ອິນ​ໂດ​ເນ​ເຊຍ ຕັດ​ສິນ​ໃຈ​ແກ້​ໄຂບັນ​ຫາຂາດ​ສານ​ອາ​ຫານ​ຕ່ຳ​ນ້ອຍ​ໃນ​ໄວ​ເດັກ

(VOVWORLD) -ລັດຖະບານ ອີນໂດເນເຊຍ ພວມຕັ້ງເປົ້າໝາຍກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 23.000 USD ໃນປີ 2045. ແຕ່ເຖິງຢ່າງໃດກໍຕາມ, ໂດຍເປັນປະເທດທີ່ມີອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢືນອັນດັບທີ 5 ໃນໂລກ, ສະນັ້ນ ມັນອາດຈະສົ່ງຜົນກະທົບຕໍ່ຍຸດທະສາດໄລຍະຍາວຂອງ ອິນໂດເນເຊຍ. ຫວ່າງແລ້ວນີ້, ທ່ານປະທານາທິບໍດີ ອນໂດເນເຊຍ Joko Widodo ໄດ້ວາງເປົ້າໝາຍຫຼຸດຜ່ອນອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານ ໃຫ້ຫຼຸດລົງເຫຼືອພຽງ 14% ໃນປີ 2024, ດ້ວຍຄຳຢັ້ງຢືນວ່າ ການແກ້ໄຂບັນຫາຂາດສານອາຫານຕ່ຳນ້ອຍໃນໄວເດັກແມ່ນໜຶ່ງໃນບັນດາບ້ວງໃຊ້ຈ່າຍເຊິ່ງລັດຖະບານ ອິນໂດເນເຊຍ ໃຫ້ບຸລິມະສິດໃນປີ 2023.

ໃນການຄົ້ນຄວ້າຫຼ້າສຸດ, ອົງການຄົ້ນຄວ້າກ່ຽວກັບດ້ານໂພສະນາການ (SSGI) ຂອງກະຊວງສາທາລະນະສຸກ ອິນໂດເນເຊຍ ໃຫ້ຮູ້ວ່າ: ປີ 2021, ອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢູ່ປະເທດນີ້ແມ່ນ 24,4%. ຕາມນັ້ນແລ້ວ ເດັກນ້ອຍ 4 ຄົນ ຂອງ ອິນໂດເນເຊຍ ທີ່ມີອາຍຸຕ່ຳກວ່າ 5 ປີ ແມ່ນມີເດັກ 1 ຄົນທີ່ຕ່ຳນ້ອຍ. ໃນປີ 2020, ເມື່ອໂລກລະບາດໂຄວິດ - 19 ລະບາດ, UNICEF ຄາດວ່າ ອິນໂດເນເຊຍ ມີເດັກນ້ອຍທີ່ຂາດສານອາຫານຮ້າຍແຮງກວ່າ 2 ລ້ານຄົນ ແລະ ເດັກ 7 ລ້ານກວ່າຄົນມີອາຍຸຕ່ຳກວ່າ 5 ປີ ຕ່ຳນ້ອຍຍ້ອນຂາດສານອາຫານ.

ອິນ​ໂດ​ເນ​ເຊຍ ຕັດ​ສິນ​ໃຈ​ແກ້​ໄຂບັນ​ຫາຂາດ​ສານ​ອາ​ຫານ​ຕ່ຳ​ນ້ອຍ​ໃນ​ໄວ​ເດັກ    - ảnh 1ອິນໂດດເນເຊຍ ແມ່ນປະເທດມີອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢືນອັນດັບທີ 5 ໃນໂລກ
ກ່ຽວກັບສາຍເຫດ, ໂພສະນາການໄດ້ຮັບຖືວ່າ ແມ່ນປັດໄຈແຖວໜ້າ ທີ່ກໍ່ໃຫ້ເກີດສະພາບຕ່ຳນ້ອຍຍ້ອນຂາດສານອາຫານໃນໄວເດັກ, ແຕ່ນັ້ນບໍ່ແມ່ນສາຍເຫດໜຶ່ງດຽວຢູ່ ອິນໂດເນເຊຍ ເຊິ່ງລວມມີການຂາດຄວາມຮູ້, ການເຂົ້າເຖິງການບໍລິການສາທາລະນະສຸກ, ສຸຂະພາບຂອງຜູ້ເປັນແມ່, ປັດໄຈສະພາບແວດລ້ອມ… ເອື້ອຍ Fahmi Aryati ມີລູກສາວອາຍຸ 2 ປີທີ່ຕ່ຳຈ່ອຍຍ້ອນຂາດສານອາຫານ ໄດ້ແບ່ງປັນວ່າ:

“ຂ້າພະເຈົ້າແມ່ນແມ່ບ້ານ. ລູກສາວຂ້າພະເຈົ້າໄດ້ຊັງ ແລະ ວັດແທກຄວາມສູງແລ້ວ ແຕ່ບໍ່ມີຫຍັງປ່ຽນແປງເມື່ອທຽບໃສ່ການແທກຊຸດກ່ອນ. ທ່ານໝໍເພິ່ນບົ່ງມະຕິພະຍາດວ່າ ຫຼານນ້ອຍຂາດສານອາຫານ. ຂ້າພະເຈົ້າບໍ່ຮູ້ ຍ້ອນຫຼານບໍ່ມີອາການຫຍັງເລີຍ ແລະ ກໍຄິດວ່າ ເຮົາໃຫ້ກິນອາຫານຄົບ 5 ໝູ່ແລ້ວ. ຂ້າພະເຈົ້າບໍ່ຮູ້ເປັນຫຍັງ ຫຼານຍັງຂາດສານອາຫານ ແລ້ວຕ່ຳນ້ອຍຄືແນວນີ້”.

ໃນບົດກ່າວຄຳເຫັນເລີ່ມຕົ້ນອາຍຸການເປັນປະທານາທິບໍດີສະໄໝທີ 2 ໃນປີ 2019, ທ່ານປະທານາທິບໍດີ Joko Widodo ໄດ້ຢ້ຳຄືນວິໄສທັດ ເພື່ອໃຫ້ ອິນໂດເນເຊຍ ກາຍເປັນປະເທດພັດທະນາໃນປີ 2045 ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ. ຮອດປີ 2045, ປະຊາກອນ ອິນໂດເນເຊຍ ຄາດວ່າຈະກາຍ 300 ລ້ານຄົນ, ໃນນັ້ນລາຍຮັບສະເລ່ຍຕໍ່ຫົວຄົນຂອງປະເທດນີ້ແມ່ນຄາດວ່າຈະບັນລຸ 23.000 USD ຕໍ່ຕົນ.

ອິນ​ໂດ​ເນ​ເຊຍ ຕັດ​ສິນ​ໃຈ​ແກ້​ໄຂບັນ​ຫາຂາດ​ສານ​ອາ​ຫານ​ຕ່ຳ​ນ້ອຍ​ໃນ​ໄວ​ເດັກ    - ảnh 2ການແກ້ໄຂສະພາບເດັກຕ່ຳຈ່ອຍຍ້ອນຂາດສານອາຫານ ຈະແມ່ນໜຶ່ງໃນບັນດາບຸລິມະສິດປ່ອຍງົບປະມານຂອງລັດຖະບານໃນປີ 2023
ເດັກທີ່ຂາດສານອາຫານຈະປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຮັບປະກັນຜົນການຮຽນຢູ່ໂຮງຮຽນ, ຊ້ຳບໍ່ໜຳ ຕ້ອງປະການຮຽນ ແລະ ອາດຈະປະສົບກັບຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທຳ ແລະ ມີລາຍຮັບຕໍ່າ, ມີຄວາມເປັນໄປໄດ້ສູງວ່າຈະຕ້ອງດຳລົງຊີວິດໃນເງື່ອນໄຂທຸກຍາກຕະຫຼອດຊີວິດ. ສະພາບຕ່ຳຈ່ອຍຍ້ອນຂາດສານອາຫານນີ້ ບໍ່ພຽງແຕ່ແມ່ນບັນຫາສ່ວນຕົວເທົ່ານັ້ນ ຫາກຍັງສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດຂອງປະເທດຊາດອີກດ້ວຍ. ທະນາຄານໂລກ ຄາດວ່າ ສະພາບເດັກຕ່ຳຈ່ອຍ ແລະ ບັນຫາໂພສະນາການອື່ນໆ ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນປະເທດຫຼຸດລົງປະມານ 3% ຕໍ່ປີ.

ໃນດຳລັດສະບັບໜຶ່ງທີ່ໄດ້ປະກາດເມື່ອປີ 2021 ກ່ຽວກັບການເພີ່ມທະວີການຫຼຸດອັດຕາເດັກນ້ອຍຕ່ຳຈ່ອຍຍ້ອນຂາດສານອາຫານຫຼຸດລົງນັ້ນ, ທ່ານປະທານາທິບໍດີ  Joko Widodo ໄດ້ວາງເປົ້າໝາຍຫຼຸດລົງ 10,4% ພາຍໃນເວລາທີ່ຍັງບໍ່ຮອດ 2,5 ປີ. ແຕ່ວ່າ ນັບແຕ່ປີ 2013  ຫາປີ 2021, ອິນໂດເນເຊຍ ພະຍາຍາມຫຼຸດໄດ້ປະມານ 2% ຕໍ່ປີເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ Joko Widodo ຢັ້ງຢືນວ່າ ຈະປະຕິບັດເປົ້າໝາຍນີ້ໃຫ້ໄດ້ ຍ້ອນວ່າ ການລົງທຶນເຂົ້າໃນໂຄງການຈຳກັດສະພາບເດັກຕ່ຳນ້ອຍຍ້ອນຂາດສານອາຫານນີ້ ຈະຊ່ວຍສ້າງລຸ້ນຄົນມີຄຸນນະພາບໃນອະນາຄົດ. ທ່ານປະທານາທິບໍດີ ຢັ້ງຢືນວ່າ ການແກ້ໄຂສະພາບເດັກຕ່ຳຈ່ອຍຍ້ອນຂາດສານອາຫານ ຈະແມ່ນໜຶ່ງໃນບັນດາບຸລິມະສິດປ່ອຍງົບປະມານຂອງລັດຖະບານໃນປີ 2023.

ອິນ​ໂດ​ເນ​ເຊຍ ຕັດ​ສິນ​ໃຈ​ແກ້​ໄຂບັນ​ຫາຂາດ​ສານ​ອາ​ຫານ​ຕ່ຳ​ນ້ອຍ​ໃນ​ໄວ​ເດັກ    - ảnh 3ອິນໂດເນເຊຍ ເບິ່ງແຍງດູແລສຸຂະພາບໃຫ້ແກ່ແມ່ຍິງຖືພາ
ການໃຫ້ຄຳປຶກສາ, ເພີ່ມເຕີມໂພສະນາການ ແລະ ການຮ່ວມມືກັບພາກເອກະຊົນແມ່ນບາງມາດຕະການເຊິ່ງລັດຖະບານ ອິນໂດເນເຊຍ ໄດ້ປະຕິບັດເພື່ອແກ້ໄຂບັນຫາດັ່ງກ່າວ. ຍຸດທະສາດດັ່ງກ່າວລວມມີການປັບປຸງໂພສະນາການໃຫ້ແກ່ເດັກໃນໄລຍະເວລາ 1.000 ວັນທຳອິດນັບແຕ່ເກີດມາ, ເບິ່ງແຍງດູແລສຸຂະພາບຂອງຜູ້ເປັນແມ່ພາຍຫຼັງເກີດລູກ. ມາດຕະການໜຶ່ງທີ່ໄດ້ຮັບການຕີລາຄາວ່າມີປະສິດທິຜົນ ນັ້ນແມ່ນເຄືອຂ່າຍນັກອາສາສະໝັກ ກວ່າ 1,5 ລ້ານຄົນເຂົ້າຮ່ວມ ຢູ່ສຸກສາລາແຫ່ງຕ່າງໆໃນທົ່ວປະເທດ ອິນໂດເນເຊຍ ເພື່ອໃຫ້ຄຳປຶກສາກ່ຽວກັບໂພສະນາການ ແລະ ຕິດຕາມການເຕີບໃຫຍ່ຂອງເດັກ ແລະ ສຸຂະພາບຂອງຜູ້ເປັນແມ່ ກໍຄືປິ່ນປົວພະຍາດທົ່ວໄປ. Lilis Srimuliaty, ຫົວໜ້າຄະນະພະດຸງຄັນ ຢູ່ Sukadami, ທາງທິດຕາເວັນຕົກ Java ແບ່ງປັນວ່າ:

“ບັນດານັກອາສາສະໝັກນີ້ ລ້ວນແຕ່ແມ່ນຜູ້ເປັນແມ່ຈະມາຊ່ວຍເຫຼືອພວກຂ້າພະເຈົ້າດ້ວຍຄວາມສະໝັກໃຈ. ສິ່ງທີ່ພວກຂ້າພະເຈົ້າເຮັດແມ່ນ ລົງໄປຢາມແຕ່ລະຄອບຄົວທີ່ມີເດັກນ້ອຍ, ຊັ່ງນ້ຳໜັກ ແລະ ວັແທກຄວາມສູງໃຫ້ແກ່ເດັກ ເພື່ອກວດຫາກໍລະນີຕ່ຳນ້ອຍ ຫຼື ມີຄວາມສ່ຽງຂາດສານອາຫານໄດ້ໂດຍໄວ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າຈະຊ່ວຍເຫຼືອດ້ານສະບຽງອາຫານ ຫຼື ຢາບຳລຸງ”.

ລັດຖະບານ ອິນໂດເນເຊຍ ກໍໃຫ້ຄຳໝັ້ນສັນຍາເປີດກວ້າງລະບົບຊ່ວຍເຫຼືອສັງຄົມ, ຊ່ວຍບັນດາຄອບຄົວທຸກຍາກເພື່ອໃຫ້ເຂົາເຈົ້າສາມາດມີຄວາມເອົາໃຈໃສ່ຫຼາຍກວ່າຕໍ່ລະບອບໂພສະນາການຂອງເດັກ ແລະ ແມ່ຍິງຖືພາ. ນອກຈາກນັ້ນແລ້ວ, ບັນດາໂຄງການອຸປະຖຳສະບຽງອາຫານບໍ່ນຳໃຊ້ເງິນສົດ, ປະກັນໄພສຸຂະພາບແຫ່ງຊາດ, ເພີ່ມທະວີໂພສະນາການໃນການສຶກສາຂັ້ນອະນຸບານເພື່ອໃຫ້ເດັກນ້ອຍສາມາດເຕີບໃຫຍ່ ແລະ ພັດທະນາໄດ້ເປັນຢ່າງດີ…ແມ່ນພວມປົວແປງສະພາບຂາດສານອາຫານຕ່ຳນ້ອຍໃນໄວເດັກ ຢູ່ປະເທດນີ້ໄດ້ຫຼາຍພໍສົມຄວນ./.

ຕອບກັບ

ຂ່າວ/ບົດ​ອື່ນ