ອາ​ຊຽນ - ສະ​ຖານ​ທີ່ສຶກ​ສາ​ທີ່​ດູດ​ດື່​ມ​ສຳ​ລັບ​ໄວ​ໜຸ່ມ ຫວຽດ​ນາມ

(VOVWORLD) -ໃນຊຸມປີມໍ່ໆມານີ້, ນັບມື້ນັບມີນັກຮຽນ, ນັກສຶກສາ ຫວຽດນາມ ມີຄວາມສົນໃຈເຖິງບັນດາຫຼັກສູດການສຶກສາຢູ່ປະເທດຕ່າງໆຄື ມາເລເຊຍ, ໄທ ຫຼື ສິງກະໂປ… ນອກຈາກມີທ່າໄດ້ປຽບຄືຄ່າຮຽນຖືກ, ຫຼັກສູດການສຶກສາເໝາະສົມ, ໃບປະກາດຊະນີຍະບັດໄດ້ຮັບການຮັບຮອງໃນທົ່ວໂລກ ດ້ວຍຫຼັກສູດຮ່ວມສຳພັນກັບສາກົນແລ້ວ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຍັງມີຈຸດຄ້າຍຄືກັນກ່ຽວກັບດິນຟ້າອາກາດ, ປະຊາຊົນ ແລະ ວິຖີການດຳລົງຊີວິດ ອີກດ້ວຍ.
ອາ​ຊຽນ - ສະ​ຖານ​ທີ່ສຶກ​ສາ​ທີ່​ດູດ​ດື່​ມ​ສຳ​ລັບ​ໄວ​ໜຸ່ມ ຫວຽດ​ນາມ - ảnh 1ມະຫາວິທະຍາໄລ ມະຫາສາລະຄາມ, ໄທ ເຂົ້າຮ່ວມງານວາງສະແດງການສຶກສາ

“ນ້ອງມີຄວາມສົນໃຈຕໍ່ກັບຫຼັກສູດການສຶກສາປະລິນຍາໂທ ຂະແໜງບໍລິຫານການທ່ອງທ່ຽວ ຢູ່ ໄທ ເພາະວ່າ ນີ້ແມ່ນປະເທດທີ່ມີຊື່ສຽງໃນຂົງເຂດນີ້ ແລະ ມີຈຸດຄ້າຍຄືກັນກັບ ຫວຽດນາມ. ຕາມນ້ອງແລ້ວ, ເມື່ອໄປຮຽນຢູ່ ໄທ, ນ້ອງຈະມີອີກມູມມອງໜຶ່ງກ່ຽວກັບຂະແໜງການທ່ອງທ່ຽວ ແຕ່ຍັງມີຄວາມຮູ້ສຶກວ່າລຶ້ງເຄີຍ, ຍ້ອນວ່າ  ໄທກໍ່ແມ່ນປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້”.

“ມື້ນີ້, ນ້ອງມີໂອກາດໄດ້ສຳຜັດກັບໂຮງຮຽນແຫ່ງຕ່າງໆຢູ່ທີ່ນີ້, ນ້ອງເຫັນວ່າ ໂຮງຮຽນມະຫາວິທະຍາໄລຂອງ ມາເລເຊຍ ໄດ້ມີຮູບແບບການສຳຜັດດ້ວຍການນຳໃຊ້ເຮືອບິນ. ນ້ອງເຫັນວ່າ ມັນພິເສດພໍສົມຄວນ. ບໍ່ວ່າ ໃນສະພາບແວດລ້ອມສຶກສາໃດ ກໍຈະມີຈຸດດີ ແລະ ຈຸດອ່ອນທີ່ແຕກຕ່ງກັນ ແຕ່ສຳລັບ ມາເລເຊຍ, ນ້ອງເຫັນວ່າ ການສຶກສາມີຄວາມໃກ້ຊິດຕິດແທດກວ່າ ແລະ ຄຸນນະພາບກໍດີຄືກັນກັບໂຮງຮຽນບາງແຫ່ງຢູ່ ເອີຣົບ ແລະ ທະວີບອາເມລິກາ”.

ຂ້າພະເຈົ້າໄດ້ມາສຶກສາຂໍ້ມູນໃຫ້ແກ່ລູກຊາຍໄປຮຽນຢູ່ຕ່າງປະເທດ ກ່ຽວກັບຂະແໜງວັດທະນະທຳ, ສັງຄົມ. ສະພາບແວດລ້ອມແຫ່ງການສຶກສາຢູ່ ໄທ ແມ່ນມີຄວາມເທົ່າທຽມກັບສາກົນພໍສົມຄວນ.  ໄທ ກໍເປັນປະເທດໃກ້ກັບ ຫວຽດນາມ ເພາະສະນັ້ນ ຄ່າໄປມາ, ຄ່າກິນຢູ່ກໍຈະຖືກກວ່າ ເມື່ອທຽບໃສ່ການໄປຮຽນຢູ່ ເອີຣົບ ແລະ ອາເມລິກາ”.

ນັ້ນແມ່ນຄຳແບ່ງປັນຂອງນັກສຶກສາ, ນັກຮຽນມັດທະຍົມຕອນປາຍ ແລະ ຜູ້ປົກຄອງ ເມື່ອເຂົ້າຮ່ວມງານວາງສະແດງການສຶກສາສາກົນ ຫວຽດນາມ 2022 – “Vietnam Education Fair 2022” ໂດຍສູນໃຫ້ຄຳປຶກສາການສຶກສາສາກົນ, ກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສົມທົບກັບກຸ່ມບໍລິສັດ BMI Global ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 3 ພະຈິກ. ງານວາງສະແດງດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າມະຫາວິທະຍາໄລ ແລະ ຮາກຖານການສຶກສາກວ່າ 100 ແຫ່ງ ທີ່ມາຈາກ 18 ປະເທດໃນໂລກ, ໃນນັ້ນ ມີບັນດາປະເທດ ອາຊຽນ ຄື ໄທ, ສິງກະໂປ ແລະ ມາເລເຊຍ.

ໂດຍເປັນຄັ້ງທຳອິດທີ່ເຂົ້າຮ່ວມງານວາງສະແດງການສຶກສາຢູ່ ຫວຽດນາມ, ທ່ານ Peera Phanlukthao, ຜູ້ຊ່ວຍວຽກ ປະທານອະທິການບໍດີມະຫາວິທະຍາໄລ ມະຫາສາລະຄາມ, ໄທ ໃຫ້ຮູ້ວ່າ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ໄທ ແມ່ນໃຫຍ່ຫຼວງທີ່ສຸດ, ຕ້ອງໜູນຊ່ວຍເຊິ່ງກັນແລະກັນ ເພື່ອຍົກລະດັບການສຶກສາລະຫວ່າງ ຫວຽດນາມ ແລະ ໄທ ໃນພາກພື້ນ ກໍຄືໃນໂລກ. ປັດຈຸບັນ, ທາງໂຮງຮຽນໄດ້ຜັນຂະຫຍາຍໂຄງການຮ່ວມມືກັບມະຫາວິທະຍາໄລແຫ່ງຕ່າງໆຢູ່ ຫວຽດນາມ.

“ມະຫາວິທະຍາໄລມະຫາສາລະຄາມ ກຳລັງເຊັນສັນຍາຮ່ວມມືກັບມະຫາວິທະຍາໄລຈຳນວນໜຶ່ງຢູ່ ຫວຽດນາມ ຄື ມະຫາວິທະຍາໄລ ຮ່າໂນ້ຍ. ພວກຂ້າພະເຈົ້າ ໄດ້ແລກປ່ຽນອາຈານ ແລະ ນັກສຶກສາຄື: ສົ່ງອາຈານຄົນ ຫວຽດ ໄປສອນພາສາ ຫວຽດ ຢູ່ ມະຫາວິທະຍາໄລ ມະຫາສາລະຄາມ ກໍຄື ສົ່ງອາຈານ ແລະ ນັກສຶກສາ ໄທ ມາສອນພາສາ ໄທ ຢູ່ ຮ່າໂນ້ຍ. ນັ້ນແມ່ນການຮ່ວມມືເບື້ອງຕົ້ນໃນຂະແໜງການສຶກສາ ແລະ ໃນອະນາຄົດຈະໄດ້ຮັບການ ເປີດກວ້າງອອກ”.

ໄທ ແມ່ນປະເທດທີ່ພວມພົ້ນເດັ່ນຂຶ້ນດ້ວຍສະຖານທີ່ສຶກສາທີ່ດູດດື່ມສຳລັບນັກສຶກສາຕ່າງປະເທດຫຼາຍຄົນ, ໃນນັ້ນ ມີນັກສຶກສາ ຫວຽດນາມ ເລືອກໄປຄົ້ນຄວ້າ ແລະ ຮ່ຳຮຽນ ຍ້ອນມີທ່າໄດ້ປຽບກ່ຽວກັບຄຸນນະພາບການສຶກສາ ແລະ ຄ່າໃຊ້ຈ່າຍແກ້ງແຍ້ງ. ໃບປະກາດຊະນີຍະບັດຂັ້ນປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກຂອງໂຮງຮຽນສາກົນຢູ່ທີ່ນີ້ ລ້ວນແຕ່ໄດ້ຮັບການຮັບຮອງຈາກປະເທດຕ່າງໆໃນໂລກ. ປັດຈຸບັນ, ໄທ ພວມປະຕິບັດນະໂຍບາຍເປີດປະຕູການສຶກສາ ແລະ ໄດ້ຮັບຖືວ່າແມ່ນປະເທດທີ່ມີນະໂຍບາຍສະດວກສະບາຍທີ່ສຸດສຳລັບນັກສຶກສາສາກົນ. ນັກສຶກສາ ຫວຽດນາມ ທີ່ພວມສຶກສາຢູ່ມະຫາວິທະຍາໄລແຫ່ງຕ່າງໆຢູ່ ໄທ ກໍນັບມື້ນັບເພີ່ມຂຶ້ນ ແລະ ໄດ້ຮັບການຕີລາຄາສູງ. ທ່ານນາງ ສຸກະລິນ ວັນນະກະເສມສັນ, ຜູ້ອຳນວຍການຮັບຜິດຊອບວຽກງານວິຊາການສຶກສາທົ່ວໂລກ, ມະຫາວິທະຍາໄລ ຈຸລາລົງກອນ ຂອງ ໄທ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າພວມຕ້ອນຮັບນັກສຶກສາ ຫວຽດນາມ 200  300 ຄົນ ມາຮຽນຢູ່ທີ່ນີ້, ສ່ວນຫຼາຍແມ່ນມາຮຽນຂັ້ນປະລິນຍາໂທ ແລະ ປະລິນຍາເອກໃນຂະແໜງເຕັກນິກ, ເຕັກໂນໂລຢີ, ພະລັງງານ. ກຳລັງຄວາມສາມາດຂອງນັກສຶກສາ ຫວຽດນາມ ແມ່ນດີຫຼາຍ, ມີຫຼາຍຄົນຍາດໄດ້ທຶນການສຶກສາ ແລະ ບັນລຸຜົນງານດີເດັ່ນ”.

ອາ​ຊຽນ - ສະ​ຖານ​ທີ່ສຶກ​ສາ​ທີ່​ດູດ​ດື່​ມ​ສຳ​ລັບ​ໄວ​ໜຸ່ມ ຫວຽດ​ນາມ - ảnh 2 ມາເລເຊຍ ພວມດຶງດູດຄວາມສົນໃຈຈາກນັກສຶກສາສາກົນເປັນຈຳນວນຫຼາຍ

ເຊັ່ນດຽວກັນກັບ ໄທ, ມາເລເຊຍ ພວມດຶງດູດຄວາມສົນໃຈຈາກນັກສຶກສາສາກົນເປັນຈຳນວນຫຼາຍ, ໃນນັ້ນ ມີນັກສຶກສາ ຫວຽດນາມ ເພາະວ່າ ຄຸນນະພາບການສຶກສາດີ, ຂະແໜງການສຶກສາກໍມີຫຼາຍຮູບຫຼາຍແບບ ແລະ ພິເສດແມ່ນ ຄ່າຮຽນຖືກພໍສົມຄວນ. ມີນັກສຶກສາ ຫວຽດນາມ ຫຼາຍຄົນ ໄດ້ເລືອກໄປຮຽນຢູ່ ມາເລເຊຍ ຍ້ອນພູມີສັນຖານຢູ່ໃກ້ກັນພໍສົມຄວນ ແຕ່ພັດໄດ້ຖືວ່າ “ອາຊີຂະໜາດຫຍໍ້ສ່ວນ” ເມື່ອມີພື້ນຖານວັດທະນະທຳທີ່ຫຼາຍຮູບຫຼາຍແບບ, ຫຼາຍຊົນຊາດ ແລະ ເປັນທີ່ຮູ້ຈັກກັນດີກັບຫຼາຍງານບຸນປະເພນີຢູ່ທຸກແຖບຖິ່ນໃນທົ່ວປະເທດ. ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືກ່ຽວກັບການນັກສຶກສາລະຫວ່າງ ຫວຽດນາມ, ທ່ານ Megat Mohd Samsul Megat Ismail, ຜູ້ອຳນວຍການຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອົງການການບໍລິການສຶກສາທົ່ວໂລກຂອງ ມາເລເຊຍ (Education Malaysia Global Serviecs), ກະຊວງສຶກສາ ມາເລເຊຍ ແບ່ງປັນວ່າ:

“ພວກຂ້າພະເຈົ້າ ຖື ຫວຽດນາມ ແມ່ນຕະຫຼາດຍຸດທະສາດ ເພາະວ່າ ຫວຽດນາມ ແມ່ນປະເທດບ້ານໃກ້ເຮືອນຄຽງ, ນອກຈາກ ອິນໂດເນເຊຍ ແລະ ບຣູໄນ. ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນດ້ວຍຈຳນວນປະຊາກອນປະມານ 100 ລ້ານຄົນ. ນັ້ນແມ່ນກາລະໂອກາດໃຫ້ທັງ ຫວຽດນາມ ແລະ ມາເລເຊຍ ເພື່ອຍູ້ແຮງການຮ່ວມມືດ້ານການສຶກສາ”.

ຕາມທ່ານ Megat, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຊຽນ ພວມໄດ້ດຳເນີນໄປດ້ວຍດີ, ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ເປັນເວລາ 2 ປີກໍ່ຕາມ ແຕ່ບັນດາສາຍສຳພັນຍັງຄົງໄດ້ຮັບການຮັກສາ ແລະ ພັດທະນາ. ຢູ່ເຫດການດັ່ງກ່າວເໝືອນດັ່ງເປັນກຳລັງຜັກດັນແກ່ການໄປຮຽນຢູ່ຕ່າງປະເທດ ພາຍຫຼັງໂລກລະບາດໂຄວິດ - 19. ນີ້ແມ່ນໂອກາດເພື່ອໃຫ້ການຮ່ວມມືດ້ານການສຶກສາຂັ້ນມະຫາວິທະຍາໄລ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ພັດທະນາຕື່ມອີກ, ພ້ອມທັງແມ່ນໂອກາດທີ່ດີເພື່ອໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ໄດ້ເຂົ້າເຖິງສະພາບແວດລ້ອມແຫ່ງການສຶກສາທີ່ມີຄວາມໄວ້ວາງໃຈ ຢູ່ໃນພາກພື້ນ ອາຊຽນ ເອງ, ປະກອບຄວາມຮູ້ໃຫ້ແກ່ການເດີນທາງຂອງຕົນໃນອະນາຄົດ. /.

ຕອບກັບ

ຂ່າວ/ບົດ​ອື່ນ