“ຮ່ຳຮຽນຢູ່ຫວຽດນາມ, ເຮັດວຽກໃນປະຊາຄົມອາຊຽນ”- ຄວາມໄຝ່ຝັນຂອງຄົນງານຫວຽດນາມ

(vovworld)- ປະ​ຈຸ​ບັນ ຈຳ​ນວນ​ນັກ​ສຶກ​ສາ​ຫວຽດ​ນາມ ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ພາຍ​ໃນ​ປະ​ເທດ, ຊອກວຽກ​ເຮັດ​ງານ​ທຳ​ຢູ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຍັງ​ບໍ່​ທັນ​ມີ​ຫລາຍ.ໃນ​ສະ​ພາບ​ການ​ປະ​ຊາ​ຄົມ ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ອະ​ນຸ​ຍາດ​ໃຫ້​ຄົນ​ງານ​ມີ​ລະ​ດັບ​ຄວາມ​ຮູ້​ສູງ​ໃນ​ພາກ​ພື້ນ​ໄປ​ມາ​ຢ່າງ​ເສ​ລີ ແລະ ຊອກ​ຫາວຽກ​ເຮັດ​ງານ​ທຳ, ບໍ່​ຮູ້​ຈັກ​ວ່າ ຄົນ​ງານ​ຫວຽດ​ນາມ ຍາດ​ແຍ່ງ​​ກາ​ລະ​ໂອ​ກາດນີ້ໄດ້​ຫລືບໍ່?.
“ຮ່ຳຮຽນຢູ່ຫວຽດນາມ, ເຮັດວຽກໃນປະຊາຄົມອາຊຽນ”- ຄວາມໄຝ່ຝັນຂອງຄົນງານຫວຽດນາມ - ảnh 1
ຄົນ​ງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ໄທ

        ວັນ​ທີ 31/12/2015, ທົ່ວກຸ່ມ​ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ເປັນ​ປະ​ຊາ​ຄົມ​ຫນຶ່ງ ​ເປັນ“ເອ​ກະ​ພາບ​ໃນ​ຫລາຍ​ຮູບ​ຫລາຍ​ແບບ”. ປະ​ຊາ​ຄົມ​ອາ​ຊຽນ ອະ​ນຸ​ຍາດ​ໃຫ້​ຄົນ​ງານ​ມີ​ລະ​ດັບ​ຄວາມ​ຮູ້​ສູງ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້​​ໄດ້ໄປ​ມາ​ຢ່າງ​ເສ​ລີ ແລະ ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຜ່ານ​ຂໍ້​ຕົກ​ລົງ​ຮັບ​ຮູ້​ເຊິ່ງ​ກັນ ແລະ ກັນ(Mutual Recognition), ​ກ່ອນ​ອື່ນ​ໝົດແມ່ນ​ ​ໃນ 8 ຂະ​ແຫນງ​​ອາ​ຊີບ ​ລວມ​ມີ:   ປົວ​ແຂ້ວ, ພ​ະ​ຍາ​ບານ, ເຕັກ​ນິກ, ກໍ່​ສ້າງ, ບັນ​ຊີ, ສະ​ຖາ​ປັດ​ຕະ​ຍາ​ກຳ, ສຳ​ຫລວດ ແລະ ທ່ອງ​ທ່ຽວ. ໂດຍ​ແມ່ນ​ພົນ​ລະ​ເມືອງ​ໃນ​ປະ​ຊາ​ຄົມ ອາ​ຊຽນ, ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ມີ​ຄວາມ​ໄຝ່​ຝັນ​ກ່ຽວ​ກັບ​ວິ​ຊາ​ຊີບ​ສະ​ເພາະ​​ຂອງຕົນ. ເພື່ອນ ຫວ​ໍ​ຈີ​ແທ່ງ, ໂຮງ​ຮຽນ​ອາ​ຊີ​ວະ​ຊັ້ນ​ກາງ​ເຕັກ​ນິກ ຮຸ່ງ​ເວືອງ ນະ​ຄອນ ໂຮ່​ຈິ​ມີນ ແລະ ເພື່ອນ ຫວູ​ຮ່​ວາຍ​ນາມ, ນັກ​ສຶກ​ສາ​ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ແບ່ງ​ປັນ​ກ່ຽວ​ກັບ​ຈຸດ​ໝາຍ​ຮ່ຳ​ຮຽນ ແລະ ຄວາມ​ໄຝ່​ຝັນ​ຂອງ​ຕົນ​ວ່າ.

        “ສິ່ງ​ສຳ​ຄັນ​ນັ້ນ​ແມ່ນ ຕົນ​ເອງ​ຕ້ອງ​ປັບ​ປຸງ​ທັກ​ສະ​ຂອງ​ຕົວ​ເອງ​ສາກ​ອ່ນ.  ເມື່ອ​ປະ​ເທດ​ຊາດເຊື່ອມ​ໂຍງເຂົ້າ​ກັບ​ ອາ​ຊຽນ, ຕົນ​ເອງ​ຕ້ອງ​ຍົກ​ສູງ​​ລະ​ດັບພາ​ສາ​ອັງ​ກິດ ແລະ ຄວາມ​ຊຳ​ນານ​ງານ.”

        “ເມື່ອ​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ​ ຈະ​ຊ່ວຍ​ໃຫ້​ນ້ອງ​ມີ​ເງື່ອນ​ໄຂ​ຊອກ​ຫາວຽກ​ເຮັດ​ງານ​ທຳ​ຢູ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນ້ອງ​ມັກ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ເພາະ​ວ່າ ທັງ​ມີ​ໂອ​ກາດ​ໄປ​ທ່ອງ​ທ່ຽວ ທັງ​ໄດ້ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຈາກ​ບັນ​ດາ​ປະ​ເທດ​ອື່ນ.”

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ກ່ຽວ​ກັບ​ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ, ຄົນ​ງ​ານ​ຫວຽດ​ນາມ ຍັງ​ຈຳ​ກັດ​ຢູ່. ປະ​ຈຸ​ບັນ ຈຳ​ນວນ​ນັກ​ສຶກ​ສາ​ຫວຽດ​ນາມ​ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ພາຍ​ໃນ​ປະ​ເທດ ໄປ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່​ຕ່າງ​ປະ​ເທດບໍ່​ທັນ​ມີ​ຫລາຍ. ສ່ວນ​ຫລາຍ​ບັນ​ດາ​ເພື່ອນ​ຫນຸ່ມ​ຫວຽດ​ນາມ ຢາກ​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​​​ນາໆ​ຊາດ ຫລື​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ແມ່ນຕ້ອງ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ ຫລື ເຂົ້າ​ຮ່ວມ​ບັນ​ດາ​ຫລັກ​ສູ​ດກໍ່​ສ້າງ​ໄລ​ຍະ​ສັ້ນ​ຢູ່​ບັນ​ດາ​ສູນ​​ຕ່າງ​ປະ​ເທດ. ນອກນັ້ນ ຄວາມ​ຈິງ ລະ​ດັບ​ຄວາມ​ຮູ້​ດ້ານ​ພາ​ສາ​ອັງ​ກິດ​ຂອງ​ຄົນ​ງ​ານ​ຫວຽດ​ນາມ ຍັງ​ຕ່ຳ​ຢູ່ ໃນ​ຂະ​ນະ​ນັ້ນ  ຄົນ​ງານ ຮຽນ​ພາ​ສາ​ ​ບັນ​ດາ​ປະ​ເທດ​ໃນອາ​ຊຽນ​ຄື: ພາ​ສາ​ໄທ, ລາວ, ກຳ​ປູ​ເຈຍ ​ບໍ່​ມີ​ຫລາຍ​ … ນັ້ນ​ແມ່ນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ສຳ​ລັບ​ການ​ສົ່ງ​​ອອກຄົນ​ງານ​​ຄຸນ​ນະ​ພາບ​ສູງ​. ທ່ານ ຫງວຽນ​ເຊີນ, ຮອງ​ຫົວ​ຫນ້າ​ຫ້ອງ​ການ​​ຄະ​ນະຊີ້​ນຳ​ລະ​ຫວ່າງ​ຂະ​ແຫນງ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ແບ່ງ​ປັນ​ວ່າ:

        “ພວກ​ເຮົາ​ຕ້ອງ​ສັບ​ຊ້ອນ​ວຽກ​ງານ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຄົນ​ງານ​ຂອງ​ຫວຽດ​ນາມ. ບໍ່​ພຽງ​ແຕ່​ສະ​ເພາະ​ດ້ານ​ພາ​ສາ​ຕ່າງ​ປະ​ເທດ ດ້ານ​ຄວາມ​ຮູ້ ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຄຸນ​ສົມ​ບັດ, ທັກ​ສະ​ໃນ​ການ​ດຳ​ລົງ​ຊີ​ວິດ. ພວກ​ເຮົາ​ຕ້ອງ​ສ້າງ​ຖັນ​ແຖວ​ຄົນ​ງານ​ມີ​ຄຸນ​ນະ​ພາບ​ສັງ​ລວມ”

“ຮ່ຳຮຽນຢູ່ຫວຽດນາມ, ເຮັດວຽກໃນປະຊາຄົມອາຊຽນ”- ຄວາມໄຝ່ຝັນຂອງຄົນງານຫວຽດນາມ - ảnh 2
ພາບ​ປະ​ກອບ:baomoi.vn

        ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບກ​ານ​ບຳ​ລຸງ​ສ້າງ​ຢູ່​ຫວຽດ​ນາມ, ມີ​ມະ​ຫາ​ວິ​ທະ​ຍາ​ໄລ​ຫລາຍ​​ແຫ່ງໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສາ​ກົນ, ຊ່ວຍ​ນັກ​ສຶກ​ສາ​ຕອບ​ສະ​ຫນອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ ຮັບ​ສະ​ໝັກ​ຄົນ​ງານ​ໃນ​ພາ​ກ​ພື້ນ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້. ດ​ຣ ຫງວຽ​ນ​ແອງ​ທູ, ຮອງ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຖື​ວ່າ:

        “ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຈຸ​ບັນ ປາດ​ຖະ​ຫນາ​ຢາກ​ປະ​ກອບ​ໃຫ້​ນັກ​ສຶກ​ສາ​ບໍ່​ພຽງ​ແຕ່​ຄວາມ​ຮູ້​ເທົ່າ​ນັ້ນ ຫາກ​ນັບ​ທັງ​ດ້ານ​ທັກ​ສະ​ອີກ​ດ້ວຍ ເພື່ອ​ສຳ​ຜັດ​ກັບ​ວຽກ​ງານ​ຕົວ​ຈິງ. ຄ​ຽງ​ຄູ່​ກັບ​ການ​ຮ່ຳ​ຮຽນ​ບັນ​ດາ​ວິ​ຊາ​ຕ່າງໆ​ແລ້ວ, ພວກ​ຂ້າ​ພະ​ເຈົ້າ ຍັງ​ຈັດ​ການ​ພົບ​ປະ​ແລກ​ປ່ຽນ​ຄັ້ງ​ຕ່າງໆ​ກັບ​ບັນ​ດາ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຄື ຍີ່​ປຸ່ນ, ອົດ​ສະ​ຕາ​ລີ ແລະ​ເຊີນ​ບັນ​ດາ​ນັກ​ປາຖະ​ກ​ະ​ຖາ​ຢູ່ນອກ​ໂຮງ​ຮຽນ​ມາ​ໂອ້​ລົມ​ກັບ​ນັກ​ສຶກ​ສາ. ນອກນັ້ນ ຍັງ​ສົ່ງ​ນັກ​ສຶກ​ສາ​ໄປ​ທັດ​ສະ​ນະ​ສຶກ​ສາ, ເຮັດ​ວຽກ​ທົດ​ລອງ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ​ຕ່າງໆ ເພື່ອ​ອັບ​ເດັດ​ສະ​ພາບ​ຕົວ​ຈິງ.”

        ເມື່ອ​ເວົ້າ​ເຖິງ​ບັນ​ດາ​ກາ​ລະ​ໂອ​ກາດ​ສຳ​ລັບ​ຄົນ​ງານ​ຫວຽດ​ນາມ ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ຊາ​ຄົມ ອາ​ຊຽນ, ເພື່ອນ ເລ​ຮ່​ວາຍ​ແທງ, ເຮັດ​ວຽກ​ຢູ່​ບໍ​ລິ​ສັດ ANT Engineering, ປະ​ຈຸ​ບັນ ພວມ​ຮັບ​ຜິດ​ຊອບ​ລູກ​ຄ້າ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢືນ​ຢັນວ່າ: ກາ​ລະ​ໂອ​ກາດ​ໃຫ້​ແກ່​ຄົນ​ງານ​​ຫວຽດ​ນາ​ມມີ​ລະ​ດັບ​ຄວາມ​ຮູ້​ສູ​ງ ຍັງ​ຫລາຍ​ຢູ່.

        “ປະ​ຈຸ​ບັນ ຄົນ​ງານ​ເຮັດ​ວຽກ​ດ້ານເຕັກ​ນິກ​ຢູ່​ບັນ​ດາ​ປະ​ເທດ​ຄື: ສິງ​ກະ​ໂປ, ມາ​ເລ​ເຊຍ ແມ່ນ​ຂາດ​ເຂີນ​ຫລາຍ. ຖ້າ​ຫາກ​ມີ​ໂອ​ກາດ​ໄດ້​ໄປ​ເຮັດ​ວຽກ​ຢູ່ ບັນ​ດາ​ປະ​ເທດ​ເຫລົ່າ​ນັ້ນ ພຽງ​ໃນ​ເວ​ລາ 6 ເດືອນ ຄົນ​ງານ​ຫວຽດ​ນາມ​ສາ​ມາດ​​ທັດ​ທຽມກັບ​ເຕັກ​ໂນ​ໂລ​ຊີ​ຂອ​ງ​ເຂົາ​ເຈົ້າ​ໄດ້ ແລະ ເງີນເດືອນ​ທີ່​ຄົນ​ງານ​ຫວຽດ​ນາມ​ໄດ້​ຮັບ​ແມ່ນ​ເທົ່າ​ກັບ​ເຄິ່ງ​ຫນຶ່ງ​ເງິນ​ເດືອນ​ຂອງ​ຄົນ​ງານ​ສິງ​ກະ​ໂປ, ສະ​ນັ້ນ ກາ​ລະ​ໂອ​ກາດ​ຂອງ​ຄົນ​ງານ​ຫວຽດ​ນາມ​ ຈະຫລາຍກວ່າ.”

        ດ້ວຍ​ບັນ​ດາ​ການ​ປ່ຽນ​ໃຫມ່​ໃນ​ຂົງ​ເຂດ​ການ​ສຶກ​ສາ​ບຳ​ລຸງ​ສ້າງ ພ້ອມ​ກັບ​ຄວາມ​ມາ​ນະ​ພ​ະ​ຍາ​ຍາມ​ຂອງ​ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ, ຫວັງ​ວ່າ “ການ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ ​ແຕ່ໄປ​ເຮັດ​ວຽກ​ໃນ​ປະ​ຊາ​ຄົມ ອາ​ຊຽນ”ຄວາມ​ໄຝ່​ຝັນ​ຂອງ​ຄົນ​ງານ​ຫວຽດ​ນາມ ຈະ​ປະ​ກົດ​ຜົນ​ເປັນ​ຈິງ​ສຳ​ລັບ​ຄົນ​ງານ​ຫວຽດ​ນາມ​ຫລາຍ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ