ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ທະ​ເລລະຫວ່າງກຳປູເຈຍ ກັບ ຫວຽດ​ນາມ

(VOVWORLD) - ເມື່ອເຕື້ອງເຖິງປະເທດກຳປູເຈຍ, ແຂກທ່ອງທ່ຽວສ່ວນຫຼາຍລ້ວນແຕ່ຄິດເຖິງປະເທດຂອງວັດວາອາຮາມ ດ້ວຍສັນຍາລັກທີ່ພົ້ນເດັ່ນແມ່ນ ວັດອັງກໍ (Angkor). ນອກຈາກນັ້ນ, ກຳປູເຈຍຍັງມີຫາດຊາຍທະເລຍາວ ເກືອບ 500 ກີໂລແມັດ ຢູ່ລຽບຕາມແຄມອ່າວໄທ ດ້ວຍຫາດອາບທະເລຫຼາຍແຫ່ງ ຫຼື ບັນດາເກາະໃຫຍ່ນ້ອຍທີ່ສວຍງາມ. ໄລຍະຜ່ານມາ, ການທ່ອງທ່ຽວທະເລ ແລະ ເກາະໄດ້ປະກອບສ່ວນຊ່ວຍຂະແໜງທ່ອງທ່ຽວກຳປູເຈຍ ຟື້ນຟູ, ຍົກສູງກຳລັງແກ້ງແຍ້ງ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ. ຕາມບັນດານັກຊ່ຽວຊານແລ້ວ, ກຳປູເຈຍພວມ ເອົາໃຈໃສ່ ແລະ ຊຸກຍູ້ການເພີ່ມທະວີການເຊື່ອມຕໍ່, ຫັນຜະລິດຕະພັນການທ່ອງທ່ຽວທະເລເປັນຫຼາຍຮູບແບບ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາຈາກ ຫວຽດນາມ.

ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ທະ​ເລລະຫວ່າງກຳປູເຈຍ ກັບ ຫວຽດ​ນາມ - ảnh 1ທ່າກຳປັ່ນກຳປູເຈຍ

ຕາມການສະຖິຕິຂອງກະຊວງການທ່ອງທ່ຽວກຳປູເຈຍ, ໃນປີ 2023, ຈຳນວນແຂກທ່ອງທ່ຽວສາກົນມາຍັງກຳປູເຈຍ ບັນລຸກ່ວາ 5,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 139,5% ເມື່ອທຽບໃສ່ກັບປິ 2022. ຫວຽດນາມ ສືບຕໍ່ແມ່ນປະເທດມີຈຳນວນແຂກທ່ອງທ່ຽວມາຍັງກຳປູເຈຍຫຼາຍທີສອງ (ຖັດຈາກໄທ), ດ້ວຍ ກ່ວາ 1 ລ້ານເທື່ອຄົນ. ທ່ານ Soy Sinol ຫົວໜ້າພະແນກທ່ອງທ່ຽວແຂວງ Kampot ໃຫ້ຮູ້ວ່າ, ເພື່ອປະກອບສ່ວນດຶງດູດແຂກທ່ອງທ່ຽວສາກົນ ມາຍັງກຳປູເຈຍ ໃຫ້ນັບມື້ນັບຫຼາຍຂຶ້ນ, ລັດຖະບານໄດ້ທົດລອງຫຼາຍວິທີການ, ໃນນັ້ນມີການດຶງດູດແຂກທ່ອງທ່ຽວຈາກ ຫວຽດນາມ ດ້ວຍທາງທະເລ.

ປັດຈຸບັນ, ລັດຖະບານກຳປູເຈຍ ພວມກໍ່ສ້າງທ່າກຳປັ່ນທ່ອງທ່ຽວຢູ່ແຂວງ Kampot. ທ່າກຳປັ່ນທ່ອງທ່ຽວນີ້ສວມບົດບາດສຳຄັນທີ່ສຸດໃນການເຊື່ອມຕໍ່ການເດີນເຮືອ ລະຫວ່າງ ກຳປູເຈຍ ກັບບັນດາປະເທດໃນພາກພື້ນ, ພິເສດແມ່ນຫວຽດນາມ. ຂ້າພະເຈົ້າຫວັງວ່າ ພາຍຫຼັງນຳເຂົ້າເຄື່ອນໄຫວ ຈຳນວນແຂກທ່ອງທ່ຽວຈາກ ຫວຽດນາມ ມາກຳປູເຈຍ ຈະນັບມື້ນັບເພີ່ມຂຶ້ນຢ່າງແຮງ.

ດ້ວຍທີ່ຕັ້ງພູມີສາດທີ່ສະດວກ ເຊິ່ງແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີຫຼາຍຈຸດທີ່ຄ້າຍຄືກັນ ກ່ຽວກັບວັດທະນະທຳ, ຮີດຄອງປະເພນີ, ວິຖີການດຳລົງຊີວິດ ແລະ ປະຊາຊົນສອງປະເທດມີການພົວພັນທີ່ໃກ້ຊິດດີງາມ ດັ່ງນັ້ນຈຳນວນແຂກທ່ອງທ່ຽວ ສອງສົ້ນ ຫວຽດນາມ ແລະ ກຳປູເຈຍ ມີການພັດທະນາຢ່າງວ່ອງໄວໃນໄລຍະມໍ່ໆມານີ້. ໃນຈຳນວນບັນດາປະເທດມີແຂກທ່ອງທ່ຽວມາ ກຳປູເຈຍ, ຫວຽດນາມ ຍາມໃດກໍ່ຢືນຢູ່ແຖວໜ້າ. ກົງກັນຂ້າມ, ແຂກທ່ອງທ່ຽວກຳປູເຈຍ ມາ ຫວຽດນາມ ມີການເຕີບໂຕຢ່າງຕັ້ງໜ້າຕາມແຕ່ລະປີ. ເອື້ອຍ ຫງວຽນທິແທັງຖຸຍ, ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

ຂ້າພະເຈົ້າມີຄວາມປະທັບໃຈ ຕໍ່ບັນດາເຍື່ອງອາຫານຂອງກຳປູເຈຍ, ຫຼືຮີດຄອງປະເພນີທາງດ້ານວັດທະນະທຳຈິດວິນຍານຢູ່ທີ່ນີ້ກໍ່ມີຫຼາຍຈຸດທີ່ແຕກຕ່າງກັນກັບ ຫວຽດນາມ. ຍົກຕົວຢ່າງ ຄື ບັນດາວັດວາອາຮາມ ລ້ວນແຕ່ມີຈຸດແຕກຕ່າງກັນກັບວັດວາອາຮາມ ຫວຽດນາມ ນັບແຕ່ພາຍນອກຈົນຮອດພາຍໃນ. ທະເລກຳປູເຈຍ ບໍ່ມີຄົນຫຼາຍຄືຢູ່ ຫວຽດນາມ, ນ້ຳໃສກ່ວາ, ເຂດພັກຜ່ອນຕາກອາກາດກໍ່ ປອດໂປ່ງ…ເວົ້າລວມແລ້ວ, ທຸກສິ່ງທຸກຢ່າງລ້ວນແຕ່ສະດວກສະບາຍ. ການເດີນທາງໄປມາກໍ່ສະດວກ ແລະ ບໍ່ມີຫຍັງຫຍຸ້ງຍາກ.

ເມື່ອຕີລາຄາກ່ຽວກັບການຮ່ວມມືການທ່ອງທ່ຽວແບບຍືນຍົງ ຫວຽດນາມ ແລະ ກຳປູເຈຍ, ທ່ານ Jesse McCaul, ທີ່ປຶກສາຂອງຄະນະກຳມະການແຫ່ງຊາດ ກຳປູເຈຍ ກ່ຽວກັບການພັດທະນາ ແລະ ຄຸ້ມຄອງຫາດຊາຍທະເລ, ໄດ້ສະແດງຄວາມປະເອີບໃຈຕໍ່ແງ່ຫວັງເຊື່ອມຕໍ່ການທ່ອງທ່ຽວທະເລ ລະຫວ່າງສອງປະເທດ ຍ້ອນຄວາມ ໃກ້ຊິດທາງດ້ານພູມີສາດ ແລະ ການປະຕິບັດລະບຽບການທີ່ງ່າຍດາຍ ແລະ ສະດວກ.

ມີຫຼາຍຄົນໄດ້ໄປທ່ຽວຢູ່ທົ່ວທຸກແຫ່ງຂອງຫວຽດນາມ ແລ້ວ ແລະ ຢາກລອງໄປທ່ຽວປະເທດກຳປູເຈຍ, ທ່ຽວບັນດາໝູ່ເກາະ, ເຂດຕົວເມືອງ, ເຂດຊື້ສິນຄ້າ, ເຂດພັກຜ່ອນຕາກອາກາດ, ກິນເຍື່ອງອາຫານຕ່າງໆ, ເປັນຕົ້ນແມ່ນປະຊາຊົນເປັນມິດ. ການເຂົ້າເຖິງກັບບັນດາແຂວງໃກ້ຄຽງແມ່ນສະດວກທີ່ສຸດ, ນັບທັງໄປຍັງ ພະນົມເປັນ ກໍ່ເສຍເວລາພຽງແຕ່ສອງຊົ່ວໂມງເທົ່ານັ້ນ.

ໂດຍແມ່ນຜູ້ທີ່ໄດ້ໄປທ່ຽວທັງສອງປະເທດ ຫວຽດນາມ ແລະ ກຳປູເຈຍ, ເອື້ອຍ Lucy ແລະ ອ້າຍ Rafael ມາຈາກຝະລັ່ງ ແບ່ງປັນວ່າ:

ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາຍັງກຳປູເຈຍ, ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈ, ນີ້ແມ່ນປະເທດທີ່ສວຍງາມ, ມີວັດວາອາຮາມເປັນຈຳນວນຫຼາຍ ແລະ ມີຫຼາຍການເຄື່ອນໄຫວທ່ອງທ່ຽວ. ສອງອາທິດທີ່ມາທີ່ນີ້ ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈທີ່ສຸດ. ຂ້າພະເຈົ້າກໍ່ຢາກລົງພຶດຕິກຳຕົວຈິງການເດີນທາງດ້ວຍກຳປັ່ນທີ່ສຸດ.

ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ທະ​ເລລະຫວ່າງກຳປູເຈຍ ກັບ ຫວຽດ​ນາມ - ảnh 2ທ່ານ Soy Sinol ຫົວໜ້າພະແນກທ່ອງທ່ຽວແຂວງ Kampot

ເມືຶ່ອເວົ້າເຖິງບັນດາປະເທດ ຢູ່ອາຊີຕາເວັນອອກສ່ຽງໃຕ້ ຄື: ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ ພວກເຮົາອາດຈະເຫັນໄດ້ເຖິງຄວາມພົ້ນເດັ່ນກ່ຽວກັບສີສັນ, ຄວາມແຕກຕ່າງກັນລະຫວ່າງບັນດາປະເທດ. ເຖິງຢ່າງໃດກໍຕາມ, ບັນດາປະເທດນີ້ຍັງມີຈຸດທີ່ຄ້າຍຄືກັນ, ແຕ່ກໍ່ມີຫຼາຍຈຸດແຕກຕ່າງກັນເພື່ອໃຫ້ຄົ້ນຫາ, ເປັນຕົ້ນແມ່ນກ່ຽວກັບອາຫານການກິນ, ປະຊາຊົນ, ການດຳລົງຊີວິດ, ວິທີການປະພຶດ. ກ່ຽວກັບການເຊື່ອມຕໍ່ທາງທະເລ, ຖ້າມີ ແມ່ນແນ່ນອນວ່າດີຫຼາຍ, ມັນຈະນຳມາເຊິ່ງຫຼາຍທາງເລືອກໃຫ້ແກ່ແຂກທ່ອງທ່ຽວເມື່ອເດີນທາງແຕ່ປະເທດນີ້ໄປຍັງປະເທດອື່ນ.

ດ້ວຍຄວາມເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ການພັດທະນາການທ່ອງທ່ຽວດ້ວຍຫຼາຍນະໂຍບາຍລະອຽດຄື: ຍົກສູງຄຸນນະພາບການບໍລິການ, ມີຫຼາຍພາຫະນະເດີນທາງ, ສ້າງເງື່ອນໄຂໃນການເຂົ້າອອກເມືອງຢ່າງສະດວກໃຫ້ແກ່ແຂກທ່ອງທ່ຽວ… ແນ່ນອນວ່າຈຳນວນແຂກທ່ອງທ່ຽວແຕ່ ຫວຽດນາມ ມາຍັງກຳປູເຈຍ ຈະນັບມື້ນັບສູງຂຶ້ນ. ຜ່ານນັ້ນ ກໍ່ປະກອບສ່ວນຊ່ວຍກຳປູເຈຍປະຕິບັດເປົ້າໝາຍດຶງດູດແຂກທ່ອງທ່ຽວສາກົນ ບັນລຸ 5,6 ລ້ານເທື່ອຄົນໃນປີນີ້ ແລະ ບັນລຸ 7 ລ້ານເທື່ອຄົນໃນປີ 2025 ໃຫ້ປະກົດຜົນເປັນຈິງ, ລື່ນກາຍລະດັບ 6,6 ລ້ານເທື່ອຄົນ ໃນປີ 2019 ກ່ອນເວລາເກີດພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ