ອາ​ຊຽນ ຊຸກ​ຍູ້​ເສດ​ຖະ​ກິດ​ສີ​ຂຽວ

(VOVWORLD) - ທ່ານຜູ້ຟັງທີ່ເຄົາລົບ, ເສດຖະກິດສີຂຽວ ພ້ອມກັບການພັດທະນາຂອງສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມແມ່ນ ສາມເສົາຄ້ຳສຳຄັນຂອງການພັດທະນາແບບຍືນຍົງ, ພ້ອມທັງແມ່ນທ່າອ່ຽງທີ່ຈຳເປັນຂອງບັນດາປະເທດ. ໃນຊຸມປີ ມໍ່ໆມານີ້, ການຫັນປ່ຽນໄປຍັງພື້ນຖານເສດຖະກິດສີຂຽວໄດ້ຮັບຖືວ່າ ແມ່ນກຳລັງໜູນການເຕີບໂຕເສດຖະກິດກວມລວມໃນອາຊຽນ. ໃນລາຍການຊາຍຄາອາຊຽນ ມື້ນີ້, ເຊີນທ່ານ ຮັບຟັງບົດຂຽນທີ່ມີຫົວຂໍ້ວ່າ: “ອາຊຽນຊຸກຍູ້ເສດຖະກິດສີຂຽວ”.

ອາ​ຊຽນ ຊຸກ​ຍູ້​ເສດ​ຖະ​ກິດ​ສີ​ຂຽວ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ພັດທະນາແຫ່ງຊາດ ອິນໂດເນເຊຍ Suharso Monoarfa  (ພາບ: TTXVN)

ປີ 2021, ບັນດາການນຳອາຊຽນ ໄດ້ອອກຖະແຫຼງການກ່ຽວກັບພື້ນຖານເສດຖະກິດສີຂຽວ, ໃນນັ້ນຢັ້ງຢືນຄຳໝັ້ນສັນຍານຳພາການຮ່ວມມືພາກພື້ນໃນຂົງເຂດນີ້. ຄຳນິຍາມພື້ນຖານເສດຖະກິດສີຂຽວອາຊຽນ ລວມມີ ການນຳໃຊ້, ບໍລິຫານ, ຄຸ້ມຄອງ, ອະນຸລັກຮັກສາທະເລ ແລະ ມະຫາສະໝຸດ ກໍ່ຄືບັນດາແຫຼ່ງຊັບພະຍາກອນທຳມະຊາດ ແລະ ລະບົບນິເວດທາງທະເລ ແລະ ແຄມທະເລເພື່ອຮັບໃຊ້ການເຕີບໂຕເສດຖະກິດໃນບັນດາຂົງເຂດຄື ການຫາປາ, ປູກລ້ຽງສິນໃນນ້ຳ, ການຂົນສົ່ງທາງທະເລ, ພະລັງງານທົດແທນ, ການທ່ອງທ່ຽວ, ການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄ້ວາ ແລະ ພັດທະນາ, ປັບປຸງສະຫວັດດີການຂອງປະຊາຊົນ ແລະ ຊຸກຍູ້ຄວາມສະເໝີພາບທາງສັງຄົມ.

ຢູ່ເວທີປາໄສເສດຖະກິດສີຂຽວ ອາຊຽນ ທີ່ດຳເນີນເມື່ອຕົ້ນເດືອນກໍລະກົດ ປີ 2023 ຢູ່ ເກາະ Bangka, Belitung, ປະເທດອິນໂດເນເຊຍ ໄດ້ຮຽກຮ້ອງບັນດາປະເທດ ອາຊຽນ ນຳໃຊ້ສຳພັນທະມິດດ້ານການເງິນປະສົມທົ່ວໂລກ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເສດຖະກິດສີຂຽວຂອງພາກພື້ນ. ໂດຍແມ່ນຂໍ້ລິເລີ່ມຂອງ ອິນໂດເນເຊຍ ປະກາດຢູ່ກອງປະຊຸມສຸດຍອດ G20 ປີ 2022 ຢູ່ ບາລີ, ສຳພັນທະມິດດ້ານການເງິນປະສົມທົ່ວໂລກ ອາດຈະຊ່ວຍ ອາຊຽນ ເຕົ້າໂຮມບັນດານັກລົງທຶນ, ນັກຊ່ຽວຊານແຖວໜ້າ ໃນບັນດາຂົງເຂດເສດຖະກິດສີຂຽວຄື ການທ່ອງທ່ຽວທຳມະຊາດ, ການຄຸ້ມຄອງການປ່ອຍສິ່ງເສດເຫຼືອອອກສູ່ທະເລ ແລະ ແຄມທະເລ, ການຫາປາແບບຍືນຍົງ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີກະຊວງແຜນການ ແລະ ພັດທະນາແຫ່ງຊາດ ອິນໂດເນເຊຍ Suharso Monoarfa ແບ່ງປັນວ່າ:

ດ້ວຍບົດບາດເປັນປະທານອາຊຽນ 2023, ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາ ຍົກອອກຂອບເຂດພັດທະນາເສດຖະກິດສີຂຽວໃຫ້ແກ່ ອາຊຽນ, ສ້າງພື້ນຖານສ້າງຄວາມຮັບຮູ້ລວມ ແລະ ບັນດາແຜນການຊຸກຍູ້ຍຸດທະສາດນີ້ ຄືແມ່ນໜຶ່ງໃນບັນດາບຸລິມະສິດພັດທະນາເສດຖະກິດພາກພື້ນໃນປັດຈຸບັນ. ຍຸດທະສາດນີ້ ມີຄວາມຈຳເປັນໃນສະພາບການທີ່ລາຍຮັບຍັງມີຄວາມແຕກໂຕນກັນລະຫວ່າງບັນດາປະເທດ ອາຊຽນ. ຂ້າພະເຈົ້າເຊື່ອໝັ້ນວ່າ ອາຊຽນ ອາດຈະສວມບົດບາດນຳໜ້າໃນທ່າອ່ຽງເສດຖະກິດສີຂຽວທົ່ວໂລກ, ເສີມຂະຫຍາຍບັນດາທ່າແຮງທີ່ມີຢູ່ແລ້ວ, ພິເສດແມ່ນກ່ຽວກັບທະເລ, ມະຫາສະໝຸດ ແລະ ແຫຼ່ງນ້ຳ, ເລີ່ມດຳເນີນບັນດາຂໍ້ລິເລີ່ມນະວັດຕະກຳ, ແບ່ງປັນວິໄສທັດກ່ຽວກັບ ຄວາມວັດທະນາຖາວອນ ຂອງ ອາຊຽນ.

ໃນພາກພື້ນ, ຫວຽດນາມ ແມ່ນປະເທດແຄມທະເລ ດ້ວຍຝັ່ງທະເລຍາວກ່ວາ 3.250 ກີໂລແມັດ ລຽບແຕ່ເໜືອຮອດໃຕ້, ໃກ້ກັບບັນດາເສັ້ນທາງທະເລສາກົນ ແລະ ພາກພື້ນ ດັ່ງນັ້ນຈິ່ງມີຫຼາຍເງື່ອນໄຂສະດວກເພື່ອພັດທະນາເສດຖະກິດສີຂຽວ. ເມື່ອແບ່ງປັນທີ່ເວທີປາໄສ, ທ່ານ ຫງວຽນແອັງດຶກ, ພະນັກງານຮັບຜິດຊອບດ້ານເສດຖະກິດ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມໃຫ້ຮູ້ວ່າ ໄປຄຽງຄູ່ກັນບັນດາຄວາມສາມາດບົ່ມຊ້ອນດ້ານທຳມະຊາດແລ້ວ, ຫວຽດນາມ ກໍ່ພວມສ້າງບັນດາເງື່ອນໄຂສະດວກເທື່ອລະກ້າວ ເພື່ອຫັນປ່ຽນພື້ນຖານເສດຖະກິດທີ່ມີຄວັນ (ເສດຖະກິດສີເທົາ) ມາເປັນເສດຖະກິດທີ່ເປັນມິດກັບສິ່ງແວດລ້ອມ (ເສດຖະກິດສີຂຽວ).

ໃນຂະນະນັ້ນ, ກຳປູເຈຍ ໂດຍແມ່ນປະເທດປະທານ ອາຊຽນ 2022 ເຊື່ອໝັ້ນວ່າ ເສດຖະກິດສີຂຽວ ແມ່ນກຸນແຈຂອງການເຕີບໂຕຢູ່ ອາຊຽນ. ທ່ານເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ອາຊຽນ, Heng Sarith ໃຫ້ຮູ້ວ່າການພັດທະນາທ່າກຳປັນທະເລ ແລະ ທາງທະເລແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມປັບປຸງການເຂົ້າຮ່ວມຂອງກຳປູເຈຍ ເຂົ້າໃນລະບົບສະໜອງທົ່ວໂລກ. ໂດຍແບ່ງປັນກ່ຽວກັບຜົນກະທົບຂອງເສດຖະກິດສີຂຽວ ກໍ່ຄືບັນດາມາດຕະການຊຸກຍູ້ການພັດທະນາເສດຖະກິດສີຂຽວ ໃຫ້ແກ່ພາກພື້ນ ອາຊຽນ, ທ່ານ Heng Sarith ໃຫ້ຮູ້ວ່າ:

ກຳປູເຈຍຖືວ່າ ເສດຖະກິດສີຂຽວພວມມີຜົນກະທົບບໍ່ໜ້ອຍຕໍ່ສິ່ງແວດລ້ອມ. ວິໄສທັດລວມ ອາຊຽນ ຮອດປີ 2025 ສະແດງໃຫ້ເຫັນວ່າ ການພັດທະນາເສດຖະກິດແບບຍືນຍົງຕ້ອງປະຕິບັດໄປພ້ອມໆກັນ, ຕ້ອງມີຄວາມຮັບຜິດຊອບຂອງບັນດາພາກສ່ວນໃນສັງຄົມເພື່ອສ້າງປະສິດທິຜົນສູງສຸດ. ລັດຖະບານ, ບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ພົນລະເມືອງ ອາຊຽນ ຕ້ອງພ້ອມກັນເຫັນໄດ້ປະສິດທິຜົນຂອງການພັດທະນາແບບຍືນຍົງ. ການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ກໍ່ສວມບົດບາດສຳຄັນທີ່ສຸດເພື່ອສ້າງຜົນປະໂຫຍດລວມ.

ຕົວເລກຢູ່ເວທີປາໄສເສດຖະກິດສີຂຽວ ອາຊຽນ 2023 ສະແດງໃຫ້ເຫັນວ່າ ມີກ່ວາ 66% ເນື້ອທີ່ເຂດອາຊີຕາເວັນອອກສ່ຽງໃຕ້ ແມ່ນທະເລ ແລະ ມະຫາສະໝຸດ, ບັນດາເຂດທະເລຂອງ ອາຊຽນ ປະກອບສ່ວນ 15% ຂອງຂະແໜງການປະມົງທົ່ວໂລກ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 625 ລ້ານຄົນ ໃນບັນດາອາຊີບທີ່ກ່ຽວຂ້ອງ. ເພາະສະນັ້ນ, ອາດເວົ້າໄດ້ວ່າ ການຊຸກຍູ້ເສດຖະກິດສີຂຽວຢູ່ບັນດາຂົງເຂດຄື ການທ່ອງທ່ຽວທຳມະຊາດ, ຄວບຄຸມສິ່ງເສດເຫຼືອອອກສູ່ມະຫາສະໝຸດ, ການຫາປາແບບຍືນຍົງ ຈະແມ່ນກາລະໂອກາດທີ່ໃຫຍ່ຫຼວງ ເພື່ອຊຸກຍູ້ການເຕີບໂຕຢູ່ແຕ່ລະປະເທດສະມາຊິກ ອາຊຽນ. ສິ່ງນີ້ກໍ່ປະກອບສ່ວນຍົກສູງຖານະບົດບາດ ແລະ ທີ່ຕັ້ງຂອງ ອາຊຽນ ແລະ ເສີມຂະຫຍາຍບົດບາດເປັນສູນເຕີບໂຕທົ່ວໂລກຂອງ ອາຊຽນ ກໍ່ຄືຫົວຂໍ້ປີເປັນປະທານອາຊຽນ 2023 ຂອງອິນໂດເນເຊຍ: “ຂອບຂະໜາດ: ອາຊຽນ - ຈຸດສຸມຂອງການເຕີບໂຕ”.

ຕອບກັບ

ຂ່າວ/ບົດ​ອື່ນ