ອາຊຽນແລະເຢຍລະມັນຊຸກຍູ້ການພົວພັນຢ່າງແຫນ້ນແຟ້ນແລະມີປະສິດທິຜົນ

ອາຊຽນແລະເຢຍລະມັນຊຸກຍູ້ການພົວພັນຢ່າງແຫນ້ນແຟ້ນແລະມີປະສິດທິຜົນ - ảnh 1
ພາບປະກອບ:internet


(vovworld)-ນີ້​ແມ່ນ​ຂໍ້​ຕົກລົງ​ລະຫວ່າງ​ເຢຍລະ​ມັນ ​ແລະ ອາ​ຊຽນ ທີ່​ກອງ​ປະຊຸມ​ຄັ້ງ​ທີ 21 ຄະນະ​ກຳມະການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ​ເຢຍລະ​ມັນ ຊື່​ງດຳ​ເນີນ​ໄປ​​ເມື່ອ​ວັນ​ທີ 28/1 ຢູ່ ສຳ​ນັກ​ງານ​ຄະນະ​ເລຂາ ອາ​ຊຽນ ທີ່​ນະຄອນຫລວງ ຢາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ. ຝ່າຍ ​ເຢຍລະ​ມັນ ​ແລະ ອາ​ຊຽນ ​ເຫັນ​ດີ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ໃນ 3 ຂົງ​ເຂດ​ບຸລິມະສິດ​ເປັນ​ຈຸດ​ສຸມຄື: ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຕ້າ​ນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ເສດຖະກິດ​ກັບ​ພາກ​ພື້ນ, ກໍ່ສ້າງ ​ແລະ ​ເພີ່ມ​ທະວີ​ລະບອບ​ນະ​ໂຍບາຍ, ກຳລັງ​ຄວາມ​ສາມາດ. ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ Georg Witschel ​ເອກ​ອັກຄະ​ລັດຖະທູດ ​ເຢຍລະ​ມັນ ປະຈຳ ອາ​ຊຽນ ​ໄດ້​ເນັ້ນ​ຫນັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ສຳລັບ ​ເຢຍລະ​ມັນ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ບັນດາ​ຈຸດ​ທີ່​ຄ້າຍຄື​ກັນ​ລະຫວ່າງ ອີ​ຢູ ​ແລະ ອາ​ຊຽນ.

 

ຂ່າວ/ບົດ​ອື່ນ