ເຮືອນພັບ- ຂໍ້ລິເລີ່ມເພື່ອຮັບມືກັບໄພທຳມະຊາດຂອງ ຟິລີບປີນ

(vovworld)- ​ເຮືອນ​ພັບ ທີ່​ຫາ​ກໍ່​ປະກາດຢູ່ ຟິລີບ​ປີນ. ​ແມ່ນເຮືອນ​ທີ່​ມີ​ໂຄງຮ່າງ​ດ້ວຍ​ເຫລັກ​ ທັງ​ມີ​ລັກ​ສະ​ນະຖາ​ວອນ, ທັງສ້າງຄວາມ​ສະດວກ​ສະບາຍໃນ​ການ​ນຳ​ໃຊ້, ​ແຕ່​​ລາຄ່າ​​ກໍ່​ສ້າງພັດຕຳ່, ບໍ່​ພຽງ​ແຕ່​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ປະ​ຊາ​ຊົນຜູ້ທີ່ມີ​​ເຮືອນ​ຊານ​ຖືກ​ພາຍຸ Haiyan ທຳລາຍ​​ເທົ່າ​ນັ້ນ, ຫາກ​ຍັງສະ​ແດງ​ໃຫ້​ເຫັນ​​ມາດ​ຕະ​ການ ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດຂອງ​ມະນຸດ​​ອີ​ກດ້ວຍ.

ເຮືອນພັບ- ຂໍ້ລິເລີ່ມເພື່ອຮັບມືກັບໄພທຳມະຊາດຂອງ ຟິລີບປີນ - ảnh 1
​ເຮືອນ​ພັບ ຢູ່ ຟິລີບ​ປີນ

        ຕາມ​ຕົວ​ເລກ​ສະຖິຕິ​ຂອງ ສປຊ ​ແລ້ວ: ມີ​ຊາວ​ຟິລິບ​ປີນ​ ກວ່າ 4 ລ້ານ​ຄົນ​ບໍ່​​​​ມີ  ເຮ​ືອນຊານ​​ຍ້ອນຖືກພາຍຸ Haiyan ​ເຊິ່ງແມ່ນ​​​ພາ​ຍຸ​ຮ້າຍ​ແຮງ​ກວ່າ​ໝູ່​ໃນ​ໂລກ ທຳລາຍ​ໃນ​ປີ​ກາຍນີ້. ອັນ​ໄດ້​ກໍ່​ກຳລັງ​ດັນ​ໃ​ຫ້​ແກ່​ງົບປະມານ​ຂອງ ຟິລິບ​ປີນ. ​ເພື່ອ​ຊ່ວຍ​ປະຊາຊົນ​ກັບ​ຄືນ​ສູ່​ຊີວິດ​​ປົກກະຕິ​ໂດຍ​ໄວ ພ້ອມ​ທັງ​ຫລຸດຜ່ອນ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ລັດຖະບານ, ນັກທຸລະກິດ Rogelio Santos Jr ຊື່​ງ​ແມ່ນຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ ຟິລິບ​ປີນ ​ໄດ້​ອອກ​ແບບ​ເຮືອນ​ທີ່​ມີ​ໂຄງ​​ຮ່າງ​ດ້ວຍ​ເຫຼັກ. ທ່ານ Rogelio Santos Jr ​ແບ່ງປັນ​ກ່ຽວ​ກັບ​ຈຸດ​ພິ​ເສດ​ຂອງ​ເຮືອນ​ແບບ​​ນີ້​ວ່າ:

        “ຈຸດ​​ພິ​ເສດ​ຂອງ​​ເຮືອນ​​ພັບ ​ແມ່ນ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນການ​ຮັບ​ມື​​ກັບໄພ​ພິບັດ​ຢ່າງ​ວອ່​ງ​ໄວ. ຍ້ອນມີ​​ໂຄງ​ຮ່າງດ້ວຍເຫລັກ​ກ້າ​ຖາວອນ, ມັນ​ໄດ້​ສ້າງ​ຄວາມອຸ່ນ​ອ່ຽນ​ໃຈ​​ໃຫ້​ແກ່​ປະ​ຊາ​ຊົນເມື່ອ​ອາ​ໄສ​ຢູ່​ໃນ​ເຮື​ອນຫລັງ​ນີ້.”

        ​ເຮືອນ​ແບບ​ໃຫມ່​ນີ້ ລວມມີ ລະບົບ​​ໂຄງ​ຮ່າງເຫລັກ​ກ້າ ດ້ວຍ​ບັນ​ດາຝາ​ເຮືອນ​ທີ່ໄດ້​ຮັບ​ການ​ອອກ​ແບບ​ກ່ອນ ​ແລະ ສາມາດພັບເຂົ້າ​ຢ່າງ​ງາຍ​ດ່າ​ຍ. ​ເມື່ອ​ມີ​ຄວາມ​ຕອ້ງການນຳ​ໃຊ້​ເຮືອນ​​ແບບນີ້, ປະຊາຊົນ​ພຽງ​​ແຕ່​ເສຍ​ເວລາ 5 ນາທີ ​​ກໍ່​ສາ​ມາດຕິດ​ຕັ້ງສຳ​ເລັດ​ໄດ້​. ປະຈຸ​ບັນ, ​​ເຮືອນ​ພັບ​ມີ 2 ​ແບບ, ​ແບບ​ຫນຶ່ງ​ມີ​ເນື້ອ​ທີ່ 11 ຕາລາງ​ແມັດ ​ແລະ ​ແບບ​ຫນຶ່ງ​​ກວ້າງ​ກວ່າ ດ້ວຍ​ເນື້ອ​ທີ 26 ຕາລາງ​​ແມັດ. ທັງ​ສອງ​ແບບ ລ້ວນ​ແຕ່​ມີ​ເພດານ​ສູງ​ປະມານ 2,5 ​ແມັດ. ພາຍຫລັງ​ພັບ​ເຂົ້າ ​ເຮືອນ​​ແບບ​ນີ້​ມີ​ຄວາມ​ສູງ​ພຽງ 0.5 ​ແມັດ​ເທົ່າ​ນັ້ນ,  ​​ອັນ​ໄດ້ສ້າງ​ຄວາມ​​​ສະດວກໃຫ້​ແກ່​ການຍົກຍ້າຍເຮືອນຢູ່​. ນອກ​ນັ້ນ, ເຮືອນ​ແບບນີ້​ຍັງນຳ​ໃຊ້ຢ່າງ​ງາຍ​ດ່າ​ຍ, ລາ​ຄາ​ກໍ່​ສ້າງ​ຕ່ຳ ​ແລະ ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ປະຈຸ​ບັນ ຝາ​ເຮືອນ​ມີ 3 ປະ​ເພດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເລືອກ​​ເຟັ້ນ ນັ້ນ​ແມ່ນ: ຝາ​ເຮື​ອນຜະລິດ​ດ້ວຍ​ໄມ້​​​ໄຜ່, ​​ໄມ້ອັດ ​ແລະ ພະລາ​ຕິກ. ​ເຮືອນ​ແບບ​ນີ້​ມີ​ຫລາຍປ່ອງ​ຢ້ຽມຮັບ​ປະ​ກັນ​ຄວາມ​ປອດ​ໂປ່ງ. ​ເຖິງ​ວ່າ​ໄດ້​ຮັບ​ການ​ອອກ​ແບບ​ເພື່ອ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ກໍ​ຕາມ,  ​ແຕ່​ເຮືອນ​ແບບ​​ນີ້​​ກໍ່​ສາມາດ​ກາຍ​ເປັນ​ເຮືອນ​ຖາ​ວອນ ​ເມື່ອ​ຖອກ​ເບ​ຕົງ​ໃສ່ພື້ນ​​ເຮືອນໄດ້. ທ່ານ Royal Pineda, ນັກ​​ອອກ​ແບບ​ທີ່​ມີ​ຊື່​ສຽງ​ໄດ້​ຕີ​ລາຄາ​ວ່າ:

        “​ເຮືອນ​ພັບ ມີ​ຄຸນ​ນະພາ​ບດີ​ທີ່​ສຸດ​ໃນ​ໄລຍະ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ. ນອກ​ນັ້ນ, ເມື່ອ​​ໄພ​ທຳ​ມະ​ຊາດ​ຜ່ານ​ໄປ​ແລ້ວ. ຜູ້ນຳ​ໃຊ້​​ກໍ່ສາມາດ​ຍົກ​ລະດັບ​ຄຸນ​ນະພາ​ບ​​ເຮືອນ​ແບບ​ນີ້ຂຶ້ນໄດ້”

        ປະຈຸ​ບັນ, ເຮືອນ​ພັບ 15 ຫລັງທຳ​ອິດ ​ໄດ້​ຮັບ​ການ​ຕິດ​ຕັ້ງ​ທົດ​ລອງ​ຢູ່​ຕົ​ວ​ເມືອງ Estaccia, ​ແຂວງ Iloilo​ ​ເພື່ອ​​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​​ປະຊາຊົນ ​ແນ​ໃສ່​ດັດ​ແປງ​ເຮືອນ​ແບບນີ້​ ​​ໃຫ້​ເໝາະ​ສົມ​ກັບ​ຈຸດ​ປະສົງ​ຕ່າງໆ​ໃນກາ​ນນຳ​ໃຊ້. ຕາມ​ທ່ານ Rogelio Santos ​ແລ້ວ, ນີ້​ແມ່ນ​​ເຮືອ​ນທີ່​​ເໝາະ​ສົມ​ກັບ​ການ​ຜະລິດ​ເປັນ​ຈຳນວນ​ຫລາຍ ​ແລະ ​ປະ​ຈຸ​ບັນ​ໄດ້ມີ​​ກວ່າ 5000 ໃບ​ສັ່ງຊື້​​ເຮືອນ​ແບບນີ້​ແລ້ວ. ​ສິ່ງ​ດັ່ງ​ກ່າວສະ​ແດງ​ໃຫ້​ເຫັນ​ຫົວຄິດ​ປະດິດ​ສ້າງ​ທີ່​ອຸດົມສົມບູນ​ຂອງ​ມະນຸດ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ