ອາ​ຫານ​ຫວຽດ​ນາມ ຢູ່​ໃຈ​ກາງ​ນະ​ຄອນຫຼວງ ບາ​ງກອກ, ປະ​ເທດ​ ໄທ

(VOVWORLD) - ຢູ່ເຮືອນເລກທີ 506 ຖະໜົນ ຣາມຄຳແຫງ, ເມືອງ ບາງກະປິ ໂດຍບໍ່ແມ່ນຖະໜົນຕັ້ງຢູ່ໃຈກາງນະຄອນຫຼວງບາງກອກ ປະເທດ ໄທ ແຕ່ຮ້ານເຝີ ເວິນ ຂອງເອື້ອຍ ຫງວຽນທິເວິນແອັງ ໄດ້ກາຍເປັນສະຖານທີ່ທີ່ໄດ້ຮູ້ຈັກກັນດີ ຍ້ອນ ຖ້ວຍເຝີຢູ່ທີ່ນີ້ເຕັມໄປດ້ວຍວິຖີຊີວິດ ແລະ ລົດຊາດຂອງຫວຽດນາມ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ພວກຂ້າພະເຈົ້າຂໍເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ VOV ໄປຢ້ຽມຢາມຮ້ານອາຫານທີ່ພິເສດນີ້.

ຮ້ານ “ເຝີເວິນ” ມີເນື້ອທີ່ກວ່າ 95 ຕາແມັດ ດ້ວຍໂຕະຕັ່ງຮັບໃຊ້ແຂກ ປະມານ 10 – 12 ຊຸດ. ຢູ່ເບື້ອງນອກຂອງຮ້ານ ໄດ້ຕິດປ້າຍທີ່ມີຊື່ວ່າ “ເຝີເວິນ” ພ້ອມກັບຮູບທຸງຊາດສີແດງ ດາວເຫຼືອງ ແລະ ຮູບນາງສາວຫວຽດນາມ ໃສ່ກຸບ ອັນໄດ້ເຮັດໃຫ້ແຂກທີ່ຍ່າງຜ່ານໄປ ກໍສາມາດຮູ້ໂລດວ່າ ນີ້ແມ່ນຮ້ານເຝີຫວຽດ. ເມື່ອຍ່າງເຂົ້າໄປໃນຮ້ານ, ລູກຄ້າຍິ່ງມີຄວາມປະທັບໃຈກັບການປະດັບປະດາທີ່ເປັນເອກະລັກຂອງຮ້ານ. ພາບແຕ້ມຮູບນາງສາວຫວຽດນຸ່ງຊຸດເສື້ອຍາວສີແດງ, ໃສ່ກຸບຫງ່ຽງຫົວໜ້ອຍໜຶ່ງ ແລະ ອຸ້ມຊໍ່ດອກບົວ ເຊິ່ງເປັນດອກໄມ້ປະຈຳຊາດຂອງຫວຽດນາມ ທີ່ແຂວນຢູ່ເທິງຝານັ້ນ ຍິ່ງເຮັດໃຫ້ລູກຄ້າຮູ້ສຶກມີຄວາມສະໜິດສະໜົມ ເບິ່ງຄືວ່າ ຕົນເອງກຳລັງຢູ່ຫວຽດນາມ.

ອາ​ຫານ​ຫວຽດ​ນາມ ຢູ່​ໃຈ​ກາງ​ນະ​ຄອນຫຼວງ ບາ​ງກອກ, ປະ​ເທດ​ ໄທ - ảnh 1"ເຝີເວິນ" ເປັນສະຖານທີ່ຮູ້ຈັກກັນດີຂອງຊາວໄທ 

“ຂ້າພະເຈົ້າເປັນລູກຄ້າປະຈຳຂອງຮ້ານ. ຂ້າພະເຈົ້າມັກກິນເຝີຢູ່ຮ້ານນີ້ຫຼາຍ ຍ້ອນວ່າ ບັນດາວັດຖຸດິບລ້ວນແຕ່ເອົາມາຈາກ ຫວຽດນາມ. ຮ້ານນີ້ງາມ, ສະອາດ ແລະ ການໃຫ້ການບໍລິການກໍດີຫຼາຍ”.

“ຂ້າພະເຈົ້າມັກກິນບັນດາເຍື່ອງອາຫານຢູ່ຮ້ານນີ້ຄື ເຝີ, ແນມເນືອງ, ເຂົ້າຈີ່... ຂ້າພະເຈົ້າມາກິນຢູ່ຮ້ານນີ້ເປັນປະຈຳ. ອາຫານ ກໍຄື ການບໍລິການຢູ່ນີ້ກໍດີຫຼາຍ”.

ນັ້ນແມ່ນຄຳເຫັນຂອງແຂກຜູ້ທີ່ໄດ້ມາກິນເຝີເວິນ. ນອກຈາກ ເຝີ ເຊິ່ງເປັນເຍື່ອງອາຫານທີ່ໄດ້ຮັບຖືວ່່າແມ່ນອາຫານຫຼັກໆຂອງຮ້ານແລ້ວ, ເອື້ອຍ ເວິນແອັງ ເຈົ້າຂອງຮ້ານ ກໍຍັງມີອາຫານຂອງຫວຽດນາມ ຈຳນວນໜຶ່ງ ຄື ເຂົ້າປຸ້ນ, ແນມເນືອງ, ເຂົ້າຈີ່... ເພື່ອຕອບສະໜອງຕາມຄວາມຕ້ອງການທີ່ຫຼາກຫຼາຍຂອງແຂກ. ໂດຍເລີ່ມເປີດຮ້ານແຕ່ປີ 2015, ແຕ່ລະມື້ “ເຝີເວິນ” ໄດ້ຮັບແຂກນັບຮ້ອຍກວ່າເທື່ອຄົນ. ສະຖານທູດຫວຽດນາມ ປະຈຳ ບາງກອກ ກໍໄດ້ຄັດເລືອກໃຫ້ຮ້ານ “ເຝີເວິນ” ເປັນຮ້ານທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອສັ່ງຊື້ບັນດາເຍື່ອງອາຫານຂອງຫວຽດນາມ ໃນເລວາມີກິດຈະກຳ ຫຼື ງານບຸນສຳຄັນ. ເມື່ອແບ່ງປັນກ່ຽວກັບບຸນວາດສະໜາທີ່ໄດ້ຕິດພັນກັບວຽກງານນີ້, ເອື້ອຍ ຫງວຽນທິເວິນແອັງ ໃຫ້ຮູ້ວ່າ:

ອາ​ຫານ​ຫວຽດ​ນາມ ຢູ່​ໃຈ​ກາງ​ນະ​ຄອນຫຼວງ ບາ​ງກອກ, ປະ​ເທດ​ ໄທ - ảnh 2 ເອື້ອຍ ຫງວຽນທິເວິນແອັງ ເຈົ້າຂອງຮ້ານເຝີເວິນ 

“ຂ້າພະເຈົ້າໄດ້ສ້າງຄອບຄົວກັບຄົນສິງກະໂປ. ເວລາຢູ່ ສິງກະໂປ, ຂ້າພະເຈົ້າຢາກກິນອາຫານຫວຽດນາມຫຼາຍ.  ດັ່ງນັ້ນ, ຂ້າພະເຈົ້າໄດ້ໄປຊອກຮ້ານອາຫານຫວຽດນາມແຫ່ງຕ່າງໆຢູ່ ສິງກະໂປ. ແຕ່ວ່າ ຮ້ານອາຫານທີ່ມີອາຫານ ຫວຽດນາມ, ພິເສດແມ່ນ ເຝີ ທີ່ມີລົດຊາດເຝີແຊບຄືຢູ່ຮ່າໂນ້ຍແມ່ນບໍ່ຫຼາຍ. ເພາະສະນັ້ນ, ຂ້າພະເຈົ້າຈຶ່ງມີຄວາມປາດຖະໜາຢາກເປີດຮ້ານອາຫານ ຫວຽດນາມ, ພິເສດແມ່ນ ກ່ຽວກັບ ເຝີ. ແລະ ເມື່ອຄອບຄົວຂ້າພະເຈົ້າ ຍ້າຍໄປຢູ່ ໄທ, ຂ້າພະເຈົ້າໄດ້ລົງມືປະຕິບັດແຜນການນີ້. ຕອນທຳອິດທີ່ຫາກໍມານີ້ ແມ່ນຫຍຸ້ງຍາກທີ່ສຸດ. ເຖິງວ່າເປີດຮ້ານແລ້ວ ແຕ່ຕ້ອງເສຍເວລາເກືອບ 3 ເດືອນຈຶ່ງສາມາດຊອກຊື້ໄດ້ຊີ້ນງົວທີ່ຖືກໃຈ, ເພາະວ່າພາສາເຮົາບໍ່ເກັ່ງ ເພື່ອອະທິບາຍໃຫ້ແກ່ເຂົາເຈົ້າເຂົ້າໃຈໄດ້ກໍຍາກ”.

ອາ​ຫານ​ຫວຽດ​ນາມ ຢູ່​ໃຈ​ກາງ​ນະ​ຄອນຫຼວງ ບາ​ງກອກ, ປະ​ເທດ​ ໄທ - ảnh 3               ພໍ່ຄົວແມ່ຄົວຂອງຮ້ານ ເຝີເວິນ

ພາຍຫຼັງດຳເນີນທຸລະກິດຢ່າງໝົກມຸ້ນມາເປັນເວລາເກືອບ 6 ປີ, ປັດຈຸບັນ “ເຝີເວິນ” ມີທັງໝົດ 6 ສາຂາ, ໃນນັ້ນມີສອງສາຂາໃຫຍ່ ແລະ 4 ສາຂານ້ອຍ ຫາກໍເປີດໃໝ່ຢູ່ສູນການຄ້າແຫ່ງຕ່າງໆ ເຊິ່ງໄດ້ເປີດຕາມຮູບແບບ food court, fast food ແລະ ຂາຍໃຫ້ແກ່ຜູ້ທີ່ຢາກຊື້ກັບບ້ານ ແລະ ມີພະນັກງານທັງໝົດປະມານ 26 ຄົນ. ເພື່ອໃຫ້ແຂກມາກິນອາຫານ ຫວຽດນາມ ແລະ ກັບມາກິນອີກ, ນອກຈາກການບໍລິການທີ່ດີແລ້ວ, ເຄັດລັບຫຼັກໆຂອງເອື້ອຍເວິນ ແມ່ນຢູ່ນຳແຫຼ່ງວັດຖຸດິບຕ້ອງຮັບປະກັນດ້ານຄຸນນະພາບ, ນ້ຳນົວ ແລະ ວັດຖຸດິບອື່ນໆຄື ເສັ້ນເຝີຕ້ອງສົດໃໝ່,  ຊີ້ນງົວ, ກະດູກ .. ລ້ວນແຕ່ໄດ້ຄັດເລືອກຢ່າງລະອຽດ ແລະ ຖືກຕ້ອງຕາມມາດຕະຖານຂອງລົດຊາດຫວຽດ. ນອກຈາກນັ້ນ, ໂດຍຜ່ານອາຫານ ຫວຽດ ເຍື່ອງຕ່າງໆ, ເອື້ອຍ ເວິນແອັງ ກໍແນະນຳໃຫ້ແຂກເຂົ້າໃຈກ່ຽວກັບວັດທະນະທຳ ແລະ ອາຫານການກິນຂອງຫວຽດນາມຕື່ມອີກ.

“ຂ້າພະເຈົ້າກໍໄດ້ແບ່ງປັນຂໍ້ມູນກັບລູກຄ້າຂອງຕົນເມື່ອມາຊິມອາຫານຢູ່ທີ່ນີ້. ໝາຍຄວາມວ່າ ເຝີແມ່ນ ອາຫານພິເສດຂອງ ຫວຽດນາມ. ເຝີ ມີຄວາມໝາຍດ້ານວັດທະນະທຳ ແລະ ປະຫວັດສາດ. ນັບແຕ່ກ່ອນມາຮອດປັດຈຸບັນ, ເຝີຕ້ອງໃສ່ຖ້ວຍເຄືອບ ແລະ ໃຊ້ໄມ້ຖູ່ທີ່ເຮັດດ້ວຍໄມ້ໄຜ່”.

ໃນໄລຍະຜ່ານມາ, ເຖິງວ່າ ໂລກລະບາດໂຄວິດ - 19 ພວມກໍ່ຄວາມຫຍຸ້ງຍາກຫຼາຍຢ່າງໃນຂອບເຂດທົ່ວໂລກ, ຮ້ານ “ເຝີເວິນ” ກໍປະສົບກັບຄວາມຫຍຸ້ງຍາກເຊັ່ນດຽວກັນ. ແຕ່ເອື້ອຍ ເວິນແອັງ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ.

ອາ​ຫານ​ຫວຽດ​ນາມ ຢູ່​ໃຈ​ກາງ​ນະ​ຄອນຫຼວງ ບາ​ງກອກ, ປະ​ເທດ​ ໄທ - ảnh 4 ການເປີດສາຂາໃໝ່ຢູ່ ສູນການຄ້າ ໄດ້ຊ່ວຍຮ້ານ ເຝີເວິນ ຜ່ານຜ່າຄວາມຫຍ້ງຍາກໃນໄລຍະເກີດໂລກລະບາດໂຄວິດ - 19

“ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ວ່າ ຂ້າພະເຈົ້າບໍ່ເຄີຍຄິດເຖິງເລື່ອງຈະປິດຮ້ານຈັກເທື່ອ. ຍາມໃດຂ້າພະເຈົ້າກໍຄິດຫາວິທີຊອກຫາກາລະໂອກາດເພື່ອຫັນຄວາມຫຍຸ້ງຍາກເປັນກາລະໂອກາດ. ແລະ ຂ້າພະເຈົ້າຄິດແລ້ວ ຂ້າພະເຈົ້າຈະທຳຈິງ. ຜ່ານການໄຈ້ແຍກ ແລະ ຊອກຮູ້ຈຶ່ງຮູ້ວ່າ ໃນຈຸດເວລາທີ່ເສດຖະກິດປະສົບກັບຄວາມຫຍຸ້ງຍາກຄືໃນປັດຈຸບັນ, ການເປີດຮ້ານຂາຍຢູ່ shopping mall ຄື food court, fastfood ແມ່ນມາດຕະການທີ່ມີປະສິດທິຜົນທີ່ສຸດ, ທັງວ່ອງໄວທັງຖືກ ແລະ ສະດວກໃຫ້ແກ່ລູກຄ້າ. ດັ່ງນັ້ນ, ໃນຈຸດເວລານັ້ນ ຂ້າພະເຈົ້າໄດ້ເປີດຮ້ານໃໝ່ 4 ຮ້ານ ຢູ່ສູນການຄ້າ ແລະ ຮ້ານອາຫານຂອງ ຂ້າພະເຈົ້າໄດ້ຜ່ານຜ່າຄວາມຫຍຸ້ງຍາກຄືແນວນັ້ນ”.

ຢູ່ໃຈກາງນະຄອນຫຼວງ ບາງກອກ ທີ່ທັນສະໄໝ, ອຶກກະທຶກຄຶກໂຄມ, ມີຖະໜົນອາຫານການກິນ ແລະ ເຕົ້າໂຮມຄົບອາຫານທຸກຢ່າງໃນໂລກ ແຕ່ “ເຝີເວິນ” ຍັງມີຈຸດຢືນສະເພາະຂອງຕົນ, ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບກາຍເປັນສະຖານທີ່ໜ້າໄວ້ເນື້ອເຊື່ອໃຈສຳລັບບຸກຄົນທີ່ນິຍົມອາຫານ ຫວຽດນາມ. ແບ່ງປັນກ່ຽວກັບແຜນການດຳເນີນທຸລະກິດ ແລະ ບັນດາການປະກອບສ່ວນໃຫ້ແກ່ວົງຄະນະຍາດໃນໄລຍະຈະມາເຖິງ, ເອື້ອຍ ຫງວຽນທິເວິນແອັງ ໃຫ້ຮູ້ວ່າ:

“ຂ້າພະເຈົ້າມີຫຼາຍແຜນການໃຫ້ແກ່ຮ້ານອາຫານນີ້. ຄວາມປາດຖະໜາ ແລະ ຄວາມຝັນຂອງຂ້າພະເຈົ້າແມ່ນຮ້ານອາຫານແຫ່ງນີ້ນັບມື້ນັບມີການພັດທະນາ ແລະ ຂະຫຍາຍຕົວອອກຫຼາຍກວ່າອີກ ເພື່ອສາມາດຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ທຸກຄົນ”.

ຫວັງວ່າ, ຄວາມປາດຖະໜາຂອງເອື້ອຍ ເວິນແອັງ ຈະປະກົດຜົນເປັນຈິງ ເພື່ອໃຫ້ແຂກຫຼາຍຄົນມີໂອກາດໄດ້ຊິມບັນດາເຍື່ອງອາຫານຂອງຫວຽດນາມ ກໍຄືມີຄວາມເຂົ້າໃຈກ່ຽວກັບວັດທະນະທຳອາຫານການກິນຂອງ ຊາວ ຫວຽດນາມ ຫຼາຍກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ