ອາລົມຈິດຂອງນັກສິລະປິນລາວສຳລັບຫວຽດນາມ

(vovworld)-ນັກ​ສິ​ລະ​ປິນ​ລາ​ວ​ຜູ້​ຫນຶ່ງ​ເວົ້າ​ພາ​ສາ​ຫວຽດ ຄື​ດັ່ງ​ພາ​ສາ​ແມ່, ຊ້ຳ​ບໍ່​ໜຳ ທ່ານ​ຍັງ​ຮູ້​ຈັກ​ເຖິງ​ບັນ​ດາ​ກາບກອນ,​ຄຳ​ສຸ​ພາ​ສິດ ແລະ ບົດ​ເພງ​ຫວຽດ​ນາມຫລາຍ​ບົດ ເພື່ອ​​ໝູນ​ໃຊ້ໃນ​ການ​ໂອ້​ລົມ​​ກັບ​ໝູ່​ເພື່ອນ ກໍ​ຄືໃນການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ​ອີກ​ດ້ວຍ. ໂດຍແມ່ນ​ຜູ້​ປະ​ດິດ​ແຕ່ງ​ບົດ​ເພງ​ທີ່​ມີ​ຊື່​ສຽງ​ຫລາຍ​ບົດ, ຍາມ​ໃດ​ທ່ານກໍ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊ​ິ່ງ​ໃຫ້​ແກ່​ເພື່ອນ​​ມິດຫວຽດ​ນາມ ແລະ ລາວ​ ຜູ້​ທີ່​ມີ​ໂອ​ກາດ​ໄດ້​ພົບ​ປະ​ກັບ​ທ່ານ​. ນັ້ນ​ແມ່ນ ນັກ​ສິ​ລະ​ປິນ​ແຫ່ງ​ຊາດ, ນັກ​ດົນ​ຕີ, ນັກ​ປະ​ພັນ​, ອະ​ດີດ​ຮອງ​ຫົວ​ຫນ້າ​ກົມ​ສິ​ລະ​ປະ​ການ​ສະ​ແດງ​ແຫ່ງ​ຊາດ​ລາວ ດວງ​ມີ​ໄຊ ລີ​ໄກ​ຢາ.

ອາລົມຈິດຂອງນັກສິລະປິນລາວສຳລັບຫວຽດນາມ - ảnh 1
(ທ່ານດວງ​ມີ​ໄຊ ລີ​ໄກ​ຢາ)

        ທ່ານດວງ​ມີ​ໄຊ ລີ​ໄກ​ຢາ ຊາວ​ເຜົ່າ​ມົ້ງ ດຳ​ລົງ​ຊີ​ວິດ​ຢູ່ ຫ້ວຍ​ລອຍ ເມືອງ​ຊຳ​ເຫນືອ ແຂວງ ຫົວ​ພັນ. ໃນ​ຄາວ​ຍັງ​ນ້ອຍ, ແຕ່​ລະ​ເທື່ອ​ເມື່ອ​ໄດ້​ຮັບ​ຟັງ​ສຽງ​ເປົ່​າ​ປີ່​ຈາກແມ່, ທ່ານດວງ​ມີ​ໄຊ ​ກໍຕັ້ງ​ໃຈ​ຟັງ ແລະ ມີ​ຄວາມ​ເມົາ​ມົວກັບ​ສຽງ​ດົນ​ຕີ​. ຮອດ​ປີ 1959, ເມື່ອ​​ອາ​ຍຸ 11 ປີ, ດວງ​ມີ​ໄຊ ໄດ້ມາ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ. ເມື່ອ​ມາ​ຮອດ​ດິນ​ແດນ​ຫວຽດ​ ນາມ​ແລ້ວ, ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ລູກ​ຫລານ​ຂອງ​ນັກ​ສິ​ລະ​ປິນ​ຫວຽດ​ນາມໃນ​ຄາວນັ້ນ, ດວງ​ມີ​ໄຊ ຕ້ອງ​ຮ່ຳ​ຮຽນ, ຝືກ​ຝົນ​ຫລໍ່​ຫລອມ​ໃນ​ເງື່ອນ​ໄຂ​ຂອງ​ປະ​ເທດ​​ໃນ​ໄລ​ຍະ​ສົງ​ຄາມ.


(ທ່ານດວງ​ມີ​ໄຊ ລີ​ໄກ​ຢາ)

        ໄລ​ຍະທີ່​ທ່ານ ດວງ​ມີ​ໄຊ​​ພວມ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ, ທ່ານ ດີງກວາງ​ເຫີບ, ນັກ​ດົນ​ຕີ, ຄູ​ສອນ ແມ່ນ​ອາ​ຈານ​ສິດ​ສອນ​ການ​ປະ​ດິດ​ແຕ່ງ​ດົນ​ຕີ​​ໂດຍ​ກົງໃຫ້​​ທ່ານດວງ​ມີ​ໄຊ ​ໃຫ້​ຮູ້​​ວ່າ: ດວງ​ມີ​ໄຊ​ປະ​ຕິດ​ແຕ່ງ​ດົນ​ຕີ​ມ່ວນ​ຫລາຍ ແລະ ​ບາງ​ເທື່ອ​ລາວ​ກໍ​ເປັນ​ຜູ້​ທຳ​ອິດ​ປະ​ດິດ​ແຕ່ງ​ດົນ​ຕີ​ຂອງ​ປະ​ເທດ​ລາວ. ສ່ວນ​ນັກ​ດົນ​ຕີ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຈ້ອງ​ບັງ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຢູ່​ຫວຽດ​ນາມ ຈຳ​ນວນ​ຜູ້​ປະ​ດິດ​ແຕ່ງ​ດົນ​ຕີ​ປະ​ສານ​ສຽງ​ແມ່ນ​ມີ​ຫລາຍ​ພໍ​ສົມ​ຄວນ ແຕ່​ຜູ້​ປະ​ດິດ​ແຕ່ງ​ດົນ​ຕີ​ມ່ວນ​ຄື​ດວງ​ມີ​ໄຊ ແມ່ນ​ມີ​ຫນ້ອຍ​ທີ່​ສຸດ.

ອາລົມຈິດຂອງນັກສິລະປິນລາວສຳລັບຫວຽດນາມ - ảnh 2

ທ່ານດວງ​ມີ​ໄຊ ກໍ​ເປັນ​ຜູ້​ທຳ​ອິດ​ຂອງ​ປ​ະ​ເທດ​ລາວ ແປ​ປື້ມ “ບັນ​ດາ​ເລື່ອງ​ລາວ​ຂອງ​ປະ​ທານ​ໂຮ່​ຈິ​ມີນ” ຈາກ​ພາ​ສາ​ຫວຽດ​ ເປັນ​ພາ​ສາ​ລາວ ແລະ ກໍ​ແມ່ນ​ນັກ​ດົນ​ຕີ​ລາວ ​ທີ່ໄດ້​ປະ​​ດິດ​ແຕ່ງ​ດົນ​ຕີ​ຫລາຍ​ບົດທີ່ເວົ້າ​ເຖິງ​​ຄວາ​ມ​ສະ​ຫນິດ​ຕິດ​ພັນ, ສາຍ​ໃຈ​ລາວ ຫວຽດ. ເມື່ອ​ເວົ້າ​ເຖິງ​ດົນ​ຕີ​ປ​ະ​ສານ​ສຽງ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ ຊື່ງ​ທ່ານ​ໄດ້​ສະ​ຫງວນ​ເວ​ລາ​ກໍ​ຄື​ເຫື່ອ​ແຮງ​ຫລາຍ​ສຸດ, ນັ້ນ​ແມ່ນ​ບົດ: ຮົ່ງ​ຮ່າ​ແມ່​ຂອງ.ທ່ານ​ເວົ້າ​ວ່າ:

    


(ທ່ານດວງ​ມີ​ໄຊ ລີ​ໄກ​ຢາ)

          ສຳ​ລັບ​ທ່ານ​ແລ້ວ, ມາ​ຮອດ​ຈຸດ​ເວ​ລານີ້ ທ່ານບໍ່​ອາດ​ຫລົງ​ລືມ​ບັນ​ດາ​ອາ​ລົມ​ຈິດ​ຊຶ່ງ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ສະ​ຫງວນ​ໃຫ້​ແກ່​ທ່ານ ແລະ ໃຫ້​ປະ​ເທດ​ລາວ.

       


(ທ່ານດວງ​ມີ​ໄຊ ລີ​ໄກ​ຢາ)

ປະ​ຈ​ຸ​ບັນ, ເມື່ອ​ຮັບ​ຟັງ​ຄືນ​ບັນ​ດາ​ບົດ​ເພງ​ຊື່ງ​ທ່​ານ​ປະ​ດິດ​ແຕ່ງ ຫລື ​ປະ​ດິດ​ແຕ່ງບັນ​ດາ​ບົດ​ເພງ​ໃຫມ່​ກ່ຽວ​ກັບ​ສາຍ​ໃຈ​ຫວຽດ​ນາມ - ລາວ, ທ່າ​ນ​ເຄີຍ​ຄິດ​ເຖິງ​ບົດ​ກາບກອນ​ຂອງ​ປະ​ທານ​ໂຮ່​ຈິ​ມິ​ນ​​ທີ່ວ່າ:


(ທ່ານດວງ​ມີ​ໄຊ ລີ​ໄກ​ຢາ)

 

ຕອບກັບ

ຂ່າວ/ບົດ​ອື່ນ