ເພີ່ມທະວີການຮ່ວມມື ຍົກການພົວພັນ ລະຫວ່າງ ອາຊຽນ ແລະ ອິນເດຍ ຂຶ້ນສູ່ລະດັບສູງໃຫມ່

(vovworld) - ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ລວ​ມ​ໃນ​ປີ 2015, ອາ​ຊຽນ ບໍ່​ພຽງ​ແຕ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ເທົ່າ​ນັ້ນ ຫາກ​ຍັງ​ຍູ້​ແຮງ​ການ​ຮ່ວມ​ມື​ຫລາຍ​ຝ່າຍ ​ແລະ ສອງ​ຝ່າຍ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມມືຢ່າງ​ບໍ່​ຢຸດ​ຢັ້ງ ອີກ​ດ້ວຍ, ​ໃນ​ນັ້ນ ມີ​ອິນ​ເດ​ຍ. ​ໃນ​ປີ 2012, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ມີ​ບາດກ້າວ​ພັດທະນາ​ທີ່​ເປັນ​ຫນ້າ​ປະ​ທັບ​ໃຈ​ໃນ​ຫລາຍ​ຂົງ​ເຂດ, ປະກອບສ່ວນ​ສ້າງສາ​ຍພົວພັນ​ສອງ​ຝ່າຍ​​ໃຫ້ນັບ​ມື້ນັບ​ໝັ້ນຄົງ ​ແລະ ພັດທະນາ​ກວ່າ​ໃນ​ຊຸມ​ປີ​ຕໍ່​ໄປ.

ເພີ່ມທະວີການຮ່ວມມື ຍົກການພົວພັນ ລະຫວ່າງ ອາຊຽນ ແລະ ອິນເດຍ ຂຶ້ນສູ່ລະດັບສູງໃຫມ່ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານຮອງ​ປະທານາທິບໍດີ ອິນ​ເດຍ Momamad Hamed Ansari
ພາບ: TTXVN

        ​ໃນ​ປີ 2012, ການ​ພົວພັນ​ສອງ​ຝ່າຍ ຫວຽດນາມ ​ແລະ ອິນ​ເດຍ ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ​ດ້ວຍ​ຫລາຍ​ເຫດການ​ຄື: ການ​ຢ້ຽມຢາມ​ບັນດາ​ປະ​ເທດ ອາ​ຊຽນ​ໃນ​ທ້າຍ​ເດືອນ 12/2012 ຂອງ​ກຳ​ປັ່ນ​ທະຫານ​ເຮືອ, ກອງ​ປະຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມືຜະລິດ​ພະລັງງານຄືນ​ໃຫມ່ ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ​ໃນ​ເດືອນ 11/2012, ບັນດາ​ການ​ພົບ​ປະ​ສອງ​ຝ່າຍ​ລະຫວ່າງ​ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ກັບ​ອິນ​ເດຍ​​ເມື່ອ​ເດືອນ 8/2012. ​​ໃນ​ນັ້ນເຫດການທີ່​ເປັນ​ຂີດ​ໝາຍ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ສາຍ​ພົວພັນ​ສອງ​ຝ່າຍ​ໃນ​ປີຜ່ານມາ ​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ ສະ​ເຫລີ​ມສະຫລອງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ເດືອນ 12 ຜ່ານ​ມາ​ຢູ່ ອິນ​ເດຍ.

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ການ​ນຳ ອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ ຍົກ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ຈາກ​ ຄູ່​ເຈລະຈາ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື, ໝາຍ​ຄວາມ​ວ່າ ທັດສະນະ​ຂອງ​ທັງ​ສອງ​ຝ່າຍ​ມີ​ວິ​ໄສ​ທັດ​ຮ່ວມ ​ແລະ ຕັດສິນ​ໃຈ​ພ້ອມ​ກັນ​​ກ້າວ​ເດີນໄປ​ຕາມ​ເສັ້ນທາງ​ສັນຕິພາບ ​ແລະ ວັດທະນາ​ຖາວອນ. ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Manmohan Sigh ​ໄດ້​ຢືນຢັນ​ວ່າ:

        “ ຍາມ​ໃດ ອິນ​ເດຍ ກໍ​ຖື​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ ອາ​ຊຽນ ​ໃນ​ທຸກ​ຂົງ​ເຂດ​ເປັນ​ສຳຄັນ ​ແລະ ສະຫນັບ​ສະ​ຫນູນ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ຢູ່ ພາກ​ພື້ນ. ອາ​ຊຽນ ​ແມ່ນ​ເສົາຄ້ຳຕົ້ນຕໍ​ໃນ​ນະ​ໂຍບາຍ “ມຸ່ງ​ໄປ​ສູ່ທິດຕາ​ເວັນ​ອອກ” ຂອງ ອິນ​ເດຍ ​ເພື່ອ​​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ກັບ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ.”

        ອາ​ຊຽນ ​ແລະ ອິ​ນ​ເດຍ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຈລະຈາ​ດ້ານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ປະສານ​ສົມທົບກັນ​​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ທັງ​ພາກ​ພື້ນ​ພວມ​ສົນ​ໃຈ, ສູ້​ຊົນ​ເພື່ອ ອາຊີ ​ແຫ່ງ​ສັນຕິພາບ ​ແລະ ວັດທະນາ​ຖາວອນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະ​ມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ສະ​ແດງ​ທັດສະນະ​ທີ່​ກອງ​ປະຊຸມ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ ອິນ​ເດຍ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ ອາ​ຊຽນ ​ແລະ ສະ​ຫນັບ​ສະ​ຫນູນ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ ​ແລະ ປະກອບສ່ວນ​ສ້າງ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ປະຈຸ​ບັນ​ຄື: ກອງ​ປະ​ຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ (EAS), ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF), ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ເປີດ​ກວ້າງ (ADMM+), ​ເວທີ​ປາ​ໄສ​ທະ​ເລ ອາ​ຊຽນ ​ເປີດ​ກວ້າງ…. ສ້າງ​ບັນດາ​ມາດຕະຖານ ​ແລະ ​ແກ້​ໄຂ​ສິ່ງ​ທ້າ​ທານ​ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ຊື່​ງລວມມີ: ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ການ​ເດີນ​ທະ​ເລ​ຢ່າງ​ເສລີ, ກໍ່​ການ​ຮ້າຍ, ອາດຊະຍາ​ກຳ​ຂ້າມ​ຊາດ, ຈົນ​ສະຫລັດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງດ້ານ​ພະ​ລັງ​ງານ, ​ເພື່ອ​ສັນຕິພາບ, ຄວາມ​ກ້າວຫນ້າ ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ ​ເລື່ອງ ອາ​ຊຽນ ​ແລະ ອິນ​ເດຍ ​ເພີ່ມ​ທະວີ​ການ​ພົວພັນ​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ ສືບ​ຕໍ່​ຜັນ​ແປ​ໄປ​ຢ່າງ​ສັບສົນ, ​ແນ່ນອນ​ວ່າ ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ທີ່​ມີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຢູ່​ພາກ​ພື້ນ ນັບ​ທັງ​ບັນຫາ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ການ​ເດີນ​ເຮືອຢູ່ ທະ​ເລ​ຕາ​ເວັນ​ອອກ.   

 

ເພີ່ມທະວີການຮ່ວມມື ຍົກການພົວພັນ ລະຫວ່າງ ອາຊຽນ ແລະ ອິນເດຍ ຂຶ້ນສູ່ລະດັບສູງໃຫມ່ - ảnh 2
ກຳປັ່ນທະຫານເຮືອ ອິນເດຍ ຢ້ຽມຢາມ ຫວຽດນາມ
ພາບ:internet

        ຄວາມ​ຕັດສິນ​ໃຈ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ຂອງ​ພາກ​ພື້ນ, ອາ​ຊຽນ ​ແລະ ອິນ​ເດຍ ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 100 ຕື້ USD ​ໃນ​ປີ 2015 ​ແລະ ກ້າວ​ໄປ​ເຖິງ​ການ​ສ້າງ​​ເຂດ​ການ​ຄ້າ​ເສ​ລີ ຮອບດ້ານ​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ. ທ່ານ ຟ້າ​ມກວາງ​ວີນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ສິ້ນ​ສຸດ​ການ​ເຈລະຈາ ສັນຍາ​ການ​ຄ້າ ບໍລິການ ​ແລະ ສັນຍາ​ກ່ຽວ​ກັບ​ການ​ລົງທຶນ ຈະສ້າງ​ພື້ນຖານ​ເພື່ອ​ບັນລຸ​ເຂດ​ການ​ຄ້າ​ເສລີ​ຮອບດ້ານ​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ​ໂດຍ​ໄວ  ຊື່​ງບໍ​ສະ​ເພາະແຕ່​ສິນຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ລວມທັງ​ການບໍລິການ ​ແລະ ການ​ລົງທຶນ​ອີກ​ດ້ວຍ. ສິ່ງ​ດັ່ງກ່າວ​ຈະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ພົນລະ​ເມືອງ 1,8 ຕື້​ຄົນ ​ແລະ GDP 3.800 ຕື້ USD ໄດ້. ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ບັນດາ​ເງື່ອນ​ໄຂ​ເພື່ອ​ຊູ​ກຍູ້​ການ​ພົບ​ປະ​ແລກປ່ຽນ​ດ້ານ​ເສດຖະກິດ ການ​ຄ້າ ​ແລະ ການທ່ອງທ່ຽວ, ກ່ອນ​ອື່ນ​ໝົດ​ສຸມ​​ແຫ​ລ່ງກຳລັງ​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ອາ​ຊຽນ - ອິນ​ເດຍ ຜ່ານ​ການ​ຍູ້​ແຮງ​ບັນດາ​ໂຄງການ​​ເຊື່ອມ​ຕໍ່ ອິນ​ເດຍ - ​ແມ່​ຂອງ, ສືບ​ຕໍ່​ກໍ່ສ້າງ​ເສັນທາ​ງຄວາມ​ໄວ​ສູງ ອິນ​ເດຍ - ມ້ຽນ​ມາ -​ໄທ ​ໂດຍ​ໄວ ຫລັງ​ຈາກ​ນັ້ນ​ເປີດ​ກວ້າງການ​ເຊື່ອມ​ຕໍ່ ກັບ​ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ.”

        ດ້ວຍ​ບັນດາ​ໂຄງການ​ທີ່​​ເຕັມ​ໄປ​ດ້ວຍຄວາມ​ສາມາດ​ບົ່ມ​ຊອ້ນ ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ, ສາຍ​ພົວພັນ​ສອງ​ຝ່າຍ ລະຫວ່າງ ອິນ​ເດຍ ​ກັບ ອາ​ຊຽນ ​ເວົ້າ​ລວມ ​ແລະ ​ແຕ່ລະ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເວົ້າ​ສະ​ເພາະ ໝັ້ນ​ໝາຍ​ອະນາຄົດ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ. ​ແລະ ​ໃນ​ຊຸມ​ມື້​ຕົ້ນ​ປີ 2013, ການ​ນຳບັນດາ​ປະ​ເທດ ອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ ​ແລະ ຢູ່​ນອກ​ກອງ​ປະຊຸມ​ໃຫຍ່​ຄື: ​ເວທີ​ປາ​ໄສ​ການທ່ອງທ່ຽວ ອາ​ຊຽນ ຄັ້ງ​ທີ 32 ​ຈັດ​ຂຶ້ນ​ຢູ່​ ສປປ ລາວ ​ໃນ​ວັນ​ທີ 20/1 ຫລື ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຮອງ​ປະທານາທິບໍດີ ອິນ​ເດຍ Momamad Hamed Ansari . ບັນດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ ຢ່າງ​ລະອຽດ​ດັ່ງກ່າວ ​ແມ່ນ​ເປີດ​ສາກ​ໃຫ້​ແກ່​ປີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍົກ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ຈາກ​ຄູ່​ເຈລະຈາ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື.

ຕອບກັບ

ຂ່າວ/ບົດ​ອື່ນ