ອາຊຽນ - ອີຢູ ມານະພະຍາຍາມມຸ່ງໄປເຖິງສັນຍາ FTA

(vovworld)-  ໃນ​ຊຸມ​ປີຜ່ານມາ, ອາ​ຊຽນ ​ໄດ້​ຮັບ​ການ​ຮັບຮູ້​ວ່າ​ແມ່ນ​ຫນຶ່ງ​ໃນ​ບັນດາ​ພາກ​ພື້ນທີ່​ເຊື່ອມ​ໂຍງ ​ແລະ ຂະ​ຫຍັນ​ຂັນ​ເຄື່ອນ​ກວ່າ​ໝູ່​ຢູ່​ໃນ​ໂລກ.​ ນອກ​ນັ້ນ ອາ​ຊຽນ ກໍ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ຕະຫລາດ​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບ່ົ່ມຊ້ອນ ​ແລະ ດຶງ​ດູດ​ການ​ລົງທຶນ​​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ໃນ​ໂລກ, ​ໃນ​ນັ້ນ ມີ​ບັນດາ​ວິ​ສາ​ຫະກິດ​ ອີ​ຢູ. ປະຈຸ​ບັນ ອາ​ຊຽນ ​ແລະ ອີ​ຢູ ພວມ​ດຳ​ເນີນ​ວາລະ​ປຶກສາ​ຫາລື, ການ​ເຈລະຈາ​​ເພື່ອມຸ້ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ ​ແລະ ອີ​ຢູ.

        ກອງ​ປະຊຸມ​ສຸດ​ຍອດ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ - ອີ​ຢູ ຄັ້ງ​ທີ່ 3 ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​​ໂນ້ຍ​ຫວ່າງ​ແລ້ວ​ນີ້ ສືບ​ຕໍ່​ແມ່ນ​ກາລະ​ໂອກາດ​​ເພື່ອໃຫ້​​ປະຊາ​ຄົມ​ວິ​ສາ​ຫະກິດ​ຂອງ ອາ​ຊຽນ ​ແລະ ອີ​ຢູ ​ສຳ​ພັດ ​ແລະ ​ແບ່ງປັນ​ທັດສະນະ, ສະ​ແດງ​​ຄວາມ​​ສົນ​ໃຈ ​ແລະ ຄວາມ​ປາດ​ຖະຫນາຕໍ່​ບັນດາ​ການ​ນຳ​ເສດຖະກິດ​ຢູ່​ທັງ​ສອງ​ພາກ​ພື້ນ. ​ເມື່ອ​ຕີ​ລາຄາ​ກ່ຽວກັບ​ກອງ​ປະຊຸມ, ດຣ ຫວູຕຽນ​ໂລກ ຫົວຫນ້າ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ​​ເວົ້າ​ວ່າ: ດ້ວຍ​ພົນລະ​ເມືອງ​ປະມານ 1,1 ຕື້ຄົນ, ສອງ​ພາກ​ພື້ນ ອາ​ຊຽນ ​ແລະ ອີ​ຢູ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ເພື່ອ​ພັດທະນາ​ໃນ​ອະນາຄົດ. ສະ​ນັ້ນ ການ​ກຳນົດ​ທິດ​ຮ່ວມ​ມື​ສອງ​ຝ່າຍ​ຈະ​ສ້າງ​ເງື່ອນ​ໄຂ ​ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ສ້າງ​ກາລະ​ໂອກາດ​​ເພື່ອໃຫ້​ ຫວຽດນາມ ຍູ້​ແຮງ​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ.

        “ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ, ເຈົ້າ​ຫນ້າ​ທີ່ ​ແລະ ວົງ​ການ​ດຳ​ເນີນ​ທຸລະ​ກິດ ຈະ​​ແລ​ກປ່ຽນກ່ຽວກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ພາກ​ພື້ນ, ບົນ​ພື້ນຖານ​ນັ້ນ ຍົກ​ອອກ​ຂໍ້ສ​ະ​ເຫ​ນີ​ຕໍ່​ບັນດາ​ລັດຖະບານ ​ແລະ ​ໂຄງການ​ລະອຽດ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ. ຄຽງ​ຄູ່​ກັນ​ນັ້ນ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ ພວກ​ຂ້າພະ​ເຈົ້າ​ກໍ​ຈັດ​ຕັ້ງ​ເວທີ​ປາ​ໄສ​ໂອ້​ລົ​ມສົນທະນາ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ຝ່າຍ​ຊອກ​ຮູ້ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດຢ່າງ​ລະອຽດ.”

        ​ເວທີ​ປາ​ໄສ​ປຶກສາ​ຫາລື​ລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ຊຽນ - ອີ​ຢູ  ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຫົວ​ເລື່ອງ​ຕົ້ນຕໍ​ຄື: ການ​ລົງທຶນ​ເຂົ້າ ອາ​ຊຽນ- ບັນດາກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ; ກາລະ​ໂອກາດ​ແລກປ່ຽນ​ການ​ຄ້າ ອາ​ຊຽນ ກໍ​ຄື​ຄວາມ​ຮັບຜິດຊອບສັງຄົມ​ຂອງ​ວິ​ສາ​ຫະກິດ (CSR).

ອາຊຽນ - ອີຢູ ມານະພະຍາຍາມມຸ່ງໄປເຖິງສັນຍາ FTA - ảnh 1
ກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ - ອີຢູ
ພາບ:chinhphu.vn

        ປະຈຸ​ບັນ ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ລວມ​ໃນ​ປີ 2015 ດ້ວຍ 3 ​ເສົາ​ຄ້ຳ​ຕົ້ນຕໍ, ​ໃນ​ນັ້ນ ປະຊາ​ຄົມ​ເສດຖະກິດ​ລວມ ອາ​ຊຽນ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ. ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ ອາ​ຊຽນ - ອີ​ຢູ ຄັ້ງ​ທີ 3 ກໍ​ແມ່ນ​ກາລະ​ໂອກາດ​ເພື່ອ​ເປີດ​ກວ້າງ​ຄວາ​ມສາມາດ​ບົ່ມ​ຊ້ອນ​ ​ກໍ​ຄື​ທ່າ​ແຮງ​​ໃນ​ການດຶງ​ດູດ​ການ​ລົງທຶນ​ຂອງ​ພາກ​ພື້ນກວ່າ​ອີກ. ທີ່​ເຫດການ​ນີ້, ສອງ​ຝ່າຍ​ຈະ​ສືບ​ຕໍ່​ວາງ​ອອກ​ບັນດາ​ມາດຖານ ​ແລະ ທິດ​ທາງ​ເພື່ອ​ລົງ​ນາມ​ໃນສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ແຕ່ລະ​ປະ​ເທດສະມາຊິກ ອາ​ຊຽນ ​ແລະ ອີ​ຢູ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ​ເລື່ອງ​ຮ່ວາງ​ທາຍ, ຫົວຫນ້າ​ກົມ​ນະ​ໂຍບາຍ ​ແລະ ການ​ຄ້າ​ຫລາຍ​ຝ່າຍ, ສັງກັດ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ວິ​ວັດທະນາ​ການ​ເຈລະຈາ ອີ​ຢູ ​ແລະ ອາ​ຊຽນ, ປະຈຸ​ບັນ ປະ​ເທດ ອາ​ຊຽນ ຈຳນວນ​ຫນຶ່ງ​ໄດ້​ດຳ​ເນີນ​ການ​ເຈລະຈາສັນຍາ FTA ກັບ ອາ​ຊຽນ. ບັນດາ​ສັນຍາ FTA ສອງ​ຝ່າຍ​ລະຫວ່າງ​ແຕ່ລະ​ປະ​ເທດ ອາ​ຊຽນ ກັບ ອີ​ຢູ ຈະ​ແມ່ນ​ພື້ນຖານ​ເພື່ອ​ສ້າງສັນ​ຍາ​ລວມ ອາ​ຊຽນ - ອີ​ຢູ.”

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ການ​ຕີ​ລາຄາ​ຂອງ​ສາດສະດາຈານ Claudio Dordi ຫົວຫນ້າ​ຫນ່ວຍ​ໃຫ້​ຄຳ​ປຶກສາ, ​ໂຄງການ​ຫນູນ​ຊ່ວຍ​ນະ​ໂຍບາຍ​ການ​ຄ້າ ​ແລະ ການ​ລົງທຶນ ​ເອີ​ລົບ (EU - Mutrap) ​ແລ້ວ, ທັງ​ສອງ​ຝ່າຍ​ຕ້ອງ​ແກ້​ໄຂ​ບັນດາ​ຮົ້ວ​ກີດຂວາງ​ໃນວິວັດ​ການ​ເຈລະຈາ​ເພື່ອ​ບັນລຸ​​ໃຫ້ໄດ້​ສັນຍາ FTA ລວມ ອີ​ຢູ - ອາ​ຊຽນ.

        “ມີ 3 ບັນຫາ​ສຳຄັນ​ໃຫຍ່​​ໃນ​ວິວັດ​ການ​ເຈລະຈາສັນຍາ FTA ລະຫວ່າງ EU - ASEAN. ທີ​ຫນຶ່ງ ​ແມ່ນ​ມາດຕະຖານ​ກ່ຽວ​ກັບ​ຄຸນ​ນະພາ​ບ, ​ໃນ​ນັ້ນ ມີ​ບັນດາ​ມາດຕະຖານ​ກ່ຽວ​ກັບ​ດ້ານ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ … ທີ​ສອງ ​ແມ່ນ​ບັນຫາ​ພື້ນຖານ​ໂຄງ​ລ່າງ. ລະດັບ​ການ​ພັດທະນາ​ຢູ່​ແຕ່ລະ​ປະ​ເທດ ອາ​ຊຽນ ມີ​ຄວາມ​ຜິດ​ໂຕນ​ກັນ. ສະ​ນັ້ນ ການ​ຕອບ​ສະຫນອງ​ຄວາມ​ຕ້ອງການ ​ແລະ ​ເງື່ອນ​ໄຂ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ອີ​ຢູ ຢູ່ ອາ​ຊຽນ ຈະ​ມີ​ຄວາມແຕກ​ຕ່າງ​ກັນ. ທີ​ສາມ ​ແມ່ນ​ເຂດ​ບໍລິການ​ສຳຮອງ​ຢູ່​ບັນດາ​ປະ​ເທດ ອາ​ຊຽນ ບໍ່​ທັນ​ຕອບ​ສະຫນອງ​ແຫ​ລ່ງກຳລັງ​ລົງທຶນ​ໄດ້. ພວກ​ຂ້າ​ພະ​ເຈົ້າ​ອາດ​ຈະ​ເຫັນ​ໄດ້​ຈຸ​ດ​ແຕກ​ຕ່າງ​ກັນ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈຳ​ເປັນ​ຕ້ອງ​ປັບປຸງ​ບັນດາ​ນະ​ໂຍບາຍ​ຂອງ​ຕົນ​ໃຫ້​ສອດຄ່ອງ​ກັບ​ແຕ່ລະ​ປະ​ເທດ.”

        ​ເຖິງ​ແນວ​ໃດ​ກໍ​ຕາມ, ຜູ້ຕາງຫນ້າ​ວິ​ສາ​ຫະກິດ ອີ​ຢູ ຫລາຍ​ແຫ່ງ​ຢູ່ ຫວຽດນາມ ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ຈຸດໝາຍ​ເຊັນ​ສັນຍາ FTA ລະຫວ່າງ EU - ASEAN. ທ່ານ Jean Jacque Bouflet ​ເປັນທີ່​ປຶກສາ, ຫົວຫນ້າ​ພະ​ແນ​ກ​ເສດຖະກິດ ​ແລະ ການ​ຄ້າ ຂອງ​ຄະນະ​ຜູ້ຕາງຫນ້າ ອີ​ຢູ ປະຈຳ ຫວຽດນາມ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຕ້ອງການ​ຂອງ​ສອງ​ພາກ​ພື້ນ​ດັ່ງກ່າວ ພ້ອມ​ກັບ​ບັນດາ​ໝາກຜົນ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ, ສັນຍາ FTA ລະຫວ່າງ EU - ASEAN ຈະ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນການ​ຄ້າ​ໃຫມ່​ລະຫວ່າງ​ສອງ​ຝ່າຍ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ສຳ​ເລັດ​ເລື່ອງ​ລົງ​ນາມ​ໃນ​ສັນຍາ FTA ກັບປະ​ເທດ​ສະມາຊິກ​ຫລັກ​ແຫ​ລ່ງຈຳນວນ​ຫນຶ່ງ​ຂອງ ອາ​ຊຽນ ຄື: ສິງກະ​ໂປ, ມາ​ເລ​ເຊຍ ​ແລະ ປະຈຸ​ບັນ ພວມ​ດຳ​ເນີນ​ການ​ເຈລະຈາ​ສັນຍາ FTA ກັບ ຫວຽດນາມ ​ແລະ ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ເຈລະຈາ​ກັບ​ໄທ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອໝັ້ນ​ວ່າ ດ້ວຍ​ການ​ສະຫນັບສະຫນູນ ​ແລະ ການ​ຮ່ວມ​ມື​ຂອງ​ລັດຖະບານ​ບັນດາ​ປະ​ເທດ ອາ​ຊຽນ, ສັນ​ຍາ FTA ລວມລະຫວ່າງ ອີ​ຢູ ​ແລະ ອາ​ຊຽນ ຈະ​ບັນລຸ​ໄດ້​ໂດຍ​ໄວ.”

        ປະຈຸ​ບັນ, ຫວຽດນາມ ​ແມ່ນ​ປະ​ເທດສະມາຊິກ ອາ​ຊຽນ ທີ 3 ພວມ​ດຳ​ເນີນ​ການ​ເຈລະຈາ​ສັນຍາ FTA ກັບ EU ​ແລະ ປະຈຸ​ບັນ  EU ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຕົ້ນຕໍ​ຂອງ ຫວຽດນາມ ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ຕາມ​ກົມ​ໃຫຍ່​ສະຖິຕິ​ແລ້ວ, ປີ 2012 ອີ​ຢູ ​ໄດ້​ບື​ນຕົວຂຶ້ນ​ຢືນ​ອັນ​ດັບ​ທີ​ຫນຶ່ງ ກາຍ​ເປັນ​ຕະຫລາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ ຫວຽດນາມ ດ້ວຍ​ວົງ​ເງິນ​ບັນລຸ 20,3 ຕື້ USD. ພາຍຫລັງ​ການ​ເຈລະຈາ​ເປັນ​ສອງ​ຄັ້ງ​​ເມື່ອ​ເດືອນ 10/2012 ​ແລະ ​ເດືອນ 1/2013 ຢູ່ ຮ່າ​ໂນ້ຍ, ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ອີ​ຢູ ຄັ້ງ​ນີ້, ຫວຽດນາມ ​ແລະ ອີ​ຢູ ຈະ​ສືບ​ຕໍ່​ເຈລະຈາ​ຄັ້ງ​ທີ 3 ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ສັນຍາ FTA ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ, ປະກອບສ່ວນ​ມຸ່ງ​ໄປ​ເຖິງ​​ການເຊັນ​ສັນຍາ​ລວມ ອາ​ຊຽນ - ອີ​ຢູ ​ໃນ​ອະນາຄົດ.

 

ຕອບກັບ

ຂ່າວ/ບົດ​ອື່ນ