ເຂດກິລາປະສົມ ສິງກະໂປ ຊຸກຍູ້ຂະແຫນງທ່ອງທ່ຽວ

(vovworld)- ມີ​ກວ່າ 20 ​ເຫດການ​ກິລາ ​ແລະ ການບັນ​ເທິງ​ໂລກ ​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ກິລາ​ປະສົມ ສິງກະ​ໂປ, ​ເມື່ອ​ສູນ​ດັ່ງ​ກ່າວ​ເລີ່​ມນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ປີ 2014,​ ຈະ​ນຳ​ມາ​ເຊິ່ງຜົນ​ສຳ​ເລັດໃຫ​້​ແກ່​ປີ​ທ່ອງ​ທ່ຽວ​ ສິງກະ​ໂປ. ຖ້າ​ກອ່ນນີ້​ສອງ​ສາມ​ປີ, ການ​ທ່ອງ​ທ່ຽວ​ກິລາ​ຍັງ​ແມ່ນ​ສິ່ງ​ທີ່​ໃຫມ່​ອ່ຽ​ມສຳລັບ​ຊາວ​ສິງກະ​ໂປ​ຫລາຍ​ຄົນ,ມາ​ຮອດ ປະຈຸ​ບັນ ຄຽງ​ຄູ່​ກັບ​ການທ່ອງທ່ຽວ​ສົມ​ທົບ​ກັບການກວດ​,ປິ່ນປົວ​ພະຍາດ ​ແລະ ການ​ສຶກສາ​ແລ້ວ, ທ່ອງ​ທ່ຽວກິລາ ​ໄດ້ກາຍ​ເປັນ​ຂົງ​ເຂດ​ສຳຄັນ​ຂອງ​ສະຫະ​ສະມາຄົມ​ທ່ອງ​ທ່ຽວ ສິງກະ​ໂປ.

          ​ເຂດ​ກິລາ​ປະສົມ​ສິງກະ​ໂປ ລວມມີ: ສະຫນາມກິລາ ​ແລະ ບັນດາ​ໂຮງ​​ກິລາ​ໄດ້​ຮັບ​ການ​ກໍ່ສ້າງ​ໃຫມ່​ຕາມ​ຮູບແບບ​ລັດ ​ແລະ ​ເອກະ​ຊົນ​ພ້ອມ​ກັນ​ເຮັດ. ​ເຫດການ​ທຳ​ອິດ ​ແມ່ນ ງານ​ແຂ່ງຂັນ​ຕີ​ດອກ​ປີກ​ໄກ່ ສິງກະ​ໂປ ​ເປີດ​ກວ້າງ​ປີ 2014 ​ຈະດຳ​ເນີນ​ໄປ​ໃນ​ເດືອນ 4/2014.  ທ່ານ Lim Teck Yin, ຜູ້ອຳນວຍການ​ບໍລິຫານ ສະພາ​ກິລາ​ສິງກະ​ໂປ ​ໃຫ້​ຮູ້​ວ່າ:

ເຂດກິລາປະສົມ ສິງກະໂປ ຊຸກຍູ້ຂະແຫນງທ່ອງທ່ຽວ - ảnh 1
​ເຂດ​ກິລາປະສົມ ສິງກະ​ໂປ ​ຈະເປີດ​ສະຫລອງ
​​ໃນ​ເດືອນ 6/2014
ພາບ:internet

        “ສະຖານ​ທີ່​ຈັດ​ຕັ້ງ​ເຫດການ​ມີ​ຫລາຍ​ແຫ່ງ​ກວ່າ​ເມື່ອ​ທຽບ​ໃສ່​ບັນດາ​ສະຖານ​ທີ່​ອື່ນ​ໃນ​ໂລກ. ສິ່ງ​ທ້າ​ທາຍ​ໃຫຍ່​ສຸດ​ປະຈຸ​ບັນ ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ເດີນ​ຫຍ້າ ​ແລະ ບັນດາ​ສະຫນາມກິລາ​ເຄື່ອ​ນ​ໄຫວ​ເປັນ​ປະ​ຈຳ​ໄດ້. ”

        ດ້ວຍ​ເນື້ອ​ທີ່​ຂຶ້ນ​ເຖິງ 35 ​ເຮັກຕາ ​ແລະ ລາຍ​ຈ່າຍ​ກໍ່ສ້າງ​ກວ່າ 1 ຕື້ ​ໂດ​ລາ​ສະຫະລັດ, ​ເຂດ​ກິລາ​ປະສົມ ສິງກະ​ໂປ ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຫນຶ່ງ​ເປັນ​ຫນ້າ​ສົນ​ໃຈ​ຂອງ​ສິງກະ​ໂປ ​ເມື່ອ​ມີ ສູນ​ການ​ຄ້າ​ແຫ່ງ​ຫນຶ່ງ​ມີ​ເນື້ອ​ທີ່​ກວ້າງ​ກວ່າ 4 ​ເຮັກຕາ. ​ສະຫນາມ​ກິລາ​ແຫ່ງ​ຊາດ​ແຫ່ງ​ຫນຶ່ງ ປະກອບ​ 55.000 ບ່ອນ​ນັ່ງ, ​ເຂດ​ກິລາປະສົມ ສິງກະ​ໂປ ​ຈະເປີດ​ສະຫລອງ​​ໃນ​ເດືອນ 6 ພ້ອມ​ກັບ​ເຫດການ​ດຳ​ເນີນ​ງານ​ມະຫາ​ກຳ​ກິລາ ສິງກະ​ໂປ. ​ໃນ​ໂອກາດ​ນີ້ ບັນດາ​ນັກ​ກິລາ ​ແລະ ກອງ​ເຊຍ ຈະ​​ໄດ້​ຊົມ​ໃຊ້​ບັນດາ​ເງື່ອນ​ໄຂ​ພາຫະນະ ​ແລະ ບໍລິການບັນ​ລຸ​ມາດ​ຕະ​ຖານ​ຂອງ​ໂລກ​ຄື: ລ່ອຍ​ນຳ້, ​ແຂ່ງ​ມ້າ, Rugby, ນັກ​ກິລາ​​ເຕະບານ ທິມຊາດ ສິງກະ​ໂປ ​ໃຫ້​ຮູ້​ວ່າ​:

        “ຂ້າພະ​ເຈົ້າ ບໍ່​ທັນ​ມີ​​ໂອກາດ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຢູ່​ສະຫນາມກິລາ​ແຫ່ງ​ຊາດ​​ເກົ່າເທື່ອ. ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ຈະ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຢູ່ສະຫນາມ​ກິລາ​ແຫ່ງ​ຊາດ​ໃຫມ່. ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ ສິ່ງ​ດັ່ງ​ກ່າວຈະ​ປຸກລຸກ​ກຳລັງ​ໃຈ​​ໃຫ້​ທິມຊາດ​ກໍ​ຄື​ຕົນ​ເອງ.”

        ຄຽງ​ຄູ່​ກັບ​ຈຸດປະສົງ​ຍົກ​ລະດັບ​ກິລາ​, ​ເຂດ​ກິລາ​ປະສົມ ​ຈະ​ພັດທະນາ​ຂະ​ບວນການ​ກິລາ​ວົງ​ຄະນາ​ຍາດ​ຢ່າງ​ແຂງ​ແຮງ. ຢູ່​ນອກ ບັນດາ​ສະຫນາມກິລາ ​ແມ່ນ​ບັນດາ​ເຂດ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ຂອບ​ຂະຫນາດ​ໃຫຍ່ ຮັບ​ໃຊ້​ກິລາ​ຫລາຍ​ປະ​ເພດ. ​​ໃນ​ຊຸມ​ວັນທ້າຍ​ສັບປະດາ, ຊາວ ສິງກະ​ໂປ ຈະ​ມີ​ໂອກາດ​ເຂົ້າ​ຮ່ວມ​ລາຍການ​ຝື​ກ​ແອບ​ກິລາ​ໂດຍ​ບໍ່​ເສຍ​ຄ່າ ດ​້ວຍຫົວ​ຂໍ້​ວ່າ: “ມື້​ທ້າ​ຍສັບປະດາ​ກັບ​ກິລາ”. ທ່ານ Low Teo Ping, ປະທານ ສະຫະພັນ Rugby ​ສິງກະ​ໂປ ​ໃຫ້​ຮູ້​ວ່າ:

        “​ໃນ​ງານ​ແຂ່ງຂັນ​ Rugby ຊີງ​ຊະນະ​ເລີດ ສະຫະພັນ​ກິ​ລາ​ແຫ່ງ​ຊາດ ​ມີ​ກອງ​ເຊຍ ​ເກືອບ​ພັນ​ຄົນ ມາ​ຊົມ ​ເພື່ອ​ລະດົມ​ກຳລັງ​ໃຈ​ໃຫ້​​ນັກ​ກິ​ລາ. ທຸກ​ຄົນ ພວມ​ລໍຄອຍ​ບັນດາ​ເຫດການ​ໃຫຍ່. ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ກຽມພ້ອມ​​ເພື່ອ​ຕ້ອນຮັບ​ເຫດການ​ທີ່​ມີ​ລະດັບ​ສາກົນ.”

        ປີ​ນີ້, ມີ​ງານ​ແຂ່ງຂັນ​ໂລກ​ຫລາຍ​ຄັ້ງ ຈະ​ດຳ​ເນີນ​ໄປ​ຢູ່ ສິງກະ​ໂປ​ຄື: ງານ​ແຂ່ງຂັນ Rugby ​ລະດັບ​ສະ​ໂມ​ສອນ​ໂລກ, ງານ​ແຂ່ງຂັນ​​ເທນນິດຍິງ ​ໂລກ(WTA Championships), ​ງານ​ແຂ່ງຂັນ​ລະດັບ​ສາກົນ, ​ແນ່ນອນ​ວ່າ ປີ​ນີ້ ຈະ​ແມ່ນ​ປີ​ບຸກ​ທະ​ລຸ​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ​ ສິງກະ​ໂປ. ຕາມ​ບັນດາ​ຕົວ​ເລກ ຂອງ​ສະຫະ​ພັນ​ທ່ອງ​ທ່ຽວ ສິງກະ​ໂປ, ​ໃນ​ປີ 2008 ​ແມ່ນ​ທຳ​ອິດ​​ທີ່ຈັດ​ຕັ້ງ​ງານ​ແຂ່ງຂັນ​ຂັບ​ລົດ​ໂອ​ໂຕ F1 ໄດ້ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ປະ​ເທດ​ນີ້​ປະມານ 40.000 ຄົນ, ​ສ້າງລາຍ​ຮັບຕື່ມ​ອີກ​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ ສິງກະ​ໂປ ​​ກວ່າ 7% ​ເມື່ອ​ທຽບ​ໃສ່​ປີ 2007 ຍ້ອນ​ມີ 2000 ຮູບ​ການ​ບໍລິການ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ເຂດ​ກິລາ​ປະສົມ ສິງກະ​ໂປ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ທັງ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ການ​ເຝີ​ກ​ແອບ​ກິລາ​ຂອງ​ບັນດາ​ນັກ​ກິລາ​ພາຍ​ໃນ​ປະ​ເທດ ທັງ​ຕອບ​ສະຫນອງ​ການຈັດ​ຕັ້ງ​ເຫດການ​ກິລາ​ບັນ​ເທິງ​ຂອງ​ພາກ​ພື້ນ ​ແລະ ​ໂລກ ຜ່ານ​ນັ້ນ ຊຸກຍູ້​ເສດຖະກິດ​ສິງກະ​ໂປ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ