ອາຊຽນ - ພາກພື້ນມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນປີ 2013

(vovworld) - ປີ 2013 ມີ​ບໍລິສັດ​ລົງທຶນ​ຫລາຍ​​ແຫ່ງ​​ໄດ້ຖື​ ພາກ​ພື້ນອາຊີ ຕາ​ເວັນ​ອອກສຽງ​​ໃຕ້​ແມ່ນ​​ພາກ​ພື້ນມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ດ້ວຍ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟິລິບ​ປີນ ​ແລະ ມ້ຽນ​ມາ. ​ໃນ​ຂະ​ນະ​ທີ່​ເສດຖະກິດ​ໂລກ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ຍ້ອນ​ວິ​ກິດ​ການນັ້ນ, ​ແຕ່​ສາຍ​ເຫດ​ໃດ​​ເຮັດ​ໃຫ້​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ສາມາດດຶງ​ດູດ​ນັກ​ລົງທຶນ​ເຊ່ັນ​ນັ້ນ. ​​​ເຊີນ​ທ່ານ​ຮັບ​ຊົມບົດ​ທີ່​ມີ​ຫົວ​ຂໍ້​ວ່າ: “ອາ​ຊຽນ-ພາກ​ພື້ນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ໃນ​ປີ 2013”

ອາຊຽນ - ພາກພື້ນມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນປີ 2013 - ảnh 1
ປະເທດ ມ້ຽນມາ
ພາບ:internet

        ຕາມ​ການ​ຄາດ​ຄະ​ເນ​ຂອງ ສປຊ ​ແລ້ວ, ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ ອາ​ຊຽນ ຈະ​ບັນລຸ​ 5,7% ​ໃນ​ປີ 2013 ​ແລະ 5,8% ​ໃນ​ປີ 2014. ອາ​ຊຽນ ພວມ​ແກ້ງ​ແຍ່ງ​ກັບ​ພື້ນຖານ​ເສດຖະກິດ​ໃຫຍ່ຈຳນວນ​ຫນຶ່ງ​ໃນ​ພາກ​ພື້ນ ອາຊີ ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ. ບັນດາ​ກຸ່ມ​ບໍລິສັດ​ຂ້າມ​ຊາດ​ໄດ້​ເລີ່​ມຕົ້ນ​ມຸ່ງ​ໄປ​ເຖິງ​ບັນດາ​ປະ​ເທດ ອາ​ຊຽນ ​ເພື່ອ​ນຳ​ໃຊ້​​ແຫ​ລ່ງ​ຊັບພ​ະຍາກ​ອນມະນຸດ​ດ້ວຍຄ່າ​ຈ້າງ​ຄົນ​ງານ​ຕຳ່, ທ່າ​ແຮງ​ກ່ຽວ​ກັບ​ປະຊາກອນ ​ແລະ ຄວາມ​ສາມາດ​ບົ່ມ​ຊອ້ນດ້ານການ​ເຕີບ​ໂຕ​ເສດຖະກິດ. ທ່ານ Mark Geary ສັງກັດ​ສະ​ຖາ​ບັນຄົ້ນ​ຄ້ວາ ​ສະຫະລັດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

        “ບັນດາ​ບໍລິສັດ​ໃຫຍ່​ພວມ​ຊອກ​ຫາ​ການ​ເຕີບ​ໂຕ​ຢູ່​ພາກ​ພື້ນ ອາຊີ ​ແລະ ​ເຂົາ​ເຈົ້າ​ກໍ​ຫັນ​ຄວາມ​ສົນ​​ໃຈ​ໄປ​ຍັງ​ຕະຫລາດ​ນີ້. ສິ່ງ​ດັ່ງກ່າວ​ສາມາດ​ເຫັນ​ໄດ້​​ຜ່ານຍຸດ​ທະ​ສາດ​ການ​ເຕີບ​ໂຕ​​ໃນ​ໄລຍະມໍ່ໆ​ມາ​ນີ້​ຂອງ​ທະນາຄານ HSBC.​ ເຂົາ​ເຈົ້າ​ຫລຸດຜ່ອນ​ຈຳນວນຄົນ​ງາ​ນຢູ່ ​ເອີ​ລົບ ​ແຕ່​ເພີ່ມພາລະ​ກອນ​ຕື່ມ​ອີກ 5000 ຄົນ​ຢູ່ ອາຊີ.”    

        ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2013, ສະພາບ​ການ​ເສດຖະກິດ​​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຫັນປ່ຽນ​ຫລາຍ​ຢ່າງ​ເມື່ອ​ທຽບ​ໃສ່​ປີ​ກ່ອນ. ​ແລະ ມີ​​ພື້ນຖານ​ຫລາຍ​ຢ່າງ​ທີ່​ຈະ​ເຊື່ອ​ໝັ້ນ​ວ່າ ​ໃນ​ປີ​ນີ້ ບໍລິສັດ​ລົງທຶນ​ຫລາຍ​​ແຫ່ງ​ຍັງ​ຄົງສືບ​ຕໍ່​ຖື ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ພາກ​ພື້ນ​ມີ​ບັນດາຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອ​​ເຂົ້າມາ​ລົງທຶນ. ທ່ານ Bert Hofman ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ ອາຊີຕາ​ເວັນ​ອອກ ​ແລະ ປາຊີ​ຟີ​ກ, ສັງກັດ​ທະ​ນາ​ຄານ​ໂລກ​ໄດ້​ໃຫ້​ຂໍ້​ສັງ​​ເກດ​ວ່າ:

        “ປີ 2013, ສະພາບ​ການ​ເສດຖະກິດ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຈະ​ບໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ກ່ອນ​ນີ້. ​ໄພ​ເງິນ​ເຟີ້​ໄດ້​ຄ່ອຍໆ​ຫລຸດ​ລົງ. ປັດ​​ໄຈ​ຕົ້ນຕໍ​ທີ່​ກໍ່​ຜົນ​ສະທ້ອນ​ເຖິງ​ໄພ​ເງິນ​ເຟີ້​ແມ່ນ​ລາຄາ​ສະບຽງອາ​ຫານ​ພວມ​ເພ​ີ່ມຄື້ນ​ໃນ​ຂອບ​ຂະຫນາດ​ທົ່ວ​ໂລກ. ​ແຕ່​ປັດ​ໄຈ​ກ່ຽວຂ້ອງ​ຫລາຍ​ສຸດ​ເຖິງ​ອາ​ຊີ ນັ້ນ​ແມ່ນ​ລາຄາເຂົ້າສານ​ບໍ່​ເພີ່ມ​ຂຶ້ນ, ລາຄາ​ສິນຄ້າ​ເປັນປົກກະຕິ. ສະ​ນັ້ນ​ໄພ​ເງິນ​ເຟີ້​ຈະບໍ່​ຖືກ​ກຳລັງ​ດັນ​ປານ​ໃດ​.”

ມີສັນຍານ​ອື່ນທີ່​ເປັນ​ຫນ້າ​ປະ​ເອີ​ບ​ໃຈ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ ອາ​ຊຽນ​ໃນ​ປີ 2013 ນັ້ນ​ແມ່ນ​ໝາກຜົນ​ບົດ​ລາຍ​ງານ​ຂອງ​ທະນາຄານ HSBC ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ແຫລ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ບໍ່​ສຸ​ມ​ໃສ່​ເຂົ້າປະ​ເທດ​ຈີນ ​ແລະ ມີ​ທ່າ​ອ່ຽງຫັນ​ທິດ​ໄປ​ຍັງ​ອິນ​ເດຍ ​ແລະ ບັນດາ​ປະ​ເທດ​ໃນ​ອາ​ຊຽນຄື: ອິນ​ໂດ​ເນ​ເຊຍ, ຟິລິ​ບບີ​ນ, ຫວຽດນາມ ​ແລະ ມາ​ເລ​ເຊຍ. ສາຍ​ເຫດ​ນັ້ນ​ແມ່ນ ບັນດາ​ປະ​ເທດ​​ເຫລົ່າ​ນີ້​ມີ​​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ປະຊາກອນ, ຕະຫລາດ​ດູດ​ດື່ມ ​ແລະ ມີ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ. ທ່ານ ຫວໍ​ຈີ​ແທ່ງ, ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ ຫວຽດນາມ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ໄລຍະ​ແຕ່​ປີ 2013 - 2015 ​ແມ່ນ​​ຊ່ວງເວລາ​ດຳ​ເນີນ​ບັນດາ​ບາດລ້ຽວ​ແຫ່ງ​ການ​ປະຕິ​ຮູບ​ເສດຖະກິດ ອາຊຽນກໍ​ຄື​​ໃນ​ໂລກ. ທ່ານ​ແທ່ງ​ກ່າວ​ວ່າ:

“​ລັກສະນະ​ສະ​ເພາະ​ໃນ​ປີ 2013 ມີ 2 ຈຸດ​ທີ່​ເປັນ​ພື້ນຖານ, ທີ​ຫນຶ່ງ​ແມ່ນ​ບັນດາ​ປະ​ເທດ ອາ​ຊຽນ ຍັງ​ຄົງ​ສືບ​ຕໍ່​ສ້າງ​​ເສດຖະກິດ​ມະຫາ​ພາກ ​ແລະ ​ໃນ​ສະພາບ​ບັນດາ​ປະ​ເທດ​ພັດທະນາ​ຢ່າງ​ແຂງ​ແຮງ ລ້ວນ​ແຕ່​​ໂຍະຍານນະ​ໂຍບາຍ ​ແຕ່ບັນດາ​ປະ​ເທດ​ນີ້     ກໍເພີ່ມ​ທະວີ​ຄວາມ​ສາມາດ​ຄວບ​ຄຸມ​ກະ​ແສ​ທຶນ. ​ເປັນ​ຕົ້ນ​​ແມ່ນກະ​ແສ​ທຶນ​ດ່ວນ. ທີ​ສອງ ຄຽງ​ຄູ່​ກັບການ​ຄວບ​ຄຸມ​ກະ​ແສ​ທຶນ ​ເຂົາ​ເຈົ້າ​ພະຍາຍາມ​ຮັກສາ​ນະ​ໂຍບາຍ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດເພື່ອ​ຮັກສາ​ພື້ນຖານ​ເສດຖະກິດ​ຂອງ​ເຂົາ​ເຈົ້າ​ສາມາດ​ແກ້ງ​ແຍ່ງ​​ໄດ້ ​ເພາະວ່າ ບັນດາ​ປະ​ເທດ ອາ​ຊຽນ ​ແມ່ນ​ຕະຫລາດ​ເປີດ.”                    

       
ນອກ​ນັ້ນ, ຂໍ້​ສັງ​ເກດ​ທີ່​ເຕັມ​ໄປ​ດ້ວຍ​ລັກສະນະ​ຕັ້ງຫນ້າ​ຂອງ​ທະນາຄານ​ໂລກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ກ່ຽວ​ກັບ​ພື້ນຖານ​ເສດຖະກິດ​ທີ່​ພົ້ນ​ເດັ່ນ​ຄື ມ້ຽນ​ມາ ກໍ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ຊ່ວຍ​ດຶງ​ດູດ​ຄວາມ​ສົນ​ໃຈ​ບັນດາ​ບໍລິສັດ​ລົງທຶນ​ຕ່າງປະ​ເທດ​ເຂົ້າປະ​ເທດ​ ມ້ຽນ​ມາ ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ເວົ້າ​ລວມ. ຕາມ​ບົດ​ລາຍ​ງານ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ປີ 2013 ຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (OECD)​ແລ້ວ,  ການ​ເຕີບ​ໂຕ​ເສດຖະກິດ​ຂອງ ອາ​ຊຽນ ຈະ​ກັບ​ຄືນ​ສູ່​ໄລຍະ​ກ່ອນ​ວິ​ກິດ​ການ​ດ້ວຍ​ລະດັບ​ 5,5%.

ອາຊຽນ - ພາກພື້ນມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນປີ 2013 - ảnh 2
ອິນໂດເນເຊຍ ແມ່ນພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນໃນ ອາຊຽນ
ພາບ:internet

       ​

        ປີ 2013 ​ແມ່ນ​ປີ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ​ແຕ່​ອາຊຽນ ພວມ​ຢືນ​ຕໍ່ຫນ້າ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ສາມາດ​ສະ​ແດງ​ໃຫ້​ເຫັນ​ກຳລັງດຶງ​ດູດ​ຂອງ​ພາກ​ພື້ນ​ທີ່​ມີ​ລະດັບການເຕີບ​ໂຕ​ສູງ​ຢູ່​ໃນ​ພື້ນຖານ​ເສດຖ​ະກິດ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ