ອາ​ຊຽນ​ເສີມ​ຂະ​ຫຍາຍ​ຈິດ​ໃຈ “ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື” ຢ່າງ​ແຮງ

(VOVWORLD) -ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ດຳເນີນທາງອອນລາຍຢູ່ຮ່າໂນ້ຍໃນວັນທີ 26 ມິຖຸນາ. ໃນສະພາບການໂລກລະບາດ Covid  19 ຍັງ ມີການຜັນແປຢ່າງສັບສົນ, ໃນຖານະເປັນປະທານອາຊຽນ 2020, ຫວຽດນາມ ໄດ້ມີບັນດາການຮັບມືຢ່າງທັນການຕາມແຜນການ ແລະ ໂຄງການດຳເນີນງານຂອງປີອາຊຽນ, ພ້ອມທັງສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາແຜນການທີ່ໄດ້ວາງອອກໃນການກໍ່ສ້າງປະຊາຄົມ. ນັກຂ່າວ VOV ສຳພາດທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະ SOM ຫວຽດນາມ ກ່ຽວກັບເນື້ອໃນດັ່ງກ່າວ
ອາ​ຊຽນ​ເສີມ​ຂະ​ຫຍາຍ​ຈິດ​ໃຈ “ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື” ຢ່າງ​ແຮງ - ảnh 1ພາບປະກອບ: TTXVN 

ໂລກລະບາດ Covid - 19 ແມ່ນເຫດການສຸດວິໄສ, ສົ່ງຜົນສະທ້ອນຢ່າງເລິກເຊິ່ງກ້ວາງຂວາງເຖິງທຸກໆປະເທດ. ໃນຖານະເປັນປະທານອາຊຽນ 2020, ໂລກລະບາດ Covid 19 ໄດ້ສ້າງຜົນກະທົບແນວໃດຕໍ່ໂຄງການດຳເນີນງານເຊິ່ງຫວຽດນາມວາງອອກໃນປີນີ້?

        ພວກເຮົາໄດ້ລົງມືກະກຽມໃຫ້ແກ່ປີ ເປັນປະທານອາຊຽນ 2020 ແມ່ນເລີ່ມແຕ່ຕົ້ນປີ 2019ເປັນຕົ້ນມາ ແລະ ໃນຂະນະນັ້ນ ບໍ່ຮູ້ວ່າ ຈະເກີດໂລກລະບາດ Covid – 19 ຂຶ້ນ. ດັ່ງນັ້ນ, ທຸກສິ່ງທຸກຢ່າງທີ່ກະກຽມໄວ້ຈົນຮອດເວລາເກີດໂລກລະບາດ ລ້ວນແຕ່ໄດ້ຕ່າວປີ້ນ, ບັງຄັບໃຫ້ພວກເຮົາຕ້ອງຄິດໄລ່ເຖິງບັນດາວິທີການປ່ຽນແປງ ໃຫ້ມີຄວາມເໝາະສົມກັບສະພາບການໃໝ່. ຄວາມຫຍຸ້ງຍາກທີ 2 ແມ່ນ ເມື່ອເກີດໂລກລະບາດ, ທຸກໆປະເທດລ້ວນແຕ່ຕ້ອງສຸມໃສ່ບຸລິມະສິດຢ່າງສູງໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ດັ່ງນັ້ນ ໃນຖານະເປັນປະທານອາຊຽນ, ຕ້ອງຍົກອອກລາຍການແນວໃດເພື່ອຕອບສະໜອງຢ່າງຖືກຕ້ອງຕາມຄວາມຕ້ອງການ ແລະ ຄວາມສົນໃຈຂອງບັນດາປະເທດ. ເພາະສະນັ້ນ, ເຖິງວ່າຢາກ ຫຼື ບໍ່ຢາກ ພວກເຮົາກໍ່ຕ້ອງຫັນປ່ຽນຈຸດສຸມຂອງອາຊຽນໄປເປັນການຮັບມືກັບໂລກລະບາດ Covid – 19 ແລະ ຫວຽດນາມ ໄດ້ຫັນປ່ຽນໂຄງການດຳເນີນງານໄປເປັນການຮັບມືກັບໂລກລະບາດ Covid – 19 ໄດ້ຢ່າງທັນການ ແລະ ໄດ້ຮັບການຕອບສະໜອງຈາກບັນດາປະເທດອາຊຽນ ແລະ ຫວຽດນາມກໍ່ໄດ້ປະຕິບັດເປັນຢ່າງດີມາດຮອດປັດຈຸບັນ.

        ຫວຽດນາມໄດ້ສະແດງບົດບາດເປັນເຈົ້າການໃນການນຳພາອາຊຽນຮັບມືກັບໂລກລະບາດ Covid 19 ໃນໄລຍະທີ່ຜ່ານມາຄືແນວໃດ?

        ນັບແຕ່ຕົ້ນເດືອນກຸມພາປີ 2020, ກ່ອນທີ່ຈະມີຖະແຫຼງການຂອງ WHO ກ່ຽວກັບໂລກລະບາດ Covid – 19, ຫວຽດນາມໄດ້ສະເໜີຈັດຕັ້ງການແລກປ່ຽນກັບບັນດາປະເທດອາຊຽນເພື່ອອອກຖະແຫຼງການປະທານອາຊຽນກ່ຽວກັບການປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດ Covid – 19ແບບລວມໝູ່ໃນອາຊຽນ. ທີ 2 ແມ່ນວາງອອກກົນໄກປະສານງານຢ່າງທັນການ. ຫວຽດນາມໄດ້ສະເໜີໃຫ້ກະຊວງການຕ່າງປະເທດມີກົນໄກປະສານງານອາຊຽນ, ສ້າງກຸ່ມຮັບມືກັບບັນດາກໍລະນີການແພດສຸກເສີນ, ວາງອອກບັນດາມາດຕະການຢ່າງລະອຽດເພື່ອ ຍື່ນສະເໜີຕໍ່ການນຳຂັ້ນສູງອາຊຽນຮັບຮອງເອົາບັນດາມາດຕະການຢ່າງລະອຽດ. ຜ່ານນັ້ນ, ພວກເຮົາ ໄດ້ລະດົມ ຄວາມເປັນເອກະພາບ, ການເຕົ້າໂຮມ, ຮ່ວມແຮງຮ່ວມໃຈເພື່ອຮັບມືກັບໂລກລະບາດ Covid – 19 ຢ່າງມີປະສິດທິຜົນ.

        ຫົວຂໍ້ຂອງປີອາຊຽນ 2020 ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການ ຮັບມື”. ເພາະສະນັ້ນ ປັດໄຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມືນີ້ໄດ້ສະແດງໃຫ້ເຫັນຄືແນວໃດໃນໂຄງການດຳເນີນງານເຊິ່ງຫວຽດນາມຕ້ອງປັບຕົວໃຫ້ແທດເໝາະກັບສະພາບການເກີດໂລກລະບາດ Covid 19 ໃນປີອາຊຽນ?

        ການສະໜິດຕິດພັນບໍ່ພຽງແຕ່ມີຄວາມໝາຍສາມັກຄີ, ເຫັນດີເປັນເອກະພາບນຳກັນເທົ່ານັ້ນ ຫາກຍັງຕ້ອງມີການຮ່ວມມືກັນຢ່າງລະອຽດ, ເພີ່ມທະວີການສະໜິດຕິດພັນກ່ຽວກັບຜົນປະໂຫຍດນຳກັນ, ສ້າງທາດຕິດພັນນຳກັນ. ໃນໄລຍະທີ່ຜ່ານມາ,ສະເພາະແຕ່ການປ້ອງກັນ, ສະກັດກັ້ນໂລກລະບາດ ກໍ່ສະແດງໃຫ້ເຫັນຄວາມສະໜິດຕິດພັນແລ້ວນັ້ນແມ່ນຄວາມຕ້ອງການ ຮ່ວມມືຢ່າງລະອຽດນຳກັນ, ສະແດງໃຫ້ເຫັນຜ່ານການປົກປ້ອງພົນລະເມືອງຂອງກັນ, ການແບ່ງປັນບົດຮຽນປະສົບການ, ຊ່ວຍເຫຼືອກັນດ້ານວັດຖຸ, ອຸປະກອນການແພດ… ສ່ວນປັດໄຈເປັນເຈົ້າການ ຮັບມືເມື່ອເກີດບັນຫາ ພວກເຮົາບໍ່ໄດ້ລັ່ງເລໃຈ, ຈັດຕັ້ງກອງປະຊຸມໃນທັນທີເພື່ອວາງອອກບັນດາມາດຕະການ, ສົມທົບກັນຮັບມືກັບໂລກລະບາດ ຢ່າງມີປະສິດທິຜົນ ແລະ ນັບທັງ ບໍ່ຮູ້ວ່າໂລກລະບາດຈະສິ້ນສຸດລົງເມື່ອໃດ ແຕ່ບັນດາການນຳໄດ້ມອບໃຫ້ລັດຖະມົນຕີທຸກຂັ້ນຕ້ອງສ້າງແຜນການຟື້ນຟູພາຍຫຼັງ ໂລກລະບາດ Covid – 19, ເພື່ອຫຼຸດຜ່ອນຜົນຮ້າຍຢ້ອນຫຼັງຈາກໂລກລະບາດ, ຟື້ນຟູວຽກງານໃນທຸກດ້ານ, ເສົ້າຄ້ຳການຮ່ວມມືຂອງອາຊຽນ.

        ໃນໄລຍະ6ເດືອນທ້າຍປີ, ຫວຽດນາມຄາດວ່າ ຈະຜັນຂະຫຍາຍບັນດາເນື້ອໃນຫຍັງແດ່ເພື່ອຊຸກຍູ້ບັນດາເປົ້າໝາຍບຸລິມະສິດເຊິ່ງພວກເຮົາວາງອອກໃນປີນີ້?

        ໃນໄລຍະ 6 ເດືອນຕົນປີ, ພວກເຮົາໄດ້ສຸມໃສ່ການຮັບມືກັບໂລກລະບາດ Covid – 19, ແຕ່ວ່າ ພວກເຮົາບໍ່ລືມຜັນຂະຫຍາຍບັນດາແຜນການ, ຂໍ້ລິເລີ່ມເຊິ່ງໄດ້ວາງອອກມາແຕ່ຕົ້ນປີ. ເຖິງຢ່າງໃດກໍ່ຕາມ, ໃນ6ເດືອນທ້າຍປີພວກເຮົາຕ້ອງປະຕິບັດບັນດາໜ້າທີ່ຄວບຄູ່,ນັບທັງ ມີການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ຟື້ນຟູເສດຖະກິດ - ສັງຄົມ ໄລຍະຫຼັງ ໂລກລະບາດ ແລະ ມີການຜັນຂະຫຍາຍການກໍ່ສ້າງປະຊາຄົມອາຊຽນ, ຍູ້ແຮງການພົວພັນລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມືພາຍນອກ

        ຂໍຂອບໃຈທ່ານຮອງລັດຖະມົນຕີ

ຕອບກັບ

ຂ່າວ/ບົດ​ອື່ນ