ເພື່ອນມິດໄທ ກັບ ເພງພື້ນເມືອງກາຈູ່ຂອງຫວຽດນາມ

(vovworld)- ສຳລັບ​ຊາວ ຫວຽດນາມ, ກາ​ຈູ່ ​ແມ່ນ​ຮູບ​ການ​ວັດທະນະທຳ​ພື້ນ​ເມືອງ​​ແລະ ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ. ສ່ວນ​ໃນ​ສາຍຕາ​ຂອງ​ບັນດາ​ເພື່ອ​ນມິດ​ໄທ, ກາ​ຈູ​ແມ່ນ​ຮູບ​ການ​ສິລະ​ປະ​​​ລະດັບ​ສູງ​ທີ່​ເປັນ​ຫນ້າ​ຊອກ​ຮູ້, ຄົ້ນ​ຫາ ​ແລະ ຄວນ​ໄດ້​ຮັບ​ການອະນຸລັກ​ຮັກສາ​ໃຫ້​ຄົນ​ຮຸ່ນ​ຫລັງ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້ ​ພວກ​ເຮົາ​ຂໍ​ແນະນຳ​ບົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ເພື່ອນ​ມິດ​ໄທ ກັບ ເພງ​ພື້ນ​ເມືອງ​ກາ​ຈູຂອງ​ຫວຽດນາມ

ເພື່ອນມິດໄທ ກັບ ເພງພື້ນເມືອງກາຈູ່ຂອງຫວຽດນາມ - ảnh 1
ນັກສິລະປິນຂັບກາຈູ່

                                          ສຽງ​ທ່ານ​ນາງ​ປະ​ໄພ​ສີ ​ເກດສະ​ວາ

        ທ່ານ​ນາງ ປະ​ໄພ​ສີ ​ເກດ​ສະ​ວາ, ຫົວຫນ້າ​ຫ້ອງການພົວພັນ ​ໄທ - ຫວຽດນາມ ຂຶ້ນ​ກັບພະ​ແນ​ກຮ່ວມ​ມື​ສາກົນ, ຫ້ອງການ​ພົວພັນ​ຕ່າງປະ​ເທດ, ​ກົມ​ປະຊາສຳພັນ PRD ​ໄດ້​ແບ່ງປັນ​ຄື​ດັ່ງກ່າວ ພາຍຫລັງ​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ຂັບ​ກາ​ຈູ​ຂອງ​ສະ​ໂມ​ສອນ ກາ​ຈູ ຮ່າງ​ເກງ, ນະຄອນ ຫາຍ​ຟ່ອງ. ສຳລັບ​ບັນດາ​ເພື່ອນ​ມິດ​ໄທ, ​ເຖິງ​ວ່າ​ບໍ່​ເຂົ້າ​ໃຈ​ກ່ຽວ​ກັບ​ທຳນອງ​ຂອງ​ບົດ​ເພງກໍ​ຕາມ, ​ແຕ່​ລະວາດ​ຟ້ອນ​ລ້ວນ​ແຕ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຕົກສະ​ເຫ​ງີ້. ທ່ານ ມານິດ ພົມສຸກ, ຜູ້​ຈັດ​ທຳລາຍການ​ ສັງກັດສຳ​ນັກ​ງານ​ກະຈາຍສຽງ ​ໂທລະພາບ​ແຫ່ງ​ປະ​ເທດ​ໄທ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ກາ​ຈູ່​ແມ່ນ​ປະ​ເພດ​ສິລະ​ປະ​ທີ່​ໂດດ​ເດັ່ນ,​ ມີ​​ຫລັກການ​ດ້ານການສຽງ​ທີ່​ເຄັ່ງ​ຄັດ ​ແລະ ຮຽກຮ້ອງ​ຜູ້​ຂັບ​ກາ​ຈູ​່ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ​ພາຍຫລັງ​ໄດ້​ຮັບ​ຟັງ​ສຽງ​ຂັບ​ກາ​ຈູ່​ໂດຍນັກ​ສິລະ​ປີນຫວຽດນາມ​ສະ​ແດງ, ທ່ານ ມານິດ ພົມສຸກ ​ເວົ້າ​ວ່າ: ທ່ານ​ນິຍົມຊົມ​ຊອບ​ສຽງ​ຂັບ​ຮ້ອງທີ່​ອອນຊອນ​ຖຶກກັບ​ຈັງ​ຫວະຂອງ​ບັນດາ​ນັກ​ຮ້ອງທີ່​ສຸດ.

ສຽງ​ທ່ານ​ມາ​ນິດ


ເພື່ອນມິດໄທ ກັບ ເພງພື້ນເມືອງກາຈູ່ຂອງຫວຽດນາມ - ảnh 2
ຄະນະນັກຂ່າວໄທ

        ບໍ່​ພຽງ​ແຕ່​ຮູ້ສຶກ​ປະ​ທັບ​ໃຈ​ກ່ຽວ​ກັບ​ດ້ານ​ເຕັກນິກ​​ໃນການ​ຂັບ​ຮ້ອງ​​ຂອງ​ບັນດາ​ນັກ​ສິລະ​ປິນຂັບກາ​ຈູ່ເທົ່າ​ນັ້ນ, ທ່ານ ມາ​ນິດ ພົມ​ສຸກ ຍັງ​ມີ​ຄວາມ​ສົນ​ໃຈ​ຕໍ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ທີ່​ປະກອບສ່ວນ​ຊ່ວຍ​ໃຫ້ກາ​ຈູ່ຈັບ​ອົກ​ຈັບໃຈກວ່າ. ທ່ານ ມາ​ນິດ ພົມ​ສຸກ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ ກາ​ຈູ​ພຽງ​ນຳ​ໃຊ້ເຄື່ອງ​ດົນຕີ​ບໍ່​ເທົ່າ​​ໃດ​ປະ​ເພດ​​ຄື: ກອງ,  ​ເຄື່ອງ​ດີດ ​ແລະ …​ແຕ່​ເຄ່ືອງ​ດົນຕີ​ແຕ່ລະ​ປະ​ເພດ​ລ້ວນ​ແຕ່​ສາມາດປະສານ​ສຽງ​ສ້າງ​ຄວາມ​ດຶງ​ດູດ​ໃຈ​ສະ​ເພາະ.

ສຽງ​ທ່ານ ມາ​ນິດ

        ຜ່າ​ນບັນດາ​ການ​ໂອ້​ລົມ​ກັບ​ບັນດານັກສິລະ​ປີນ, ນັກ​ຮ້ອງຫວຽດນາມ, ບັນດາ​ເພື່ອນ​ມິດ​ໄທ ມີ​ຄວາມ​ເຂົ້າ​ໃຈຕື່ມ​ອີກ​ກ່ຽວ​ກັບ​ສິລະ​ປະ​ຂັບ​ກາ​ຈູ່ ກໍ​ຄື​ວຽກ​ງານ​ອະນຸລັກ​ຮັກສາ, ການສືບ​ທອດກາ​ຈູ່​ໃຫ້​ຄົນ​ຮຸ່ນ​ຫລັງກວ່າ . ນາງ ພັດທະນາ​ພອນ ຣັດຕະນາ​ດີ​ລົກ ນາ​ພູ​ເກດ, ນັກ​ຂ່າວ​ໂທລະພາບ ສັງກັດ​ສຳນັກງານ​ວິທະຍຸ-​ໂທລະພາບ​ແຫ່ງ​ປະ​ເທດ​ໄທ ຖື​ວ່າ:

                                                      ສຽງ​ນາງ ພັດທະນາ​ພອນ

​ເຖິງ​ວ່າ​ເວລາ​ຊອກ​ຮູ້​ສິລະ​ປະ​ຂັບ​ກາ​ຈູ່ບໍ່​ມີ​ຫລາຍ ​ແລະ ​ເພື່ອນ​ມິດ​ໄທ​ແຕ່ລະຄົນ​ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກຕ່າງຫາກ​ກ່ຽວ​ກັບ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຮູ​ບການ​ສິລະ​ປະ​ພື້ນ​​ເມືອງ​ຫວຽດນາມ. ​​ເຖິງ​ຢ່າງໃດ​ກໍ​ຕາມ ​ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຂໍ້​ສັງ​ເກດ​ລວມວ່າ: ກາ​ຈູ່ ​ແມ່ນ​ແບບຢ່າງ​ໃນ​ການ​ອະນຸລັກຮັກສາ​​ສີ​ສັນ​ວັດທະນະທຳ​ຂອງຊາດ​ຫວຽດນາມ​ກໍ​ຄື​ໃນ​ວຽກ​ງານ​ສື​ບທອດ​ປະ​ເພດ​ສິລະ​ປະ​ພື້ນ​ເມືອງ​ພິ​ເສດສະ​ເພາະ​ນີ້.

ຂ່າວ/ບົດ​ອື່ນ