ເຊື່ອມຕໍ່ການສຶກສາ ແລະ ເຕັກໂນໂລຊີ ຈະນຳມາຊື່ງຜົນປະໂຫຍດໃຫ້ແກ່ປະຊາຊົນໃນພາກພື້ນ ອາຊຽນ


(vovworld) - ເຊື່ອມ​ຕໍ່​ການ​ສຶກສາ​ແມ່ນພາກ​ສ່ວນ​ຈຸດ​ສຸມ​​ໃນ​ການ​ສ້າງ​ປະຊາ​ຄົມວັດທະນະທຳ​ສັງຄົມ ອາ​ຊຽນ ​ໃນ​ປີ 2015. ຈຸດໝາຍ​ແມ່ນ​ສ້າງ​​ເປັນພື້ນຖານ ​ແລະ ກາລະ​ໂອກາດ​ໃຫ້​​ປະຊາຊົນ ອາ​ຊຽນ, ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວສານ, ພູມ​ປັນຍາ. ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​​ກ່ຽວ​ກັບ​ອາ​ຊຽນໃຫ້​ແກ່​ປະຊາຊົນທຸກ​ຊັ້ນ​ວັນນະ​, ຊຸກຍູ້​ວິວັດທະນາ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ.

        ຄວາມ​ຈິງ​ແລ້ວ, ການ​ປະຕິບັດ​ຂໍ້​ລິ​ເລີ່​ມຫັນ ອາ​ຊຽນ ​ເປັນ​ຫນຶ່ງ​ດຽວ​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ ຍ້ອນ​ວ່າ ອາ​ຊຽນ​ແມ່ນ​ປະຊາ​ຄົມ​ມີ​ຫລາຍ​ພາສາ. ​ເພາະສະ​ນັ້ນ ​ເລື່ອງ​ເຊື່ອມ​ຕໍ່ການ​ສຶກສາ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວສານ​ມີ​ຄວາມ​ໝາຍ​ສຳ​ຄັນ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ Gwang jo Kim, ຜູ້ອຳນວຍການ​ຫ້ອງການ​​ສຶກສາ​ຂອງ UNESCO ປະຈຳ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ກໍ​ຢືນຢັນ​ວ່າ: ​ໃນ​ວິວັດ​ການ​ປະ​ຕິ​ບັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ການ​ສຶກສາ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເຄື່ອງມື​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ໃຫ້​ປະຊາຊົນ​ອາ​ຊຽນ ທຸກ​ຄົນ ສາມາດ​ເຊື່ອມ​ຈອດ​ນຳ​ກັນ, ຊ່ວຍ​ເຂົາ​ເຈົ້າ​ສຳ​ພັດ​ກັບ​ບັນດາ​ກາລະ​ໂອກາດ​​ໃນ​ການຮ່ຳຮຽນທີ່​ມີ​ຄຸນ​ນະພາ​ບຜ່ານ​ການ​ເຊື່ອມ​ຕໍ່.

        “ຄວາມ​ຫຍຸ້ງຍາກ​ສຳລັບ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ປະຈຸ​ບັນ ​ແມ່ນ​ບັນຫາ​ພາສາ ​ແລະ ພູມ​ີປະ​ເທດ. ວັດທະນະທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ມີ​ຫລາຍ​ສາສະຫນາ ​ແລະ ຫລາຍຊົນ​ເຜົ່າ​​ໃນອາ​ຊຽນ​ໄດ້​ເຮັດ​ໃຫ້​ຜູ້​ທຸກຍາກ, ​ເປັນ​ຕົ້ນ​ແມ່ນ​ຊາວຊົນ​ເຜ່ົາ​ສ່ວນ​ຫນ້ອຍຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ຍາກ​ທີ່​ຈະ​ໄດ້ສຳ​ພັດ​ກັບ​ພາຫະນະ​ເພື່ອ​ຮ່ຳຮຽນ ​ແລະ ​ຮັບ​ເອົາ​ຄວາມ​ຮູ້​ຈາກ​ພາຍ​ນອກໄດ້. ​ນອກ​ນັ້ນ ​ເຂົາ​ເຈົ້າ​​ຍັງໃຊ້​ພາສາ​ແຕກ​ຕ່າງ​ກັນ. ດ້ວຍ​ການ​ຊ່ວຍ​ເຫລືອ​ຕ່າງໆ, ພວກ​ເຮົາ​ສາມາດ​ຊ່ວຍ​ໃຫ້ເຂົາ​ເຈົ້າ​ສຳ​ພັດ​ກັບ​ປະຊາ​ຄົມ​ອາ​ຊຽນ. ຂ້າພະ​ເຈົ້າ​ອາດ​ຈະ​ຢືນຢັນ​​ໄດ້ວ່າ ປະຊາຊົນ​ອາ​ຊຽນ ທຸກ​ຄົນ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ການ​ເຊື່ອມ​ຕໍ່ການ​ສຶກສາ​ກໍ​ຄື​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ.”

ເຊື່ອມຕໍ່ການສຶກສາ ແລະ ເຕັກໂນໂລຊີ ຈະນຳມາຊື່ງຜົນປະໂຫຍດໃຫ້ແກ່ປະຊາຊົນໃນພາກພື້ນ ອາຊຽນ - ảnh 1
ນັກສຶກສາ ຫວຽດນາມ ໄດ້ຮັບທຶນສຶກສາຈາກລັດຖະບານ ສິງກະໂປ
ພາບ: internet

        ​ເພື່ອ​ຫັນ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ, ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ພວມ​ພະຍາຍາມ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ນັກຮຽນ​ກ່ຽວກັບ​ປະຊາ​ຄົມ ອາ​ຊຽນ ດ້ວຍ​ຫລາ​ຍຮູບ​ການ​ທີ່​ອຸດົມ​ສົມ​ບູນ. ຕົວ​ຢ່າງ ຢູ່ ຫວຽດນາມ, ບັນດ​າ​ໂຮງຮຽນ​ມັດທະຍົມ​ມີ​ຫລັກສູດ​ສິດສອນຕື່ມ​ກ່ຽວ​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ລວມມີ: ພູມີ​ປະ​ເທດ, ພົນລະ​ເມືອງ, ອາກາດ, ຕົວ​ເມືອງ, ນະຄອນຫລວງ, ການ​ນຳ​ລັດ, ລັດຖະບານ, ອາຫານ​ການ​ກິນ ​ແລະ ພາສີ​ຂອງ​ແຕ່ລະ​ປະ​ເທດ. ຫວຽດນາມ ຍັງ​ສົ່ງ​ນັກຮຽນ​ໄປ​ຮຽນ​ພາສາ​ຢູ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​. ສຳລັບ​ໄທ, ບັນດາ​ການ​ເຄື່ອນ​ໄຫວ​ສະຫນອງ​ຄວາມ​ຮູ້​ກ່ຽວກັບ ອາ​ຊຽນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​​ໂຮງຮຽນ​ທຸກ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ມີ​ໂຮງຮຽນ​ຫລາຍ​ແຫ່ງ​ໄດ້​ກະກຽມ​ແຜນການ​ເຊື່ອມ​ຕໍ່​ການ​ສຶກສາ ອາ​ຊຽນ ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ບັນດາ​ປະ​ເທດ ອາ​ຊຽນອື່ນ​ທີ່ມີ​ຄວາມ​ຕ້ອງການ​ເຊື່ອມ​ຈອດ​ການ​ສຶກສາ​ກັບ​ບັນດາ​ໂຮງຮຽນ​ຢູ່​ໄທ, ພິ​ເສດ ​ແມ່ນພ້ອມ​ກັນ​ສ້າງ ​ແລະ ປະຕິບັດ​ບັນດາ​ໂຄງການ​ສຶກສາ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການ​ສິດ​ສອນ​ພາສາ​ຂອງ​ກັນ. ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ St Margaret ປະ​ເທດ​ສິງກະ​ໂປ ​ໄດ້​ສິດສອນ​ເນື້ອ​ໃນ​ກ່ຽວກັບ​ ອາ​ຊຽນ ​ໃນ​ບັນດາ​ວິຊາ​ສັງຄົມ​ສາດ ​ແລະ ມີ​ໂຄງການ​ແລກປ່ຽນ​ນັກຮຽນ​ກັບ ອິນ​ໂດ​ເນ​ເຊຍ ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ຫລາຍ​ກວ່າ. ສຳລັບ ລາວ, ​ເຖິງ​ວ່າ ​ໂຮງຮຽນ​ຫລາຍ​ແຫ່ງ​ບໍ່ທັນ​ມີ​ໂຄງການ​ສິດສອນ​ກ່ຽວ​ກັບ​ອາ​ຊຽນໃຫ້​ແກ່​ນັກຮຽນກໍ​ຕາມ ​ແຕ່​ລັດຖະບານ ລາວ ​ໄດ້​​ສ້າງຄວາມ​ສະດວກທີ່​ສຸດ​ ດ້ວຍ​ການ​ສະຫນອງ, ຫນູນ​ຊ່ວຍ​ດ້ານ​ການ​ເງິ​ນ​ໃຫ້​ແກ່​ນັກຮຽນ​ໄປ​ເຂົ້າ​ຮ່ວມການ​ຕັ້ງ​ຄ້າຍ​ພັກ​ແລ້ງ ອາ​ຊຽນ ​ແລະ ​ເຂົ້າຮ່ວມ​ການ​ແຂ່ງ​ຂັນ​ກິລາ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ ອາ​ຊຽນຕື່ມ​ອີກ. ​ເພ່ືອ​ປະກອບສ່ວນ​ຊ່ວຍ ອາ​ຊຽນ ຊຸກຍູ້​ການ​ປະຕິບັດ​ຈຸດໝາຍ​ຢ່າງ​ມີ​ປະສິດທິ​ຜົນ, ຫ້ອງການ​ສຶກສາ​ຂອງ UNESCO ປະຈຳ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ພວມ​ຜັນ​ຂະຫຍາຍ​ບາງ​ວຽກ​ງານ​ເພື່ອ​ຊ່ວຍ​ສະຫນອງ​ບົດຮຽນ, ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ​ໃຫ້ ອາ​ຊຽນ ຫັນ​ບັນດາ​ຈຸດໝາຍ​ທີ​່ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ທ່ານ Gwang Jo Kim ຜູ້ອຳນວຍການ​ຫ້ອງ​ການ​ສຶກສາ​ຂອງ UNESCO ປະຈຳ ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ​ໃຫ້​ຮູ້​ວ່າ:

        “ຫນຶ່ງ​ໃນ​ບັນດາ​ວຽກ​ງານ​ນັ້ນ​ແມ່ນ​ຫນູນ​ຊ່ວຍ​ຄູ​ອາ​ຈານ ​ແລະ ບັນດາ​ຮາກ​ຖານ​ການ​ສຶກສາ​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃຫ້​ຫລາຍ​ກວ່າ. ຄຽງ​ຄູ່​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ ກໍ​ຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ​ເພື່ອ​ແບ່ງປັນ​ບົດຮຽນ ​ແລະ ຈັດກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ໃຫ້​ນັກ​ສ້າງ​ນະ​ໂຍບາຍ, ນັກຮຽນ​ຮູ້​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຮ່ຳຮຽນ​ເຊິ່ງກັນ ​ແລະ​ກັນ. ​ປະຈຸ​ບັນ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວສານນັບ​ມື້​ນັບ​ພັດທະນາ​ຢ່າງ​ວອ່​ງ​ໄວ ສະ​ນັ້ນ ບັນດາ​ນັກ​ສ້າງ​ນະ​ໂຍບາຍ​ຕ້ອງ​ກຳ​ແຫນ້ນ​ຄວາມ​ກ້າວຫນ້າ​ນີ້ ​ເພື່ອ​ນຳ​ເຂົ້າ​ບັນດາ​ນະ​ໂຍບາຍ​ຂອງ​ຕົນ.”

        ​ເບິ່ງ​ລວ​ມ​ແລ້ວ, ການ​ເຊື່ອມ​ຕໍ່ການ​ສຶກສາ​ສາມາດ​ສ້າງ​ກາລະ​ໂອກາດ​ຊ່ວຍ​ເຊື່ອມ​ຈອດ​ມະນຸດ​ນຳ​ກັນ ​ແຕ່​ມາ​ດຕະການ​ຫນຶ່ງ​ດຽວ ​ແມ່ນບໍ່​ສາມາດ​ແກ້​ໄຂບັນຫາ​ໄດ້. ມັນ​ອີງ​ໃສ່​ສະພາບ​ຕົວ​ຈິງຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລ​ະ ຄວາ​ມານະ​ພະຍາຍາມ​ຂອງ​ທຸກປະ​ເທດ. ສິ່ງ​ສຳຄັນ ​ແມ່ນ​ການ​ເຊ່ືອ​ມຕໍ່ນີ້ ຈະ​ສ້າງ​ພື້ນຖານ​ໝັ້ນຄົງ​ໃຫ້​ແກ່​ພົນລະ​ເມືອງ​​ໃນອະນາຄົດ​ຂອງ​ອາ​ຊຽນ​ເມື່ອ​ກ້າວ​ເຂົ້າສູ່​ສັງ​ກາດ​ໃຫມ່, ສັງ​ກາດ​ແຫ່ງ​ປະຊາ​ຄົມ ອາ​ຊຽນ.

 


ຕອບກັບ

ຂ່າວ/ບົດ​ອື່ນ