ເລີ່ມ​ດຳ​ເນີນ “ໂຄງ​ການ​ສະ​ຖາ​ບັນວິ​ຊາອາຊີບ STEMP ເຂດ​ພາກ​ກາງ ຫວຽດ​ນາມ

(VOVWORLD) -ມະຫາທະຍາໄລສັບພະວິຊາວິທະຍາ - ມະຫາວິທະຍາໄລ ດ່າໜັງ (UD- DUT) ຮ່ວມມືກັບ Chevron ແລະ ອົງການລັດຖະມົນຕີການສຶກສາ ອາຊີຕາເວັນອອກສ່ຽງໃຕ້ - ສູນສຶກສາ STEM (SEAMEO STEM  ED) ໄດ້ເລີ່ມດຳເນີນໂຄງການ “ສະຖານບັນວິຊາຊີ STEM ເຂດພາກກາງ ຫວຽດນາມ”. ໂຄງການດັ່ງກ່າວ ໝັ້ນໝາວ່າ ຈະຂະຫຍາຍທ່າແຮງ ເຊິ່ງໂຄງການ Chevron Enjoy Science ຢູ່ ໄທ ບັນລຸໄດ້ໃນການຊຸກຍູ້ທັກສະຕ່າງໆໃນການຮຽນ STEM ຢູ່ນະຄອນ ດ່າໜັງໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ໜູນຊ່ວຍນະຄອ ດ່າໜັງ ມຸ່ງໄປເຖິງການເປັນນະຄອນອັດສະລິຍະໃນປີ 2030.
ເລີ່ມ​ດຳ​ເນີນ “ໂຄງ​ການ​ສະ​ຖາ​ບັນວິ​ຊາອາຊີບ STEMP ເຂດ​ພາກ​ກາງ ຫວຽດ​ນາມ - ảnh 1ທ່ານ ຮສ. ປອ. ດວ່ານກວາງວິງ, ອະທິການບໍດີມະຫາວິທະຍາໄລສັບພະວິຊາວິທະຍາ - ມະຫາວິທະຍາໄລ ດ່າໜັງ 

ທ່ານ ຮສ. ປອ. ດວ່ານກວາງວິງ, ອະທິການບໍດີມະຫາວິທະຍາໄລສັບພະວິຊາວິທະຍາ - ມະຫາວິທະຍາໄລ ດ່າໜັງ ໃຫ້ຮູ້ວ່າ, ໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບການສຶກສາ STEM ແລະ ສົ່ງແຮງບັນດານໃຈໃຫ້ບັນດາການນຳ, ຄະນະອະທິການບໍດີ, ຄູອາຈານ, ນັກສຶກສາ ແລະ ບັນດາຝ່າຍທີ່ກ່ຽວຂ້ອງໜູນຊ່ວຍການສຶກສາ STEM ຢູ່ເຂດພາກກາງ ຫວຽດນາມ; ພັດທະນາທັກສະວິຊາອາຊີບໃຫ້ແກ່ນັກຮຽນມັດທະຍົມ ແລະ ຫຼັງຮຽນຈົບມັດທະຍົມ; ສ້າງກຳລັງຄວາມສາມາດໃຫ້ແກ່ພະນັກງານສຶກສາໃນການຈັດກິດຈະກຳຮຽນ STEM ແລະ ຜັນຂະຫຍາຍໂຄງການ ສະຖາບັນວິຊາຊີບ STEM.

ໂຄງການດັ່ງກ່າວໄດ້ຈັດກອງປະຊຸມສຳມະນາ STEM ຕ່າງໆ ໃຫ້ແກ່ຄູອາຈານ ແລະ ນັກຮຽນມັດທະນົມຕອນປາຍ; ການເສັງ STEM ເພື່ອຊຸກຍູ້ນັກຮຽນມັດທະຍົມພັດທະນາບັນດາໂຄງການປະດິດຄິດສ້າງ ແລະ ດຶງດູດນ້ອງໆເຂົ້າຮ່ວມການເຮັດວຽກເປັນກຸ່ມ, ການສື່ສານ, ແກ້ໄຂບັນຫາກໍຄືກະກຽມໃຫ້ແກ່ອະນາຄົດ; ຊຸດຝຶກອົບຮົມພັດທະນາວິຊາການໄລຍະສັ້ນ; ສະຖາບັນວິຊາຊີບ STEM, ໄດ້ຮັບສະໝັກໂຮງຮຽນມັດທະຍົມ 10 ແຫ່ງເຂົ້າຮ່ວມໂຄງການນີ້. ທ່ານ ຮສ. ປອ. ດວ່ານກວາງວິງ, ອະທິການບໍດີມະຫາວິທະຍາໄລສັບພະວິຊາວິທະຍາ - ມະຫາວິທະຍາໄລ ດ່າໜັງ ໃຫ້ຮູ້ວ່າ:

ໂດຍຜ່ານກິດຈະກຳສົ່ງແຫຼ່ງບັນດານໃຈຕ່າງໆ ລວມມີງານວາງສະແດງວິທະຍາສາດ, ງານຕັ້ງຄ້າຍ, ປຶກສາຫາລື, ການເສັງ, ຄວາມຮັຮູ້ຂອງວົງຄະນະຍາດກ່ຽວກັບການສຶກສາ STEMP ໄດ້ຮັບຄວາມຫວັງວ່າ ຈະໄດ້ຍົກສູງຂຶ້ນ”.

ເລີ່ມ​ດຳ​ເນີນ “ໂຄງ​ການ​ສະ​ຖາ​ບັນວິ​ຊາອາຊີບ STEMP ເຂດ​ພາກ​ກາງ ຫວຽດ​ນາມ - ảnh 2ກອງປະຊຸມສຳມະນາເລີ່ມດຳເນີນໂຄງການ

ທ່ານນາງ ປອ. ພອນພັນ ໄວຕະຢາງກຸນ ຜູ້ອຳນວຍການສູນ SEAMEO STEM – ED ໃຫ້ຮູ້ວ່າ, ສະຖາບັນວິຊາຊີບ STEM ໄດ້ສວມບົດບາດເໝືອນດັ່ງໂຄງການທົດລອງໃນການຜັນຂະຫຍາຍວິທີການດີທີ່ສຸດຂອງໂຄງການ Chevron Enjoy Science ໃຫ້ແກ່ຫົວໜ່ວຍຢູ່ນອກປະເທດ ໄທ. ການຮ່ວມມືນີ້ ໄດ້ຮັບຖືວ່າແມ່ນໂອກາດທີ່ດີໃນການຊຸກຍູ້ເຕັກໂນໂລຢີເຕັກນິກຢູ່ ຫວຽດນາມ ແລະ ແກ້ໄຂບັນດາຄວາມຕ້ອງການທາງດ້ານອຸດສາຫະກຳໃນອະນາຄົດຂອງ ຫວຽດນາມ. ນີ້ແມ່ນບັນຫາຮີບດ່ວນສຳລັບນະຄອນ ດ່າໜັງ, ເຊິ່ງເປັນສູນເສດຖະກິດສຳຄັນຂອງ ຫວຽດນາມ ພວມສູ້ຊົນກາຍເປັນນະຄອນອັດສະລິຍະໃນປີ 2030”.

ທ່ານ ນັນທະວຸດ ພິມແພງ - ຜູ້ຄຸ້ມຄອງໂຄງການ - ສະຖາບັນວິຊາຊີບ, ໂຄງການຍົກລະດັບຄວາມຮັບຮູ້ກ່ຽວກັບການສຶກສາ STEM, ສູນ SEAMEO STEM – ED ໃຫ້ຮູ້ວ່າ:

ໂຄງການນີ້ດຳເນີນໃນເວລາ 18 ເດືອນ. ນີ້ແມ່ນໜຶ່ງໃນບັນດາໂຄງການລະດັບສູງກ່ຽວກັບ STEMP ເມື່ອພວກຂ້ພະເຈົ້ານຳເຂົ້ເຄື່ອນໄຫວຢູ່ໃນເຄືອຂ່າຍໂຮງຮຽນ STEM , ພັດທະນາຮູບແບບ ແນໃສ່ສົ່ງເສີມການສຶກສາກ່ຽວກັບ STEM, ໃນນັ້ນ ສຸມໃສ່ຂົງເຂດວິຊາຊີບ, ທັກສະ, ເຕັກໂນໂລຢີຂໍ້ມູນຂ່າວສານໃນອະນາຄົດ. ພວກຂ້າພະເຈົ້າໄດ້ຮຽນຮູບແບບນີ້ຈາກ ອາເມລິກາ ແລະ ໝູນໃຊ້ເຂົ້າໃນປະເທດ ໄທ. ແລະ ປັດຈຸບັນ, ພ້ອມກັບມະຫາວິທະຍາໄລ ດ່າໜັງ, ພວກຂ້ພະເຈົ້າ ຈະເປີດກວ້າງຮູບແບບນີ້. ກ່ຽວກັບການໜູນຊ່ວຍ ຫວຽດນາມ ໃນຂົງເຂດນີ້, ພວກຂ້າພະເຈົ້າ ໄດ້ນຳມາເຊິ່ງແຫຼ່ງຊັບພະຍາກອນຫຼາຍຢ່າງໃນຂົງເຂດນີ້ ກໍຄືບັນດານັກຊ່ຽວຊານເພື່ອເນີນ, ເຊື່ອມຕໍ່ເຕົ້າໂຮມບັນດາຄູ່ຮ່ວມມືເຂົ້າກັນ”.

ເລີ່ມ​ດຳ​ເນີນ “ໂຄງ​ການ​ສະ​ຖາ​ບັນວິ​ຊາອາຊີບ STEMP ເຂດ​ພາກ​ກາງ ຫວຽດ​ນາມ - ảnh 3ແຜນວາດແນະນຳກ່ຽວກັບໂຄງການ

ເມື່ອຕີລາຄາກ່ຽວກັບການຮ່ວມມືລະຫວ່າງມະຫາວິທະຍາໄລສັບພະວິຊາວິທະຍາ, ມະຫາວິທະຍາໄລ ດ່າໜັງ ກັບບັນດາຄູ່ຮ່ວມມືຂອງ ໄທ, ທ່ານ ປອ. ຫງວຽນແທັງບິ່ງ - ຫ້ອງວິທະຍາສາດເຕັກໂນໂລຢີ ແລະ ຮ່ວມມືສາກົນ, ມະຫາວິທະຍາໄລສັບພະວິຊາວິທະຍາ, ມະຫາວິທະຍາໄລດ່າໜັງ ໃຫ້ຮູ້ວ່າ:

ບັດາຄູ່ຮ່ວມມືໄທ, ພິເສດແມ່ນອົງານ SEAMEO STEM ED ໄທ ໄດ້ແບ່ງປັນປະສົບການໃນການປະຕິບັດໂຄງການ ສະຖາບັນວິຊາຊີບ ຢູ່ ໄທ ແລະ ສະແດງຄວາມປາດຖະໜາຢາກຜັນຂະຫຍາຍຮູບແບບການສຶກສານີ້ຢູ່ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ມະຫາວິທະຍາໄລສັບພະວິຊາວິທະຍາ ດ່າໜັງ ແມ່ຫົວໜ່ວຍທຳອິດໃນພາກພື້ນຜັນຂະຫຍາຍຮູບແບບນີ້. ທາງຝ່າຍ SEAMEO STEM ED ໄທ ໄດ້ຈັດສົ່ງນັກຊ່ຽວຊານມາໜູນຊ່ວຍແບບວິທີການສ້າງສະຖາບັນຄືແນວໃດ. ພວກຂ້າພະເຈົ້າກໍໄດ້ແລກປ່ຽນກັບຝ່າຍ SEAMEO STEM ED ໄທ ເປັນປະຈຳໃນໄລຍະປະຕິບັດໂຄງການນີ້”.

ໂຄງການ “ສະຖາບັນວິຊາຊີບ STEM ເຂດພາກກາງ ຫວຽດນາມ” ລະດົມທຶນໄດ້ທັງໝົດ 194.500 USD. ໃນນັ້ນ, ກຸ່ມບໍລິສັດ Chevron ປະກອບ 150.000 USD ແລະ ມະຫາວິທະຍາໄລ ຊັບພະວິຊາວິທະຍາ - ມະຫາວິທະຍາໄລ ດ່າໜັງ ປະກອບ 44.500 USD. ພາຍຫຼັງປະຕິບັດສຳເລັດລາຍການທົດລອງ ຈະນຳສະເໜີຜົນງານໃຫ້ແກ່ບັນດາຝ່າຍທີ່ກ່ຽວຂ້ອງ, ລັດຖະບານ ແລະ ພາກເອກະຊົນ ເພື່ອພິຈາລະນາການຂະຫຍາຍໂຄງການດັ່ງກ່າວ./.

ຕອບກັບ

ຂ່າວ/ບົດ​ອື່ນ