ເສັ້ນທາງທິດຕາເວັນຕົກ ເຈື່ອງເຊີນ ແຫ່ງເທບນິຍາຍ ຂອງສຳພັນທະມິດສູ້ຮົບ ຫວຽດນາມ - ລາວ

(VOVWORLD) -ສຳລັບຄົນລາວ ທີ່ຕິດພັນແຕ່ຄາວໄວໜຸ່ມກັບສົງຄາມ ໃນຖັນແຖວກອງທັບປະເທດລາວ, ບັນດາສະຖານທີ່ຄື: ບ້ານດອນ, ເຊໂປນ, ເມືອງພິນ, ເສັ້ນທາງເລກ 9 ທາງພາກໃຕ້ຂອງ ລາວ… ແມ່ນບັນດາຄວາມຊົງຈຳທີ່ຍາກຈະລົງລືມໄດ້
ເສັ້ນທາງທິດຕາເວັນຕົກ ເຈື່ອງເຊີນ  ແຫ່ງເທບນິຍາຍ ຂອງສຳພັນທະມິດສູ້ຮົບ ຫວຽດນາມ - ລາວ - ảnh 1(ເຂດອະນຸສາວະລີທະຫານອາສາສະໝັກ ຫວຽດນາມ ຢູ່ເສັ້ນທາງເລກ 9)

ຜ່ານເຂດປ່າທີ່ກວ້າງໃຫຍ່ແຫ່ງຕ່າງໆຂອງບັນດາແຂວງທາງພາກກາງ ແລະ ພາກໃຕ້ຂອງ ລາວ, ສືບຕໍ່ເປີດເສັ້ນທາງຊ່ວຍເຫຼືອໃຫ້ແກ່ສະໜາມຮົບທາງພາກໃຕ້, ເສັ້ນທາງ ເຈື່ອງເຊີນ - ໂຮ່ຈີມິນ ຢູ່ເຂດດິນແດນຂອງລາວ ໄດ້ກາຍເປັນສັນຍາລັກຂອງສຳພັນທະມິດແຫ່ງການສູ້ຮົບ ຫວຽດນາມ - ລາວ, ຂອງນ້້ຳໃຈມິດຕະພາບພິເສດລະຫວ່າງທະຫານ ແລະ ປະຊາຊົນສອງປະເທດ. ບັນດາຕົວພະຍານຫຼັກຖານທີ່ເຄີຍຕິດພັນກັບເສັ້ນທາງດັ່ງກ່າວ ບໍ່ອາດລົງລືມຊຸມເດືອນປີທີ່ລຳບາກ, ແຕ່ສະຫງ່າລາສີຂອງໄລຍະຕໍ່ສູ້ທີ່ນອງເລືອດ.

ສຳລັບຄົນລາວ ທີ່ຕິດພັນແຕ່ຄາວໄວໜຸ່ມກັບສົງຄາມ ໃນຖັນແຖວກອງທັບປະເທດລາວ, ບັນດາສະຖານທີ່ຄື: ບ້ານດອນ, ເຊໂປນ, ເມືອງພິນ, ເສັ້ນທາງເລກ 9 ທາງພາກໃຕ້ຂອງ ລາວ… ແມ່ນບັນດາຄວາມຊົງຈຳທີ່ຍາກຈະລົງລືມໄດ້ ເມື່ອຫວນຄືນກ່ຽວກັບສົງຄາມທີ່ໄດ້ເສຍສະຫຼະ, ລຳບາກກາກກຳແຕ່ກໍ່ເຕັມໄປດ້ວຍນ້ຳໃຈອ້າຍນ້ອງ, ເພື່ອນມິດສະຫາຍກັບທະຫານ, ຊາວໜຸ່ມຕະລຸມບອນ ຫວຽດນາມ ທີ່ໄດ້ເປີດເສັ້ນທາງ ໂຮ່ຈີມິນ ທາງທິດຕາເວັນຕົກ ເຈື່ອງເຊີນ. ທ່ານ ແກ້ວຫຼ້າ ຈັນສີນາ, ປີນີ້ອາຍຸກໍ່ກວ່າ 80 ປີ, ຜູ້ທີ່ໄດ້ເຄື່ອນໄຫວຢູ່ ສະຫວັນນະເຂດ ເປັນເວລາຫຼາຍປີ, ເຄີຍຮຽງບ່າຮຽງໄຫຼ່ກັບທະຫານ ຫວຽດນາມ ສູ້ຮົບຢູ່ ບ້ານດອນ, ເຊໂປນ, ເມືອງພິນ… ເພື່ອຮັກສາຄວາມປອດໄພໃຫ້ແກ່ເສັ້ນທາງທິດຕາເວັນຕົກ ເຈື່ອງເຊີນ ຜ່ານບັນດາແຂວງທາງພາກກາງ ແລະ ພາກໃຕ້ຂອງ ລາວ, ກໍ່ສ້າງອຳນາດການປົກຄອງເຂດປົດປ່ອຍ, ບໍ່ສາມາດຫລົງລືມໄດ້ຊຸມເດືອນປີເຂົ້າເມັດຫັກ, ຜັກເສັ້ນດຽວກໍ່ແບ່ງກັນກິນ ບົນຈິດໃຈສຳພັນທະມິດແຫ່ງການສູ້ຮົບ ຫວຽດນາມ - ລາວ. ທ່ານ ແກ້ວຫຼ້າ ຈັນສີນາ, ແບ່ງປັນວ່າ:

(ທ່ານ ແກ້ວຫຼ້າ ຈັນສີດາ)

ເມື່ອຫວນຄືນໄລຍະເດີນທາງບົນເສັ້ນທາງນ້ອຍຂ້າມປ່າ ເຊິ່ງທະຫານ ຫວຽດນາມ ໄດ້ເປີດນັ້ນ, ທ່ານ ວິໄລວັນ ພົມເຂ, ອະດີດລັດຖະມົນຕີກະຊວງກະສິກຳ - ປ່າໄມ້ ລາວ, ອະດີດເລຂາ, ເຈົ້າແຂວງໆ ສະຫວັນນະເຂດ ໄດ້ສະແດງຄວາມນັບຖືຈິດໃຈພິລະອາດຫານ, ຫົວຄິດປະດິດສ້າງຂອງທະຫານລຳລຽງເຄື່ອງຂອງ ຈາກພາກເໜືອ ໃຫ້ສະໜາມຮົບພາກໃຕ້. ນັ້ນແມ່ນເສັ້ນທາງລົດໃຫຍ່, ເສັ້ນທາງລະຫວ່າງບ້ານ, ທາງນ້ຳ, ເຮືອບິນຂອງສັດຕູຕີບ່ອນນີ້ ກໍ່ຍ້າຍໄປທາງອື່ນ; ໄປທາງບົກບໍ່ໄດ້ກໍ່ໄປທາງນ້ຳ…, ເຖິງວ່າແມ່ນຮູບແບບໃດກໍ່ລ້ວນແຕ່ຂຶ້ນກັບລະບົບເສັ້ນທາງທິດຕາເວັນຕົກ ເຈື່ອງເຊີນ. ກໍ່ສ້າງທາງຮອດໃສ ປະຊາຊົນລາວ ກໍມີຊີວິດໃໝ່. ທະຫານ ຫວຽດນາມ ໄດ້ຊ່ວຍ ປຊຊ ລາວ ທຳການຜະລິດ, ຊ່ວຍການປະຕິວັດລາວ ໄດ້ຈັດຕັ້ງອຳນາດການປົກຄອງ, ບຳລຸງສ້າງພະນັກງານຂັ້ນຮາກຖານ.

 “ເສັ້ນທາງ ໂຮ່ຈີມິນ ມີຄວາມໝາຍໃຫຍ່ຫຼວງ. ທີໜຶ່ງແມ່ນປົກປ່ອຍທາງພາກໃຕ້ ຢ່າງສົມບູນ. ທີ 2 ແມ່ນຈາກການກະທົບຈາກໄຊຊະນະວັນທີ 30 ເມສາ ນັ້ນ ລາວ ກໍ່ໄດ້ຮັບການປົດປ່ອຍ, ຍາດເອົາອຳນາດການປົກຄອງຢ່າງໄວ. ຖ້າຫາກບໍ່ມີການຊ່ວຍເຫຼືອຈາກການປະຕິວັດ ຫວຽດນາມ, ການປະຕິວັດຂອງ ລາວ ກໍ່ປະສົບກັບຄວາມຫຍຸ້ງຍາກ. ເຖິງວ່າ ຜົນສຳເລັດແຕ່ກໍຕ້ອງເສຍກຳລັງເຫື່ອແຮງ, ເລືອດເນື້ອ, ແຕ່ກໍ່ບໍ່ຮູ້ວ່າເວລາໃດຈຶ່ງບັນລຸໄດ້. ເມື່ອ ລາວ ກຳອຳນາດການປົກຄອງປີ 1975, ແມ່ນຍ້ອນພະນັກງານເຂດປົດປ່ອຍເກົ່າ ມາຊ່ວຍສ້າງອຳນາດການປົກຄອງໃຫ້ເຂດປົດປ່ອຍໃໝ່.”

ເສັ້ນທາງທິດຕາເວັນຕົກ ເຈື່ອງເຊີນ  ແຫ່ງເທບນິຍາຍ ຂອງສຳພັນທະມິດສູ້ຮົບ ຫວຽດນາມ - ລາວ - ảnh 2ເສັ້ນທາງ ເຈື່ອງເຊີນ - ໂຮ່ຈີມິນ ໄດ້ກາຍເປັນສັນຍາລັກຂອງສຳພັນທະມິດແຫ່ງການສູ້ຮົບ ຫວຽດນາມ - ລາວ
(ພາບເອກະສານ)

ກໍ່ຍ້ອນມີເສັ້ນທາງ ເຈື່ອງເຊີນ, ຫວຽດນາມ ຍາດໄດ້ໄຊຊະນະລະດູບານໃໝ່ 1975 ໂຮມປະເທດຊາດເປັນເອກະພາບ, ການປະຕິວັດ ລາວ ກໍ່ຍາດໄດ້ໄຊຊະນະຢ່າງວ່ອງໄວ, ຍາດໄດ້ອຳນາດການປົກຄອງມາໃຫ້ປະຊາຊົນ ຫາກບໍ່ຕ້ອງເສຍຫາຍຫຼາຍ. ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳນ້ຳໃຈຂອງປະຊາຊົນ ລາວ ທີ່ສະຫງວນໃຫ້ແກ່ ຫວຽດນາມ, ເພື່ອໃຫ້ເສັ້ນທາງ ໂຮ່ຈີມິນ ທາງທິດຕາເວັນຕົກ ເຈື່ອງເຊີນ ຂົນສົ່ງສິນຄ້ານັບຮ້ອຍລ້ານໂຕນ ຈາກພາກເໜືອ ມາພາກໃຕ້ ຫວຽດນາມ ຮັບໃຊ້ສະໜາມຮົບ, ຊ່ວຍ ຫວຽດນາມ ໂຮມປະເທດຊາດເປັນເອກະພາບ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບສະໜິດແໜ້ນ.

ໃນມື້ນີ້, ກອງທັບ 2 ປະເທດຍັງສືບຕໍ່ແບ່ງປັນຄວາມທຸກຄວາມສຸກ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາປະສົບກັບຄວາມຫຍຸ້ງຍາກ, ກໍ່ຄືໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ ຂອງແຕ່ລະປະເທດ. ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ.

(ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ)

ເສັ້ນທາງເລກ 9 ໃນມື້ນີ້ໄດ້ກາຍເປັນເສັ້ນທາງຫຼວງ ໃນແລວເສດຖະກິດທາງທິດຕາເວັນອອກ - ຕາເວັນຕົກ, ເຊື່ອມຕໍ່ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອປະເທດ ໄທ, ພາກກາງ - ພາກໃຕ້ ຂອງ ລາວ ກັບປະຕູເຊື່ອມຕໍ່ທາງພາກກາງຂອງ ຫວຽດນາມ, ເສັ້ນທາງໄດ້ສ້າງກຳລັງບົ່ມຊ້ອນ, ທ່າແຮງຂອງເຂດດິນແດນທີ່ເຄີຍເຈັບປວດ ແລະ ພິລະອາດຫານໃນເມື່ອກ່ອນ ບືນຕົວຂຶ້ນມຸ່ງໄປເຖິງອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ