ເສນາຮັກ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື


(vovworld)- ໃນ 10 ປີ​ແຫ່ງ​ການ​ແຮ​ກ​ສ່ຽວ, ໂຮງ​ໝໍ​ສູນ​ກາງ​ກອງ​ທັບ 108 ແລະ ໂຮງ​ໝ​ໍ 103 ກອງ​ທັບ​ປະ​ຊາ​ຊົນ​ລາວ ໄດ້​ມີ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ວິ​ຊາ​ສ​ະ​ເພາະ, ວິ​ຊາ​ການ​ຫລາຍ​ຢ່າງ, ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ, ຄວາມ​ກ້າວ​ຫນ້າ​ໃຫມ່​ດ້ານການ​ແພດ​ເພື່ອ​ປິ່ນ​ປົວ​​ພະ​ຍາດໃຫ້​ທະ​ຫານ ແລະ ປະ​ຊາ​ຊົນນັບ​ມື້​ນັບ​ດີກວ່າ. ບັນ​ດາ​ການ​ເຄື່ອນ​ໄຫວນີ້ ຈະ​ສືບ​ຕໍ່​​ໄດ້​ຮັບ​ການປະ​ຕິ​ບັດ​ໃນ​ປີ 2016 ແລະ ຊຸມ​ປີ​ຕໍ່​ໄປ, ສິ່ງ​ດັ່ງ​ກ່າວ​ໄດ້​ຢັ້ງ​ຢືນ​ໃນ​ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື ໄລ​ຍະ 2016-2020 ​ຫາ​ກໍດຳ​ເນີນ​ໄປ​ຢູ່​ນະ​ຄອນ​ຫລວງ ວຽງ​ຈັນ.


        ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ໂຮງ​ໝໍ​ສູນ​ກາງກອງ​ທັບ 108 ​ຫວຽດ​ນາມ ແລະ ໂຮງ​ໝ​ໍ 103 ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ ໄດ້​ແລກ​ປ່ຽນ​ຄະ​ນະ​ພະ​ນັກ​ງານ​ການ​ແພດ​ເປັນ 18 ຄັ້ງ. ນັບ​ແຕ່​ປີ 2006, ແຕ່​ລະ​ປີ ໂຮງ​ໝໍ ສອງ​ແຫ່ງ​ດັ່ງ​ກ່າວ ໄດ້​ຈັດ​ຕັ້ງ​ການ​ແລກ​ປ່ຽນ​ຄະ​ນະ​ ປະ​ຈຳ​ໄລ​ຍະ​   ເພື່ອ​ສະ​ຫລຸບ​ການ​ຮ່ວມ​ມືປະ​ຈຳ​ປີ ແລະ ປຶກ​ສາ​ຫາ​ລື ເປັນ​ເອ​ກະ​ພາບ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື​ໃຫ້​ປີ​ຕໍ່​ໄປ. ແຕ່​ປີ  2014, ໂຮງ​ໝໍ 2 ແຫ່ງ​ດັ່ງ​ກ່າວ ໄດ້​ເປັນ​ເອ​ກະ​ພາບ​ແຜນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໄລ​ຍະ 2 ປີ​ເທື່ອ​ຫນຶ່ງ. ແຕ່​ລະ​ປີ ໂຮງ​ໝໍ 103 ຂອງ​ລາວ ໄດ້​ສົ່ງ​ພະ​ນັກ​ງານ​ການ​ແພດ​ໄປ​ຍັງ​ໂຮງ​ໝ​ໍ​ສູນ​ກາງກອ​ງ​ທັບ 108 ເພື່ອ​ບຳ​ລຸງ​ສ້າງ, ຍົກ​ສູງ​ຄວາມ​ຮູ້​ວິ​ຊາ​ສະ​ເພາະ ແລະ ຖ່າຍ​ທອດ​ເຕັກ​ນິກ. ໃນ​ໄລ​ຍະ 10 ປີ​ຜ່ານ​ມາ ມີ​ທ່ານ​ໝໍ, ພະ​ນັກ​ງານ​ເຕັກ​ນິກ ແລະ ພະ​ຍາ​ບານ​ຂອງ​ໂຮງ​ໝໍ 103 ປະ​ມານ 98 ຄົນຂຶ້ນ​ກັບ​ຂະ​ແຫນງ​ຕ່າງໆມາ​ຮ່ຳ​ຮຽນ​ຢູ່ ຸ​ໂຮງ​ໝໍ​ສູນ​ກາງກອງ​ທັບ 108. ພັນ​ເອກ ຫງວຽນ​ແທງ​ຖາວ ສັງ​ກັດໂຮງ​ໝໍ​ສູນ​ກາງກອງ​ທັບ 108 ໃຫ້​ຮູ້​ວ່າ:

        “ເສ​ນາ​ຮັກ ຫວຽດ​ນາມ ແລະ ລາວ ໄດ້​ມີ​ການ​ພົວ​ພັນ​​ເປັນ​ຢ່າງ​ດີມາ​ແຕ່​ດົນ​ນານ​ແລ້ວ, ບັນ​ດາ​ບາດ​ກ້າວ, ເຕັກ​ນິກ ຂອງ​ຫວຽດ​ນາມ ເມື່ອ​ມີ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ໃຫມ່ ກໍ​ໄດ້​ຖ່າຍ​ທອດ​ໃຫ້​ໂຮງ​ໝໍ 103. ພວກ​ເຮົາ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ໃຫ້​ເພື່ອນ​ລາວ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ, ຍາມ​ໃດ​ກໍ​ຊ່ວຍ​ເຫລືອ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ກັນ​ເພື່ອ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ສູງ​ສຸດ.”

        ໃນ​ໄລ​ຍະ​ຜ່ານ​ມາ ສອງ​ໂຮງ​ໝໍ​ດັ່ງ​ກ່າວ​ໄດ້​ຜັດ​ປ່ຽນ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ ເປັນ 4 ຄັ້ງ​ແລ້ວ. ພິ​ເສດ ຢູ່ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ເສ​ນາ​ຮັກ ຫວຽດ​ນາມ - ລາວ ຄັ້ງ​ທີ 4 ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢູ່​ໂຮງ​ໝໍ 103 ກອງ​ທັບ​ປະ​ຊາ​ຊົນ​ລາວ ໃນ​ອາ​ທິດ​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄື​ດັ່ງ​ກ່າວ​ເປັນ 2 ປີ​ເທື່ອ​ຫນຶ່ງ. ສາດ​ສະ​ດາ​ຈານ, ດ​ຣ, ພົນ​ຈັດ​ຕະ​ວາ ມາຍ​ຮົ່ງ​ບາງ, ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ສູນ​ກາງກອງ​ທັບ 108 ໃຫ້​ຮູ້​ວ່າ:

        “ຜ່ານກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ ແລະ ບົດ​ລາ​ຍ​ງານ​ທີ່ກອ​ງ​ປະ​ຊຸມ​ຄັ້ງ​ນີ້, ຜູ້​ຮ່ວມ​ງານ​ສອງ​ປະ​ເທດ, ສອງ​ໂຮງ​ໝໍ ຈະ​ສືບ​ຕໍ່​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ວິ​ຊາ​ສະ​ເພາະ, ພັດ​ທະ​ນາ​ເຕັກ​ນິກ, ພິ​ເສດ ແມ່ນ​ເຕັກ​ນິກ​ໃຫມ່, ເຕັກ​ນິກ​ສູງ, ໝູນ​ໃຊ້ເຂົ້າ​ການ​ປິ່ນ​ປົວ​ພະ​ຍາດ ແລະ ​ຜ່ານ​ການພັດ​ທະ​ນາ​ວິ​ຊາ​ສະ​ເພາະ​ດ້ານ​ເຕັກ​ນິກ ຈະ​ຊອກ​ຮູ້​ໄດ້​ບັນ​ດາ​ຫົວ​​ຂໍ້ຄົ້ນ​ຄ້​ວາໃຫມ່, ມີ​ປະ​ໂຫຍດ.”

ເສນາຮັກ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື - ảnh 1
ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ໂຮງ​ໝ​ໍ

        ໃນ​ປີ 2016, ໂຮງ​ໝໍ​ສູນ​ກາງກອງ​ທັບ 108 ຂອງ​ຫວຽ​ດ​ນາມ ຈະ​ບຳ​ລຸງ​ໃຫ້​ທ່ານ​ໝໍ 8 ຄົນ ​ໃຫ້ໂຮງ​ໝ​ໍ 103  ຂອງ​ລາວ. ນອກນັ້ນ ໂຮງ​ໝໍ​ສູນ​ກາງກອງ​ທັບ 108 ສືບ​ຕໍ່ ຮັບ​ຄົນ​ເຈັບ ໂດຍ​ໂຮງ​ໝໍ 103 ຂອງ​ລາວ​ສົ່ງ​ມາ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ 10 ປີ​ຜ່ານ​ມາ, ພັນ​ເອກ ດ​ຣ ຄຳ​ແພງ ພູມ​ມາ​ແກ້ວ, ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ 103 ລາວ ໃຫ້​ຮູ້​ວ່າ:

ສຽງ​ທ່ານ ຄຳ​ແພງ ພູມ​ມາ​ແກ້ວ

        ເລື່ອງ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໄລ​ຍະ 2016-2020, ແຜນ​ການ​ປີ 2016 ອີກ​ຄັ້ງ​ຫນຶ່ງຢັ້ງ​ຢືນ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ ໂຮງ​ໝໍ​ສູນ​ກາງກອງ​ທັບ 108 ແລະ ໂຮງ​ໝໍ 103 ກອງ​ທັບ​ປະ​ຊາ​ຊົນ ລາວ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ໃນ​ອະ​ນາ​ຄົດ, ຂະ​ແຫນງ​ເສ​ນາ​ຮັກ ສອງ​ປະ​ເທດ ຈະ​ພັດ​ທະ​ນາກວ່າ​ອີກ ແລະ ແນ່ນອນ​ວ່າ ຈະ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ແທດ​ຈິງ​ເພື່ອ​ຮັບ​ໃຊ້​ທະ​ຫານ ແລະ ປ​ະ​ຊາ​ຊົນ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ