ເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າ ລະຫວ່າງຫວຽດນາມ ແລະ ກຳປູເຈຍ


(vovworld)- ໃນ​ຊຸມ​ປີ​ຜ່ານ​ມາ, ການ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ດີ​ງາມ​ທັງ​ລວງກວ້າງ ແລະ ລວງ​ເລິກ. ສາຍ​ພົວ​ພັນ​ນັ້ນ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຜ່ານ​ຫລາຍ​ລຸ​້ນ​ຄົນ ແລະ ພວມ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໃນ​ທຸກ​ຂົງ​ເຂດ​​ຄື: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ.. ໃນ​ນັ້ນ ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ ແລະ ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ສຳ​ຄັນ ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ “ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ” ລະ​ຫວ່າງ​ສອງ​ປະ​ເທດ​ສຳ​ເລັດ​ຜົນ.

ເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າ ລະຫວ່າງຫວຽດນາມ ແລະ ກຳປູເຈຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢູງ
ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hunsen
photo:TTXVN

        ຫວຽດ​ນາມ ແລະ ກຳ​ປູ​ເຈຍ ແມ່ນ​ສອງ​ປະ​ເທດມ​ີ​ບັນ​ດາ​ເງື່ອນ​ໄຂ​ພູມ​ສາດ​ສະ​ດວກ, ເພີ່ມ​ເຕີມ​ໃຫ້​ກັນ​ເພື​ອ່​ພັດ​ທະ​ນາ. ແລະ ໄລ​ຍະ​ປະ​ຈຸ​ບັນແມ່ນ​ໄລ​ຍະ​ສະ​ດວກ​ທີ່​ສຸດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖ​ະ​ກິດ ແລະ ການ​ຄ້າ​ສອງ​ຝ່າຍ. ນັ້ນ​ແມ່​ນ​ຂໍ້​ສັງ​ເກດ​ຂອງ​ທ່ານ ຫວູ​ທີ້ງ​ເກືອງ, ທູດ​ການ​ຄ້າ​ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ເມື່ອ​ເວົ້າ​ເຖິງ​ຄວາມ​ສາ​ມາດບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

                “ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ມີ​ເຊັ້ນ​ຊາຍ​ແດນ​ທາງ​ບົກ​ລວມ​ກວ່າ 1.100 ກິ​ໂລ​ແມັດ, ​ຕິດ​ກັບ 10 ແຂວງ​ຊາຍ​ແດນ ຂ​ອງຫວຽດ​ນາມ ແລະ 9 ແຂວງ ຊາຍ​ແດນ​ຂອງ ກຳ​ປູ​ເຈຍ. ຄຽງ​ຄູ່​ກັນ​ນັ້ນ ຮີດ​ຄອງ​ປະ​ເພດນີ ຂອງສອງ​ປະ​ເທດ​ແມ່ນ​ຄ​້າຍ​ຄື​ກັນ,      ຄວ​າມ​ຕ້ອງ​ການ​ໃຊ້​ສອຍ​ສິນ​ຄ້າ​ຂອງ ກຳ​ປູ​ເຈຍ ແມ່ນ​ໃຫຍ່​ຫລວງ, ​ແຕ່​ຄວາມ​ຕ້ອງ​ການ ຄຸນ​ນະ​ພາບ ແລະ ເຕັກ​ນິກບໍ່​ສູ​ງປານ​ໃດ, ສອດ​ຄ​ອ່ງ​ກັບ​ກຳ​ລັງ​ຄວາມ​ສ​າ​ມາດ​ຜະ​ລິດ​ຂອງ​ຫວຽດ​ນາມ.”

        ນອກ​ຈາກຄວາມ​ສະ​ດວກ​ກ່ຽວ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ, ການ​ພ​ົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ຍັງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ແລະ ກ​ຳ​ປູ​ເຈຍ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ສອງ​ຝ່າຍ ລ້ວນ​ແຕ່​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ໝັ້ນ​ໝາຍ​ສືບ​ຕໍ່​ເປີດ​ກ້​ວາງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ໃຫ້​ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫ​ຍ່​ຫລວງ​ຂອງ​ສອງ​ປະ​ເທດ. ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ໄດ້​ເຫັນ​ດີ​ຕັດ​ສິນ​ໃຈ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 5 ຕື້ USD ໃນ​ປີ 2015. ທ່ານ NguonMengTich, ປະ​ທານ​ຫ້ອງ​ການ​ການ​ຄ້າ ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ 2001-2011, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໄດ້​ເພີ່ມ​ຂຶ້ນ​ເກືອບ 17 ເທົ່າ, ແຕ່ 169 ລ້ານ USD ຂຶ້ນ​ເຖິງ 2,83 ຕື້ USD, ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍ​ແມ່ນ 32,5%/ປີ. ນັກ​ທ່ອງ​ທ່ຽວ ຫວຽດ​ນາມ ໄປ​ຢ້ຽມ​ຢາມ ກຳ​ປູ​ເຈຍ ນັບ​ມື້​ນັບເພີ່ມ​ຂຶ້ນ ແລະ ຫວຽດ​ນາມ ​ແມ່ນ​ນຳ​ຫນ້າ​ໃນ​ບັນ​ດາ​ປະ​ເທດ​ມີ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້​ຽມ​ຢາມ ກຳ​ປູ​ເຈຍ ຫລາຍ​ສຸດ. ປະ​ຈຸ​ບັນ ມີ​ບໍ​ລິ​ສັດ, ສາ​ຂາ, ຫ້ອງ​ການ​ຜູ້​ຕາງ​ຫນ້າ​ຂອງ​ຫວຽດ​ນາມ​ເກືອບ 600 ແຫ່ງ​ໄດ້​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ຢູ່ ກຳ​ປູ​ເຈຍ ແລະ ເຄື່ອນ​ໄຫວ​ໃນ​ຫລາຍ​ຂົງ​ເຂດ​ຄື: ການ​ຄ້າ, ຂຸດ​ຄົ້ນ​ບໍ່​ແຮ່, ໄຟ​ຟ້າ, ໂທ​ລະ​ຄົມ​ມະ​ນາ​ຄົມ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ, ທ່ອງ​ທ່ຽວ, ສາ​ທາ​ລະ​ນະ​ສຸກ, ບໍ​ລິ​ການ, ຂົນ​ສົ່ງ, ທະ​ນາ​ຄານ, ກໍ່​ສ້າງ.. ທ່ານ NguonMengTich ໃຫ້​ຮູ້​ວ່າ:

        “ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ກ​ຳ​ປູ​ເຈຍ ພັດ​ທະ​ນາ​ຢ່າງ​ແຮງ. ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິດ​ຂອງ​ກຳ​ປູ​ເຈຍ ຫລາຍ​ແຫ່ງ ໄດ້​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມີ​ຫລາຍ​ຫົວ​ຫນ່ວຍ​ພວມ​ເປັນ​ຕົວ​ແທນ​ຜູກ​ຂາດ​ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ຂອງ​ຫວຽດ​ນາມ. ນັ້ນ​ແມ່ນ​ການ​ຮ່ວມ​ມື​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ແຕ່​ລະ​ຝ່າຍ.”

ເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າ ລະຫວ່າງຫວຽດນາມ ແລະ ກຳປູເຈຍ - ảnh 2
ໂຄງ​ການ​ປູກ​ຕົ້ນ​ຢາງ​ພາ​ລາ​ຂອງ​ຫວຽ​ດ​ນາມ ຢູ່ ກຳ​ປູ​ເຈຍ
photo:internet

        ຄຽງ​ຄູ່​ກັບ​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ແລ້ວ​, ຂົງ​ເຂດລົງ​ທຶນ​ກໍ​ມີ​ບັນ​ດາ​ບາດ​ກ້າວ​ກະ​ໂດດ​ຂັ້ນ. ປະ​ຈຸ​ບັນ ຫວຽດ​ນາມ ມີ​ປະ​ມານ 130 ໂຄງ​ການ​ລົງ​ທຶນ​ຢູ່ ກຳ​ປູ​ເຈຍ ດ້ວຍ​ແຫລ່ງ​ທຶນກວ່າ 3 ຕື້ USD, ສຸມ​ໃສ່​ໃນ​ບັນ​ດາ​ຂົງ​ເຂດ​ຄື: ຢາງ​ພາ​ລາ, ຝຸ່ນ​ເຄ​ມີ, ທະ​ນາ​ຄານ, ການ​ບິນ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ.. ກຳ​ປູ​ເຈຍ ກາຍ​ເປັນ​ປະ​ເທ​ດ​ຢືນ​ອັນ​ດັບ​ທີ 2 ໃນ​ຈຳ​ນວນ 50 ປະ​ເທດ ແລະ ເຂດ​ແຄ້ວນ​ໄດ້​ຮັບ​ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຫວຽດ​ນາມ.

        ເພື່ອ​ສ້າງ​ເງື່ອນ​ໄຂສະ​ດວກ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຄື່ອນ​ໄຫວ​ຢູ່ ກຳ​ປູ​ເຈຍ, ທ່ານ ຫງວຽນ​ວັນ​ບີງ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ຢືນ​ຢັນ​ວ່າ: ຄຽງ​ຄູ່​ກັບ​ການ​ແກ້​ໄຂ​ກ່ຽວ​ກັບ​ລະ​ບຽບ​ການ, ນະ​ໂຍ​ບາຍ, ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ຈະ​ສືບ​ຕໍ່​ອອກ​ຫນັງ​ສື​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ໃຫຍ່​ຂອງ​ຫວຽດ​ນາມ ເປີດ​ສາ​ຂາ​ເຄື່ອນ​ໄຫວ​ຢູ່ ກຳ​ປູ​ເຈຍ ເພື່ອ​ຫນູນ​ຊ່ວຍ​ກາ​ນ​ຊຳ​ລະ ແລະ ສະ​ຫນອງ​ແຫລ່ງ​ທຶນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຢູ​່​ທີ່ນີ້.

        “ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​​ລະ​ອຽດທີ່​ສຸດ, ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ ໃນ​ຍຸດ​ທະ​ສາດ​ລົງ​ທຶນ​ຢູ່ ຕະ​ຫລາດ​ກຳ​ປູ​ເຈຍ ນັ້ນ​ແມ່ນ​ຍູ້​ແຮງ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຫວຽດ​ນ​າມ ເປີດ​ສາ​ຂາ​ຢູ່​ກຳ​ປູ​ເຈຍ. ຕາມ​ແຜນ​ການ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ເຮັດ​ແນວ​ໃດ ເພື່ອ​ໃຫ​້ທະ​ນາ​ຄານ​ໃຫຍ່​ຂອງ​ຫວຽດ​ນາມ ​ປະ​ມານ 10 ແຫ່ງ ມີ​ສາ​ຂາ​ຢູ່ ກຳ​ປູ​ເຈຍ.”

        ນອກ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສອງ​ຝ່າຍ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ຍັງພ້ອມ​ກັນ​ເຂົ້າ​ຮ່ວມ​ບັນ​ດາ​ຂ​ອບ​ເຂດ​ຮ່ວມ​ມື​ພາກ​ພື້ນ​ຄື: ການ​ຮ່ວມ​ມື​ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ຫວຽດ​ນາມ -ລາວ- ກຳ​ປູ​ເຈຍ, ການ​ຮ່ວມ​ມື​ສົ່ງ​ເສີມ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 4 ປະ​ເທດ ຊື່ງ​ລວມ​ມີ: ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ແລະ ມຽນ​ມາ (CLMV), ການ​ຮ່ວມ​ມື ACMECS ຊື່ງ​ລວ​ມ​ມີ 5 ປະ​ເທດ ຄື: ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ, ມຽນ​ມາ ແລະ ໄທ, ການ​ຮ່ວມ​ມື​ແມ່​ຂອງ - ຍີ່​ປຸ່ນ, ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ, ການ​ຮ່ວມ​ມື ອາ​ຊຽນ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມືນີ້, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ, ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ​ກໍ​ຄື​ເພື່ອ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

        ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ ຈະ​ປະ​ກອບ​ສ່ວ​ນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ​ ແລະ ກຳ​ປູ​ເຈຍ ສືບ​ຕໍ່​ພັດ​ທະ​ນາ​ຕາມ​ທິດ​ນຳ​ທີ່​ວ່າ:ບ້ານ​ໃກ້​ເຮ​ືອນ​ຄຽງ​ອັ​ນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ”, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ແຕ່​ລະ​ປະ​ເທດ, ນຳ​ສອງ​ປະ​ເທດ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໃນ​ປີ 2015 ຄື​ດັ່ງ​ຄາດ​ໝາ​ຍ​ທີ່​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ