ເຕັກ​ນິກ​ແຕ້​ມ ບາ​ຕິກ ທີ່​​ເປັນ​ມູນ​ເຊື້ອຂອງ ອິນ​ໂດ​ເນ​ເຊຍ

(VOVWORLD) -  ແພ ບາຕິກ ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ອິນໂດເນເຊຍເຂົາເຈົ້າມີຄວາມເອກອ້າງທະນົງໃຈ ຍ້ອນຄວາມງາມຂອງມັນກໍ່ຄືວິທີເຮັດທີ່ເປັນເອກະລັກຂອງແພຊະິດນີ້ເພື່ອເຮັດແພ ບາຕິກ ໄດ້ຜືນໜຶ່ງນັ້ນແມ່ນຕ້ອງໃຊ້ເວລາດົ ແລະ ຜ່ານຫຼາຍຂັ້ນຕອນໃນນັ້ນ ມີເຕັກນິກແຕ້ມລວດລາຍດ້ວຍຂີ້ເຜີ້ງຮ້ອນນີ້ແມ່ນໜຶ່ງໃນບັນດາຂັ້ນຕອນທີ່ຮຽກຮ້ອງຕ້ອງມີຄວາມລະອຽດລະອໍຄ່ອງແຄວ້ ແລະ ມີຄວາມອົດທົນຂອງາຍຊ່າງ. ເຊີນທ່າພ້ອມກັບນັກຂ່າວ ງວຽນຮ່າໄປຊອກຮູກ່ຽວກັບຂັ້ນຕອນແຕ້ມລວດລາຍໃສ່ແພ ບາຕິກ ທີ່ເປັນມູນເຊື້ອຂອງຊາວ ອິນໂດເນເຊຍ.

ທຳມະດາ, ແພ ບາຕິກ ມີຢູ່ສອງຊະນິດຄື “ບາຕິກ tulis” ແລະ “ບາຕິກ cap. ທ່ານສາມາດເຂົ້າໃຈງ່າຍໆວ່າ ບັນດາລວດລາຍໃນແພ “ບາຕິກ cap” ແມ່ນໄດ້ພິມດ້ວຍເຄື່ອງຈັກ, ສ່ວນ ບັນດາລວດລາຍໃນແພ “ບາຕິກ tulis” ແມ່ນໄດ້ແຕ້ມດ້ວຍມື. ເພື່ອສາມາດເຮັດແພ ບາຕິກ ຜືນໜຶ່ງສໍາເລັດ, ກ່ອນອື່ນໝົດ, ນັກສິລະປະກອນຕ້ອງນໍາໃຊ້ຂີ້ເຜີ້ງຮ້ອນ ທີ່ແຕ້ມດ້ວຍໄມ້ແຕ້ມ canting ເຊິ່ງເປັນອຸປະກອນສະເພາະໃນການແຕ້ມລວດລາຍດ້ວຍຂີ້ເຜີ້ງຮ້ອນ ເພື່ອກັນບໍ່ໃຫ້ຖືກນ້ຳສີໃນເວລາຍ້ອມສີ. ເອື້ອຍ Hanny Luvytasari ເຊິ່ງເປັນນຜູ້ທີ່ມີຄວາມເຂົ້າຢ່າງເລິກເຊິ່ງກ່ຽວກັບການແຕ້ມ ບາຕິກ ແບ່ງປັນສູ່ຟັງວ່າ:

ເຕັກ​ນິກ​ແຕ້​ມ ບາ​ຕິກ ທີ່​​ເປັນ​ມູນ​ເຊື້ອຂອງ ອິນ​ໂດ​ເນ​ເຊຍ - ảnh 1 ເອື້ອຍ Hanny Luvytasari (ຸຜູ້ໃສ່ເສື້ອສີສົ້ມ)

“ການແຕ້ມລວດລາຍໃສ່ແພ ບາຕິກ ໝາຍຄວາມວ່າແມ່ນການຕໍ່ບັນດາຈຸດ ຫຼື ລາຍແຕ້ມໃຫ້ກາຍເປັນບັນດາລວດລາຍທີ່ມີຄວາມໝາຍ. ເພື່ອສາມາດແຕ້ມລວດລາຍໃສ່ແພ ບາຕິກ, ເຮົາຕ້ອງມີແພ, ມີບິກສໍ, canting, ຂີ້ເຜີ້ງ ແລະ ເຕົາໄຟ. ທຳອິດ, ເຮົາຕ້ອງກະກຽມແພຜືນໜຶ່ງ ແລ້ວແຕ້ມລວດລາຍດ້ວຍສໍໄວ້ກ່ອນ. ຫຼັງຈາກນັ້ນ, ອຸ່ນຂີ້ເຜີ້ງໃຫ້ຮ້ອນ, ພວກເຮົາຈຶ່ງໃຊ້ໄມ້ແຕ້ມ canting ເພື່ອຕັກເອົານ້ຳຂີ້ເຜີ້ງ ແລ້ວແຕ້ມໃສ່ບັນດາລວດລາຍທີ່ເຮົາໄດ້ວາດພາບກ່ອນແລ້ວນັ້ນ”.

ເຕັກ​ນິກ​ແຕ້​ມ ບາ​ຕິກ ທີ່​​ເປັນ​ມູນ​ເຊື້ອຂອງ ອິນ​ໂດ​ເນ​ເຊຍ - ảnh 2 ໃນເຕັກນິກຂອງການແຕ້ມ ບາຕິກ, canting ແມ່ນອຸປະກອນທີ່ມີຄວາມສຳຄັນທີ່ສຸດ.  

ໃນເຕັກນິກຂອງການແຕ້ມ ບາຕິກ, canting ແມ່ນອຸປະກອນທີ່ມີຄວາມສຳຄັນທີ່ສຸດ. canting ມີຫຼາຍຂະໜາດ, ແລ້ວແຕ່ຈຸດປະສົງເຮົາຊິແຕ້ມຫຍັງ, ນ້ອຍໃຫຍ່ສ່ຳໃດ… ເວລາແຕ້ມກໍເຊັ່ນດຽວກັນ ແມ່ນຂຶ້ນກັບຂະໜາດ ແລະ ລະດັບຄວາມລະອຽດລະອໍຂອງແຕ່ລະລວດລາຍໃນແພ, ອາດຈະແກ່ຍາວເປັນເວລາໜຶ່ງອາທິດ. ເຂົາເຈົ້າມັກເວົ້າວ່າ ການເຮັດແພ ບາຕິກ ຜືນໜຶ່ງ ເໝືອນດັ່ງກັບການນັ່ງສະມາທິ. ຖ້າຫາກວ່າບໍ່ມີສະມາທິ, ບໍ່ເຊື່ອມຕົວເຂົ້າກັບການແຕ້ມ, ນາຍຊ່າງແຕ້ມ ບາຕິກ ກໍຍາກທີ່ຈະແຕ້ມບັນດາລວດລາຍໄດ້ຢ່າງຖືກຕ້ອງ. ເອື້ອຍ Hanny Luvytasari ແບ່ງປັນຕື່ມອີກວ່າ:

ສິ່ງທີ່ຍາກທີ່ສຸດໃນການແຕ້ມ ບາຕິກ ແມ່ນ ການປັບຂີ້ເຜີ້ງໃຫ້ໄຫຼອອກຈາກໄມ້ canting. ເພາະວ່າ ຂີ້ເຜີ້ງຮ້ອນຫຼາຍ ສະນັ້ນຕ້ອງມີຄວາມອົດທົນ. ໃນວັດທະນະທຳ Jawa, ພວກຂ້າພະເຈົ້າຖືວ່າ ຊີວິດບໍ່ໃຫ້ຟ້າວຟັ່ງ, ຕ້ອງມີຄວາມອົດທົນ. ການແຕ້ມ ບາຕິກ ກໍແມ່ນວິທີເພື່ອທົດສອບຄວາມອົດທົນຂອງຄົນເຮົາ.”

ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ Yogyakarta ເຊິ່ງເປັນອູ່ຂອງວັດທະນະທຳ ບາຕິກ, ນັບແຕ່ຄາວຍັງນ້ອຍ ເອື້ອຍ Hanny Luvytasari ກໍມີຄວາມເມົາມົວກັບສິລະປະທີ່ເປັນມູນເຊື້ອນີ້. ເຖິງວ່າ, ປັດຈຸບັນວຽກງານຫຼັກໆຂອງເອື້ອຍ ແມ່ນ ຄູສອນພາສາ ອິນໂດເນເຊຍ ກໍຕາມ, ແຕ່ ບາຕິກ ຍັງແມ່ນຄວາມເມົາມົວຂອງເອື້ອຍ. ເອື້ອຍ Hanny Luvytasari ໄດ້ເຂົ້າຮ່ວມຫຼາຍຊຸດຮຽນກ່ຽວກັບ ບາຕິກ, ເຂົ້າຮ່ວມສະໂມສອນ ຜູ້ຮັກມັກ ບາຕິກ ແລະ ເຄີຍໄດ້ສະແດງການແຕ້ມບາຕິກໃນວັນມູນເຊື້ອ ບາຕິກ ທີ 2 ຕຸລາ ໂດຍມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo... ໃນປີ 2020, Hanny Luvytasari ໄດ້ເຂົ້າຮ່ວມການສອນພາສາ ອິນໂດເນເຊຍ ຢູ່ ຫວຽດນາມ ແລະ ເວລານີ້ກໍແມ່ນກາລະໂອກາດເພື່ອໃຫ້ ເອື້ອຍ Hanny Luvytasari ແນະນຳແພ ບາຕິກ ທີ່ເປັນມູນເຊື້ອຂອງ ອິນໂດເນເຊຍ ສູ່ຊາວນະຄອນຫຼວງຮ່າໂນ້ຍ.

ໃນຊົ່ວໂມງແນະນຳກ່ຽວກັບການແຕ້ມ ບາຕິກ ທີ່ເປັນມູນເຊື້ອ ໂດຍ ເອື້ອຍ Hanny Luvytasari ແນະນຳ, ບັນດາເພື່ອນໜຸ່ມ ຫວຽດນາມ ກໍມີຄວາມຈູບຈ້າວຫ້າວຫັນ ສະແດງສີມື ດ້ວຍການນຳໃຊ້ໄມ້ canting ແຕ້ມຂີ້ເຜີ້ງຮ້ອນໃສ່ແພ. ນອກຈາກບັນດາລວດລາຍທີ່ເປັນມູນເຊື້ອຂອງແພ ບາຕິກ, ເພື່ອນໜຸ່ມຫຼາຍຄົນຍັງປະດິດສ້າງບັນດາລວດລາຍທີ່ເປັນເອກະລັກ, ອັນໄດ້ສະແດງໃຫ້ເຫັນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ. ນີ້ແມ່ນການຄົ້ນຫາທີ່ໜ້າຈັບອົກຈັບໃຈຢ່າງແທ້ຈິງ ສຳລັບເຂົາເຈົ້າ. ເພື່ອນ ມິງເຮືອງ, ນັກສຶກສາມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ຮ່າໂນ້ຍ ແລະ ເອື້ອຍ ເລກວນ ມາຈາກນະຄອນ ດາໜັງ ໃຫ້ຮູ້ວ່າ:

“ນີ້ແມ່ນຄັ້ງທີ 2 ທີ່ນ້ອງເຂົ້າຮ່ວມການແຕ້ມ ບາຕິກ, ຄັ້ງທຳອິດແມ່ນຢູ່ ອິນໂດເນເຊຍ ແລະ ຄັ້ງນີ້ແມ່ນຢູ່ຫວຽດນາມ. ໃນວິວັດການແຕ້ມ ບາຕິກ, ສິ່ງທີ່ຍາກທີ່ສຸດ ແມ່ນເຮັດແນວໃດຈະສາມາດປັບລະດັບນ້ຳຂີ້ເຜີ້ງທີ່ໄຫຼອອກຈາກໄມ້ແຕ້ມ canting, ຖ້າຫາກວ່າ ປັບບໍ່ຖືກ ແລະ ຄາດເດົາບໍ່ຖືກ ເວລາຂີ້ເຜີ້ງແຫ້ງແລ້ວ ຈະແຕ້ມຍາກຫຼາຍ ຫຼືວ່າ ຂີ້ເຜີ້ງອອກຫຼາຍໂພດກໍຈະເຮັດໃຫ້ລາຍແຕ້ມບໍ່ງາມ”.

“ການແຕ້ມ ບາຕິກ ກໍຍາກຫຼາຍ ເພາະວ່າແຕ້ມດ້ວຍຂີ້ເຜີ້ງຮ້ອນ ແລະ ໄມ້ແຕ້ມ canting. ເຮົາຕ້ອງຈື່ເຕັກນິກທີ່ ອາຈານໄດ້ແນະນຳໃຫ້, ນັບແຕ່ການຈັດແພແນວໃດ, ຈັບໄມ້ແຕ້ມ canting ຄືແນວໃດ… ສຳລັບຜູ້ທີ່ຫາກໍຮຽນຄັ້ງທຳອິດ ພຽງແຕ່ເຜີສະຕິໜ້ອຍໜຶ່ງ ແມ່ນຂີ້ເຜີ້ງຈະລາມອອກ ແລະ ລວດລາຍເພໄປໝົດ. ເຖິງຢ່າງໃດກໍຕາມ, ນັ້ນກໍແມ່ນຈຸດທີ່ໜ້າຈັບອົກຈັບໃຈຂອງການແຕ້ມ ບາຕິກ. ຕອນທຳອິດ, ເຮົາກໍງຸ່ມງ່າມ, ແຕ່ພາຍຫຼັງໄດ້ຖອດຖອນບົດຮຽນ ຈິ່ງຮູ້ວ່າ ຕ້ອງແຕ້ມໃຫ້ສຸດເສັ້ນລວດລາຍ, ຖ້າບໍ່ດັ່ງນັ້ນ ລາຍແຕ້ມກໍຈະບໍ່ງາມ”.

ເຕັກ​ນິກ​ແຕ້​ມ ບາ​ຕິກ ທີ່​​ເປັນ​ມູນ​ເຊື້ອຂອງ ອິນ​ໂດ​ເນ​ເຊຍ - ảnh 3ແພບາຕິກ ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ອິນໂດເນເຊຍ.

ນີ້ແມ່ນຄັ້ງທຳອິດທີ່ເອື້ອຍ Hanny Luvytasari ແນະນຳສິລະປະແຕ້ມ ບາຕິກ ສູ່ ຊາວຫວຽດນາມ ແຕ່ເອື້ອຍກໍຮູ້ສຶກປະຫຼາດໃຈຕໍ່ຄວາມຮັກຂອງເພື່ອນໜຸ່ມຫວຽດນາມ ທີ່ມີຕໍ່ສິລະປະທີ່ເປັນມູນເຊື້ອຂອງອິນໂດເນເຊຍນີ້.

“ຂ້າພະເຈົ້າເຫັນວ່າ ບັນດາເພື່ອນໜຸ່ມມີຄວາມຈູບຈ້າວຫ້າວຫັນເມື່ອແຕ້ມລວດລາຍ ບາຕິກ. ທີ່ຈິງແລ້ວ, ການແຕ້ມບາຕິກ ແມ່ນວຽກທີ່ຍາກສຳລັບຜູ້ທີ່ຫາກໍຮຽນແຕ້ມ ເພາະຕ້ອງໃຊ້ຂີ້ເຜີ້ງຮ້ອນ. ແຕ່ຂ້າພະເຈົ້າເຫັນວ່າ ບັນດາເພື່ອນໜຸ່ມມີຄວາມຈູບຈ້າວຫ້າຫັນຫຼາຍ. ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ຮັບການຕ້ອນຮັບຢ່າງຕັ້ງໜ້າ ແລະ ສຸດຈິດສຸດໃຈຂອງເຂົາເຈົ້າ ທີ່ມີຕໍ່ການແຕ້ມ ບາຕິກ - ສິລະປະທີ່ເປັນມູນເຊື້ອຂອງ ອິນໂດເນເຊຍ.”

ພາຍຫຼັງປະຕິບັດສຳເລັດການແຕ້ມຂີ້ເຜີ້ງຮ້ອນໃສ່ລວດລາຍຕ່າງໆ, ນັກສິລະປະກອນ ບາຕິກ ສືບຕໍ່ປະຕິບັດບັນດາຂັ້ນຕອນຕໍ່ໄປ, ເຊິ່ງລວມມີການຍ້ອມສີ ແລະ ລຶບຂີ້ເຜີ້ງ. ຖ້າຫາກວ່າຢາກແຕ້ມລວດລາຍ, ສີສັນເພີ່ມເຕີມໃສ່ແພນັ້ນ, ນັກສິລະປະກອນ ຈະສືບຕໍ່ແຕ້ມຂີ້ເຜີ້ງໃສ່ລວດລາຍ ແລ້ວດຳເນີນບັນດາຂັ້ນຕອນຄືເກົ່າຕາມລຳດັບ. ກວ່າຈະຜະລິດແພ ບາຕິກ ໄດ້ຜືນໜຶ່ງທີ່ສວຍງາມນັ້ນ, ບາງເທື່ອຕ້ອງໃຊ້ເວລາເຖິງ 2 – 3 ເດືອນ. ຍ້ອນຄວາມພິຖີພິຖັນ, ລະອຽດລະອໍ, ສະນັ້ນ ສິລະປະແຕ້ມ ບາຕິກ ນີ້ ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະຂອງແພມູນເຊື້ອຊະນິດນີ້ຂອງ ອິນໂດເນເຊຍ - ມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ ໂດຍໄດ້ຮັບການຮັບຮອງເອົາຈາກ UNESCO ໃນວັນທີ 2 ຕຸລາ ປີ 2009./.

ຕອບກັບ

ຂ່າວ/ບົດ​ອື່ນ