ອິນໂດເນເຊຍ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ຫວຽດນາມ

(vovworld)- ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ​ໂດຍ​ທ່ານປະທານ​ໂຮ່ຈິ​ມີນ ​ແລະ ອະດີດ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Sukarno ກໍ່​ຕັ້ງ ​ແລະ ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ. ບົນ​ພື້ນຖານ​ນັັ້ນ, ​ໃນ​ຫລາຍ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ບັນລຸ​ໄດ້ຜົນ​ງານ​ກະ​ໂດດ​ຂັ້ນ​ຫລາຍ​ຢ່າງ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ.​

        ​ໃນ​ຊຸມ​ປີຜ່ານມາ, ພື້ນຖານ​ເສດຖະກິດ​ຂອງ ອິນ​ໂດ​ເນ​​ເຊຍ ​ໄດ້ຢືນຢັນທີ່​​ຕັ້ງ​ບົດບາດ​ຂອງ​ຕົນ ​ແລະ ພວມກາຍ​ເປັນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ສຳລັບ​ວິ​ສາ​ຫະກິດ​ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ຂອງ ອິນ​ໂດ​ເນ​ເຊຍ ​ໃນ​ປີ 2011 ບັນລຸ 6,5% ​ແລະ ປີ 2012 ຄາດ​ວ່າ​ບັນລຸ 6,3 - 6,7%, ອິນ​ໂດ​ເນ​ເຊຍ​ກາຍ​ເປັນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບທີ 15 ​ແລະ ​ແມ່ນ​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ວອ່ງ​ໄວ​ຢືນ​ອັນ​ດັບ​ທີ 2 ​ໃນ​ໂລກ.

ອິນໂດເນເຊຍ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ຫວຽດນາມ - ảnh 1
ເວທີປາໄສການຄ້າ ການທ່ອງທ່ຽວ ແລະ ລົງທຶນ
ອິນໂດເນເຊຍ - ຫວຽດນາມ
ພາບ: internet

        ​ເຖິງ​ວ່າ ອິນ​​ໂດ​ເນ​ເຊຍ ບັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫລວງກໍ​ຕາມ ​ແຕ່​ຍັງ​ຄົງປະສົບ​ກັບ​ສິ່ງ​ທ້າ​ທາຍຫລາຍ​ຢ່າງ​ທີ່​ຈະ​ຕ້ອງ​ຜ່ານ​ຜ່າ​ຄື: ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ແບບ​ຍືນ​ຍົງ, ສ້າງ​ຄວາມດຸນ​ດຽງ​​ໃນການ​ພັດທະນາ​ເສດຖະກິດ​ຢູ່ພາກ​ພື້ນ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ກຳລັງ​​ແຮງ​ງານ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ການຫລຸດຜ່ອນ​ຄວາມ​ອຶດຫິວ​ທຸກ​ຍາກ. ຄຽງ​ຄູ່​ກັນ​ນັ້ນ, ລັດຖະບານ ອິນ​​ໂດ​ເນ​ເຊຍ ພວມ​ສືບ​ຕໍ່​ຍູ້​ແຮງ​ການ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ແລະ ​ໂລກ​ເພື່ອ​​ສຳ​ພັດ​ກັບ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ. ​ໃນ​ຈຳນວນ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ຍາມ​ໃດ ຫວຽດນາມ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ຄ້າ​ສຳຄັນ​ສຳລັບ ອິນ​​ໂດ​ເນ​ເຊຍ. ທ່າ​ນ Mayerfas ​ເອກ​ອັກຄະ​ລັດຖະທູດ ອິນ​​ໂດ​ເນ​ເຊຍ ປະຈຳ ຫວຽດນາມ​ໄດ້​ຢືນຢັນສິ່ງ​ດັ່ງກ່າວ​​ໃນ​ບົດ​ກ່າວ​ປາ​​ໄສ​ຂອງ​ຕົນ​ທີ່ງານ​ລ້ຽງ​​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 67 ປີ ​ແຫ່ງ​ວັນ​ເອກະລາດ​ຂອງ ອິນ​​ໂດ​ເນ​ເຊຍ ຫວ່າງ​ແລ້ວ​ນີ້.

        “ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​- ການ​ຄ້າ​ສອງ​ຝ່າຍ ສວມ​ບົດບາດ​ສຳຄັນ​ທີ່​ສຸດ. ສອງ​ປະ​ເທດ ພວກ​ເຮົາ​ໄດ້​ມານະ​ພະຍາຍາມ​ເພື່ອ​ເພີ່ມ​ວົງ​ເງິນ​ການຄ້າ​ຈາກ 4,7 ຕື້ USD ​ໃນ​ປີ 2011 ຂຶ້ນ​ທົບ​ສອງ​ເທົ່າ​ໃນ​ປີ 2015. ສະ​ນັ້ນ ​ເລື່ອງ​ສ້າງສາ​ຍພົວພັນ​ດ້ານ​ເສດຖະກິດ​ລະ​ຫວ່າງ ອິນ​​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຢ່າງ​ໝັ້ນ​ຄົງນັ້ນ, ແມ່ນ​ຫນຶ່ງ​ໃນ​ບັນດາ​ບັນຫາ​ຈຸດ​ສຸມ​​ແຫ່ງການ​ພົວພັນລະຫວ່າງອິນ​​ໂດ​ເນ​ເຊຍ​ກັບ​ຕ່າງປະ​ເທດ​ນັບ​ແຕ່​ເມື່ອ​ປີ 1995.”

ອິນໂດເນເຊຍ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ຫວຽດນາມ - ảnh 2
ທ່າ​ນ Mayerfas ​ເອກ​ອັກຄະ​ລັດຖະທູດ ອິນ​​ໂດ​ເນ​ເຊຍ ປະຈຳ ຫວຽດນາມ
ພາບ: tinmoi.vn

        ​ສ່ວນ​ທ່ານ Bui Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ຍາມ​ໃດລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ພັດທະນາ​ການ​ພົວພັນ​ກັບ ອິນ​​ໂດ​ເນ​ເຊຍ, ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສົມ​ກັບ​ບົດບາດ, ທີ່​ຕັ້ງ​ກໍ​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຂອງ​ສອງ​ປະ​ເທດ. ທ່ານ Bui Thanh Son ​​ເວົ້າ​ວ່າ:

        “ ສຳລັບ ຫວຽດນາມ, ຍາມ​ໃດ ອິນ​ໂດ​ເນ​ເຊຍ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ຕາມ​ທິດ​ສ້າງ​ຄວາມດຸນດຽງ​ກວ່າ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນລຸ​ກວ່າ 2,5 ຕື້ USD ​ໃນ 7 ​ເດືອນ​ຕົ້ນ​ປີ 2012. ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກະສິກຳ, ການ​ສຶກສາ​ບຳລຸງ​ສ້າງ, ພະລັງງານ, ວັດທະນະທຳ ການ​ທ່ອງ​ທ່ຽວ ກໍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ນຳ​ມາ​ເຊິ່ງໝາກຜົນ​ດີ​ພໍ​ສົມຄວນ, ຕອບ​ສະຫນອງ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ຂອງ​ທັງ​ສອງ​ຝ່າຍ.”


        ຕາມ​ໝາກຜົນ​ແຫ່ງການ​ສຳ​ຫລວດ​ຢູ່ວິ​ສາ​ຫະກິດ 405 ​ແຫ່ງ ແລະ ການ​ນຳ​ຂະ​ແຫນງ​ອຸດສາຫະກຳ​ໃນ​ພາກ​ພື້ນຫວ່າງ​ມໍ່ໆ​ມາ​ນີ້ ​ໂດຍ​ສະພາ​ທີ່​ປຶກສາ​ດ້ານ​ການ​ຄ້າ ອາ​ຊຽນ ປະຕິບັດນັ້ນ ມີ 50% ​​ແມ່ນເລືອກ​ເຟັ້ນອິນ​ໂດ​ເນ​ເຊຍ​ເປັນ​ສະຖານ​ທີ່​ລົງທຶນ​ທີ່​ດີ. 46% ​ແມ່ນເລືອກ​ເຟັ້ນຫວຽດນາມ ຢືນ​ອັນ​ດັບ​ 2 . ​ໂດຍແມ່ນ​ສະຖານ​ທີ່ 2 ​ແຫ່ງ​ທີ່ດຶງ​ດູດ​ນັກ​ລົງທຶນ​ກວ່າ​ໝູ່​ໃນ​ພາກ​ພື້ນ, ຍາມ​ໃດຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ  ກໍ​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ. ຫວຽດນາມ ສົ່ງ​ສິນຄ້າ​​ປະ​ເພດຕ່າງໆໄປ​ຂາຍ​ຢູ່ ອິນ​ໂດ​ເນ​ເຊຍ ​ຄື: ​ໂທລະສັບ, ຊິ້ນ​ສ່ວນ, ​ເຫລັກ​ກ້າ, ​ເຂົ້າສານ, ນ້ຳມັນ​ດິບ, ກາ​ເຟ.. ​ແລະ ນຳ​ເຂົ້າ​ບັນດາ​ປະ​ເພດສິນຄ້າ​ຈາກ ອິນ​ໂດ​ເນ​ເຊຍຄື: ນ້ຳມັນ​ພືດ, ​ແພ, ອຸປະກອນກົນ​ຈັກ, ​ໄມ້ ​ແລະ ບັນດາ​ຜະລິດ​ຕະພັນ​ຈາກ​ໄມ້. ​ໃນ 6 ​ເດືອນ​ຕົ້ນ​ປີ 2012, ວົງ​ເງິນ​ສົ່ງ​ອອກ​ສິນຄ້າຂອງຫວຽດນາມ ​ ໄປ​ຍັງ ອິນ​ໂດ​ເນ​ເຊຍບັນລຸ 1, 13 ຕື້ USD, ​ເພີ່ມ​ຂຶ້ນ 20,1% ​ແລະ ນຳ​ເຂົ້າ​ແມ່ນ 1,07 ຕື້ USD ​ເມື່ອ​ທຽ​ບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ຕົວ​ເລກ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ດຶງ​ດູດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ພົວພັນ​ແລກປ່ຽນ​ການ​ຄ້າ​ທີ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນດ້ານ​ເສດຖະກິດ ການ​ຄ້າ​ສອງ​ຝ່າຍ​​ໃຫ້ນັບ​ມື້​ນັບ​ພັດທະນາ, ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ຕັ້ງ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ, ການ​ພົບ​ປະ​ແລກປ່ຽນ ຂອງ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ພິ​ເສດແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ເມື່ອ​ປີ 2010, ການ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ເມື່ອ​ປີ 2011 ​ແລະ ຫວ່າງ​ແລ້ວ​ນີ້ ​ແມ່ນ​ວາລະ​ປຶກສາ​ຫາລື​ການ​ຮ່ວມ​ມື​ສອງ​ຝ່າຍ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໃນ​ເດືອນ 7 ຜ່ານ​ມາ ຢູ່ ຮ່າ​ໂນ້ຍ ​ແລະ ວາລະ​ປຶກສາ​ຫາລື​ຂອງຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ​ເຕັກນິກ​ສອງ​ຝ່າຍ​ຢູ່ ອິນ​ໂດ​ເນ​ເຊຍ ​ເມື່ອ​ເດືອນ 9/2012 ຜ່ານ​ມາ. ການ​ເຄື່ອນ​ໄຫວ​ທັງ​ໝົດ​ດັ່ງກ່າວ​ສື​ບຕໍ່​ສ້າງ​ກຳລັງ​ຫນູນ, ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ​ເປີດ​ກາລະ​ໂອກາດ​ສຳ​ພັດ, ຊອກ​ຮູ້ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​​ໃຫ້​ແກ່​ວິ​ສາ​ຫະກິດ​ສອງ​ປະ​ເທດ. ຜ່ານ​ນັ້ນ ປະກອບສ່ວນ​ຊຸກຍູ້​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ​ໃຫ້​ສົມ​ກັບຄວາມ​ສາມ​າດບົ່ມ​ຊ້ອນ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ​ສອງ​ປະ​ເທດ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ./.

       

       

ຕອບກັບ

ຂ່າວ/ບົດ​ອື່ນ