ອາຊຽນ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນປີ 2012

(vovworld)- ປີ 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ອາ​ຊຽນ: ປະຊາຄົມຫນຶ່ງ, ຊາຕະກຳດຽວ”, ປະຊາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ບັນລຸໄດ້ໝາກຜົນຈຳນວນຫນຶ່ງຢ່າງຕັ້ງຫນ້າ. ບັນດາໝາກຜົນນີ້ເຮັດໃຫ້ ອາຊຽນ ກ້າວເຂົ້າສູ່ໄລຍະພັດທະນາໃຫມ່, ມຸ່ງໄປເຖິງຈຸດໝາຍສ້າງປະຊາຄົມອາຊຽນ

ໃນປີ 2015. ໃນລາຍການຊາຍຄາ ອາຊຽນ ພາກນີ້, ພວກ​ເຮົາຂໍແນະນຳບັນດາ​ຜົນງານ​ຂອງ ອາ​ຊຽນ ກໍ​ຄື​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃນ​ປີຜ່ານມາ. ​

        ອາດ​ຈະ​ເວົ້າ​ໄດ້​ວ່າ ປີ 2012 ອາຊຽນ ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ​ທີ່​ເປັນ​ຫນ້າ​ສົນ​ໃຈ. ​ໃນ​ປີ​ນີ້, ອາ​ຊຽນ​ ສືບ​ຕໍ່​ສະ​ຫງວນບຸລິມະສິດ​ສູງ​ໃຫ້​ແກ່​ການ​ຜັນ​ຂະຫຍາຍການ​ສ້າງ​ປະຊາ​ຄົມ​ໃນ 3 ​ເສົາ​ຄ້ຳ​ຕົ້ນຕໍ​ຄື: ການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ ວັດທະນະທຳ, ດ້ວຍ​​ເວລາ​ກຳນົດ​​​ແມ່ນ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ທີ່​​ໄດ້ວາງ​ອອກ​​ໃນ​ວັນ​ທີ 31/12/2015. ກ່ຽວ​ກັບ​ປະຊາ​ຄົມ​ການ​ເມືອງ​ຄວາມ​ໝັ້ນ​ຄົງທາງ​ດ້ານເສດຖະກິດ, ​ໃນ​ໄລຍະ​ຜ່ານ​ມາ ອາ​ຊຽນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ​ຕົ້ນຕໍ​ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ຂອງ​ພາກ​ພື້ນ. ບົດບາດ​ສຳຄັນ​ຕົ້ນຕໍ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີວິດ​ຊີວາ​ຜ່ານ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫລວງ​ຂອງ ອາ​ຊຽນ ​ໃນ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ຄວາ​ມໝັ້ນຄົງ ​ແລະ ສ້າງ​ບັນດາ​ຂໍ້​ກຳນົດ​ການ​ປະພຶດ, ຜ່ານ​ນັ້ນ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງກັນ ​ແລະ ກັນ, ສະກັດ​ກັ້ນ​ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ກ່ຽວກັບ​ປະຊາ​ຄົມ​ເສດຖະກິດ, ປີ 2012 ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ຂອງ ອາ​ຊຽນ ມີ​ສັນຍານ​ອັນ​ຕັ້ງຫນ້າ. ລະດັບຈະ​ເລີ​ນ​ເຕີບ​ໂຕ GDP ຂອງ​ອາ​ຊຽນມີ​ທ່າ​ອ່ຽງ​ໃນ​ປີ 2012 ບັນລຸ​ກວ່າ 5% ​ເມື່ອ​ທຽບ​ໃສ່​ປີ​ກາຍ​ແມ່ນ 4,7%. ກ່ຽວ​ກັບ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ເຂົ້າ ອາ​ຊຽນ ກໍ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ​ກາຍ. ກ່ຽວ​ກັບປະຊາ​ຄົມ​ວັດທະນະທຳ​ສັງຄົມ: ອາ​ຊຽນ ​ໄດ້​ຮັບຮອງ​ເອົາ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ມະຕິ​ບາງກອກ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ ອາ​ຊຽນ. ພ້ອມ​ກັບ​ການ​ຍູ້​ແຮງ​ການຜັນ​ຂະຫຍາຍ​ບັນດາ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຈອດ ອາ​ຊຽນ ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ, ອາ​ຊຽນ ກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງກາ​ນຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ ​ແລະ ​ໂຄສະນາ​ກ່ຽວ​ກັບ ອາ​ຊຽນຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ, ​ເພື່ອ​ລະດົມ​ການ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ຂອງປະຊາຊົນ​ກໍ​ຄື​ຂອງ​ບັນດາ​ຄູ່​ຮ່ວມ​ມື​ຫນູນ​ຊ່ວຍ​ວິວັດ​ການ​ສ້າງ​ປະຊາ​ຄົມ.

ອາຊຽນ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນປີ 2012 - ảnh 1
ທ່ານາຍົກລັດຖະມົນຕີ ຫວຽດນາ ຫງວຽນເຕີນຢູ໋ງ ເຂົ້າຮ່ວມກອງປະຊຸມ ອສຊຽນ +3
ພາບ:internet

        ​ໃນ​ປີ 2012, ການ​ພົວພັນ​ການ​ຕ່າງປະ​ເທດ​ຂອງ ອາ​ຊຽນ ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ​ເຂົ້າ​ສູ່​ລວງ​ເລິກ. ຄຽງ​ຄູ່​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ແຜນການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ກັບ​ບັນດາ​ຄູ່​ເຈລະຈາ​ຢ່າງ​ມີ​ປະສິດທິ​ຜົນ, ອາ​ຊຽນ ກໍ​ຕັ້ງຫນ້າ​ຍົກ​ອອກ​ຂໍ້​ລິ​ເລີ່​ມຮ່ວມ​ມື​ໃຫມ່​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຄື: ​ເສດຖະກິດ, ການ​ເງິນ, ການ​ຄ້າ… ອາ​ຊຽນ ​ພ້ອມ​ກັບ ອາ​ເມ​ລິ​ກາ  ​ແລະ ອິນ​ເດຍ ​ໄດ້​ເຫັນ​ດີ​ຕໍ່​​ເລ່ືອງຍົກ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຄູຸ່ຮ່ວມ​ມື​ຍຸດ​ທະ​ສາດ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ບົດບາດ​ຂອງ ອາ​ຊຽນ ​ໃນ​ປີ 2012,​ຮອງ​ສາ​ສະ​ດາ​ຈານ, ດຣ, ພົນ​ຈັດຕະວາ ​ເລ​ວັນ​ເກື່ອງ, ອະດີດ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ສັງກັດ​ກະຊວງ​ຕຳຫລວດ ຫວຽດນາມ ຖື​ວ່າ:

        “ອາ​ຊຽນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ອົງການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ພາຍ​ໃນ​ກຸ່ມ​ຢ່າງ​ແຮງ. ຈາກ​ນັ້ນ​ຊີ້​​ໃຫ້​ເຫັນ​ວ່າ, ອາ​ຊຽນ ພວມ​ຫັນ​ບັນດາ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ໃນ​ປີ 2015 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທ່ືອ​ລະ​ກ້າວ. ຄຽງ​ຄູ່​ກັນ​ນັ້ນ ​ເລື່ອງ​ອາ​ຊຽນ ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຢ່າງ​ສະ​ເໝີກັນ, ໝາຍຄວາມ​ວ່າ ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ ບົນ​ຫລັກການ 2 ຝ່າຍ ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຍັງ​ຄົງ​ແມ່ນ​ກຳນົດ​ທິດ​ທີ່​ຈຳ​ເປັນ​ຂອງ ອາ​ຊຽນ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ການ​ເຂົ້າ​ຮ່ວມ​ ອາ​ຊຽນ ຂອງ ຫວຽດນາມ​​ ​ໃນປີ 2012 ກໍ​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ ອາ​ຊຽນ. ຫວຽດນາມ ປະກອບສ່ວນ​ຢ່າງ​ແທດ​ຈິງ​​​ເຂົ້າ​ໃນການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ ​ເວົ້າ​ລວມ, ພ້ອມ​ກັນ​ນັ້ນ ຊຸກຍູ້​ການ​ຜັນ​ຂະຫຍາຍ​ຖະ​ແຫລ​ງການ​ອາ​ຊຽນ - ຈີນ ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຄົບ​ຖ້ວນ ​ແລະ ຊຸກຍູ້​ເພື່ອ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ກ້າວ​ໄປ​ເຖິງ​ຄວາມ​ເຫັນ​ດີ​ກ່ຽວ​ກັບ​ບັນດາ​ປັດ​ໄຈ​ພື້ນຖານ​ຂອງ​ຂໍ້​ກຳນົດ​ການ​ປະພຶດ​ບົນ​ທະ​ເລ​ຕາ​ເວັນ​ອອກ, ​ເປັນ​ພື້ນຖານ​ເພື່ອ​ປຶກສາ​ຫາລື​ໂດຍກົງ​ກັບ​ຈີນ​​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເມື່ອ​ຢືນຢັນ​ບົດບາດ​ຂອງ ຫວຽດນາມ, ທ່ານ ຫງວຽນ​ຕຽນ​ມີນ, ຫົວຫນ້າ​ກົມ​ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເວົ້າ​ວ່າ:

        “​ໃນ​ປີ 2012 ຜ່ານມາ, ຫວຽດນາມ ​​ໄດ້​ມີ​ຄວາມ​ມານະ​ພະຍາຍ​ມຫລາຍ​ຢ່າງ​ເພື່ອ​ປະຕິບັດ​ບົດບາດປະ​ເທດສະມາຊິກ ​ທີ່ເປັນ​ເຈົ້າ​ການ, ຕັ້ງຫນ້າ. ຫວຽດນາມ ​ໄດ້​ສົມທົບ​ກັບ ອາ​ຊຽນ ​ເພື່ອ​ຊຸກຍູ້​ວິວັດ​ການ​ສ້າງ​ປະຊາ​ຄົມ​ຢ່າງ​ວ່ອງ​ໄວ, ຮ່ວມ​ສຳພັນ ​ແລ​ະ ​ເຊື່ອມ​ຈອດ​ໃນ​ອາ​ຊຽນ, ມານະ​ພະຍາຍາມ​ຍົກ​ສູງ​ສະຕິ​ຄວາມ​ຮັບຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ ອາ​ຊຽນ, ​ໂຄສະ​ນາ​ພາບ​ພົດ ອາ​ຊຽນ ​ແລະ ປະຊາ​ຄົມ ອາ​ຊຽນ ອອກ​ສຸ່ວົງ​ຄະ​ນາ​ຍາດ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ລະນຶກ 45 ປີ ​ແຫ່ງ​ວັນ​ສ້າງ​ຄັ້ງ ອາ​ຊຽນ ​ແລະ ສັບປະດາ​ອາ​ຊຽນ ຈັດ​ຂຶ້ນ​ຢູ່​ ຮ່າ​ໂນ້ຍ. ນອກ​ນັ້ນ ຫວຽດນາມ ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​​​ເຂົ້າ​ໃນ​ການ​ສ້າ​ງບັນດາ​ເອກະສານ​ຮ່ວມ​ມື​ສຳຄັນ​ຂອງ ອາ​ຊຽນ ຄື: ຖະ​ແຫລ​ງການ ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ​ກໍ​ຄື​ຖະ​ແຫລ​ງການ ອາ​ຊຽນ - ຈີນ, ລະນຶກ 10 ປີ​ແຫ່ງ​ວັນ​ເຊັນ DOC. ສຸດ​ທ້າຍ​ໃນ​ປີ 2012, ຫວຽດນາມ ​ໄດ້​ກະກຽມ​ເປັນ​ຢ່າງ​ດີ​ໃຫ້​​ແກ່​ພົນ​ລະ​ເມືອງ​ຫວຽດນາມ ດຳລົງ​ຕຳ​ແຫນ່​ງ​ເປັນ​ເລຂາທິການ​ໃຫຍ່ ອາ​ຊຽນ.”

        ​​ໃນ​ພາຍ​ພາກ​ຫນ້າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສ່ິງ​ທ້າ​ທາຍ​ບໍ່​ແມ່ນຫນ້ອຍ​​ ​ແຕ່​ດ້ວຍ​ບົດຮຽນ ​ແລະ ການ​ເຕີບ​ໃຫຍ່​ພາຍຫລັງ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ ອາ​ຊຽນ ນັ້ນ, ດ້ວຍ​ນ້ຳ​ໃຈ​ສາມັກຄີ ​ແລະ ຄວາມ​ສາມາດ​ແກ້​ໄຂ​ຢ່າງ​ມີ​ໄຫວ​ພິບ​ນັ້ນ, ປາດ​ຖະຫນາ​ວ່າ ອາ​ຊຽນ ຈະ​ຜ່ານ​ຜ່າ​ສິ່ງ​ກີດຂວາງ ​ແລະ ການ​ທ້າ​ທາຍທຸກຢ່າງ, ປະຕິບັດ​ບັນດາ​ຈຸດໝາຍ​ທີ່​ວາງ​ອອກ​ສຳ​ເລັດ​ຜົນ ນັ້ນ​ແມ່ນ ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.



ຕອບກັບ

ຂ່າວ/ບົດ​ອື່ນ