ເຂດອະນຸສອນສະຖານໂຮ່ຈີມິນ ຢູ່ ບ້ານດົງ, ແຂວງ ພິຈິດ - ສະຖານທີ່ເຊື່ອມຕໍ່ນ້ຳໃຈມິດຕພາບ ຫວຽດນາມ -ໄທ

(VOVWORLD) - ໃນຊຸມເດືອນຕົ້ນປີ 2018, ໃນການໄປປະຕິບັດງານຢູ່ປະເທດ ໄທ, ບັນດານັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີໂອກາດໄປຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານດົງ ຂຶ້ນກັບໂຄງການກໍ່ສ້າງບ້ານມິດຕະພາບ ໄທ - ຫວຽດນາມ ຢູ່ຕາແສງປະມະຄາບ, ແຂວງ ພິຈິດ.
ເຂດອະນຸສອນສະຖານໂຮ່ຈີມິນ ຢູ່ ບ້ານດົງ, ແຂວງ ພິຈິດ - ສະຖານທີ່ເຊື່ອມຕໍ່ນ້ຳໃຈມິດຕພາບ ຫວຽດນາມ -ໄທ - ảnh 1 ຫໍພິພິທະພັນ ບ້ານດົງ

 ພາຍຫຼັງເກືອບ 1 ສະຕະວັດ, ນັບແຕ່ເມື່ອປະທານ ໂຮ່ຈີມິນ ໄດ້ເລືອກເຟັ້ນສະຖານທີ່ແຫ່ງນີ້ແມ່ນບ່ອນເຄື່ອນໄຫວປະຕິວັດທຳອິດຢູ່ເຂດດິນແດນໄທ, ເຖິງວ່າ, ເພີ່ນໄດ້ເຄື່ອນໄຫວຢູ່ທີ່ນີ້ບໍ່ດົນປານໃດກໍ່ຕາມ ແຕ່ອຳນາດການປົກຄອງໄທ, ແຂວງ ພິຈິດ ໄດ້ຕັດສິນໃຈກໍ່ສ້າງເຂດອະນຸສອນສະຖານບ້ານດົງ ໂຮ່ຈີມິນ ຄືດັ່ງສັນຍາລັກແຫ່ງນ້ຳໃຈມິດຕະພາບທີ່ສະໜິດແໜ້ນ ຫວຽດນາມ - ໄທ.

        ພວກຂ້າພະເຈົ້າໄປພ້ອມກັບທ່ານ ສົມພອນ ເລກອຸໄທພານິດ, ຫົວໜ້າຫ້ອງການອົງການຄຸ້ມຄອງຕາແສງ ປະມະຄາບ, ແຂວງ ພິຈິດ ແລະກໍ່ເປັນຜູ້ຄຸ້ມຄອງຢູ່ເຂດອະນຸສອນສະຖານ ກ້າວເຂົ້າສູ່ເດີນຫຍ້າທີ່ຂຽວອຸ່ມທຸ່ມ, ຢູ່ຕໍ່ໜ້າແມ່ນຫໍພິພິທະພັນບ້ານ ດົງ ໂຮ່ຈີມິນ. ເຂດອະນຸສອນສະຖານບ້ານ ດົງ ໂຮ່ຈີມິນ ໄດ້ເລີ່ມກໍ່ສ້າງໃນເດືອນ ທັນວາ 2013 ໃນເນື້ອທີ່ດິນ 6.400 ຕາແມັດ. ສະຖານທີ່ແຫ່ງນີ້ນອນໃນໃຈກາງຂອງບ້ານ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມສຳຄັນ, ນ້ຳໃຈຂອງປະຊາຊົນຢູ່ທີ່ນີ້ສະຫງວນໃຫ້ປະທານໂຮ່ຈີມິນ. ເຖິງວ່າ, ຕາມແຜນການແລ້ວ, ຮອດກາງປີ 2018, ເຂດອະນຸສອນສະຖານຈຶ່ງຈະໄດ້ຮັບການກໍ່ສ້າງສຳເລັດຢ່າງເປັນທາງການກໍ່ຕາມ ແຕ່ບັນດາກິດຈະກຳຫຼັກກໍ່ໄດ້ກໍ່ສ້າງສຳເລັດສ່ວນໃຫຍ່ແລ້ວ. ເຂດອະນຸສອນສະຖານໄດ້ຮັບການກໍ່ສ້າງໃນເຂດດິນແດນທີ່ກ່ອນນີ້ແມ່ນເຂດສຸສານຂອງຊາວ ຫວຽດນາມ ອາໄສຢູ່ປະເທດໄທ, ເຊິ່ງລວມມີເຮືອນຫຼັງໜຶ່ງແມ່ນຫໍພິພິທະພັນ ໂຮ່ຈີມິນ ດ້ວຍການອອກແບບ 2 ຊັ້ນ. ຫ່າງຈາກນັ້ນບໍ່ໄກ, ໃນໃຈກາງເຂດສວນຕົ້ນໄມ້ຂຽວອຸ່ມທຸ່ມແມ່ນເຮືອນຮ້ານແບບໄທເຮັດດ້ວຍໄມ້ ມີຂັ້ນໄດ 7 ຂັ້ນ ແລະ ປ່ອງຢ້ຽມຢູ່ໜ້າເຮືອນ, ຄ້າຍຄືກັບເຮືອນແຫ່ງທີ່ປະທານໂຮ່ຈີມິນ ເຄີຍດຳລົງຊີວິດເມື່ອອາໄສຢູ່ບ້ານດົງ. ເມື່ອແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກໃນວິວັດການກໍ່ສ້າງເຂດອະນຸສອນສະຖານແຫ່ງນີ້, ທ່ານ ສົມພອນ ເລກອຸໄທພານິດ, ຫົວໜ້າຫ້ອງການຈັດຕັ້ງ ຄຸ້ມຄອງຕາແສງປະມະຄາບ, ແຂວງ ພິຈິດ, ໃຫ້ຮູ້ວ່າ:

ເທບພາສາໄທ ສຽງ ທ່ານ ສົມພອນ ເລກອຸໄທພານິດ

        ໃນວິວັດແຫ່ງການເຄື່ອນໄຫວປະຕິວັດຢູ່ ໄທ ແຕ່ເດືອນ ກໍລະກົດ ປີ 1928 ຮອດທ້າຍປີ 1929, ປະທານ ໂຮ່ຈີມິນ ໄດ້ກໍ່ສ້າງຮາກຖານເພື່ອເຄື່ອນໄຫວປະຕິວັດຢູ່ບ້ານດົງ, ຕາແສງປະມະຄາບ, ແຂວງ ພິຈິດ ໃນເວລາສັ້ນໆ. ປະຈຸບັນ, ຂໍ້ມູນຂ່າວສານກ່ຽວກັບເວລາເພີ່ນອາໄສຢູ່ບ້ານດົງ ຍັງບໍ່ທັນໄດ້ເປັນເອກະພາບເທື່ອ: ມີປື້ມຂຽນວ່າພຽງ 2 ອາທິດ, ມີປື້ມຂຽນ 4 ເດືອນ. ພາຍຫຼັງເວລາກ່ວາ 4 ປີແຫ່ງການກໍ່ສ້າງ, ເຂດອະນຸສອນສະຖານບ້ານດົງ ໂຮ່ຈີມິນ ກໍ່ຍັງສືບຕໍ່ໄດ້ຮັບການລົງທຶນ ແລະ ພັດທະນາຈາກອຳນາດການປົກຄອງ ໄທ ແລະ ແຂວງ ພິຈິດ. ໃນວິວັດການກໍ່ສ້າງຫໍພິພິທະພັນ, ແຂວງ ພິຈິດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກັບຫໍພິພິທະພັນພູມປັນຍາແຫ່ງຊາດ ໄທ, ຂຶ້ນກັບຫ້ອງວ່າການລັດຖະບານເພື່ອພັດທະນາສະຖານທີ່ແຫ່ງນີ້ໃຫ້ກາຍເປັນຫໍພິພິທະພັນແບບຢ່າງຂອງໄທ. ທ່ານ ວິຣາສັກ ວິຈິດແສງສີ, ເຈົ້າແຂວງແຂວງ ພິຈິດ, ໃຫ້ຮູ້ວ່າ:

        ສຽງທ່ານ ທ່ານ ວິຣາສັກ ວິຈິດແສງສີ

        ເພື່ອກໍ່ສ້າງເຂດປູຊະນີຍະສະຖານແຫ່ງນີ້, ອຳນາດການປົກຄອງໄທ ໄດ້ປະກອບກຳລັງເຫື່ອແຮງ ແລະ ເງິນທອງຢ່າງຫຼວງຫຼາຍ. ໄລຍະຜ່ານມາ, ອົງການຄຸ້ມຄອງຕາແສງປະມະຄາບ ແລະ ອຳນາດການປົກຄອງ ໄທ ໄດ້ສະໜອງເງິນຈຳນວນປະມານ 14 ລ້ານບາດໃຫ້ເຂດອະນຸສອນສະຖານບ້ານດົງ ໂຮ່ຈີມິນ. ປະຈຸບັນ, ແຂວງ ພິຈິດ ໄດ້ສະໜອງງົບປະມານ 8 ລ້ານບາດຕື່ມອີກ. ສ່ວນໜຶ່ງໃນບ້ວງເງິນງົບປະມານທີ່ແຂວງສະໜອງນັ້ນຈະໄດ້ນຳໃຊ້ເພື່ອກໍ່ສ້າງບາງພາກສ່ວນຂອງກິດຈະກຳນີ້ຄື: ກໍ່ສ້າງທາງເຂົ້າ ແລະ ຍັງມີບາງພາກສ່ວນ ພວມຮຽກຮ້ອງເງິນລົງທຶນ. ທ່ານ ສົມພອນ ເລກອຸໄທພານິດ, ຫົວໜ້າຫ້ອງການອົງການຄຸ້ມຄອງຕາແສງປະມະຄາບ, ແຂວງ ພິຈິດ, ໃຫ້ຮູ້ວ່າ:

       ສຽງທ່ານ ສົມພອນ ເລກອຸໄທພານິດ

ເຂດອະນຸສອນສະຖານໂຮ່ຈີມິນ ຢູ່ ບ້ານດົງ, ແຂວງ ພິຈິດ - ສະຖານທີ່ເຊື່ອມຕໍ່ນ້ຳໃຈມິດຕພາບ ຫວຽດນາມ -ໄທ - ảnh 2ທ່ານ ວິຣາສັກ ວິຈິດແສງສີ, ເຈົ້າແຂວງແຂວງ ພິຈິດ 

   ເຖິງວ່າບໍ່ທັນໄດ້ເປີດປະຕູຢ່າງເປັນທາງການ, ກໍ່ຕາມແຕ່ສະຖານທີ່ແຫ່ງນີ້ຍັງແມ່ນບ່ອນຢ້ຽມຢາມ ແລະ ສຶກສາຮ່ຳຮຽນຂອງທັງຊາວໄທ ແລະ ແຂກທ່ອງທ່ຽວ. ຕາມການສະຖິຕິແລ້ວ, ປີ 2017, ມີແຂກທ່ອງທ່ຽວປະມານ 1.000 ເທື່ອຄົນໄປຢ້ຽມຢາມເຂດອະນຸສອນສະຖານແຫ່ງນີ້. ນອກຈາກນັ້ນ, ມີປະມານ 100.000 ເທື່ອຄົນຊອກຫາຂໍ້ມູນຂ່າວສານກ່ຽວກັບຫໍພິພິທະພັນບ້ານ ດົງ ໂຮ່ຈີມິນ ຜ່ານ Google map. ແລະ ແນ່ນອນວ່າ, ເມື່ອໄດ້ເປີດປະຕູຢ່າງເປັນທາງການແລ້ວ, ເຂດອະນຸສອນສະຖານບ້ານ ດົງ ໂຮ່ຈີມິນ ຈະແມ່ນສະຖານທີ່ຢ້ຽມຢາມ, ຊອກຮູ້ກ່ຽວກັບປະທານ ໂຮ່ຈີມິນ ກໍ່ຄືນ້ຳໃຈມິດຕະພາບ ຫວຽດນາມ - ໄທ ຂອງຊາວ ຫວຽດນາມ ແລະ ໄທ ເປັນຈຳນວນຫຼວງຫຼາຍ, ໃນນັ້ນ ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ