ອິນໂດເນ​ເຊຍ ສົ່ງ​ເສີມ​ການ​ໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວແຫ່ງ​ໃໝ່ 10 ແຫ່ງ

(VOVWORLD) -ສະຖານທີ່ທ່ອງທ່ຽວແຫ່ງໃໝ່ 10 ແຫ່ງ ຫຼື ຍັງເອີ້ນວ່າ “10 New Bali” ແມ່ນລາຍການໂດຍລັດຖະບານ ອິນໂດເນເຊຍ ຈັດຕັ້ງຂຶ້ນ ເພື່ອແນໃສ່ຊຸກຍູ້ບັນດາ tour ທ່ອງທ່ຽວໄປເຖິງບັນດາສະຖານທີ່ທ່ອງທ່ຽວທີ່ມີທ່າແຮງບົ່ມຊ້ອນຂອງອິນໂດເນເຊຍ. ໂດຍນອນໃນລະບົບການເຄື່ອນໄຫວເພື່ອແນໃສ່ໂຄສະນາບັນດາສະຖານທີ່ທ່ອງທ່ຽວໃໝ່ນີ້, ຕົ້ນເດືອນ ກັນຍາ ຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ສົມທົບກັບກະຊວງທ່ອງທ່ຽວ ອິນໂດເນເຊຍ ຈັດຕັ້ງເຫດການທີ່ມີຫົວຂໍ້ວ່າ “ພາລະກຳດ້ານການຄ້າ - ໂຄສະນາສະຖານທີ່ທ່ອງທ່ຽວໃໝ່ 10 ແຫ່ງຂອງ ອິນໂດເນເຊຍຢູ່ຮ່າໂນ້ຍ”. ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດທ່ອງທ່ຽວອິນໂດເນເຊຍ ໄດ້ແນະນຳ, ຈ່າວຂາຍບັນດາການ tour ທ່ອງທ່ຽວ ແລະ ຊອກຮູ້ຄູ່ຮ່ວມມືມາຈາກຫວຽດນາມ. ຕໍ່ໄປນີ້ ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ.

-      ສະບາຍດີຮ່າໂນ້ຍ? ພວກເພື່ອນສະບາຍດີບໍ?

-      ຢູ່ນີ້ມີໃຜແດ່ທີ່ຮູ້ຈັກແຂວງຕາເວັນອອກ Java?

ນັ້ນຄືສຽງທັກທາຍ ແລະ ຄຳຖາມຈາກທ່ານ Monas Tjahjono ທີ່ມາຈາກ ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍ (ASITA)ແຂວງ ຕາເວັນອອກ Java ແລະ ມີແຕ່ 4 – 5 ຄົນຍົກມືຂຶ້ນ. ສິ່ງດັ່ງກ່າວກໍບໍ່ມີຫຍັງທີ່ໜ້າປະຫຼາດໃຈ ເມື່ອປັດຈຸບັນນີ້ ແຂກທ່ອງທ່ຽວຫວຽດນາມ ສ່ວນຫຼາຍ ພຽງແຕ່ຮູ້ຈັກເຖິງ ເກາະ ບາລີ ເທົ່ານັ້ນ ແລະ ເລືອກບາລີ ແມ່ນສະຖານທີ່ທ່ອງທ່ຽວ ໃນ tour ທ່ອງທ່ຽວປະເທດ ອິນໂດເນເຊຍ ຂອງເຂົາເຈົ້າ. ເຫດການ tour ດັ່ງກ່າວຖືກຈັດຂຶ້ນເພື່ອແນະນຳບັນດາສະຖານທີ່ທ່ອງທ່ຽວຈັບອົກຈັບໃຈຂອງ ອິນໂດເນເຊຍ ມາຍັງແຂກທ່ອງທ່ຽວຫວຽດນາມ.

                “ຈຸດພົ້ນເດັ່ນຂອງແຂວງ ຕາເວັນອອກ Java ແມ່ນພູເຂົາໄຟ Bromo. ຢູ່ທີ່ນັ້ນ, ແຂກທ່ອງທ່ຽວສາມາດຊົມອາລຸນວັນໃໝ່ ແລະທັດສະນີຍະພາບທີ່ໃຫຍ່ໂຕມະໂຫຖານ. ນອກຈາກນັ້ນ, ຫ່າງຈາກພູເຂົາໄຟ Bromo ໄປໜ້ອຍໜຶ່ງ ແມ່ນປາກພູເຂົາໄຟ Ijen ເຊິ່ງກໍແມ່ນສະຖານທ່ອງທ່ຽວແຫ່ງໜຶ່ງທີ່ລືຊື່. ຢູ່ທີ່ນີ້, ເພື່ອນສາມາດຮັບຊົມຖ່ານໄຟສີຟ້າ. ນີ້ແມ່ນໜຶ່ງໃນປາກພູເຂົາສອງແຫ່ງໃນໂລກ ທີ່ມີຖ່ານໄຟສີຟ້າ”.

ອິນໂດເນ​ເຊຍ ສົ່ງ​ເສີມ​ການ​ໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວແຫ່ງ​ໃໝ່ 10 ແຫ່ງ - ảnh 1 ທ່ານ Monas Tjahjono ທີ່ມາຈາກ ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍ (ASITA)ແຂວງ ຕາເວັນອອກ Java 

        ພູເຂົາໄຟ Bromo ເຊິ່ງທ່ານ Monas Tjahjono ໄດ້ເຕື້ອງເຖິງນັ້ນ  ແມ່ນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງນອນໃນບັນຊີ “10 New Bali”. Bromo ແມ່ນ 1 ໃນຈຳນວນ 5 ພູເຂົາໄຟທີ່ຍັງມີຖ່ານໄຟຮ້ອນງາມທີ່ສຸດໃນໂລກ. ຄວາມດູດດື່ມຈາກພູເຂົາໄຟ Bromo ແມ່ນຄວາມງາມທຳມະຊາດແບບປະຖົມປະຖານ ແລະ ບໍລິສຸດ. ໄລ່ສະເລ່ຍແຕ່ລະມື້, Bromo ດຶງດູດແຂກທ່ອງທ່ຽວປະມານ 1500 ເທື່ອຄົນມາຢ້ຽມຊົມ, ສະເພາະມື້ວັນເສົາ ແລະ ວັນອາທິດ ແມ່ນມີເຖິງ 3000 ເທື່ອຄົນ. ໂຊກດີທີ່ໄດ້ເຂົ້າຮ່ວມລາຍການ Famtrip ໄປຍັງ ຕາເວັນອອກ Java ໂດຍສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ຈັດຕັ້ງ ເມື່ອຕົ້ນປີ, ທ່ານນາງ ຫງວຽນຫວຽດທິດານເຟືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນການຄ້າ ແລະ ການທ່ອງທ່ຽວ Zentour  ເຊິ່ງແມ່ນໜຶ່ງໃນບັນດາຫົວໜ່ວຍຈັດບໍລິການພາແຂກທ່ອງທ່ຽວຫວຽດນາມ ໄປທ່ຽວຢູ່ຕ່າງປະເທດເປັນປະຈຳ, ໃນນັ້ນມີ ອິນໂດເນເຊຍ ໃຫ້ຮູ້ວ່າ:

          “ຕະຫຼາດ ອິນໂດເນເຊຍ ແມ່ນຕະຫຼາດແຫ່ງໜຶ່ງທີ່ພວກຂ້າພະເຈົ້າພັດທະນາແຕ່ດົນແລ້ວ ແລະ ສ່ວນຫຼາຍແມ່ນຢູ່ ບາລີ. ຜ່ານມາພວກຂ້າພະເຈົ້າກໍໄດ້ຮັບຄຳເຊື້ອເຊີນຈາກສະຖານທູດ ອິນໂດເນເຊຍ ປະຈຳຫວຽດນາມ ເຂົ້າຮ່ວມລາຍການ Famtrip ເພື່ອພັດທະນາການບໍລິການທ່ອງທ່ຽວຢູ່ແຂວງຕາເວັນອອກ Java, ໃນນັ້ນ ມີພູເຂົາໄຟ Bromo. ທັດສະນີຍະພາບຢູ່ຫັ້ນແມ່ນສຸດຍອດ ແລະ ໃຫຍ່ໂຕມະໂຫຖານອີຫຼີ. ນັ້ນແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ແລະ ບໍລິສັດພວກຂ້າພະເຈົ້າມີຄວາມປາດຖະໜາຢາກພັດທະນາ”.

ອິນໂດເນ​ເຊຍ ສົ່ງ​ເສີມ​ການ​ໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວແຫ່ງ​ໃໝ່ 10 ແຫ່ງ - ảnh 2 ຄູ່ຮ່ວມມືສອງຝ່າຍແລກປ່ຽນ, ແນະນໍາບໍລິການທ່ອງທ່ຽວ

  ໃນບັນຊີ “10 New Bali” , ເກາະJava ໄດ້ປະກອບສະຖານທີ່ທ່ອງທ່ຽວ 4 ແຫ່ງ. ນອກຈາກພູເຂົາໄຟ Bromo ແລ້ວ, ສະຖານທີ່ທ່ອງທ່ຽວ 3 ແຫ່ງທີ່ຍັງເຫຼືອ ແມ່ນ ໝູ່ເກາະ Seribu, ຫາດທະເລ Tanjung Lesung ແລະ ເຂດທ່ອງທ່ຽວຢ້ຽມຊົມ ວິຫານ Borobudur - ເຊິ່ງເປັນສິ່ງມະຫັດສະຈັນທາງສາສະໜາໃຫຍ່ທີ່ສຸດໃນໂລກ ໂດຍໄດ້ຮັບການຮັບຮອງຈາກ Unessco ວ່າ ເປັນມໍລະດົກວັດທະນະທຳຂອງມວນມະນຸດ. ສະຖານທີ່ 6 ແຫ່ງທີ່ຍັງເຫຼືອ ຂອງ “10 New Bali” ຕັ້ງກະແຈກກະຈາຍຢູ່ເກາະແຫ່ງຕ່າງໆຄື: ໜອງ Toba ຢູ່ທາງທິດເໜືອ Sumatra, ຫາດທະເລ Tanjung Kelayang ຢູ່ Bangka Belitung, ເກາະ Wakatobi ຢູ່ທິດຕາເວັນອອກ Sulawesi... ບັນດາສະຖານທີ່ທັງໝົດນັ້ນ ລ້ວນແຕ່ໄດ້ເຊື່ອມຕໍ່ກັບບັນດາສາຍການບິນສາກົນ ຫຼືພາຍໃນປະເທດ. ທ່ານ Monas Tjahjono ໃຫ້ຮູ້ຕື່ມອີກວ່າ:

  “ສຳລັບພື້ນຖານໂຄງລ່າງ, ໂຮງແຮມ, ສະໜາມບິນ ຫຼືພາຫະນະໄປມາ...ນັ້ນ ພວກຂ້າພະເຈົ້າໄດ້ກຽມພ້ອມໝົດແລ້ວ. ພວກຂ້າພະເຈົ້າກໍມີພັດຕະຄານ, ຮ້ານອາຫານຫຼາຍແຫ່ງ ທີ່ມີອາຫານແຊບ ແລະ ທັງມີອາຫານຈີນ ເຊິ່ງມີລົດຊາດເໝາະກັບຄົນຫວຽດ.ສິ່ງສຸດທ້າຍທີ່ພວກຂ້າພະເຈົ້າຕ້ອງເຮັດນັ້ນແມ່ນ ເຮັດແນວໃດເພື່ອໂຄສະນາບັນດາສະຖານທີ່ເຫຼົ່ານັ້ນເຖິງແຂກທ່ອງທ່ຽວຫວຽດນາມ”.

  ໃນຈຳນວນ 30 ບໍລິສັດທີ່ເຂົ້າຮ່ວມລາຍການດັ່ງກ່າວ, ມີຫຼາຍບໍລິສັດໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບບັນດາບໍລິສັດທ່ອງທ່ຽວຂອງ ອິນໂດເນເຊຍ ແລະ ສ່ວນຫຼາຍເຂົາເຈົ້າລ້ວນແຕ່ຮູ້ສຶກເພິ່ງພໍໃຈ. ທ່ານນາງ ຫງວຽນຫວຽດທິດານເຟືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນການຄ້າ - ການທ່ອງທ່ຽວ Zentour  ແລະ ທ່ານນາງ ຟ້າມມິງຈາງ ທີ່ມາຈາກບໍລິສັດ ລົງທຶນ Dolphintour ຈຳກັດ ກໍ່ປາດຖະໜາຢາກພັດທະນາບໍລິການທ່ອງທ່ໜວໄປຍັງ ອິນໂດເນເຊຍ.

  “ໃນອະນາຄົດ ພວກຂ້າພະເຈົ້າຈະພະຍາຍາມ ເພື່ອແນະນຳໃຫ້ຊາວຫວຽດນາມ ຮູ້ຈັກເຖິງຜະລິດຕະພັນ ອິນໂດເນເຊຍ ຫຼາຍກວ່າອີກ ເພາະວ່າ ສະຖານທີ່ທ່ອງທ່ຽວຂອງ ອິນໂດເນເຊຍແມ່ນມີເອກະລັກພິເສດທີ່ສຸດ. ພາຍຫຼັງເຂົ້າຮ່ວມເຫດການດັ່ງກ່າວ, ພວກຂ້າພະເຈົ້າມີຄູ່ຮ່ວມມືໃໝ່ ແລະ ບັນດາແນວຄວາມຄິດໃໝ່ເພື່ອພັດທະນາການທ່ອງທ່ຽວຢູ່ ອິນໂດເນເຊຍ”.

        “ບໍລິສັດພວກຂ້າພະເຈົ້າ ຢາກຊອກຮູ້ ບັນດາສະຖານທີ່ທ່ອງທ່ຽວຢູ່ ອິນໂດເນເຊຍ ເປັນຄືແນວໃດ? ລາຍການໃນມື້ນີ້ ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈ, ບັນດາລາຍການທ່ອງທ່ຽວຖືວ່າແປກໃໝ່ພໍສົມຄວນ ດ້ວຍບັນດາການເຄື່ອນໄຫວຫຼາຍຢ່າງ ແລະ ມັນມີຄວາມແຕກຕ່າງກັນຫຼາຍເມື່ອທ່ຽບໃສ່ບັນດາລາຍການທ່ອງທ່ຽວ ເຊິ່ງບໍລິສັດຂ້າພະເຈົ້າກຳລັງຜັນຂະຫຍາຍ. ທາງບໍລິສັດຂ້າພະເຈົ້າຈະຊອກຮູ້ເພີ່ມເຕີມ ແລະ ຫວັງວ່າ ຈະຈັດບັນດາລາຍການທ່ອງທ່ຽວໄປ ອິນໂດເນເຊຍ ໂດຍໄວ”.

   ປັດຈຸບັນ, ຈຳນວນແຂກທ່ອງທ່ຽວຫວຽດນາມ ໄປຍັງ ອິນໂດເນເຊຍ ສືບຕໍ່ເພີ່ມຂຶ້ນ. ຕາມຕົວເລກສະຖິຕິຂອງອິນໂດເນເຊຍ ແລ້ວ, ປີ 2018, ຈຳນວນແຂກທ່ອງທ່ຽວຫວຽດນາມ ໄປທ່ຽວຢູ່ ອິນໂດເນເຊຍ ແມ່ນເກືອບ 76.000 ເທື່ອຄົນ. ນັບແຕ່ເດືອນມັງກອນ ຫາເດືອນກໍລະກົດປີ 2019 ແລ້ວ, ຈຳນວນແຂກທ່ອງທ່ຽວຫວຽດນາມ ໄປທ່ຽວຢູ່ ອິນໂດເນເຊຍແມ່ນ 53.000 ເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ເຖິງຢ່າງໃດກໍຕາມ ບາລີ ຍັງແມ່ນສະຖານທີ່ ເຊິ່ງແຂກທ່ອງທ່ຽວຫວຽດນາມ ມັກເລືອກເຟັ້ນ. ກ່ຽວກັບເປົ້າໝາຍຂອງບັ້ນເຄື່ອນໄຫວໂຄສະນາສະຖານທີ່ທ່ອງທ່ຽວໃໝ່ຂອງ ອິນໂດເນເຊຍ ນັ້ນ, ທ່ານ Ibnu Hadi  ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ:

                “ພວກຂ້າພະເຈົ້າຢາກສົ່ງເສີມການທ່ອງທ່ຽວຫຼາຍກວ່າ ແລະ ມີການແລກປ່ຽນແຂກທ່ອງທ່ຽວລະຫວ່າງສອງປະເທດ. ໃນຕະຫຼອດປີ 2019 ນີ້, ທາງສະຖານທູດກໍໄດ້ໃຫ້ການໜູນຊ່ວຍຫຼາຍຢ່າງໃນການຈັດເຫດການ ແລະ ການເຄື່ອນໄຫວເພື່ອໂຄສະນາການທ່ອງທຽວ. ຍິ່ງໄປກວ່ານັ້ນ, ສະຖານທູດກໍ່ໄດ້ເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວສາກົນຫວຽດນາມ, ເຊີນສື່ມວນຊົນຫວຽດນາມ, ວາລະສານທ່ອງທ່ຽວ ແລະ Blogger  ເຂົ້າຮ່ວມບັນດາລາຍການຄື “Famtrip” ໄປຍັງ ອິນໂດເນເຊຍ ກໍຄືໃຫ້ການໜູນຊ່ວຍການເຊື່ອມຕໍ່ຕິດຕໍ່ພົວພັນ”.

       ກໍໃນເດືອນກັນຍາຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ກໍ່ໄດ້ຈັດຕັ້ງບັນດາເຫດການຄ້າຍຄືກັນຢູ່ນະຄອນ ໂຮ່ຈີມິນ ແລະ 2 ແຂວງຄື ຮ້າລອງ ແລະ ເງະອານຂອງຫວຽດນາມ. ດ້ວຍບັນດາຄວາມມານະພະຍາຍາມໂຄສະນາພາບພົດຂອງ ອິນໂດເນເຊຍ ເວົ້າລວມ ແລະ ການທ່ອງທ່ຽວ ອິນໂດເນເຊຍ ເວົ້າສະເພາະນັ້ນ, ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວຫວຽດນາມຈຳນວນ 123.000 ເທື່ອຄົນໃນປີ 2019 ຂອງລັດຖະບານ ອິນໂດເນເຊຍ ແມ່ນມີຄວາມເປັນໄປໄດ້ສູງ. 

ຕອບກັບ

ຂ່າວ/ບົດ​ອື່ນ