ອາ​ຊຽນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ ລົດ​ໄຟ​ຟ້າ: ໂອ​ກາດ ແລະ ສິ່ງ​ທ້າ​ທາຍ

(VOVWORLD) - ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 42 ຢູ່ Labuan Bajo, ອິນໂດເນເຊຍ ໄດ້ຮັບຮອງເອົາຖະແຫຼງການຂອງບັນດາການນຳກ່ຽວກັບການພັດທະນາລະບົບນິເວດລົດໄຟຟ້າໃນພາກພື້ນ. ເອກະສານສະບັບນີ້ ໝັ້ນໝາຍຈະສ້າງກຳລັງໜູນຊຸກຍູ້ຂະແໜງອຸດສາຫະກຳລົດໄຟຟ້າໃນທົ່ວພາກພື້ນ ອາຊຽນ. ທ່ານ Arsjad Rasjid ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (KADIN) ພ້ອມທັງແມ່ນປະທານສະພາໃຫ້ຄຳປືກສາການດຳເນີນທຸລະກິດ ອາຊຽນ 2023 (ASEAN-BAC 2023) ໄດ້ໄຈ້ແຍກກ່ຽວກັບບັນດາໂອກາດກໍ່ຄືສິ່ງທ້າທາຍຂອງ ອາຊຽນ ໃນການຊຸກຍູ້ແຜນການນີ້.



ອາ​ຊຽນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ ລົດ​ໄຟ​ຟ້າ: ໂອ​ກາດ ແລະ ສິ່ງ​ທ້າ​ທາຍ - ảnh 1ພາບປະກອບ: BNEWS/TTXVN

ມີປ້ຳສາກລົດໄຟຟ້າສາທາລະນະ 108 ແຫ່ງສຳລັບລົດໄຟຟ້າ 375 ຄັນ ທີ່ຮັບໃຊ້ໃຫ້ແກ່ບັນດາຜູ້ແທນ ແລະ ກຳລັງປະກອບອາວຸດໃນການເດີນທາງໄປມາໃນຕະຫຼອດໄລຍະ ດຳເນີນກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 42, ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງບັນດາເຈົ້າພາບ ອິນໂດເນເຊຍ ເວົ້າສະເພາະ, ອາຊຽນ ເວົ້າລວມ ໃນການຊຸກຍູ້ການສ້າງ ແລະ ພັດທະນາລະບົບນິເວດລົດໄຟຟ້າ ໃນພາກພື້ນ. ຕາມທ່ານ Arsjad Rasjid ແລ້ວ, ການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາຮີບດ່ວນທີ່ສຸດເຊິ່ງອາຊີຕາເວັນອອກສ່ຽງໃຕ້ພວມປະເຊີນໜ້າ. ໂດຍໄດ້ຮັບຮູ້ສິ່ງນັ້ນຢ່າງຈະແຈ້ງ, ອາຊຽນ ພວມມານະພະຍາຍາມຮ່ວມມືກັນ ເພື່ອສ້າງບັນດາມາດຕະການປະດິດຄິດສ້າງ, ແນໃສ່ຍູ້ໄວວິວັດທະນາການປ່ຽນແປງຂອງພາກພື້ນ ໄປຍັງການຫຼຸດຜ່ອນການປ່ອຍທາດກາກບອນ, ພ້ອມທັງຮັບປະກັນການເຕີບໂຕດ້ານເສດຖະກິດຢ່າງແຮງ, ຍືນຍົງ ແລະ ກວມລວມ. ດ້ວຍເປົ້າໝາຍມຸ່ງໄປເຖິງ ອາຊຽນ ມີການປ່ອຍອາຍພິດລົງລະດັບ 0 ໃນປີ 2050, ອາຊຽນ ພວມຊຸກຍູ້ການຜັນຂະຫຍາຍບັນດາເຕັກໂນໂລຢີໃໝ່, ສ້າງວິທີການຮັບປະກັນບັນດານະຄອນທີ່ມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນເປັນສີຂຽວ ແລະ ສ້າງລະບົບມູນຄ່າທົ່ວໂລກຄືນໃໝ່. ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ໂອກາດຂອງບັນດາປະເທດ ອາຊຽນ ໃນຂົງເຂດນີ້, ທ່ານ Arsjad Rasjid ຖືວ່າ:

ອາຊຽນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອສ້າງລະບົບສະໜອງ. ຫວຽດນາມ ແມ່ນປະເທດຜະລິດລົດໄຟຟ້າ ແລະ ກໍ່ໄດ້ສົ່ງອອກໄປຍັງ ອາເມລິກາ. ບັນດາປະເທດຄື ອິນໂດເນເຊຍ ຫຼື ມາເລເຊຍ ກໍ່ພວມແມ່ນຕະຫຼາດລົດໄຟຟ້າທີ່ມີຄວາມສາມາດບົ່ມຊ້ອນ. ອິນໂດເນເຊຍ ແລະ ຟີລິບປິນ ພວມກວມເອົາແຕ່ 33 – 40% ປະລິມານສະສົມ ແຮ່ niken ຂອງໂລກ. ສິ່ງນີ້ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພົວພັນຄູ່ຮ່ວມມື ແລະ ກາຍເປັນຜູ້ນຳໜ້າກ່ຽວກັບລະບົບສະໜອງລົດໄຟຟ້າ ແລະ ແບັດເຕີລີ, ອາດຈະແມ່ນບັນດາປະເທດໃນອາຊຽນ ຫຼື ທົ່ວໂລກ.

ອາ​ຊຽນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ ລົດ​ໄຟ​ຟ້າ: ໂອ​ກາດ ແລະ ສິ່ງ​ທ້າ​ທາຍ - ảnh 2ທ່ານ Arsjad Rasjid ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ

ບັນດາບາດກ້າວພັດທະນາກ່ຽວກັບລົດໄຟຟ້າຂອງ ອາຊຽນ ໃນ 2 ປີຜ່ານມາໃນຕົວຈິງ ແມ່ນເຕັມໄປດ້ວຍຄວາມໝັ້ນໝາຍ. ໄລ່ຮອດປີ 2022, ຈຳນວນລົດໄຟຟ້າໃນພາກພື້ນ ແມ່ນກ່ວາ 270.000 ຄັນ. ຄາດວ່າລະດັບນຳໃຊ້ລົດໄຟຟ້າ ຈະເພີ່ມຂຶ້ນໂດຍໄວໃນຊຸມປີຈະມາເຖິງ, ດ້ວຍ 3 ປະເທດວາງເປົ້າໝາຍບັນລຸລາຍຮັບ 100% ລວມມີ ໄທ ພາຍຫຼັງປີ 2035, ສິງກະໂປ ຫຼັງປີ 2040 ແລະ ອິນໂດເນເຊຍ ຫຼັງປີ 2050. ຕາມທ່ານ Arsjad Rasjid ແລ້ວ ອາຊຽນ ແມ່ນພາກພື້ນທີ່ເຕັມໄປດ້ວຍຄວາມໝັ້ນໝາຍ ແລະ ມີແຫຼ່ງກຳລັງຢ່າງພຽງພໍເພື່ອພັດທະນາລະບົບນິເວດລົດໄຟຟ້າ ແລະ ພື້ນຖານເສດຖະກິດສີຂຽວ ຄືບັນດາແຫຼ່ງກຳລັງເຕີບໂຕໃໝ່ຂອງພາກພື້ນ. ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັນນັ້ນ ກໍ່ຍັງມີສິ່ງທ້າທາຍຫຼາຍຢ່າງ:

ກ່ອນອື່ນໝົດແມ່ນບັນຫາພື້ນຖານໂຄງລ່າງ ບໍ່ພຽງແຕ່ແມ່ນບັນຫາຂອງ ອິນໂດເນເຊຍ, ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຂອງຫຼາຍປະເທດໃນພາກພື້ນອີກດ້ວຍ. ດັ່ງນັ້ນ ທຳອິດ ພວກເຮົາຕ້ອງສ້າງພື້ນຖານໂຄງລ່າງ. ທີສອງແມ່ນ ອາຊຽນຕ້ອງເຫັນດີເປັນເອກະພາບມາດຖານໃຫ້ແກ່ ແບັດເຕີລີລົດໄຟຟ້າ, ມາດຖານໃຫ້ແກ່ປ້ຳສາກລົດໄຟຟ້າ, ຊ່ວຍປະຕິບັດບັນດາແຜນການທີ່ມີປະສິດທິຜົນ ແລະ ງ່າຍດາຍກ່ວາ. ນີ້ແມ່ນບັນດາສິ່ງທ້າທາຍ ເຊິ່ງບັນດາປະເທດ ອາຊຽນ ຕ້ອງຮ່ວມມືກັນເພື່ອຮັບປະກັນການສ້າງພື້ນຖານໂຄງລ່າງນຳກັນ ແລະ ເຊື່ອມຕໍ່, ຊ່ວຍຊຸກຍູ້ການພັດທະນາຂອງລະບົບນິເວດລົດໄຟຟ້າໃນພາກພື້ນ.

ໃນຖະແຫຼງການທີ່ໄດ້ຮັບຮອງຢູ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 42, ບັນດາການນຳອາຊຽນ ໄດ້ເນັ້ນໜັກເຖິງບົດບາດສຳຄັນໃນການນຳໃຊ້ລົດໄຟຟ້າຄືສ່ວນໜຶ່ງຂອງຄວາມມານະພະຍາຍາມຂອງ ອາຊຽນ ເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດ ສ້າງປະກົດການເຮືອນແກ້ວ, ຍູ້ໄວວິວັດການຫັນປ່ຽນພະລັງງານ, ປັບປຸງຄວາມໝັ້ນຄົງດ້ານພະລັງງານຢູ່ແຕ່ລະປະເທດ ແລະ ໃນທົ່ວພາກພື້ນ. ຖະແຫຼງການກໍ່ສົ່ງເສີມຄວາມກົມກຽວໃນບັນດາມາດຖານຂອງພາກພື້ນຕໍ່ລະບົບລົດໄຟຟ້າ ກໍ່ຄືການບຳລຸງສ້າງ ແລະ ຢັ້ງຢືນໂດຍອີງຕາມບັນດາມາດຖານສາກົນ, ເພື່ອແນໃສ່ເພີ່ມທະວີລະບົບມູນຄ່າລົດໄຟຟ້າໃນພາກພື້ນ, ເພີ່ມທະວີຄວາມສະດວກໃນການຫັນເປັນການຄ້າ, ກໍ່ຄືຮັບປະກັນຄວາມສາມາດໃນການກະທົບຕອບ ແລະ ເດີນທາງຜ່ານຊາຍແດນ.

ການພັດທະນາແບບຍືນຍົງລວມມີວິວັດທະນາການຫັນເປັນພະລັງງານ, ພັດທະນາລົດໄຟຟ້າ ແລະ ພື້ນຖານເສດຖະກິດສີຂຽວ ແມ່ນບັນດາເນື້ອໃນເຊິ່ງ ອິນໂດເນເຊຍ ໃຫ້ບຸລິມະສິດຊຸກຍູ້ໃນປີຮັບດຳລົງຕຳແໜ່ງເປັນປະທານອາຊຽນ. ບັນດາປະເທດ ອາຊຽນ ໄດ້ສະໜັບສະໜູນແຜນນະໂຍບາຍນີ້ຢ່າງສິ້ນເຊິງ. ເຖິງວ່າຍັງມີສິ່ງທ້າທາຍຫຼາຍຢ່າງກໍ່ຕາມແຕ່ທ່ານ Arsjad Rasjid ຖືວ່າ ເລື່ອງ ອາຊຽນ ບັນລຸໄດ້ຂໍ້ຕົກລົງລະບົບນິເວດລົດໄຟຟ້າຈະນຳມາເຊິ່ງຜົນກະທົບທີ່ຕັ້ງໜ້າ, ບໍ່ພຽງແຕ່ກ່ຽວກັບສິ່ງແວດລ້ອມເທົ່ານັ້ນ ຫາກຍັງກ່ຽວກັບເສດຖະກິດ, ນຳກາລະໂອກາດດຳເນີນທຸລະກິດໃໝ່ມາໃຫ້ພາກເອກະຊົນ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຢີອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ