ເກາະ Palawan- ສະຖານທີ່ທ່ອງທ່ຽວຈັບອົກຈັບໃຈຂອງ ຟິລີບປີນ

(vovworld)- ຄົ້ນຫາແມ່ນ້ຳໃຕ້ດິນ Puerto Princesa ຊື່ງແມ່ນແມ່ນ້ຳຍາວແຫ່ງທີ 2 ຂອງໂລກ ແລະ ແມ່ນຫນຶ່ງໃນຈຳນວນສິ່ງມະຫັດສະຈັນທຳມະຊາດ 7 ແຫ່ງຂອງໂລກຊື່ງໄດ້ຮັບການຮັບຮອງຈາກ UNESCO, ດຳນ້ຳເພື່ອຊົມຫີນປະກາລັງ, ຍ່າງຫລິ້ນເທິງຫາດຊາຍທະເລຫລືອາບນ້ຳທະເລຂຽວສະອາດ ແມ່ນສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ນັກທ່ອງທ່ຽວເມື່ອມາຢ້ຽມຢາມ ເກາະ Palawan ດ້ວຍເນື້ອທີ່ 12.239 ຕາລາງກິໂລແມັດ ທີ່ຫ່າງຈາກນະຄອນຫລວງ ມານີລາ ປະເທດ ຟິລີບປີນ ທາງທິດຕາເວັນຕົກສຽງໃຕ້ 420 ກິໂລແມັດ. ຫວ່າງແລ້ວນີ້, ວາລະສານທ່ອງທ່ຽວ Conde Nast Traveler ໄດ້ຄັດເລືອກ ເກາະ Palawan ແມ່ນສະຖານທີ່ທ່ອງທ່ຽວງາມກວ່າໝູ່ຂອງໂລກໃນປີ 2014. ໃນລາຍການຊາຍຄາອາຊຽນພາກນີ້, ພວກເຮົາຂໍແນະນຳ ເກາະ Palawan.

ເກາະ Palawan- ສະຖານທີ່ທ່ອງທ່ຽວຈັບອົກຈັບໃຈຂອງ ຟິລີບປີນ - ảnh 1ເກາະ Palawan

photo:baomoi.com 

        ເປັນຄັ້ງທຳອິດທີ່ມາຢ້ຽມຢາມເກາະ Palawan, ເພື່ອນ ເລຖາວງວຽນ ນັກສຶກສາຫວຽດນາມ ພວມຮ່ຳຮຽນຢູ່ມະຫາວິທະຍາໄລ De La Salle ຂອງຟິລີບປີນ ຮູ້ສຶກແປກປະຫລາດໃຈຕໍ່ຄວາມສວຍງາມຂອງເກາະແຫ່ງນີ້. ດ້ວຍບັນດາຫາດຊາຍທະເລຂາວຍາວຢຽດສຸດສາຍຕາພ້ອມກັບຕົ້ນພ້າວທີ່ຂຽວອຸ່ມທຸ່ມ. ຫາດຊາຍທະເລຢູ່ທີ່ນີ້ ຍັງຮົກເຮື້ອເປົ່າຫວ່າງ ແລະ ສະຫງົບ ບໍ່ມີຮ້ານຂາຍເຄື່ອງທີ່ຄັບຄາຫນາແຫນ້ນຄືຢູ່ຫາດຊາຍທະເລແຫ່ງອື່ນ. ເພື່ອນ ເລຖາວງວຽນ ແບ່ງປັນວ່າ:

        “ໃນບັນດາລາຍການທ່ອງທ່ຽວຂອງຕົນ, ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດແມ່ນ ເກາະ Palawan, ເພາະວ່າ ຄວາມສວຍງາມຢູ່ເກາະແຫ່ງນີ້ບໍ່ສາມາດພັນລະນາໃຫ້ໝົດໄດ້. ຂ້າພະເຈົ້າມັກໄປຄົ້ນຫາ ເກາະ Palawan ທີ່ສຸດ, ຍ້ອນຄວາມສວຍງາມຂອງທິວທັດທຳມະຊາດ, ພ້ອມກັບນ້ຳທະເລທີ່ຂຽວສະອາດ, ແລະຄວາມສະຫງົບສຸກ, ອາຫານຢູ່ທີ່ນີ້ກໍແຊບນົວ ພ້ອມກັນນັ້ນ, ຊາວທ້ອງຖິ່ນກໍ່ຮັກແພງ ແລະ ສະຫນິດສະຫນົມກັບແຂກຄົນຫຼາຍ. ສິ່ງດັ່ງກ່າວໄດ້ເຮັດໃຫ້ລາຍການທ່ອງທ່ຽວເກາະ Palawan ຂອງຂ້າພະເຈົ້າມີຄວາມໝາຍທີ່ສຸດ.”

        ເລຖາວງວຽນ ກໍແບ່ງປັນຕື່ມອີກວ່າ: ມາຢ້ຽມຢາມ ເກາະ Palawan, ມີສະຖານທີ່ທ່ອງທ່ຽວແຫ່ງຫນຶ່ງທີ່ຂາດບໍ່ໄດ້ສຳລັບນັກທ່ອງທ່ຽວ. ນັ້ນແມ່ນ ແວ່ຢາມສວນສາທາລະນະທຳມະຊາດທີ່ມີຊື່ສຽງ Tubbataha ReefMarine ຊື່ງໄດ້ຮັບການຮັບຮອງວ່າເປັນມໍລະດົກທຳມະຊາດຂອງໂລກເມື່ອປີ 1993. ນີ້ແມ່ນເຂດອະນຸລັກຮັກສາບັນດາສັດນ້ຳທີ່ເປັນຫລາຍຮູບຫລາຍແບບ ພ້ອມກັບຫີນປະກາລັງທີ່ປົກຄຸມໃນເນື້ອທີ່ຍາວກວ່າ 100 ແມັດ. ສວນສາທາລະນະ Tubbataha ReefMarine ຍັງແມ່ນສະຖານທີ່ຈັບອົກຈັບໃຈສຳລັບຜູ້ນິຍົມລາຍການດຳນ້ຳທະເລ. ເມື່ອດຳນ້ຳທະເລຢູ່ທີ່ນີ້, ທ່ານຈະມີໂອກາດໄດ້ຄົ້ນຫາປາສວຍງາມຫລາຍປະເພດທີ່ມີສີຫລາກຫລາຍ ຫລື ຊົມເຕົາທະເລທີ່ຫາຍາກ.

        ເຖິງຢ່າງໃດກໍຕາມ, ສິ່ງພິເສດເຮັດໃຫ້ ເກາະ Palawan ກາຍເປັນສະຖານທີ່ລືຊື່ ນັ້ນແມ່ນ ແຫ່ງນີ້ ມີແມ່ນ້ຳ ໃຕ້ດິນ Puerto Princesa ດ້ວຍຄວາມຍາວກວ່າ 8 ກິໂລແມັດ. ນີ້ແມ່ນແມ່ນ້ຳລຳຍາວທີສອງຂອງໂລກ ພຽງຖັດຈາກແມ່ນນ້ຳໃຕ້ດິນ ຢູ່ ຖ້ຳ ຟອງຍາແກ໋ບາງ ແຂວງ ກວ໋າງບີງ ຂອງຫວຽດນາມເທົ່ານັ້ນ. ບັນດານັກທ່ອງທ່ຽວເຄີຍເວົ້ານຳກັນວ່າ ຖ້າມາຢ້ຽມຢາມ ເກາະ Palawan ຫາກບໍ່ທັນໄປຢ້ຽມຢາມ ແມ່ນ້ຳໃຕ້ດິນ Puerto Princesa ກໍໝາຍຄວາມວ່າທ່ານບໍ່ທັນໄປຢ້ຽມຢາມ Palawan ເທື້ອ. ຢາກມາຢ້ຽມຢາມແຫ່ງນີ້ ນັກທ່ອງທ່ຽວຕ້ອງຂຶ້ນເຮືອນ້ອຍ ໄປຜ່ານບັນດາເກາະນ້ອຍ ແລະ ຫນອງບຶງເຈຶ່ງມາຮອດແມ່ນ້ຳໃຕ້ດິນ. ລາຍການທ່ອງທ່ຽວຢ້ຽມຢາມຖ້ຳມີຄວາມຍາວ 2 ກິໂລແມັດ ຕ້ອງໃຊ້ເວລາ 45 ນາທີ, ນັກທ່ອງທ່ຽວໄດ້ຊົມບັນດາທິວທັດທີ່ສວຍງາມ ດ້ວຍຫີນນົມຜາມີອາຍຸນັບລ້ານປີ. ບັນດາເສົາ, ຝາຫີນ, ນົມຜາ ມີຮູບຊົງແຕກຕ່າງກັນ. ບາງເສົາຫີນເບິ່ງຄືວ່າຕົ້ນເຫັດໃຫຍ່ໂຕຫລືນົມຜາອື່ນແມ່ນຄ້າຍຄືສັດປະເພດຕ່າງໆ. ນອກນັ້ນ ບາງນົມຜາຄືຮູບຫນ້າພະເຢຊູ ແລະ ທຽນ. ຖ້ຳແຫ່ງນີ້ ມີຄວາມສູງ 60 ແມັດ, ກວ້າງ 120 ແມັດ. ເພື່ອນ Allan Poe, ນັກທ່ອງທ່ຽວມາຈາກ ອັງກິດ ໃຫ້ຮູ້ວ່າ:

        “ຄົ້ນຫາແມ່ນ້ຳໃຕ້ດິນ ແມ່ນລາຍການທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດສຳລັບຂ້າພະເຈົ້າ. ບໍ່ແມ່ນວ່າ ເວລາໃດພວກເຮົາກໍມີໂອກາດໄປຄົ້ນຫາສິ່ງມະຫັດສະຈັນຂອງໂລກ, ສະນັ້ນ ມາຢ້ຽມຢາມແຫ່ງນີ້ ຂ້າພະເຈົ້າໄດ້ຊົມຮູບຊົງບັນດານົມຜາທີ່ສວຍງາມ.”

        ໄປລຽມຕາມແມ່ນ້ຳໃຕ້ດິນ ແລະ ຊົມທິວທັດທຳມະຊາດສວຍງາມຕ່າງໆ, ແມ່ນຈຸດເວລາທີ່ບໍ່ອາດຫລົງລືມໄດ້ສຳລັບນັກທ່ອງທ່ຽວແຕ່ລະຄົນເມື່ອມີໂອກາດມາຢ້ຽມຢາມເກາະ Palawan. ເມື່ອລະດູແລ້ງວຽນມາ Palawan ຍາມໃດກໍແມ່ນສະຖານທີ່ຊື່ງນັກທ່ອງທ່ຽວຕ່າງປະເທດເຄີຍເລືອກເຟັ້ນມາຢາມໃນລາຍການທ່ອງທ່ຽວຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ