ເຂດແຄມທະເລພາກກາງຫວຽດນາມ - ກາລະໂອກາດໃຫ້ແກ່ບັນດານັກລົງທຶນໄທ

(VOVWORLD) -ປະຈຸບັນ ໄທແມ່ນຫນຶ່ງໃນ 10 ຄູ່ຮ່ວມມືໃຫຍ່ສຸດຢູ່ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 8,4 ຕື້ USD ກັບເກືອບ 500 ໂຄງການລົງທຶນ. ກ່ອນນີ້ກວ່າ 10 ປີ, ບັນດານັກລົງທຶນ ໄທ ເຄີຍເລືອກເຟັ້ນ ພາກເຫນືອ ແລະ ພາກກາງຫວຽດນາມ ມາລົງທຶນ. ເຖິງຢ່າງໃດກໍຕາມ ໄລຍະມໍ່ໆມານີ້ ເຂດແຄມທະເລ ພາກກາງຫວຽດນາມ ພວມໄດ້ຮັບຖືວ່າແມ່ນຈຸດນັດພົບອັນດູດດື່ມ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບບັນດານັກລົງທຶນມາຈາກໄທ. 
ເຂດແຄມທະເລພາກກາງຫວຽດນາມ - ກາລະໂອກາດໃຫ້ແກ່ບັນດານັກລົງທຶນໄທ - ảnh 1 ເຂດແຄມທະເລພາກກາງຫວຽດນາມ

ບໍລິສັດ  (Srithai) ສີໄທ ຜະລິດສະເພາະບັນດາຜະລິດຕະພັນຢາງພາລາອຸດສາຫະກຳ, ເຄື່ອງໃຊ້ໃນຄົວ, ຂວດຢາງ ແລະ ໄດ້ເຄື່ອນໄຫວຢູ່ ນະຄອນໂຮ່ຈິມີນ ມາເປັນເວລາ 19 ປີແລ້ວ. ກ່ອນນີ້ 3 ປີ, ຄະນະການນຳບໍລິສັດໄດ້ເປີດສາຂາ ຢູ່ ຮ່າໂນ້ຍ ແລະ ໄລຍະຈະມາເຖິງ ບໍລິສັດ ສີໄທ ຈະພິຈາລະນາເປີດກວ້າງລົງທຶນຢູ່ ເຂດແຄມທະເລພາກກາງຫວຽດນາມ. ເມື່ອແບ່ງປັນກ່ຽວກັບຂໍ້ຕົກລົງນີ້, ທ່ານ Rakesh Singh ຜູ້ອຳນວຍການຮັບຜິດຊອບກ່ຽວກັບຍຸດທະສາດ ແລະ ການພັດທະນາບໍລິສັດ ສີໄທ ໃຫ້ຮູ້ວ່າ:

        “ພາຍຫລັງລົງທຶນຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມີນ, ປະຈຸບັນ ພວກຂ້າພະເຈົ້າເລີ່ມຕົ້ນຊອກຫາກາລະໂອກາດລົງທຶນຢູ່ພາກກາງຫວຽດນາມ ຍ້ອນບາງເຫດຜົນ: ທີຫນຶ່ງ ໄລຍະທາງຈາກເຂດຊາຍແດນຫວຽດນາມເຖິງໄທແມ່ນບໍ່ໄກ. ແລະ ປະຈຸບັນ ສາມາດຂົນສົ່ງສິນຄ້າດ້ວຍທາງບົກຢ່າງສະດວກສະບາຍ. ສະນັ້ນ ພວກຂ້າພະເຈົ້າມາລົງທຶນຢູ່ພາກກາງຫວຽດນາມ ສາມາດປະຢັດລາຍຈ່າຍຂົນສົ່ງສິນຄ້າແຕ່ນະຄອນໂຮ່ຈິມີນ ຫລື ຮ່າໂນ້ຍໄປພາກກາງ. ນອກນັ້ນ ປະຈຸບັນ ເຂດພາກກາງກໍ່ພວມພັດທະນາຢ່າງໄວວາ. ຢູ່ທີ່ນີ້ ມີທ່າກຳປັ່ນທະເລຫລາຍແຫ່ງ ແລະ ພື້ນຖານໂຄງລ່າງ, ແຫລ່ງຊັບພະຍາກອນມະນຸດກໍ່ອຸດົມສົມບູນ.”

        ປະຈຸບັນ ທົ່ວເຂດແຄມທະເລພາກກາງ ລວມມີ: 9 ແຂວງ, ນະຄອນ ມີພື້ນຖານໂຄງລ່າງຢ່າງຄົບຊຸດ. ເຂດນີ້ໄດ້ມີ 6 ເຂດເສດຖະກິດ, ເຂດເຕັກໂນໂລຊີສູງ 01 ແຫ່ງ, ເຂດອຸດສາຫະກຳ 37 ແຫ່ງ, ທ່າອາກາດສະຍານສາກົນ 4 ແຫ່ງ, ທ່າກຳປັ່ນ 13 ແຫ່ງ, ທາງຫລວງ 14 ສາຍ, ເສັ້ນທາງລົດໄຟເຫນືອ - ໃຕ້ ໄດ້ຈັດແບ່ງຢ່າງສະຫມ່ຳສະເຫມີລະຫວ່າງບັນດາທ້ອງຖິ່ນ ຮັບປະກັນດ້ານຄົມມະນາຄົມຢ່າງສະດວກລະຫວ່າງບັນດາແຂວງໃນເຂດ. ເຂດນີ້ໄດ້ດຶງດູດການລົງທຶນຕ່າງປະເທດກວ່າ 1000 ໂຄງການ ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 30 ຕື້ USD, ວົງເງິນສົ່ງອອກເກືອບ 5,5 ຕື້ USD. ເຖິງຢ່າງໃດກໍຕາມ, ຈຳນວນບັນດາໂຄງການຂອງບັນດານັກລົງທຶນໄທ ຢູ່ ເຂດນີ້ ຍັງຄົງຈຳກັດຢູ່. ປະຈຸບັນ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ນັບທັງນະໂຍບາຍ ແລະ ແຫລ່ງກຳລັງ, ພິເສດ ພາຍຫລັງແລວເສດຖະກິດຕາເວັນອອກຕາເວັນຕົກ (EWEC) ໄດ້ນຳເຂົ້າໃຊ້ການຢ່າງເປັນທາງການໃນທ້າຍທັນວາປີ 2006, ລະບຽບການພາສີ ສຳລັບບັນດາປະເທດຢູ່ໃນແລວເສດຖະກິດດັ່ງກ່າວມີຄວາມສະດວກຫລາຍ. ການນຳທ້ອງຖິ່ນຢູ່ເຂດນີ້ ມີຄວາມເອົາໃຈໃສ່ສ້າງທຸກເງື່ອນໄຂໃຫ້ບັນດານັກລົງທຶນມາທຳມາຫາກິນຢູ່ທ້ອງຖິ່ນ. ທ່ານ ຫງວຽນກວກຕວນ, ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ກວ໋າງຈີ້ ໃຫ້ຮູ້ວ່າ:

        “ກ່ອນອື່ນໝົດພວກຂ້າພະເຈົ້າລົງທຶນຢູ່ພື້ນຖານໂຄງລ່າງ, ອາດຈະເວົ້າໄດ້ວ່າ ການວາງແຜນກຳນົດເຂດທ່ອງທ່ຽວແຄມທະເລໄດ້ສຳເລັດພໍສົມຄວນ. ຄຽງຄູ່ກັນນັ້ນ ພວກຂ້າພະເຈົ້າໄດ້ລົງທຶນເສັ້ນທາງແຄມທະເລ ຈາກອ່າວໄທ ຮອດແຂວງ ກວ໋າງຈີ້, ບັນດາຂົວເຊື່ອມຕໍ່ ເກື໋ອຫວຽດ ແລະ ເກື໋ອຕູງ ກໍ່ໄດ້ກໍ່ສ້າງສຳເລັດແລ້ວ. ຈາກເຂດດິນເປົ່າຫວ່າງ ໄດ້ພັດທະນາກາຍເປັນເທດສະບານຄັບຄາຫນາແຫນ້ນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງບັນດານັກລົງທຶນ ເພື່ອສາມາດລົງທຶນເຂົ້າບັນດາເຂດພັກຜ່ອນບຳລຸງສຸຂະພາບ. ພວກຂ້າພະເຈົ້າໄດ້ວາງແຜນກຳນົດທ່າກຳປັ່ນ ໝີຖູຍ ແລະ ໄດ້ນຳບໍລິສັດ CP ເຂົ້າແຜນກຳນົດກຸ່ມທ່າກຳປັ່ນ ພາກກາງ ດ້ວຍຂອບຂະຫນາດກຳປັ່ນ 100.000 ໂຕນ ແລະ ແຕ່ລະປີ ເຮັດລະບຽບການພາສີໃຫ້ສິນຄ້າປະມານ 30 ລ້ານໂຕນ. ພວກຂ້າພະເຈົ້າກຳນົດວ່າ ຈຳນວນສິນຄ້າເຮັດລະບຽບການພາສີຜ່ານທ່າກຳປັ່ນນີ້ ສ່ວນຫລາຍແມ່ນສຸມໃສ່ດຶງດູດແຫລ່ງສິນຄ້າຈາກພາກກາງ, ພາກໃຕ້ຂອງ ລາວ ແລະ ພາກອີສານຂອງໄທ.”

ເຂດແຄມທະເລພາກກາງຫວຽດນາມ - ກາລະໂອກາດໃຫ້ແກ່ບັນດານັກລົງທຶນໄທ - ảnh 2

ທ່ານ ຫງວຽນຫາຍບັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ 

        ສັນຍານທີ່ເປັນຫນ້າຊື່ນຊົມ ນັ້ນແມ່ນ ສອງສາມປີມານີ້ ໄດ້ປະກົດມີນັກລົງທຶນໃຫຍ່ຈຳນວນຫນຶ່ງຂອງ ໄທ ຢູ່ເຂດແຄມທະເລພາກກາງຫວຽດນາມ. ໃນເດືອນມີນາ ປີ 2017, ກຸ່ມບໍລິສັດໄທ SCG ໄດ້ຈ່າຍຈຳນວນເງິນ 156 ລ້ານ USD ຊື້ໂຮງງານຜະລິດຊີມັງຂອງ Kusto Group ຢູ່ ແຂວງ ກວ໋າງບີງ ຄືນ ແລະກໍ່ໃນເວລານັ້ນ, ຄະນກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ແລະ ບໍລິສັດ ບ້ານປູ ໄທ ໄດ້ດຳເນີນການລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລົງທຶນກໍ່ສ້າງໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ດ້ວຍກຳລັງການຜະລິດປະມານ 1.200 MW. ນອກນັ້ນ ກຸ່ມບໍລິສັດCP ແລະ ບາງບໍລິສັດຂະຫນາດນ້ອຍ ແລະ ຂະຫນາດກາງຂອງໄທ ຄື: ບໍລິສັດ Camel, ບໍລິສັດ Super Horse ກໍ່ພວມດຳເນີນທຸລະກິດຢູ່ ເຂດແຄມທະເລພາກກາງ. ທ່ານ ໂຊກດີ ຂຽວແສງ ຮອງເລຂາທິການໃຫຍ່ ຄະນະກຳມະການລົງທຶນໄທ (BOI) ໄດ້ໃຫ້ຂໍ້ສັງເກດວ່າ: ເຂດແຄມທະເລພາກກາງຫວຽດນາມ ແມ່ນບໍລິເວນຍຸດທະສາດດ້ວຍຫລາຍກາລະໂອກາດລົງທຶນ ປະຈຸບັນ ພວມໄດ້ຮັບຄວາມເອົາໃຈໃສ່ຈາກລັດຫວຽດນາມ. ບັນດາວິສາຫະກິດໄທ ຄວນກຳແຫນ້ນກາລະໂອກາດລົງທຶນຢູ່ເຂດນີ້ ເພື່ອແກ້ງແຍ້ງກັບບັນດາປະເທດອື່ນ.

        “ເສດຖະກິດຫວຽດນາມພັດທະນາຢ່າງວ່ອງໄວ ສະນັ້ນ ບັນດາວິສາຫະກິດໄທ ລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຫວຽດນາມ. ບັນດາວິສາຫະກິດໄທ ເມື່ອລົງທຶນຢູ່ຕ່າງປະເທດ ລ້ວນແຕ່ບໍ່ຢາກພາດໂອກາດ ພິເສດ ແມ່ນຢູ່ເຂດພາກກາງຫວຽດນາມ ຊື່ງແມ່ນເຂດມີທີ່ຕັ້ງພູມສາດບໍ່ໄກກັບໄທປານໃດ. ເຂດນີ້ ມີທີ່ຕັ້ງດີເພື່ອໃຫ້ບັນດາວິສາຫະກິດໄທອາດຈະຖືວ່າແມ່ນທີ່ຕັ້ງຍຸດທະສາດ ແລະ ຕັ້ງຮາກຖານການຜະລິດເພື່ອສາມາດຂາຍຜະລິດຕະພັນໃຫ້ທັງຕະຫລາດ ແລະ ສົ່ງອອກ.”

        ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຫງວຽນຫາຍບັ່ງ ແລ້ວ , ປະຈຸບັນ ພາກກາງຫວຽດນາມ ມີທ່າໄດ້ປຽບເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, logistics ສະດວກ, ງ່າຍດາຍ ດ້ວຍແລວເສດຖະກິດທາງທິດຕາເວັນອອກຂອງໄທ. ສະນັ້ນ ບັນດາວິສາຫະກິດໄທ ໄດ້ຮັບບຸລິມະສິດລົງທຶນຢູ່ເຂດນີ້.

        “ຫວຽດນາມ ມີຄວາມປາດຖະຫນາວ່າ ບັນດາວິສາຫະກິດ ໄທ ຖືເຂດນີ້ແມ່ນສະຖານທີ່ບຸລິມະສິດໃນໄລຍະຈະມາເຖິງ. ຫວຽດນາມ ຍາມໃດກໍ່ມີຄຳໝັ້ນສັນຍາ ດ້ວຍການກະທຳເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ, ສະເຫມີພາບ ແລະ ສະດວກ. ຫວຽດນາມ ຊົມເຊີຍບັນດາວິສາຫະກິດໄທ ມາລົງທຶນດຳເນີນທຸລະກິດເປັນປົກກະຕິ ແລະ ຍາວນານ ຢູ່ຫວຽດນາມ”

        ຕາມບົດລາຍງານແລ້ວ, ສ່ວນຫລາຍບັນດາແຂວງ, ນະຄອນ ໃນເຂດແຄມທະເລພາກກາງຫວຽດນາມ ລ້ວນແຕ່ມີລະດັບການເຕີບໂຕກວ່າ 8,4%/ປີ ໃນໄລຍະ 2011-2016, ສູງກວ່າລະດັບການເຕີບໂຕຂອງທົ່ວປະເທດ (5,9%/ປີ). ດ້ວຍລະດັບການເຕີບໂຕດ້ານເສດຖະກິດສູງພໍສົມຄວນ ພ້ອມກັບບັນດານະໂຍບາຍບຸລິມະສິດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດານັກລົງທຶນໄທ, ແນ່ນອນວ່າ ໃນໄລຍະຈະມາເຖິງ ເຂດນີ້ ຈະແມ່ນຈຸດນັດພົບຊື່ງບັນດານັກລົງທຶນໄທມີຄວາມສົນໃຈ. 

ຕອບກັບ

ຂ່າວ/ບົດ​ອື່ນ