ອາຊຽນ ແລະ ເຢຍລະມັນ ມຸ່ງໄປເຖິງສາຍພົວພັນພັນທະມິດຍຸດທະສາດ

ອາຊຽນ ແລະ ເຢຍລະມັນ ມຸ່ງໄປເຖິງສາຍພົວພັນພັນທະມິດຍຸດທະສາດ - ảnh 1
ທ່ານ Georg Wischel ​ເອກ​ອັກຄະ​ລັດຖະທູດ ​ເຢຍລະ​ມັນ​ປະຈຳ ອິນ​ໂດ​ເນ​ເຊຍ
ພາບ:TTXVN


(vovworld)-  ວັນ​ທີ 7/2, ​ໃນ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ຢູ່ ສຳນັກງານ​ຂອງ​ຄະນະ​ເລຂາ ອາ​ຊຽນ, ຢູ່ ອິນ​ໂດ​ເນ​ເຊຍ, ທ່ານ Georg Wischel ​ເອກ​ອັກຄະ​ລັດຖະທູດ ​ເຢຍລະ​ມັນ​ປະຈຳ ອິນ​ໂດ​ເນ​ເຊຍ ຢືນ​ຢັນ​ອີກ​ຄັ້ງ​ຫນຶ່ງ​​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ​ເຢຍລະ​ມັນ ສະຫນັບສະຫນູນ​ວິວັດ​ການ​ເຊື່ອ​ມ​ໂຍງ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ ອາ​ຊຽນ ​ໃນ​ປີ 2015. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຢຍລະ​ມັນ ​ເນັ້ນ​ຫນັກ​ວ່າ ​ເຢຍລະ​ມັນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄຸ່ຮ່ວມ​ມື​ພັດທະນາ​ສຳຄັນ​ທີ່​ສຸດ​ຂອງ ອາ​ຊຽນ. ທ່ານ​ໃຫ້​ຮູ້​ວ່າ: ລັດຖະມົນຕີ​ກະຊວງການ​ຮ່ວມ​ມື​ເສດຖະກິດ ​ແລະ ພັດທະນາ​ ​ເຢຍລະ​ມັນ ​ໄດ້​​ໃຫ້​ຄຳ​ໝັ້ນ​ໝາຍ​ອຸປະຖຳ​ຈຳນວນ​ເງິນ 6 ລ້ານ​ເອີ​ໂຣ ​ເພື່ອ​ຊ່ວຍ​ເຫລືອ​ບັນດາ​ປະ​ເທດ ກຳ​ປູ​​ເຈຍ, ລາວ, ມ້ຽນ​ມາ, ຫວຽດນາມ ​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ກັບ 6 ປະ​ເທດ​ສະມາຊິກ​ເກົ່າ​ຂອງ​ກຸ່ມ. ທ່ານ Georg Wischel ຊີ້​ແຈງ​ວ່າ ການ​ຮ່ວມ​ມື​ດັ່ງກ່າວ​ກໍ​ຄື​ການ​ຢ້ຽມຢາມ​ຄະນະ​ເລຂາ ອາ​ຊຽນ ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Guido Westerwelle ​ໃນ​ອາທິດ​ຈະ​ມາ​ເຖິງ ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ​ເຢຍລະ​ມັນ ພວມ​ຫັນ​ຈາກ​ການ​ສຳ​ພັດ​ກັບ​ຂະ​ແຫນງ​ມຸ່ງ​ໄປ​ເຖິງ​ການ​ພົວພັນ​ພັນ​ທະ​ມິດ​ຍຸດ​ທະ​ສາດ.

 

ຂ່າວ/ບົດ​ອື່ນ