ເລື່ອງລາວຂອງບັນດານັກຊ່ຽວຊານກໍ່ສ້າງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໃນເມື່ອກ່ອນ

(VOVWORLD) - ດ້ວຍຈິດໃຈເຄົາລົບນັບຖື ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາພະນັກງານຂອງວິທະຍຸກະຈາຍສຽງຫວຽດນາມ ໃນການຊ່ວຍເຫລືອຂະແຫນງຖະແຫລງຂ່າວ ກຳປູເຈຍ ແລະ ສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໃນຕະຫລອດຊຸມວັນເດືອນປີທີ່ຫຍຸ້ງຍາກ ພາຍຫລັງໄພດັບສູນເຊື້ອຊາດ Pol Pot, ຫວ່າງແລ້ວນີ້ ທ່ານ Khieu Kanharith ລັດຖະມົນຕີກະຊວງຖະແຫລງຂ່າວ ກຳປູເຈຍ ໄດ້ຕາງຫນ້າໃຫ້ລັດຖະບານ ກຳປູເຈຍ ມີຄວາມເປັນກຽດປະດັບຫລຽນໄຊອັນສູງສົ່ງໃຫ້ແກ່ພະນັກງານ, ອະດິດນັກຊ່ຽວຊານຂອງ ວິທະຍຸກະຈາຍສຽງຫວຽດນາມ 72 ຄົນ. ເກືອບ 40 ປີໄດ້ຜ່ານໄປ, ແຕ່ບັນດາເລື່ອງລາວກ່ຽວກັບຊຸມເດືອນປີທີ່ຫຍຸ້ງຍາກລຳບາກ, ຮຽງບ່າຮຽງໄລ່ພ້ອມກັບບັນດາເພື່ອນມິດ ກຳປູເຈຍ ເພື່ອກໍ່ສ້າງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ຄາວນັ້ນ ຍາມໃດກໍ່ຝັງເລິກໃນດວງໃຈຂອງບັນດານັກຊ່ຽວຊານຕະຫລອດເວລາ.

 

ເລື່ອງລາວຂອງບັນດານັກຊ່ຽວຊານກໍ່ສ້າງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໃນເມື່ອກ່ອນ - ảnh 1

ບັນດາອະດີດນັກຊ່ຽວຊານຂອງວິທະຍຸກະຈາຍສຽງຫວຽດນາມໄປຊ່ວຍກຳປູເຈຍກ່ອນນີ້ 40 ປີ

        “ ວັນທີ 14 ສິງຫາ ປີ 1978 ຂ້າພະເຈົ້າໄດ້ຮັບຂໍ້ຕົກລົງໄປປະຕິບັດງານ ຢູ່ ກຳປູເຈຍ ເປັນຄັ້ງທຳອິດ. ຄະນະນັກຊ່ຽວຊານ ວິທະຍຸກະຈາຍສຽງຫວຽດນາມ ໄປປະຕິບັດງານ ຢູ່ ກຳປູເຈຍ ໃນຄາວນັ້ນ ລວມມີ: ພະນັກງານເຕັກນິກ 16 ຄົນ, ພະນັກງານຜະລິດລາຍການ 18 ຄົນ, ບັນນາທິການ 2 ຄົນ ແລະ ຂ້າພະເຈົ້າເປັນຫົວຫນ້າຄະນະ. ການເດີນທາງໄປ ກຳປູເຈຍແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ເກືອບ ຖືກ Pol Pot ຍິງຕາຍ. ທຸກສິ່ງທຸກຢ່າງລ້ວນແຕ່ເອົາມາຈາກ ຫວຽດນາມ.”

        ທ່ານ ຮີ່ງງອກເອີນ, ອະດີດຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ  ແມ່ນຫນຶ່ງໃນບັນດາພະນັກງານຂອງວິທະຍຸກະຈາຍສຽງຫວຽດນາມ ທຳອິດ ໄປຊ່ວຍກໍ່ສ້າງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໄດ້ເລົ່າສູ່ຟັງຄືດັ່ງກ່າວ. ເຖິງວ່າ ປີນີ້ ທ່ານ ມີອາຍຸກວ່າ 80 ປີແລ້ວກໍ່ຕາມ, ແຕ່ທ່ານຍັງຈື່ຈຳຊຸມເດືອນປີທີ່ຫຍຸ້ງຍາກນັ້ນ. ທ່ານໃຫ້ຮູ້ວ່າ: ໃນໄລຍະນັ້ນ ປະຊາຊົນ ກຳປູເຈຍ ປະສົບກັບຄວາມຫຍຸ້ງອຶດຫິວ ຍ້ອນພາຍໃຕ້ແອກຄອບຄອງຂອງ Pol Pot. ບັນດາພະນັກງານອາສາສະໝັກຄືທ່ານ ບໍ່ພຽງແຕ່ເຂົ້າຮ່ວມການກໍ່ສ້າງບັນດາສະຖານີເຄື່ອງສົ່ງເທົ່ານັ້ນ ຫາກຍັງຊ່ວຍປະຊາຊົນສ້າງຊີວິດການເປັນຢູ່ອີກດ້ວຍ.

        ບໍ່ພຽງແຕ່ແຕ່ງຕັ້ງຊ່ຽວຊານເຕັກນິກໄປຊ່ວຍວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ເທົ່ານັ້ນ ຫາກວິທະຍຸກະຈາຍສຽງຫວຽດນາມ ຍັງແຕ່ງຕັ້ງບັນນາທິການທີ່ມີປະສົບການໄປປະຕິບັດຫນ້າທີ່ຢູ່ ກຳປູເຈຍ ອີກດ້ວຍ. ທ່ານ ຟ້າມວັນອຽນ, ອະດີດ ຜູ້ຊ່ຽວຊານວິທະຍຸກະຈາຍສຽງຫວຽດນາມ ປະຈຳ ກຳປູເຈຍ (1979-1983), ອະດີດຫົວຫນ້າພາກພາສາ ກຳປູເຈຍ 1986-2008 ຊື່ງແມ່ນຜູ້ໄດ້ຮັບຫລຽນໄຊອັນສູງສົ່ງໂດຍລັດຖະບານ ກຳປູເຈຍ ມອບໃຫ້ ໄດ້ເລົ່າສູ່ຟັງວ່າ:

        “ອາດຈະເວົ້າໄດ້ວ່າ ຫນຶ່ງໃນບັນດາກະຊວງ, ຂະແຫນງການຂອງຫວຽດນາມ ຊ່ວຍເຫລືອ ກຳປູເຈຍ ຢ່າງມີປະສິດທິຜົນທີ່ສຸດ ນັ້ນ ຕ້ອງເວົ້າເຖິງວິທະຍຸກະຈາຍສຽງຫວຽດນາມ ໃນການຊ່ວຍເຫລືອວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ. ນອກຈາກການຮັກສາບັນດາລະບົບກະຈາຍສຽງ ເຕັກນິກຂອງຕົນ, ຝ່າຍ ຫວຽດນາມ ຍັງຊ່ວຍລາຍການຈະກາຍສຽງພາກພາຕ່າງປະເທດຂອງກຳປູເຈຍ ພັດທະນາເປັນຢ່າງດີ.”

        ສ່ວນທ່ານນາງ ຫງວຽນທິມີງ, ອະດີດຜູ້ຊ່ຽວຊານພາສາໄທຂອງວິທະຍຸກະຈາຍສຽງຫວຽດນາມ ໄປຊ່ວຍວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໄລຍະ ແຕ່ປີ 1981 – 1982 ໃຫ້ຮູ້ວ່າ: ໄລຍະນັ້ນ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍ ຍ້ອນລູກຂອງຕົນຍັງນ້ອຍ, ລູກຫລ້າ ອາຍຸພຽງ 2 ປີເຄິ່ງ ແຕ່ເມື່ອໄດ້ຮັບການມອບໝາຍຫນ້າທີ່ໄປຊ່ວຍວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ, ທ່ານນາງກໍ່ບໍ່ຫວາດຫວັ່ນຄວາມຫຍຸ້ງຍາກ ຕັດສິນໃຈເດີນທາງພອ້ມກັບເພື່ອນຮ່ວມງານເພື່ອຊ່ວຍເຫລືອປະເທດບ້ານໃກ້ເຮືອນຄຽງ.

        “ເວລາຢູ່ ກຳປູເຈຍ ຫນຶ່ງປີ ພວກຂ້າພະເຈົ້າຕ້ອງແຕ່ງກິນເອງ. ໄລຍະນັ້ນ ເພື່ອນບ້ານກຳປູເຈຍ ກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍ ແຕ່ດ້ານວິຊາສະເພາະ ເຂົາເຈົ້າມີຄວາມເຂົ້າໃຈຢ່າງວ່ອງໄວ ແລະ ມີຄວາມມານະອົດທົນຫລາຍ. ນັກຊ່ຽວຊານຫວຽດນາມ ຊ່ວຍເຫລືອ ພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ຢ່າງສຸດຈິດສຸດໃຈ. ຄະນະນັກຊ່ຽວຊານຫວຽດນາມ ແລະ ພະນັກງານວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ຍາມໃດກໍ່ຮຽງບ່າຮຽງໄລ່ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ.”

ເລື່ອງລາວຂອງບັນດານັກຊ່ຽວຊານກໍ່ສ້າງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໃນເມື່ອກ່ອນ - ảnh 2ທ່ານຫວູຫາຍ ຮອງຜູ້ອຳນວຍການໃຫຍ່ VOV ພ້ອມກັບບັນດາອະດິດ ພະນັກງານ VOV ໄດ້ຮັບຫລຽນໄຊຈາກລັດຖະບານກຳປູເຈຍ

        ນັກຊ່ຽວຊານ 72 ຄົນທີ່ຍັງມີຊີວິດໃນຈຳນວນກວ່າ 200 ຄົນໄປປະຕິບັດຫນ້າທີ່ຢູ່ ປະເທດກຳປູເຈຍ ກ່ອນນີ້ 40 ປີ ເພື່ອຊ່ວຍກໍ່ສ້າງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໃຫ້ເຕີບໃຫຍ່ເຂັ້ມແຂງຄືປະຈຸບັນ, ເຂົາເຈົ້າລ້ວນແຕ່ຈື່ຈຳບັນດາອາລົມຈິດຄວາມຮັກແພງ ແລະ ຄວາມເອກອ້າງທະນົງໃຈສຳລັບປະຊາຊົນ ກຳປູເຈຍ ເວົ້າລວມ ແລະ ບັນດາພະນັກງານຂອງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ເວົ້າສະເພາະ. ທ່ານ Tauch Sarath ຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ເວົ້າວ່າ: ບັນດາພະນັກງານຂອງວິທະຍຸກະຈາຍສຽງຫວຽດນາມ ບໍ່ພຽງແຕ່ແມ່ນຜູ້ຮ່ວມງານເທົ່ານັ້ນ ຫາກສິ່ງທີ່ສູງສົ່ງກວ່າ ນັ້ນແມ່ນ ເຂົາເຈົ້າແມ່ນບັນດາເພື່ອນມິດ, ເປັນອາຈານ, ເປັນອາວເປັນອາ ຂອງຕົນ.

        “ພວກຂ້າພະເຈົ້າ ບໍ່ອາດຫລົງລືມຮູບພາບຂອງບັນດານັກຊ່ຽວຊານຫວຽດນາມກ່ອນນີ້ 40 ປີ. ພວກຂ້າພະເຈົ້າພ້ອມກັບນັກຊ່ຽວຊານຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫລາຍ ທຸກສິ່ງທຸກຢ່າງແມ່ນຂາດເຂີນ, ສະບຽງອາຫານບໍ່ກຸ້ມກິນ ແຕ່ຍາມໃດນັກຊ່ຽວຊານຫວຽດນາມ ກໍ່ຮ່ວມທຸກຮ່ວມສຸກກັບພວກຂ້າພະເຈົ້າຄືອ້າຍນ້ອງຄີງ. ກ່ອນນີ້ ກຳປູເຈຍ ບໍ່ມີສະຖານີວິທະຍຸແຫ່ງຊາດ ແຕ່ມາເຖິງປະຈຸບັນ ມີເຖິງ 10 ສະຖານີໂທລະພາບ, ສະຖານີວິທະຍຸກະຈາຍສຽງນັບຮ້ອຍໆແຫ່ງຢູ່ທົ່ວປະເທດ. 18 ແຂວງ ຂອງ ກຳປູເຈຍ ມີສະຖານີເຄື່ອງສົ່ງຂອງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ລ້ວນແຕ່ໄດ້ຮັບການຊ່ວຍເຫລືອຈາກ ວິທະຍຸກະຈາຍສຽງຫວຽດນາມ. ປີ 2018,  ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ຈະຍູ້ແຮງການຮ່ວມມືວຽກງານກະຈາຍສຽງ ແລະ ໂທລະພາບ ຢູ່ ບາງແຂວງອື່ນ ຂອງກຳປູເຈຍ ອີກ. ຄວາມສາມັກຄີ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ບໍ່ອາດຕັດແຍກອອກຈາກກັນໄດ້.”

ຕອບກັບ

ຂ່າວ/ບົດ​ອື່ນ