ອິນໂດເນເຊຍ ມານະພະຍາຍາມດຶງດູດນັກທ່ອງທ່ຽວມາຈາກຫວຽດນາມ


(vovworld)- ຂະແຫນງທ່ອງທ່ຽວແມ່ນຂະແຫນງອຸດສາຫະກຳ ປະກອບສ່ວນເຂົ້າ ງົບປະມານຢືນອັນດັບທີ 4 ຢູ່ ອິນໂດເນເຊຍ ໃນຕະຫລອດໄລຍະຜ່ານມາ. ໃນປີ 2016, ເມື່ອມູນຄ່າການສົ່ງອອກບັນດາປະເພດສິນຄ້າຕົ້ນຕໍຂອງປະເທດນີ້ຄື: ນ້ຳມັນອາຍແກສ, ນ້ຳມັນໝາກພ້າວ ແລະ ຢາງພາລາ ພວມໃນທ່າຊຸດໂຊມ, ຂະແຫນງທ່ອງທ່ຽວໄດ້ຮັບການກຳນົດ ແມ່ນປາຍແຫລມແຫ່ງການພັດທະນາ ແລະ ແມ່ນທິດທາງໃຫມ່ຂອງອິນໂດເນເຊຍ. ໃນຈຳນວນປະເທດທີ່ມີນັກທ່ອງທ່ຽວໄປຢ້ຽມຢາມອິນໂດເນເຊຍ, ຫວຽດນາມ ແມ່ນປະເທດມີຄວາມສາມາດບົ່ມຊ້ອນແຖວຫນ້າສຳລັບບັນດາວິສາຫະກິດທ່ອງທ່ຽວອິນໂດເນເຊຍ.

 

ອິນໂດເນເຊຍ ມານະພະຍາຍາມດຶງດູດນັກທ່ອງທ່ຽວມາຈາກຫວຽດນາມ - ảnh 1 ເກາະບາລີ ຢູ່ ອິນໂດເນເຊຍ (ພາບ:dulichs.org)

        ດ້ວຍເນື້ອທີ່ດິນກ້ວາງກວ່າ 1,9 ລ້ານກິໂລຕາແມັດ, ອິນໂດເນເຊຍ ມີສະຖານທີ່ທ່ອງທ່ຽວ ນັບພັນແຫ່ງ ຊື່ງໄດ້ດຶງດູດນັກທ່ອງທ່ຽວສາກົນມາຢ້ຽມຢາມເປັນຈຳນວນຫລວງຫລາຍ. ດ້ວຍຄວາມເປັນເອກະລັກສະເພາະແມ່ນປະເທດທີ່ມີເກາະໃຫຍ່ນ້ອຍຫລາຍສຸດໃນໂລກ, ການທ່ອງທ່ຽວທະເລ, ເກາະ ແມ່ນຫນຶ່ງໃນບັນດາທ່າແຮງຂອງອິນໂດເນເຊຍດ້ວຍບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ໃນໂລກຄື: Bali, Raja Ampat, ເກາະ Komodo….ຄຽງຄູ່ກັນນັ້ນ ດ້ວຍເກືອບ 300 ຊົນເຜົ່າ, ບັນດາລາຍການທ່ອງທ່ຽວຄົ້ນຫາ, ຊອກຮູ້ວັດທະນະທຳ ອິນໂດເນເຊຍ ກໍແມ່ນທ່າໄດ້ປຽບໃນການດຶງດູດນັກທ່ອງທ່ຽວຕ່າງປະເທດເປັນຈຳນວນຫລວງຫລາຍ. ເນື່ອງໃນໂອກາດໄປປະຕິບັດງານຢູ່ຫວຽດນາມ ຫວ່າງແລ້ວນີ້, ທ່ານ Firnandi Gufron, ຫົວຫນ້າກົມສົ່ງເສີມການທ່ອງທ່ຽວ, ສັງກັດກະຊວງທ່ອງທ່ຽວ ອິນໂດເນເຊຍ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຫນຶ່ງໃນບັນດາຕະຫລາດທ່ອງທ່ຽວຈຸດສຸມທີ່ດຶງດູດຄວາມສົນໃຈຂອງອິນໂດເນເຊຍໃນປີ 2016.

        “ປະຈຸບັນ ພວກຂ້າພະເຈົ້າພວມຜັນຂະຫຍາຍ 3 ຍຸດທະສາດໂຄສະນາການທ່ອງທ່ຽວ ອິນໂດເນເຊຍ ອອກສູ່ຕ່າງປະເທດ ພິເສດແມ່ນການທ່ອງທ່ຽວຫວຽດນາມ. ຍຸດທະສາດທຳອິດ ແມ່ນສ້າງເຄື່ອງໝາຍທ່ອງທ່ຽວ. ພວກຂ້າພະເຈົ້າຈະແນະນຳ ລາຍການ“ອິນໂດເນເຊຍ ສິ່ງມະຫັດສະຈັນ” (Wonderful Indonesia) ຢູ່ ຫວຽດນາມ ເພາະວ່າ ອິນໂດເນເຊຍ ມີຫລາຍຮູບການທ່ອງທ່ຽວຊື່ງໃນໂລກມີ. ອິນໂດເນເຊຍ ມີທະເລ, ເກາະ ຊ້ຳບໍ່ໜຳ ມີຫິມະ ຢູ່ເຂດ Papua. ຍຸດທະສາດທີ 2 ນັ້ນແມ່ນ ພວກຂ້າພະເຈົ້າດຳເນີນການໂຄສະນາການທ່ອງທ່ຽວທາງພາຫະນະສື່ສານ ນັບທັງສິ່ງພິມຫລື ອິນເຕີແນດ. ນອກນັ້ນ ພວກຂ້າພະເຈົ້າໄດ້ສ້າງເງື່ອນໄຂໃຫ້ບັນດາບໍລິສັດທ່ອງທ່ຽວ, ບັນດານັກບໍລິຫານອິນໂດເນເຊຍ ສາມາດພົບປະກັບບັນດາຄູ່ຮ່ວມມືຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມີນ. ສາມຍຸດທະສາດນີ້ ຈະຊ່ວຍປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈແຈ້ງກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ ອິນໂດເນເຊຍກວ່າ.”

ອິນໂດເນເຊຍ ມານະພະຍາຍາມດຶງດູດນັກທ່ອງທ່ຽວມາຈາກຫວຽດນາມ - ảnh 2
ສູນການຄ້າ ຢູ່ ຈາກາຕາ
ພາບ:dulich.com

        ຕາມການສະຖິຕິຂອງກະຊວງທ່ອງທ່ຽວ ອິນໂດເນເຊຍແລ້ວ, ຈຳນວນນັກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ ໃນປີ 2015 ບັນລຸເກືອບ 50.000 ຄົນ. ຕົວເລກນີ້ ບໍທັນສະແດງໃຫ້ເຫັນຄວາມດູດດື່ມຂອງຂະແຫນງທ່ອງທ່ຽວອິນໂດເນເຊຍ ສຳລັບນັກທ່ອງທ່ຽວຫວຽດນາມ. ນັກທ່ອງທ່ຽວມາຈາກຫວຽດນາມ ສ່ວນຫລາຍແມ່ນໄປຢ້ຽມຢາມ ເກາະ ບາລີ, ອິນໂດເນເຊຍ ແລະ ນະຄອນຫລວງ ຈາກາຕາ. ໃນຂະນະນັ້ນ, ຢູ່ ອິນໂດເນເຊຍ ຍັງມີສະຖານທີ່ທ່ອງທ່ຽວຫລາຍແຫ່ງ ດ້ວຍບັນດາລາຍການທ່ອງທ່ຽວດຶງດູດນັກທ່ອງທ່ຽວຫວຽດນາມເວົ້າສະເພາະຄື: ການທ່ອງທ່ຽວແຫ່ງການເຫລື້ອມໃສເຖິງ ວິຫານ Borobufur ຢູ່ Yogyakata, ຫລື ທ່ອງທ່ຽວຊອກຮູ້ປະຫວັດສາດເຖິງ ນະຄອນ Bandung ຊື່ງແມ່ນສະຖານທີ່ປະທານໂຮ່ຈິມີນ ເຄີຍຢ້ຽມຢາມ. ຕາມອ້າຍ Fernando ຜູ້ຕາງຫນ້າບໍລິສັດທ່ອງທ່ຽວ MG Destination ຂອງອິນໂດເນເຊຍແລ້ວ, ຈຳນວນນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ ຍັງຈຳກັດຢູ່ ຍ້ອນ ຊາວຫວຽດນາມ ບໍ່ທັນຮູ້ຈັກເຖິງ ອິນໂດເນເຊຍ ປານໃດ, ຄຽງຄູ່ກັນນັ້ນ ແຕ່ລະມື້ສາຍການບິນ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ ພຽງມີຖ້ຽວຫນຶ່ງຈາກນະຄອນ ໂຮ່ຈິມີນ ແລະ ຈາກາຕາ ດ້ວຍລາຄາປິ້ຍົນສູງພໍສົມຄວນ, ກວ່າ 500 USD. ອ້າຍ Fernando ໃຫ້ຮູ້ວ່າ:

        “ຕາມບັນດາຄູ່ຮ່ວມມືຂອງພວກຂ້າພະເຈົ້າແລ້ວ, ລາຄາປິ້ຍົນໄປຍັງອິນໂດເນເຊຍ ສູງກວ່າໄປຍັງຍີ່ປຸ່ນ. ນີ້ແມ່ນບັນຫາຕົ້ນຕໍ. ຖ້າຫາກບໍ່ຄິດໄລ່ຄ່າປີ້ຍົນ, ລາຍຈ່າຍອື່ນຢູ່ ອິນໂດເນເຊຍ ຖືກທີ່ສຸດ, ພຽງປະມານ 200 USD ໃຫ້ແກ່ລາຍການທ່ອງທ່ຽວ 4 ວັນ 3 ຄືນ. ເຍື່ອງອາຫານຢູ່ ອິນໂດເນເຊຍ ກໍເໝາະສົມກັບລົດຊາດຂອງນັກທ່ອງທ່ຽວຫວຽດນາມ, ຊ້ຳບໍ່ໜຳ ພວກຂ້າພະເຈົ້າກໍໄດ້ກະກຽມບັນດາເຍື່ອງອາຫານ ຫວຽດນາມ, ໄທ, ຈີນ …”

        ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກນັ້ນ, ປະຈຸບັນ ລັດຖະບານ ອິນໂດເນເຊຍ ພວມຊອກຫາກາລະໂອກາດຮ່ວມມື ແລະ ຫນູນຊ່ວຍ ຈາກບັນດາບໍລິສັດການບິນໃນພາກພື້ນ. ປະຈຸບັນ ບໍລິສັດການບິນ ສິງກະໂປ ໄດ້ເຫັນດີ ຈະຄົ້ນຄ້ວາຜັນຂະຫຍາຍບັນດາສາຍການບິນໂດຍກົງຈາກຫວຽດນາມ ໄປຍັງບັນດາສະຖານທີ່ທ່ອງທ່ຽວລືຊື່ຂອງ ອິນໂດເນເຊຍ ດ້ວຍລາຄາແກ້ງແຍ້ງ. ທ່ານ Firnandi Gufron ແບ່ງປັນວ່າ:

        “ສາຍການບິນ ຈາກຫວຽດນາມ ໄປຍັງ ອິນໂດເນເຊຍ ຍັງຈຳກັດຢູ່. ປະຈຸບັນ ບໍລິສັດການບິນ Singapore Airlines ໄດ້ສະເຫນີຈັດຕັ້ງບັນດາສາຍການບິນໂດຍກົງຈາກ 3 ແຫ່ງ ຢູ່ ຫວຽດນາມ ນັ້ນແມ່ນ ຮ່າໂນ້ຍ, ດາຫນັງ ແລະ ນະຄອນໂຮ່ຈິມີນ ໄປເຖິງ ສະຖານທີ່ທ່ອງທ່ຽວ12 ແຫ່ງ ຢູ່ ອິນໂດເນເຊຍ. ຕາມນັ້ນແລ້ວ, ລາຄາໄປມາລະຫວ່າງສອງປະເທດຈະຫລຸດລົງ. ພວກຂ້າພະເຈົ້າ ຈະຄົ້ນຄ້ວາສາຍການບິນ ແລະ ຈຸດນັດພົບໃດເໝາະສົມກັບນັກທ່ອງທ່ຽວຫວຽດນາມ.”

        ຄຽງຄູ່ກັບການສ້າງເງື່ອນໄຂສະດວກໃຫ້ແກ່ນັກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ, ລັດຖະບານ ອິນໂດເນເຊຍ ປະຈຸບັນ ພວມຜັນຂະຫຍາຍຫລາຍແຜນການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ ເພື່ອວາງອອກບັນດາການບໍລິການທ່ອງທ່ຽວດີສຸດໃຫ້ແກ່ນັກທ່ອງທ່ຽວຫວຽດນາມ. ທ່ານ Firnandi Gufron ໃຫ້ຮູ້ຕື່ມອີກວ່າ:

        “ລັດຖະບານ ອິນໂດເນເຊຍ ປະຈຸບັນ ພວມຮ່ວມມືກັບສູນພາສາຕ່າງປະເທດ ແລະ ມະຫາວິທະຍາໄລເພື່ອສອນພາສາຫວຽດ. ສິ່ງດັ່ງກ່າວບໍ່ແມ່ນເລື່ອງງ່າຍດາຍ ແຕ່ພວກຂ້າພະເຈົ້າເຊື່ອໝັ້ນວ່າ ອາດຈະບຳລຸງສ້າງຖັນແຖວນາງອາກາດ ແລະ ຜູ້ນຳທ່ຽວທີ່ສາມາດເວົ້າພາສາຫວຽດ.”

        ເມື່ອຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດັ່ງກ່າວໄດ້ຮັບການແກ້ໄຂ, ອິນໂດເນເຊຍ ຈະກາຍເປັນສະຖານທີ່ທ່ອງທ່ຽວອັນດູດດື່ມສຳລັບນັກທ່ອງທ່ຽວ ຫວຽດນາມ. ຄາດໝາຍຂອງ ອິນໂດເນເຊຍ ໃນປີ 2016 ແມ່ນສາມາດດຶງດູດນັກທ່ອງທ່ຽວຫວຽດນາມ ປະມານ 55.000 ຄົນ (ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2015). ດ້ວຍບັນດາຄວາມມານະພະຍາຍາມຂອງລັດຖະບານ ອິນໂດເນເຊຍ ກໍຄື ບັນດາບໍລິສັດທ່ອງທ່ຽວສອງປະເທດ, ຕົວເລກດັ່ງກ່າວອາດຈະປະຕິບັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ