳ​ນົດ​ຕ່າງ​ກັນ ແຕ່​ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ມີ​ຄວາມ​ປະ​ເອີບ​ໃຈ​ວ່າ ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ຫລາຍ​ຢ່າງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ.”

        ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ, ໃນ​ປີ2015 ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ ໄດ້​ປະ​ກາດ 5 ​ໝວດນະ​ໂຍ​ບາຍ​ເສດ​ຖະ​ກິດ. ໃນ​ນັ້ນ ​ໝວດນະ​ໂຍ​ບາຍ​ທີ 4 ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ແຕ່​ເດືອນ 10/2015 ແມ່ນ​ສຸມ​ໃສ່​ເພີ່ມ​ທະ​ວີ​ການ​ສະ​ຫນອ​ງ​ບັນ​ດາ​ບ້ວງ​ເງິນ​ກູ້​ຢືມ ດ້ວຍ​ອັດ​ຕາ​ດອກ​ເບ້ຍ​ຕ່ຳ ພຽງ 12%/ປີ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​​ກ່ຽວ​ກັບ​ລະ​ບຽບ​ການ​ບໍ​ລິ​ຫານ. ຄຽງ​ຄູ່​ກັນ​ນັ້ນ, ຜ່ານ​ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ ບັນ​ດາ​ປ​ະ​ເທດ ອາ​ຊຽນ, ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ຢາກ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ພົບ​ປະ​ແລກ​ປ່ຽນ, ຄົ້ນ​ຄ້​ວາ ແລະ ຊອກ​ຮູ້​ກ່ຽວ​ກັບ​ຕະ​ຫລາດ​ພາຍໃນ​ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ກໍ​ໄດ້​ກຳ​ນົດ​ທິດ ແລະ ​ສະ​ຫນອງຂໍ້​ມູນ​ຂ່າວໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ບັນ​ດາ​ຕະ​ຫລາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ໃນ​ພາກ​ພື້ນ, ໃນ​ນັ້ນ ມີ​ຫວຽດ​ນາມ. ທ່ານ Sadikin, ອັກ​ຄະ​ລັດ​ຖະ​ທູດ ຮັບ​ຜິດ​ຊອບ​ບັນ​ຫາ​ເສດ​ຖະ​ກິດ ​- ສະ​ຖານ​ທູດອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ໄດ້​ແບ່ງ​ປັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ ຍົກ​ອອກ​ຂໍ້​ເຈາະ​ຈີ້ມ ແລະ ຊອກ​ຫາ​ມາດ​ຕະ​ການ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ສາ​ມາດ​ສ້າງ​ການ​ພົ​ວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ. ເຂົາ​ເຈົ້າ​ຈະ​ພົ​ບ​ປະ ແລະ ຊອກ​ຮູ້​ເຊິ່ງ​ກັນ ແລະ​ກັນ. ພວກ​ຂ້າ​ພະ​ເຈົ້າ​ຊອກ​ຫາ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ການ​ຮ່ວມ​ມື​ກັບບັນ​ດາ​ວິ​ສາ​ຫະ​ກ​ິດ ອິນ​ໂດ​ເນ​ເຊຍ. ຫລັງ​ຈາກນັ້ນ ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່ ເລືອກ​ເຟັ້ນ ແລະ ຊອກ​ຫາບັນ​ດາ​ວິ​ສາ​ຫະ​ກິດ​ເໝາະ​ສົມ​ທີ່​ສຸດ​ໃນ​ບັນ​ດາ​ຂົ​ງ​ເຂດ ຊື່ງ ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ ​ມີ​ຄວາມຕ້ອງ​ການ.”

        ເພື່ອ​ສົ່ງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ໄປ​ຍັງ​ຕະ​ຫລາດ​ອື່ນ, ເລື່ອງ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ. ສິ່ງ​ດັ່ງ​ກ່າວ ຈະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຊ່ວ​ຍ​ບັນ​ດາ​ວິ​ສາ​ຫະ​ກິດ ສາ​ມາດ​ສຳ​ຜັດ​ຢ່າງ​ງ່າຍ​ດາຍ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດກວ່າ. ທ່ານ​ນາງ Santi, ຜູ້​ຕາງ​ຫນ້າ​ບໍ​ລິ​ສັດ Lugas Farmaceutical ໃຫ້​ຮູ້​ວ່າ:

        “ວິ​ສາ​ຫະ​ກິດ​ພວກ​ຂ້າ​ພະ​ເຈົ້າ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ ແລະ ຫນູນ​ຊ່ວຍ​ຈາກ​ລັດ​ຖະ​ບານ ໃນ​ການ​ສົ່ງ​ອອກ​ສິນ​ຄ້າ. ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ກໍ​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ຊອກ​ຫາ​ຄູ່​ຮ່ວມ​ມື​ໃຫ້​ພວກ​ຂ້າ​ພະ​ເຈົ້າ ກໍ​ຄ​ື​ຫນູນ​ຊ່ວຍ ​ໃນ​ການ​ເຮັດ​ລະ​ບຽບ​ການສົ່ງ​ສິນ​ຄ້າ​ມາ​ຫວຽດ​ນາມ.”

ອິນໂດເນເຊຍ ຊຸກຍູ້ວິສາຫະກິດເຊື່ອມໂຍງເຂົ້າກັບພາກພື້ນ - ảnh 2
ທ່ານ Mayerfas, ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຫວຽດ​ນາມ
ພາບ:internet

        ໃນ​ພາກ​ພື້ນ ອາ​ຊຽນ, ຫວຽດ​ນາມ ແມ່ນ​ຕະ​ຫລາດ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ດູດ​ດື່ມ. ຫວຽດ​ນາມ ມີ​ຫລາຍ​ເງື່ອ​ນ​ໄຂ​ສະ​ດວກ ແລະ ເໝາະ​ສົມ​ກັບ​ການ​ພັດ​ທະ​ນາ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຄື: ຈຳ​ນວນ​ພົນ​ລະ​ເມືອງ​ຫລາຍ, ກຳ​ລັງ​ຊື້​ສິນ​ຄ້າ​ໃຫຍ່, ຄ່າຈ້າງ​ຄົນ​ງານ​ຕ່ຳ, ​ຄົນ​ງານມີ​ສີ​ມື​ແຮງ​ງານ ແລະ ດຸ​ໝັ່ນ​ຂະ​ຫຍັນ​ພຽນ. ບັນ​ດາ​ປັດ​ໄຈ​ນັ້ນ ໄດ້​ສ້າງ​ກຳ​ລັງ​ດຶງ​ດູດ​ຢ່າງ​ແຮງ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ. ທ່ານ Nico Marco, ​ຜູ້ຕາງ​ຫນ້າ ບໍ​ລິ​ສັດ Karya Adishin Sukses ຂຶ້ນ​ກັບ​ຂົງ​ເຂດ​ອາ​ຫານ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ການ​ຄ້າ ອິນ​ໂດ​ເນ​ເຊຍ ​ຊື່ງຫາ​ກໍ​ຈັດ​​ຂຶ້ນຢູ່ ຮ່າ​ໂນ້ຍ ໃນ​ທ້າຍ​ປີ 2015 ໄດ້​ແບ່ງ​ປັນ​ວ່າ:

        “ຫວຽດ​ນາມ​ຍາມ​ໃດ​ ແມ່ນ​ຕະ​ຫລາດ​​ບຸ​ລິ​ມະ​ສິດຕົ້ນ​ຕໍ​ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ ເພາະ​ວ່າ ຫວຽດ​ນາມ ມີ​ພົນ​ລະ​ເມືອງ​ຫລາຍ ສະ​ນັ້ນ ຄວາມ​ຕ້ອງ​ການ​ນຳ​ໃຊ້​ສິນ​ຄ້າ​ກໍ​ຫລວງ​ຫລາຍ. ກ່ອນ​ທີ່​ມາ​ຫວຽດ​ນາມ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຄົ້ນ​ຄ້​ວາ​ຕະ​ຫລາດ​ຫວຽດ​ນາມ. ຜະ​ລິດ​ຕະ​ພັນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ການດັດ​ປັບ​ແນວ​ໃດ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​​ຄວາມ​ຕ້ອງ​ການຂອງ​​ຊາວ ຫວຽດ​ນາມ.”

        ບໍ່​ພຽງ​ແຕ່​ບັນ​ດາ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ເອງ ຍາມ​ໃດ​ກໍ​ຮັບ​ຮູ້​ວ່າ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ກາ​ນ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ ການ​ຕ່າງ​ປະ​ເທດ​ຂອງ​ຕົນ. ສິ່ງ​ດັ່ງ​ກ່າວ​ແມ່ນ​ການ​ຢືນ​ຢັນ​ຂອງ​ທ່ານ Dede Ruswandi, ຜູ້​ຕາງ​ຫນ້າ​ກະ​ຊວງ​ອຸ​ດ​ສາ​ຫະ​ກຳ ອິນ​ໂດ​ເນ​ເຊຍ ເນື່ອງໃນ​ໂອ​ກາດ​ມາ​ປະ​ຕິ​ບັດງານ​ຢູ່ ຫວຽດ​ນາມ ຫວ່າງ​ແລ້ວນີ້.

        “ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ຍາມ​ໃດ​ກໍ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ກຸ່ມ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ແລະ ກ້າວ​ໄປ​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ​​ຂະ​ຫນາດໃຫຍ່. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ຮ່ວມ​ມືນັ້ນ ຈະ​ນັບ​ມື້​ນັບ​ພັດ​ທະ​ນາກວ່າ​ໃນ​ອະ​ນາ​ຄົດ. ປະ​ຈຸ​ບັນ ນັບ​ມື້​ນັບ​ມີ​ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ ຫລາຍ​ແຫ່ງ ສົນ​ໃຈ​ເຖິງ​ຕະ​ຫລາດ ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ເຂົາ​ເຈົ້າ​ຈະ​ປະ​ສົບ​ຜົນ​ສຳ​ເລັດ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ຫນູນ​ຊ່ວຍ​ຂອງ​ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຫລາຍ​ຢ່າງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ. ສຳ​ລັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫມ່, ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ ຈະ​ນັບ​ມື້​ນັບ​ແຊກ​ຊືມເຂົ້າ​ບັນ​ດາ​ຕະ​ຫລາດ​ໃນ​ພາກ​ພື້ນຢ່າງ​ແຮງກວ່າ, ປະ​ກອບ​ສ່ວນ​ສ້າງ​ຕະ​ຫລາດ​ຮ່ວມ​ອາ​ຊຽນ​ຢ່າງ​ຟົດ​ຟື້ນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ