ອາຊຽນ ແມ່ນຈຸດສຸມຂອງການເຕີບໂຕ ຍ້ອນມີຄວາມສາມັກຄີ, ສະຖຽນລະພາບ, ການໂອ້ລົມສົນທະນາ ແລະ ສັນຕິພາບ

(VOVWORLD) - ປີ 2023, ອິນໂດເນເຊຍ, ປະເທດປະທານ ອາຊຽນ ໄດ້ເລືອກເຟັ້ນຫົວຂໍ້ອາຊຽນ ຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ”, ເພື່ອສະແດງຄວາມຕັດສິນໃຈຂອງ ອາຊຽນ ໃນການຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ ແລະ ທົ່ວໂລກ, ກໍ່ຄືປັບປຸງທີ່ຕັ້ງ ດ້ວຍຖານະແມ່ນຈຸດສຸມຂອງການເຕີບໂຕໂລກ.
ອາຊຽນ ແມ່ນຈຸດສຸມຂອງການເຕີບໂຕ ຍ້ອນມີຄວາມສາມັກຄີ, ສະຖຽນລະພາບ, ການໂອ້ລົມສົນທະນາ ແລະ ສັນຕິພາບ - ảnh 1ທ່ານ Uch Leang, ນັກຮຽນຮູ້ ກຳປູເຈຍ, ຮອງຫົວໜ້າສະຖາບັນຄົ້ນຄ້ວາ ອາຊີ - ອາບຟຣີກາ ແລະ ຕາເວັນອອກກາງ, ສະຖາບັນຄົ້ນຄ້ວາສາກົນ ກຳປູເຈຍ

ໃນຕະຫຼອດ 56 ປີຜ່ານມາ, ອາຊຽນ ໄດ້ມານະພະຍາຍາມເພື່ອບືນຕົວຂຶ້ນ, ້າງປະຊາຄົມແຫ່ງຄວາມສະໜິດຕິດພັນ, ສະຖຽນລະພາບຢ່າງບໍ່ຢຸດຢັ້ງເພື່ອບັນລຸເປົ້າໝາຍດັ່ງກ່າວໄດ້. ນັ້ນແມ່ນຄຳເຫັນລວມຂອງບັນດານັກຊ່ຽວຊານຢູ່ພາກພື້ນ.

        ເມື່ອຕອບສຳພາດນັກຂ່າວ VOV, ທ່ານ Uch Leang, ນັກຮຽນຮູ້ ກຳປູເຈຍ, ຮອງຫົວໜ້າສະຖາບັນຄົ້ນຄ້ວາ ອາຊີ - ອາບຟຣີກາ ແລະ ຕາເວັນອອກກາງ, ສະຖາບັນຄົ້ນຄ້ວາສາກົນ ກຳປູເຈຍ (ຂຶ້ນກັບສະຖາບັນບັນດິດລາຊະອານາຈັກ ກຳປູເຈຍ) ໃຫ້ຮູ້ວ່າ: ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ໃນວັນທີ 8 ສິງຫາ 1967 ມາຮອດປະຈຸບັນ, ອາຊຽນ ໄດ້ມີການໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຫຼາຍຢ່າງເຂົ້າໃນການປັບປຸງ ແລະ ເປີດກ້ວາງຄວາມສາມັກຄີຢູ່ພາຍໃນ ແລະ ນອກພາກພື້ນ ກໍ່ຄືຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ:

ຜ່ານໄລຍະ 56 ປີນັບແຕ່ເວລາໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967, ອາຊຽນ ໄດ້ຮັກສາຄວາມເປັນເອກະພາບ, ຄວາມສາມັກຄີ ແລະ ປັບປຸງບົດບາດໃຈກາງຂອງ ສະຫະສະມາຄົມ, ຮັບໃຊ້ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງຂອງພາກພື້ນ. ບັນດາປະເທດສະຊິກ ອາຊຽນ ໄດ້ມີການເຊືື່ອມໂຍງຢ່າງປອງດອງລະຫວ່າງບັນດາຂົງເຂດຮ່ວມມືບຸລິມະສິດ ແລະ ຜົນປະໂຫຍດຂອງບັນດາປະເທດອື່ນຄື: ການເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດ, ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ, ການຄ້ຳປະກັນດ້ານສະບຽງອາຫານ, ພະລັງງານ, ພັດທະນາເຂດອະນຸພາກພື້ນ ແລະ ກາປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ”.

        ຕາມທ່ານ Uch Leang ແລ້ວ, ບັນດາຂໍ້ຕົກລົງສຳຄັນໄດ້ຊ່ວຍໃຫ້ ອາຊຽນ ເພີ່ມທະວີການຮ່ວມມືເຊື່ອມຕໍ່ ແລະ ຮັດແຄບຊ່ອງຫວ່າງການພັດທະນາໃນພາກພື້ນຄື: ກົດບັດ ອາຊຽນ, ການວາງກຳນົດວິໄສທັດ ອາຊຽນ 2020, ວິໄສທັດ ອາຊຽນ 2025 ແລະ ແຜນການສັງລວມເພື່ອສ້າງປະຊາຄົມ ອາຊຽນ; ສົນທິສັນຍາເປັນມິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC), ວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP).

ອາຊຽນ ແມ່ນຈຸດສຸມຂອງການເຕີບໂຕ ຍ້ອນມີຄວາມສາມັກຄີ, ສະຖຽນລະພາບ, ການໂອ້ລົມສົນທະນາ ແລະ ສັນຕິພາບ - ảnh 2ທ່ານ Yose Diran Damuri, ຜູ້ອຳນວຍການສະຖາບັນຄົ້ນຄ້ວານະໂຍບາຍ ອິນໂດເນເຊຍ (CSIS)

        ໃນຂະນະນັ້ນ, ຕາມທ່ານ Yose Diran Damuri, ຜູ້ອຳນວຍການສະຖາບັນຄົ້ນຄ້ວານະໂຍບາຍ ອິນໂດເນເຊຍ (CSIS) ແລ້ວ, ໃນຊຸມປີມໍ່ໆມານີ້, ຄວາມເຄັ່ງຕຶງດ້ານພູມສາດການເມືອງ, ໂລກລະບາດ, ວິກິດການເສດຖະກິດໄດ້ເຮັດໃຫ້ບັນດາຄວາມສ່ຽງເພີ່ມຂຶ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາປະເທດສະມາຊິກ ອາຊຽນ ຍັງບັນລຸໄດ້ການເຕີບໂຕຢ່າງຕັ້ງໜ້າ ຍ້ອນສາມາດຮັກສາໄດ້ຄວາມສະຖຽນລະພາບ ແລະ ສັນຕິພາບໃນພາກພື້ນ:

ຄວາມຫວັງຂອງ ອາຊຽນ ແມ່ນຈະກາຍເປັນໃຈກາງຂອງການເຕີບໂຕ. ບົດບາດ ແລະ ທີ່ຕັ້ງຂອງ ອາຊຽນ ມີລັກສະນະຍຸດທະສາດໃນໂລກ. ການເຕີໂຕຂອງບັນດາປະເທດ ອາຊຽນ ໃນປະຈຸບັນ ແມ່ນມີຄວາມຕັ້ງໜ້າພໍສົມຄວນ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງບັນດາການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ພາກພື້ນທີ່ເປີດກ້ວາງກ່ວາ. ສິ່ງດັ່ງກ່າວແມ່ນຂຶ້ນກັບເລື່ອງ ອາຊຽນ ແກ້ໄຂບັນດາບັນຫາຢູ່ພາກພື້ນໄດ້ດີ ຫຼື ບໍ່. ດ້ວຍບັນດາກົນໄກເຈລະຈາຂອງຕົນ, ອາຊຽນ ກໍ່ສາມາດບັນລຸໄດ້ຜົນສຳເລັດໃນການຮັກສາສະຖຽນລະພາບ ແລະ ສັນຕິພາບຢູ່ພາກພື້ນ”.

        ທ່ານ Yose Diran Damuri ເນັ້ນໜັກວ່າ: ດ້ວຍພົນລະເມືອງ 646 ລ້ານຄົນ ແລະ ລະດັບການເຕີບໂຕ GDP ບັນລຸ 5% ໃນປີ 2022, ໃນສະພາບການທີ່ເສດຖະກິດລວມເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍນັ້ນ, ປະຈຸບັນ, ອາຊຽນ ແມ່ນໜຶ່ງໃນບັນດາກຸ່ມນຳໜ້າຂອງພື້ນຖານເສດຖະກິດພາກພື້ນ ແລະ ໂລກ.

ອາຊຽນ ແມ່ນຈຸດສຸມຂອງການເຕີບໂຕ ຍ້ອນມີຄວາມສາມັກຄີ, ສະຖຽນລະພາບ, ການໂອ້ລົມສົນທະນາ ແລະ ສັນຕິພາບ - ảnh 3ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການ SOM ASEAN ຫວຽດນາມ

    ສ່ວນທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການ SOM ASEAN ຫວຽດນາມ ເມື່ອຕອບສຳພາດຕໍ່ສື່ມວນຊົນໄດ້ໃຫ້ຂໍ້ສັງເກດວ່າ: ສານໃຫຍ່ເຊິ່ງ ອາຊຽນ ສົ່ງເຖິງສາກົນ, ນັ້ນແມ່ນ “ອາຊຽນ ຂອບຂະໜາດໃຫຍ່: ແມ່ນໃຈກາງຂອງການພັດທະນາ” ພາກພື້ນ ໄດ້ສະແດງຜ່ານ 3 ແງ່ມູມ:

        “ບົດບາດໃຈກາງຂອງ ອາຊຽນ ໄດ້ສະແດງອອກຜ່ານທຸກໆວິວັດການພາກພື້ນ, ນັບທັງໃນການເຕີບໂຕ, ພັດທະນາເສດຖະກິດ, ນັບທັງການປ່ຽນແປງວິທີການຜັນຂະຫຍາຍບັນດາຂໍ້ກຳນົດຂອງ ອາຊຽນ ກໍຄືວິທີການສຳຜັດບັນດາບັນຫາພາກພື້ນ ແລະ ສາກົນ. ວິທີການສຳຜັດນັ້ນແມ່ນຖືການຮ່ວມມື ແລະ ການເຈລະຈາເປັນເຄື່ອງມືສຳຄັນໃນການພົວພັນສາກົນ ກໍ່ຄືໃນການພົວພັນກັບ ອາຊຽນ. ເມື່ອແລກປ່ຽນກັບ ອາຊຽນ, ທຸກປະເທດຄູ່ຮ່ວມມືລ້ວນແຕ່ຢັ້ງຢືນວ່າໄດ້ເຄົາລົບ ອາຊຽນ, ເຄົາລົບບົດບາດໃຈກາງຂອງ ອາຊຽນ”.

ຕາມທ່ານເອກອັກຄະລັດຖະທູດ ຫວູ້ໂຮ່ ແລ້ວ, ດ້ວຍການເຈລະຈາທີ່ກົງໄປກົງມາ, ແລກປ່ຽນທີ່ຈິງໃຈ, ການຮ່ວມມື, ອາຊຽນ ໄດ້ເຮັດໃຫ້ບັນດາຄູ່ຮ່ວມມືຮັບຮູ້ບົດບາດໃຈກາງຂອງຕົນສ່ວນໃດສ່ວນໜຶ່ງໃນວິວັດການຢູ່ພາກພື້ນ. ຈາກນັ້ນ, ກໍ່ມີຫຼາຍຄຳໝັ້ນສັນຍາ, ຂໍ້ລິເລີ່ມໄດ້ສະເໜີ ເພື່ອແນໃສ່ເພີ່ມທະວີການຮ່ວມມືກັບ ອາຊຽນ, ປະກອບສ່ວນໃຫ້ແກ່ບັນດາຄວາມມານະພະຍາຍາມສ້າງປະຊາຄົມຂອງ ອາຊຽນ. ຜ່ານບັນດາວິທີການເຮັດວຽກຢ່າງວ່ອງໄວ, ມີປະສິດທິຜົນນັ້ນ, ອາຊຽນ ມີຄວາມເຊື່ອໝັ້ນກວ່າເມື່ອກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໄລຍະຫຼັງປີ 2025.

 

ຕອບກັບ

ຂ່າວ/ບົດ​ອື່ນ