(VOVWORLD) - ໃນຊຸມປີມໍ່ໆມານີ້, ວັດທະນະທຳນັບມື້ນັບໄດ້ໂຄສະນາເຜີຍແຜ່ຢ່າງກ້ວາງຂວາງໃນໄວໜຸ່ມ ຫວຽດນາມ. ຖ້າຄືເມື່ອກ່ອນ, ທິດສະດີກ່ຽວກັບພາສາ ບາຮາຊາ (ພາສາ ອິນໂດເນເຊຍ), ກ່ຽວກັບບັນດາວິຊາສິລະປະຄື: ແຕ້ມຜ້າ batik, ວາດຟ້ອນພື້ນເມືອງ…
ແມ່ນເປັນສິ່ງທີ່ແປກໜ້າສຳລັບຊາວ ຫວຽດນາມ, ແຕ່ໃນປັດຈຸບັນ ພ້ອມດ້ວຍການພັດທະນາການພົວພັນຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດ ຫວຽດນາມ ແລະ ອິນໂດເນເຊຍ, ການຮ່ວມມືກ່ຽວກັບວັດທະນະທຳກໍ່ນັບມື້ນັບໄດ້ຮັບການຍົກຂຶ້ນສູງ. ຂໍເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ VOV5 ມາຢ້ຽມຢາມຫ້ອງຮຽນຟ້ອນຢູ່ສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ເພື່ອຊອກຮູ້ການໂຄສະນາເຜີຍແຜ່ສິລະປະ ອິນໂດເນເຊຍ ໃຫ້ໄວໜຸ່ມ ຫວຽດນາມ ຄືແນວໃດເດີ!
ໃນ 12 ປີມານີ້, ຫ້ອງອະເນກປະສົງຂອງສະຖານກົງສູນໃຫຍ່ ໄດ້ກາຍເປັນສະຖານທີ່ວັດທະນະທຳທີ່ລື້ງເຄີຍສຳລັບບັນດານັກສຶກສາທີ່ມີຄວາມຮັກ ແລະ ສົນໃຈແສນຮັກຕໍ່ພາສາ ແລະ ວັດທະນະທຳ ອິນໂດເນເຊຍ. ອາທິດລະ 2 ເທື່ອ, ໃນວັນອັງຄານ ແລະ ວັນພະຫັດ, ບັນດານັກສຶກສາພາກວິຊາ ອິນໂດເນເຊຍ ວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ໄດ້ພາກັນມານີ້ເພື່ອຮຽນຟ້ອນ. ບັນດາຈັງຫວະວາດຟ້ອນໄດ້ສະແດງຢ່າງຊຳນານ, ເຂົ້າແກັບເຂົ້າເກຍ, ແສງຕາສະແດງຄວາມເຂັ້ມງວດຄືດັ່ງບັນດານາງສາວ Jawa ອັນໄດ້ດຶງດູດບັນດາຜູ້ຊົມ.
ໄລ່ຮອດປັດຈຸບັນ, ພວກນ້ອງແມ່ນກຸ່ມຝຶກແອບການຟ້ອນດົນທີ່ສຸດຢູ່ສະຖານກົງສູນໃຫຍ່. ປັດຈຸບັນ, ພວກນ້ອງສາມາດຟ້ອນຢ່າງໄດ້ຊຳນານ 8 ວາດຟ້ອນພື້ນເມືອງຂອງ ອິນໂດເນເຊຍ. ພວກນ້ອງກຳລັງຝຶກແອບຄືນໃໝ່ 3 ວາດຟ້ອນ ເພື່ອສະແດງໃນລາຍການພົວພັນແລກປ່ຽນວັດທະນະທຳ ອິນໂດເນເຊຍ ຢູ່ ຫວູງເຕົ່າ. ເຖິງວ່າໄດ້ຝຶກແອບຢ່າງຊຳນານແລ້ວກໍ່ຕາມ ແຕ່ພວກນ້ອງຍັງມານີ້ຝຶກແອບ ເພື່ອໃຫ້ເອື້ອຍ Ghata ປັບຈັງຫວະໃຫ້.
ເພີ່ມທະວີການໂຄສະນາສິລະປະ ອິນໂດເນເຊຍ ໃຫ້ໄວໜຸ່ມ ຫວຽດນາມ |
ນາງ ຮີ່ງໝີໂຟ໊ຍ ນັກສຶກສາປີສຸດທ້າຍຂອງມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ, ຫົວໜ້າກຸ່ມນັກສຶກສາພາກວິຊາ ອິນໂດເນເຊຍ ແລະ ບັນດາເພື່ອນຮ່ວມຊັ້ນຮຽນໄດ້ເຂົ້າຮ່ວມຫ້ອງຮຽນຟ້ອນນີ້ໄດ້ 4 ປີແລ້ວ. ນອກຈາກການຮຽນ ແລະ ຝຶກແອບບັນດາວາດຟ້ອນໃຫ້ຖືກຕ້ອງຕາມຈັງຫວະ, ນາງ ຮີ່ງໝີໂຟ໊ຍ ຍັງຊ່ວຍເຫຼືອສະຖານກົງສູນໃຫຍ່ແນະນຳໃຫ້ບັນດານັກສຶກສາໃໝ່ຝຶກແອບການຟ້ອນພື້ນເມືອງ. ເປັນຜູ້ແນະນຳຫ້ອງຮຽນຟ້ອນໂດຍກົງ, ເອື້ອຍ Ghata, ພາລະກອນສະຖານກົງສູນໃຫຍ່ ອິນໂດເນເຊຍ ໃຫ້ຮູ້ວ່າ:
ຫ້ອງຮຽນຟ້ອນໂດຍຂ້າພະເຈົ້າຮັບຜິດຊອບໄດ້ມີແຕ່ດົນແລ້ວ. ປັດຈຸບັນມີນັກສຶກສາເຂົ້າຮ່ວມການຮຽນຟ້ອນນີ້ປະມານ 29 ຄົນ. ການຮຽນຟ້ອນໄດ້ແບ່ງເປັນ 2 ຫ້ອງ: ບັນດານັກສຶກສາເຂົ້າຮຽນໃໝ່ ແລະ ບັນດານັກສຶກສາເກົ່າ. ບັນດານັກສຶກສາໃໝ່ຈະໄດ້ຮຽນບັນດາວາດຟ້ອນພື້ນເມືອງເດີມ, ບັນດານັກສຶກສາເກົ່າຈະຮຽນວາດຟ້ອນໃໝ່. ປັດຈຸບັນ, ບັນດານັກສຶກສາໃໝ່ພວມຮຽນວາດຟ້ອນ Mamri ແລະ ບັນດານັກສຶກສາເກົ່າຈະປ່ຽນມາຮຽນວາດຟ້ອນໃໝ່ Selanggilir ແລະ Tari Warak. ວາດຟ້ອນ Saman ແມ່ນຍາກທີ່ສຸດ ຍ້ອນຈັງຫວະຟ້ອນນີ້ຮຽກຮ້ອງໃຫ້ນັກຟ້ອນທັງຟ້ອນທັງຮ້ອງ.
ວາດຟ້ອນ Saman ເຊິ່ງເອື້ອຍ Ghata ເວົ້າເຖິງແມ່ນວາດຟ້ອນຂອງຊົນເຜົ່າ Gayo, ຢູ່ແຂວງ Aceh ທີ່ເຄີຍສະແດງໃນບັນດາເຫດການສຳຄັນ ແລະ ແມ່ນວາດຟ້ອນຂ່ຳນັບຮັບຕ້ອນວັນຄ້າຍວັນເກີດຂອງຜູ້ອຳນາດສູງສຸດ Nabi Muhammad. ນີ້ແມ່ນວາດຟ້ອນເກືອບຄືວ່າ ບໍ່ໃຊ້ດົນຕີ. ນັກສະແດງຈະຂຸເຂົາຕາມແຖວທາງຂວາງ, ປະຕິບັດບັນດາຈັງຫວະຢ່າງຊຳນານ, ພ້ອມພຽງ, ປະສານສົມທົບກັບສຽງເພງ ແລະ ສຽງຮ້ອງໂຮ. ນາງ ຫງວຽນເຟືອງຈິງ, ນັກສຶກສາປີທີ 2 ພາກວິຊາ ອິນໂດເນເຊຍ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດນະຄອນ ໂຮ່ຈີມິນ ແບ່ງປັນວ່າ:
ວາດຟ້ອນ Saman ແມ່ນຍາກ, ນ້ອງຕ້ອງໄດ້ຝຶກແອບເປັນເວລາປະມານ 3 ເດືອນ. ທຳອິດ ຕ້ອງທ່ອງໃຫ້ຈື່ບັນດາປະໂຫຍດໃນບົດເພງດ້ວຍພາສາຊົນເຜົ່າ Gayo. ຫລັງຈາກນັ້ນ ຕ້ອງຝຶກແອບບັນດາຈັງຫວະຢ່າງລະອຽດລະອໍ. ຍ້ອນວ່າ ວາດຟ້ອນນີ້ ຍົກສູງລັກສະນະສາມັກຄີ ແລະ ການຮ່ວມມື ດັ່ງນັ້ນ ພວກນ້ອງຕ້ອງສົມທົບກັນພ້ອມໃຫ້ງົດງາມ. ເອື້ອຍ Ghata ໄດ້ແນະນຳຢ່າງສຸດຈິດສຸດໃຈໃຫ້ແກ່ພວກນ້ອງໃນການອອກສຽງ ພາສາຊົນເຜົ່າ Gayo.
ເພີ່ມທະວີການໂຄສະນາສິລະປະ ອິນໂດເນເຊຍ ໃຫ້ໄວໜຸ່ມ ຫວຽດນາມ |
ແຕ່ດົນມາແລ້ວ, ຫ້ອງຮຽນຟ້ອນຂອງສະຖານກົງສູນໃຫຍ່ທັງແມ່ນສະຖານທີ່ຄຸ້ນເຄີຍຂອງບັນດານັກສຶກສາຂະແໜງ ອິນໂດເນເຊຍ ວິທະຍາ. ເຂົາເຈົ້າທັງໄດ້ຝຶກແອບບັນດາວາດຟ້ອນ, ທັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳຂອງສະຖານກົງສູນໃຫຍ່, ທັງມີສະພາບແວດລ້ອມໃນການພົບປະສົນທະນາ, ແລກປ່ຽນພາສາ ອິນໂດເນເຊຍ ຕື່ມອີກ. ຍ້ອນບັນດາສິ່ງດັ່ງກ່ວາ ໄດ້ສ້າງຄວາມຮັກຕໍ່ ອິນໂດເນເຊຍ ໃນໃຈບັນດາເພື່ອນໜຸ່ມ ຫວຽດນາມ ເຊິ່ງແມ່ນປະເທດພັນເກາະທີ່ມີພື້ນຖານວັດທະນະທຳເປັນຫລາຍຮູບຫລາຍແບບ ແລະ ດົນນານມາແລ້ວ.