ຮູບເງົາເອກະສານ HARANA - ວິວັດການຊອກຫາເພງປະເພດຫນຶ່ງຂອງຟິລີບປິນໃກ້ຈະຖືກ ສູນຫາຍໄປ


 (vovworld)- ວັດທະນະທຳ ຟິລີບປີນ ມີການປະສານສົມທົບລະຫວ່າງ ຝ່າຍຕາເວັນອອກ ແລະ ຕາເວັນຕົກ, ພິເສດ ຜົນສະທ້ອນຈາກວັດທະນະທຳ ແອດສະປາຍ ໃນສະໄຫມເປັນຫົວເມືອງຂຶ້ນ. ຫນຶ່ງໃນບັນດາມໍລະດົກວັດທະນະທຳພົ້ນເດັ່ນກວ່າໝູ່ ນັ້ນແມ່ນເພງ Harana ຊື່ງແມ່ນບົດເພງທີ່ຜູ້ບ່າວເຄີຍຂັບຮ້ອງເພື່ອສະແດງຄວາມຮັກຂອງຕົນຕໍ່ຜູ້ສາວ. ເພື່ອຊອກຮູ້ກ່ຽວກັບບົດເພງ Harana ເຄີຍຖືກສູນຫາຍ ຕາມການເວລາ, ເຊີນທ່ານຮັບຟັງນັກສິລະປິນເສບ guitar ຊາວອາເມລິກາ ເຊື້ອຊາດ ຟິລີບຟີນ, Florante Aguilar ຜ່ານຮູບເງົາເອກະສານຂອງ ຜູ້ກຳກັບການສະແດງ ຟິລີບປີນ Benito Bautista ຊື່ງຖືກສາຍຢູ່ ໂຮງຮູບເງົາ ຮ່າໂນ້ຍຫວ່າງແລ້ວນີ້.

ຮູບເງົາເອກະສານ HARANA - ວິວັດການຊອກຫາເພງປະເພດຫນຶ່ງຂອງຟິລີບປິນໃກ້ຈະຖືກ ສູນຫາຍໄປ - ảnh 1

        ເປີດສາກຮູບເງົາເອກະສານ Harana ແມ່ນຄຳແນະນຳ ແລະ ສຽງຂັບຮ້ອງຂອງນັກສິລະປະກອນ Harana (ຫລື ເອີ້ນວ່າ Haranista) 3 ຄົນ ຂອງຟິລີບປີນ ທີ່ເຕັມໄປດ້ວຍຄວາມຮູ້ສຶກ ໄດ້ເຮັດໃຫ້ ນັກສິລະປິນເສບguitar ທີ່ມີຊື່ສຽງ Florante Aguilar ຕື້ນຕັນໃຈ.

        “ຂ້າພະເຈົ້າແມ່ນ Celestino Aniel ມາຈາກ Cavite. ຂ້າພະເຈົ້າກຳເນີດໃນຄອບຄົວຊາວກະສິກອນທີ່ທຸກຍາກ. ເມື່ອເຮັດນາ ຂ້າພະເຈົ້າທັງຮ້ອງເພງທັງຂຸດດິນ ກໍຄືເມື່ອຍ່າງຫລິ້ນຂ້າພະເຈົ້າກໍຮ້ອງເພງ. ຄວາມຊີນເຄີຍນີ້ບໍ່ມີການປ່ຽນແປງແຕ່ຢ່າງໃດເລີຍໃນຕະຫລອດ 66 ປີ ຜ່ານມາ.”

        “ຂ້າພະເຈົ້າ ແມ່ນ Romeo Bergunio. ເກີດວັນທີ 17/2/1946 ຢູ່ Maragondon. ກ່ອນນີ້ ຂ້າພະເຈົ້າແມ່ນກຳມະກອນຂອງໂຮງງານຜະລິດຊີມັງ, ຫລັງຈາກນັ້ນ ຍ້ອນສຸຂະພາບບໍ່ດີ ຂ້າພະເຈົ້າໄດ້ອອກກິນເບ້ຍບຳນານ. ປະຈຸບັນ ຂ້າພະເຈົ້າແມ່ນຊາວປະມົງ.”

“ຂ້າພະເຈົ້າແມ່ນ Filipe Alonzo ມາຈາກ Purok Balaleng, Bantay, Ilocos Sur. ຂ້າພະເຈົ້າເກີດໃນວັນທີ 1/5/1934. ອາຊີບຂອງຂ້າພະເຈົ້າປະຈຸບັນແມ່ນຜູ້ຂັບລົດລາກແກ່.”

 ກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນ ພາຍຫລັງຢູ່ແດນໄກມາເປັນເວລາ 12 ປີ. ໃນໄລຍະຢູ່ບ້ານເກີດເມືອງນອນຄັ້ງນີ້ ນັກສິລະປິນເສບ guitar Florante Aguilar ໄດ້ຮັບຟັງຄືນບົດເພງ Harana  ທີ່ພວມຄອ່ຍໆຖືກສູນຫາຍໄປ.  ນັກສິລະປິນ ເສບguitar Florante Aguilar ຕັດສິນໃຈ ອອກເດີນທາງຊອກຫາບັນດາທຳນອງເພງທີ່ຖືກສູນຫາຍໄປ. ການພົບປະໂດຍບັງເອີນລະຫວ່າງນັກສິລະປິນເສບ guitar Florante Aguilar ກັບນັກສິລະປະກອນ 3 ຄົນ ດັ່ງກ່າວ ຢູ່ Cavite ບ້ານເກີດເມືອງນອນຂອງຕົນໄດ້ຊ່ວຍໃຫ້ອ້າຍຮູ້ຈັກຮູບການສິລະປະນີ້ເລິກເຊິ່ງກວ່າ. ນັກສິລະປິນ guitar Florante Aguilar ແບ່ງປັນວ່າ:

        “ຂ້າພະເຈົ້າເຂົ້າໃຈໄດ້ວ່າ ສຽງດົນຕີທີ່ຂ້າພະເຈົ້າເສບໃນໄລຍະຜ່ານມາສ່ວນຫລາຍແມ່ນທຳນອງດົນຕີ Harana. ສິ່ງທີ່ໃນຕະຫລອດໄລຍະດຳລົງຊີວິດຢູ່ຕ່າງປະເທດ ຂ້າພະເຈົ້າບໍ່ຄ່ອຍຮູ້ຈັກເຖິງ. ແລະ ໃນວິວັດການຊອກຫາ Haranistna ຂ້າພະເຈົ້າເຫັນວ່າ ບັນດານັກສິລະປະກອນດັ່ງກ່າວ ເຂົາເຈົ້າລ້ວນແຕ່ຮ້ອງເພງດ້ວຍອາລົມຈິດຂອງຕົນ.”

        ເພງ Harana ໄດ້ກາຍເປັນເພງປະເພດຫນຶ່ງທີ່ຂາດບໍ່ໄດ້ສຳລັບປະຊາຊົນ ຟີລີບປີນ. ເມື່ອຫວນຄືນຫລັງຄາວຍັງເປັນສາວທີ່ໄດ້ຮັບຟັງເພງ Harana ຈາກຜູ້ບ່າວ, ທ່ານນາງ Patricia Lopez ອາຍຸ 71 ປີ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ.

        “ຂ້າພະເຈົ້າບໍ່ອາດຫລົງລືມຄາວຍັງເປັນສາວໄດ້ຮັບົ່ຟັງເພງ Harana ໂດຍຄົນຮັກຂັບຮ້ອງ. ນີ້ແມ່ນວິທີຫນຶ່ງດຽວທີ່ ພວກຂ້າພະເຈົ້າສະແດງອາລົມຈິດຄວາມຮັກແພງຕໍ່ກັນ. ໃນໄລຍະນັ້ນ ຜູ້ບ່າວ ຜູ້ສາວ ບໍ່ເຄີຍໄດ້ນັດພົບກັນ ຫລື ສົ່ງຂໍ້ຄວາມໃຫ້ກັນ ພຽງແຕ່ຮ້ອງເພງ Harana ສູ່ກັນຟັງ.”

ແນວຄວາມຄິດຟື້ນຟູຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ນັກສິລະປິນ Florante ໄດ້ສະເຫນີ ນັກສິລະປະກອນ 3 ຄົນດັ່ງກ່າວພ້ອມກັບລາວປະຕິບັດການເດີນທາງເພື່ອນຳເອົາເພງ Harana ມາແນະນຳຢູ່ໝູ່ບ້ານຕ່າງໆ. ຖັດຈາກນັ້ນ Haranista 3 ຄົນດັ່ງກ່າວໄດ້ໄປສະແດງຢູ່ບັນດາໂຮງລະຄອນໃຫຍ່ຂອງຟິລິບປີນ ແລະ ຜະລິດ album ດົນຕີ ທຳອິດ ມີຊື່ວ່າ: Harana Kings ໃນພາລະກິດຂອງຕົນ. Harana ໄດ້ສ້າງຄວາມປະທັບໃຈໃຫ້ຜູ້ຊົມ Helen Morley ມາຈາກ ອັງກິດ.

        “ຂ້າພະເຈົ້າມັກຮູບເງົານີ້ຫລາຍ, ເພາະມັນຫວນຄືນເຖິງອະດີດຕະການ. ກ່ອນນີ້ ຂ້າພະເຈົ້າບໍ່ທັນໄດ້ຮັບຟັງເພງ Harana ເທື່ອ ແຕ່ເມື່ອໄດ້ຮັບສຽງ Guitar ພ້ອມກັບທຳນອງເພງມ່ວນຂອງ Haranista 3 ຄົນນັ້ນສະແດງ ແມ່ນສິ່ງທີ່ດຶງດູດໃຈທີ່ສຸດ.”

               ຮູບເງົາ Harana ອັດລົງດ້ວຍສຽງຕົບມືຊົມເຊີຍຂອງຜູ້ຊົມເປັນຈຳນວນຫລວງຫລາຍ. ເຖິງວ່າ ຮູບເງົາໄດ້ສ້າງຄວາມປະທັບໃຈໃຫ້ຜູ້ຊົມດ້ວຍສຽງເພງ Harana ກໍຕາມ ແຕ່ຍັງມີຫລາຍຄົນເປັນຫ່ວງວ່າ ບໍ່ຮູ້ຈັກວ່າ ເພງ Harana ໃນອະດີດຕະການຈະໄດ້ຮັບການຟື້ນຟູຄືນໃຫມ່ຫລືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ