ອາຊຽນ ເຫັນດີກັບ ບັນຫາຈຳນວນຫນຶ່ງ ໃຫ້ແກ່ກອງປະຊຸມສຸດຍອດຈະມາເຖິງ

(vovworld) - ວັນ​ທີ 7/3, ບັນດາ​ເຈົ້າ​ຫນ້າ​ທີ​ຂັ້ນ​ສູງ ຮັບຜິດຊອບ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ວັດທະນະທຳ ສັງຄົມ ບັນດາ​ປະ​ເທດ​ຂຶ້ນ​ກັບ ອາ​ຊຽນ ​ໄດ້​ອັດ​ວາລະ​ປະຊຸມ​ຢູ່​ນະຄອນຫລວງ ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ດ້ວຍ​ການ​ບັນລຸ​ບາ​ງຂໍ້​ຕົກລົງ​ກ່ຽວ​ກັບ​ແຜນ​ຮ່າງ ​ແລະ ​ໂຄງການ​ດຳ​ເນີນ​ງານ​ໃຫ​້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20 ພ້ອມ​ກັບ​ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 3 -4/4 ຈະ​ມາ​ເຖິງ. ​ແຈ້ງ​ການ​ຫນັງສື​ພິມ​ໄດ້​ຍົກ​ອອກ​ພາຍຫລັງ​ການ​ປະຊຸມ​​ໃຫ້​ຮູ້​ວ່າ: ບັນດາ​ຜູ້​ແທນ​ໄດ້ປຶກສາ​ຫາລື ​ແລະ ​ເຫັນ​ດີ​ຈະ​ສ້າງ​ແຜນ​ຮ່າງ​ຖະ​ແຫລ​ງການ​ສິດທິ​ມະນຸດອາ​ຊຽນ​ໃຫ້​ສຳ​ເລັດ​ເພື່ອ​ຍືນ​ສະ​ເຫ​ນີກອງ​ປະຊຸມ​ສຸດ​ຍອດ​   ອາ​ຊຽນຄັ້ງ​ທີ 21 ຊຶ່ງ​ດຳ​ເນີນ​ໄປ​ໃນ​ເດືອນ 11 ຈະ​ມາ​ເຖິງ. ນອກ​ນັ້ນ ບັນດາ​ຜູ້​ແທນ​ກໍ​ເຫັນ​ດີ​ຍູ້​ແຮງ​ວິວັດ​ການ​ຮຽບຮຽງ​ຂໍ້​ມາດຕາ​ທາ​ບທ່າມ (TOR) ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ກ່າວ​ເຕືອນ ​ແລະ ສັນຕິພາບ ອາ​ຊຽນ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 7 ​ແລະ ຮ່າງ​ສັນຍາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ປອດ​ອາວຸດ​ນິວ​ເຄຼຍ ​ເພື່ອ​ຍືນ​ສະ​ເຫ​ນີກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20.

ຂ່າວ/ບົດ​ອື່ນ