​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ວຽກງານ​ໂຄສະນາ​ການທ່ອງທ່ຽວຫວຽດນາມ ຢູ່ ອິນ​ໂດ​ເນ​​ເຊຍ ຜ່ານ Roadshow

(VOVWORLD) -   ໃນຊຸມປີມໍ່ໆມານີ້, ອິນໂດເນເຊຍ ໄດ້ກາຍເປັນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຂອງຂະແໜງທ່ອງທ່ຽວຫວຽດນາມ. ປີ 2018, ມີແຂກທ່ອງທ່ຽວ ອິນໂດເນເຊຍເກືອບ 88.000 ຄົນ ມາທ່ຽວຫວຽດນາມ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ປີ 2017. ເພື່ອເພີ່ມທະວີການສົ່ງເສີມວຽກງານໂຄສະນາການທ່ອງທ່ຽວຢູ່ ອິນໂດເນເຊຍ ນັ້ນ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການໂຄສະນາຢູ່ປະເທດນີ້ເປັນປະຈໍາ, ໜຶ່ງໃນຈໍານວນບັນດາການເຄື່ອນໄຫວນັ້ນ, ແມ່ນລາຍການ Roadshow “ຄວາມປະທັບໃຈຫວຽດນາມ” ເຊິ່ງຖືກຈັດຂຶ້ນໃນວັນທີ 3 ພຶດສະພາ ຜ່ານມາຢູ່ນະຄອນຫຼວງ ຈາກາກຕາ. ບົດຂຽນຂອງ ເຮືອງຈ່າ, ນັກຂ່າວ VOV ປະຈໍາ ຈາກາກຕາ.
​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ວຽກງານ​ໂຄສະນາ​ການທ່ອງທ່ຽວຫວຽດນາມ ຢູ່ ອິນ​ໂດ​ເນ​​ເຊຍ ຜ່ານ Roadshow - ảnh 1 ລາຍການ Roadshow “ຄວາມປະທັບໃຈຫວຽດນາມ” ຈັດຂຶ້ນໃນວັນທີ 3 ພຶດສະພາ ຜ່ານມາຢູ່ນະຄອນຫຼວງ ຈາກາກຕາ

Roadshow (ການສະແດງສິລະປະເຄື່ອນທີ່) ຢູ່ອິນໂດເນເຊຍ ຄັ້ງນີ້ ໄດ້ຊ່ວຍແນະນໍາໃຫ້ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດທ່ອງທ່ຽວ ແລະ ການບິນ ອິນໂດເນເຊຍ ກວ່າ 120 ແຫ່ງ ກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວໃໝ່ທີ່ດູດດື່ມ ແລະ ອາຫານການກິນທີ່ຫຼາຍຮູບຫຼາຍສີ ແລະ ຫຼາຍເຍື່ອງຂອງຫວຽດນາມ. ໄປຄຽງຄູ່ກັນນັ້ນ, ບັນດາຜົນງານພົ້ນເດັ່ນຂອງຂະແໜງການທ່ອງທ່ຽວຫວຽດນາມ 2018 ກໍໄດ້ເນັ້ນໜັກເປັນພິເສດໃນລາຍການດັ່ງກ່າວ. ກ່າວຄໍາເຫັນທີ່ເຫດການ, ທ່ານນາງ ຫງວຽນທິແທັງເຮືອງ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ:

        “ອິນໂດເນເຊຍ ແມ່ນຕະຫຼາດທ່ອງທ່ຽວທີ່ສໍາຄັນໃນພາກພື້ນ. ນັບມື້ນັບມີແຂກທ່ອງທ່ຽວເລືອກມາທ່ຽວຢູ່ຫວຽດນາມຫຼາຍຂຶ້ນ. ໃນໄລຍະ 4 ເດືອນຕົ້ນປີ 2019, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວ ອິນໂດເນເຊຍ ຈໍານວນ 36.500 ເທື່ອຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ເລື່ອງເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາບໍລິສັດການບິນ ໄດ້ສ້າງຄວາມສະດວກໃນການໄປມາຫາສູ່ລະຫວ່າງສອງປະເທດ, ພວກຂ້າພະເຈົ້າຫວັງວ່າ ຈໍານວນແຂກທ່ອງທ່ຽວ ອິນໂດເນເຊຍ ມາ ຫວຽດນາມ ຈະເພີ່ມຂຶ້ນໃນໄລຍະຈະມາເຖິງ”.

​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ວຽກງານ​ໂຄສະນາ​ການທ່ອງທ່ຽວຫວຽດນາມ ຢູ່ ອິນ​ໂດ​ເນ​​ເຊຍ ຜ່ານ Roadshow - ảnh 2ການແນະນໍາບັນດາສະຖານທີ່ທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວຫວຽດນາມ ເຖິງ ປະຊາຊົນ ອິດໂດເນເຊຍ 

        ປັດຈຸບັນ, ນອກຈາກສາຍການບິນໂດຍກົງ ໂຮ່ຈີີມິນ - ຈາກາກຕາ ຂອງ ບໍລິສັດການບິນ Vietnam Airlines ແລ້ວ, ວັນທີ 12 ເມສາຜ່ານມາ, ບໍລິສັດການບິນລາຄາຖືກ Vietjet Air ກໍເລີ່ມເປີດສາຍການບິນໂດຍກົງ ໂຮ່ຈີມິນ - ບາລີ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ທ່ານ Marico Falcao, ຜູ້ອໍານວຍການຝ່າຍດໍາເນີນທຸລະກິດ ບໍລິສັດບໍລິການການບິນ ອິນໂດເນເຊຍ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າເຫັນວ່າ ຄວາມຕ້ອງການຂອງຊາວ ຫວຽດນາມ ໄປທ່ຽວຢູ່່ ບາລີ ແມ່ນຫຼວງຫຼາຍ ແລະ ກົງກັນຂ້າມ. ພວກຂ້າພະເຈົ້າໄດ້ກາຍເປັນບໍລິສັດບໍລິການທໍາອິດຂອງ Vietjet ເພື່ອພາແຂກທ່ອງທ່ຽວ ອິນໂດເນເຊຍ ມາທ່ຽວ ຫວຽດນາມ. ບໍ່ພຽງແຕ່ປະຊາຊົນ ບາລີ ເທົ່ານັ້ນ, ຫາກຍັງມີປະຊາຊົນຢູ່ບັນດາແຂວງອ້ອມຂ້າງຄື Surabaya. Makasar ແລະ ພາກຕາເວັນອອກ ອິນໂດເນເຊຍ ກໍສາມາດຜ່ານ ບາລີ ເພື່ອໄປຍັງ ຫວຽດນາມ ໄດ້”.

        ໄປຄຽງຄູ່ກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ພາຍໃນປະເທດແລ້ວ, ລາຍການ Roadshow ຄັ້ງນີ້ ຍັງເອົາໃຈໃສ່ແນະນໍາບັນດາສະຖານທີ່ທ່ອງທ່ຽວໃໝ່ຂອງຫວຽດນາມ ຄື ຂົວຄໍາ ຢູ່ ດ່າໜັງ, ຖໍ້າ ເຊີນດອງ ຢູ່ແຂວງກວາງບິ່ງ, ຫາດຊາຍທະເລ ມຸ໊ຍແນ໊ ແລະ ສະຖານທີ່ທ່ອງທ່ຽວທີ່ດູດດື່ມອື່ນອີກ. ທີ່ພິທີມອບລາງວັນ ຂອງ Wolrd Travel Awards, ຫວຽດນາມ ກໍໄດ້ຮັບການຢັ້ງຢືນວ່າ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າຂອງພາກພື້ນ ອາຊີ . ປີນີ້, ຫວຽດນາມ ອະນຸຍາດໃຫ້ພົນລະເມືອງ 35 ປະເທດ ມາທ່ຽວຫວຽດນາມ ດ້ວຍ ວີຊາ ເອກເລັກໂຕນິກ.

Roadshow ແມ່ນການເຄື່ອນໄຫວປະຈໍາປີ ໂດຍ ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ສົມທົບກັບ ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຈັດຕັ້ງ. ຜ່ານບັນດາລາຍການ Roadshow ຄືແນວນີ້ ໄດ້ເຮັດໃຫ້ປະສິດທິຜົນການຮ່ວມມືທາງດ້ານການທ່ອງທ່ຽວລະຫວ່າງບັນດາບໍລິສັດທ່ອງທ່່ຽວສອງຝ່າຍເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ທ່ານ ຟຸ່ງຊວນແຄ໊ງ, ຮອງປະທານກຸ່ມບໍລິສັດ VTG ຫວຽດນາມ Travel Group ຕີລາຄາວ່າ:

“ຜ່ານບັນດາລາຍການ Roadshow ແລະ ກອງປະຊຸມສົນທະນາກັບຄູ່ຮ່ວມມືທ່ອງທ່ຽວ ອິນໂດເນເຊຍ ຄັ້ງຕ່າງໆ ໄດ້ເຮັດໃຫ້ປະສິດທິຜົນການຮ່ວມມືເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ແຂກທ່ອງທ່ຽວ ອິນໂດເນເຊຍ ເລີ່ມມາທ່ຽວຢູ່ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ. ສໍາລັບແຂກທ່ອງທ່ຽວ ອິນໂດເນເຊຍ ແລ້ວ, ບັນຫາອາຫານການກິນ ຂອງຊາວມຸດສະລິມ ແມ່ນໄດ້ເອົາໃຈໃສ່ທີ່ສຸດ. ປັດຈຸບັນ,ຢູ່ ຫວຽດນາມ ມີພັດຕະຄານ “halal food” ຫຼາຍແຫ່ງ. ຜ່ານລາຍການ Roadshow ຄັ້ງນີ້, ພວກຂ້າພະເຈົ້າ ຢາກຮ່ວມມືກັບບັນດາຄູ່ຮ່ວມມື ອິນໂດເນເຊຍ ຢ່າງແໜ້ນແຟ້ນ ເພື່ອໂຄສະນາກ່ຽວກັບຂະແໜງການທ່ອງທ່ຽວຂອງຫວຽດນາມ”.

ລາຍການ Roadshow ປີນີ້ ຍັງຈັດກິດຈະກໍາຈົກສະຫຼາດ ສໍາລັບຜູ້ທີ່ເຂົ້າຮ່ວມລາຍການອີກດ້ວຍ. ນອກຈາກນັ້ນ, ໃນລາຍການ, ຍັງແຈກຢາຍ ໂປໂມຊັນ ຢູ່ບັນດາເຂດຜັກຜ່ອນຢ່ອນອາລົມລະດັບສູງນັບຮ້ອຍລາຍການ, ໂປໂມຊັນ ໄປທ່ຽວຢູ່ບັນດາສະຖານທີ່ຄໍາໂດຍບໍ່ເສຍຄ່າ ແລະ ໄດ້ຂີ່ຍົນຟຼີ ຕື່ມອີກ, ແນ່ນອນວ່າ ຈະດຶງດູດແຂກທ່ອງທ່ຽວ ອິນໂດເນເຊຍ ເຂົ້າມາທ່ຽວຫວຽດນາມ ໃນໄລຍະຈະມາເຖິງ ຫຼາຍກວ່າອີກ. 

 

 

ຕອບກັບ

ຂ່າວ/ບົດ​ອື່ນ