ອາຊຽນຊຸກຍູ້ສັນຕິພາບແລະໄກ່ເກ່ຍໃນພາກພື້ນ

ອາຊຽນຊຸກຍູ້ສັນຕິພາບແລະໄກ່ເກ່ຍໃນພາກພື້ນ - ảnh 1


(vovworld)-ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ“ສັນຕິພາບ ​ແລະ ​ໄກ່​ເກ​່ຍ: ບັນດາ​ຫລັກການ ​ແລະ ປະຕິບັດ​ຕົວ​ຈິງດີທີ່​ສຸດ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 23 -24/4 ຢູ່ ບາ​ລີ ປະ​ເທດ ອິນ​ໂດ​ເນ​ເຊຍ. ກອງ​ປະຊຸມ​ດັ່ງ​ກ່າວ ​ໂດຍ​ສະ​ຖາ​ບັນ ສັນຕິພາບ ​ແລະ ​ໄກ່​ເກ່ຍ ອາ​ຊຽນ ​ແລະ ສະ​ຖາ​ບັນ​ສັນຕິພາບ ​ແລະ ປະຊາທິປະ​ໄຕ (IPD) ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ Mochtan, ຮອງ​ເລຂາທິການ​​ໃຫຍ່ ອາ​ຊຽນ, ຮັບຜິດຊອບ​ປະຊາ​ຄົມ ​ແລະ ວິ​ສາ​ຫະກິດ ​ໄດ້​ຢືນຢັນ​ວ່າ: ການ​ສ້າງ ​ແລະ ຮັກສາ​ສັນ​ຕິ​ພາບ ​ແມ່ນ​ຄຸນ​ຄ່າຕົ້ນ​ຕໍ່ ​ແລະ ​ແມ່ນ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ອາ​ຊຽນ​ໃຫ້​ແກ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ກອງ​ປະຊຸມ​ໄດ້​ແລກປ່ຽນ ​ແລະ ປຶກສາ​ຫາລື 4 ຫົວ​ເລື່ອງ​ຕົ້ນຕໍ ນັ້ນ​ແມ່ນ​ແບ່ງປັນ​ບົດຮຽນ, ສ້າງ​ລາຍການ​ເຄື່ອນ​ໄຫວ ​ແລະ ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ພັດທະນາ​ຄວາມ​ຮູ້ ​ແລະ ຈັດ​ຕັ້ງ​ການ​ສ້າງສັນ​ຕິ​ພາບ ​ແລະ ​ໄກ່​ເກ່ຍຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ບັນດາ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ​ຄວາມ​ໝັ້ນຄົງ​ - ​ການ​ເມືອງ ອາ​ຊຽນ ​ແລະ ພັດທະນາ​ສັນຕິພາບ, ​ໄກ່​ເກ່ຍຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ບັນດາ​ກຳລັງ​ຫນູນ, ສິ່ງ​ທ້າ​ທາຍ ​ແລະ ​ແງ່​ຫວັງ​ຂອງ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ, ບັນດາ​ບົດຮຽນ​ໃນ​ການ​ສ້າງສັນ​ຕິ​ພາບ ​ແລະ ​ໄກ່​ເກ່ຍ, ການ​ພັດທະນາ​ຂອງ ອາ​ຊຽນ ​ແລະ ອະນາຄົດ​ສ້າງສັນ​ຕິພາບ ​ແລະ ​ໄກ່​ເກ່ຍ ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

 

ຕອບກັບ

ຂ່າວ/ບົດ​ອື່ນ